ສະຫະຣັຖ ລ້ຽງອາຫານທ່ຽງ ນັກຮຽນປະຖົມ

ຈຳ​ປາ​ທອງ
2021.06.30
ສະຫະຣັຖ ລ້ຽງອາຫານທ່ຽງ ນັກຮຽນປະຖົມ ເດັກນ້ອຍນັກຮຽນ ຊັ້ນປະຖົມ ທີ່ແຂວງຄຳມ່ວນ. ຮູບຖ່າຍ ໂດຍ: TS
RFA

ໂຮງຮຽນ ຊັ້ນປະຖົມສຶກສາ 179 ແຫ່່ງ ຢູ່ 4 ເມືອງ ຂອງແຂວງຄໍາມ່ວນ ຈະໄດ້ຮັບ ການຊ່ອຍເຫຼືອ ຈາກໂຄງການ ອາຫານທ່ຽງ ຂອງກະຊວງ ກະສິກັມ ສະຫະຣັຖ ອາເມຣິກາ ໃຫ້ເດັກນ້ອຍ ນັກຮຽນ ໄດ້ກິນ ອາຫານທ່ຽງ ຊຶ່ງແມ່ນ ອົງການກາໂຕລິກ ເພື່ອການບັນເທົາທຸກ (CRS) ຈະເປັນ ຜູ້ປະຕິບັດ, ເປັນໂຄງການ ຊ່ອຍເຫຼືອລ້າ ໃນໄລຍະ 5 ປີ ຄື ແຕ່ປີ 2021-2025.

ແຂວງຄໍາມາວນ ເປັນນຶ່ງ ໃນຈໍານວນ 15 ແຂວງຂອງລາວ ທີ່ໂຄງການນີ້ ໄດ້ຊ່ອຍເຫຼືອ ດ້ວຍ ງົບປະມານ 5.2 ລ້ານໂດລາ ສະຫະຣັຖ. 4 ເມືອງເປົ້າໝາຍດັ່ງກ່າວ ມີເມືອງມະຫາໄຊ, ຍົມມາລາດ, ໄຊບົວທອງ ແລະ ເມືອງບົວລະພາ. 

ເຈົ້າໜ້າທີ່ ປະສານງານ ຂອງອົງການກາໂຕລິກ ເພື່ອການບັນເທົາທຸກ ປະຈໍາ ແຂວງຄໍາມ່ວນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ມິຖຸນານີ້ວ່າ ໂຄງການ ອາຫານທ່ຽງນີ້ ຈະຊ່ວຍໃຫ້ ນັກຮຽນຈໍານວນ 12,000 ປາຍຄົນ ໃນ 4 ເມືອງ ທີ່ຢູ່ໃນເປົ້າໝາຍ ຕັ້ງໃຈຮຽນໜັງສື ແລະ ມີສຸຂພາບ ແຂງແຮງ ຫລາຍຂຶ້ນ. ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍາລັງລົງໄປ ໂອ້ລົມ ກັບຊາວບ້ານເປົ້າໝາຍ ວ່າ ຈະເຂົ້າຮ່ວມ ໂຄງການນີ້ ຫຼືບໍ່ ເນື່ອງຈາກ ເປັນໂຄງການ ທີ່ທາງບ້ານ ຕ້ອງມີ ສ່ວນຮ່ວມ 30% ຄື ເປັນແຮງງານ, ແຕ່ງຢູ່ຄົວກິນ ແລະອື່ນໆ ໃຫ້ເດັກນ້ອຍນໍາ ດັ່ງທີ່ ທ່ານກ່າວວ່າ:

“ດຽວນີ້ ເຂົາເຈົ້າ ກໍາລັງລົງໄປ ເກັບກໍາ ຂໍ້ມູນ ຢູ່ໃນບ້ານນ່າ ເພາະວ່າ ບາງບ້ານ ມັນກໍສິບໍ່ໄດ້ ເອົານ່າ ບາງບ້ານ ມັນກໍສິໄດ້ປ່ຽນ ເມືອງໃໝ່ ຫັ່ນນ່າ. ດຽວນີ້ ມັນກໍາລັງ ຢູ່ໃນຂັ້ນຕອນ ລົງໄປຫາ ຂໍ້ມູນລະອຽດ ຢູ່ໃນບ້ານເລີຍວ່າ ບ້ານຈະເຫັນດີ ກັບເຮົາບໍ! ສິເຂົ້າຮ່ວມ ໂຄງການບໍ໋ ກໍລົງໄປ ຊີ້ແຈງຂັ້ນບ້ານ.”

ເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງມະຫາໄຊ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໂຄງການອາຫານທ່ຽງ ຂອງ CRS ຍັງບໍ່ທັນໄດ້ ຈັດຕັ້ງ ປະຕິບັດເທື່ອ, ຄາດວ່າ ອາຈໄດ້ເຣີ່ມ ຈັດຕັ້ງປະຕິບັດ ໃນສົກຮຽນປີໜ້າ ຄື ປະມານ ເດືອນສິງຫາ-ເດືອນກັນຍາ ທີ່ຈະມາເຖິງນີ້. ແລະວ່າ ກ່ອນໜ້ານີ້ ບໍ່ດົນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນແຂວງ ກໍໄດ້ລົງມາ ຮິບໂຮມຂໍ້ມູນ ຢູ່ບ້ານເປົ້າໝາຍ 30 ປາຍບ້ານ ເພື່ອວາງແຜນ ເອົາໝາກຖົ່ວ, ເຂົ້າສານ, ໄຂ່, ແປ້ງ, ໝີ່, ນໍ້າມັນພືດ, ສັງກະສີີ ມາໃຫ້ ທາງບ້ານ ແລະ ທັງໃຫ້ທາງບ້ານ ຈັດແມ່ຄົວ ເພື່ອຄົວ​ກິນ ໃຫ້ນັກຮຽນ ແລະ ຈັດຕັ້ງ ທິມແຮງງານບ້ານ, ປຸກບ່ອນເກັບມ້ຽນ ອາຫານ ແລະ ເຮືອນຄົວໃຫ້ແລ້ວ ເພື່ອເປີດ ສົກຮຽນໃໝ່ນີ້ ດັ່ງ ທີ່ທ່ານກ່າວວ່າ:

“ກໍານົດແລ້ວ ບ້ານຫັ້ນນ່າ ແຕ່ວ່າ ອາຫານຍັງ ບໍ່ທັນມາ. ສ່ວນຂອງເຂົາ ມີແຕ່ວ່າ ປະເພດອາຫານ ນີ້ແຫລະ ມັນແບບ 70/30 ນ່າ. ໝາຍຄວາມວ່າ ປະເພດອາຫານ ທາງໂຄງການ ເປັນຜູ້ໃຫ້. ສໍາລັບ ຜູ້ທີ່ ແຕ່ງຢູ່ຄົວກິນ ຫຼືວ່າ ໝາກເຜັດ, ເຫັດ, ເກືອ ທີ່ມັນບໍ່ພໍ ຈາກໂຄງການ ແມ່ນບ້ານ ເປັນຜູ້ເຮັດ.”

ທ່ານກ່າວຕື່ມວ່າ ພາຍໃນ ເມືອງມະຫາໄຊ ບໍ່ເຄີຍ ມີໂຄງການອາຫານທ່ຽງ ຂອງອົງການ CRS ຈາກສະຫະຣັຖ ອາເມຣິກາ ເຂົ້າມາຊ່ອຍເຫລືອ, ປີນີ້ ເປັນປີທໍາອິດ ທີ່ມີ ໂຄງການດັ່ງກ່າວ. ແລະວ່າ ທີ່ຜ່ານມາ ພາຍໃນເມືອງນີ້ ມີແຕ່ໂຄງການ ອາຫານທ່ຽງ ຂອງອົງການ ຈັດຕັ້ງສາກົລ ຈາກປະເທດອື່ນ ມາຊ່ອຍເຫລືອລ້າ ແລະ ກໍໄດ້ຢຸດຊ່ອຍເຫລືອ ໄປແລ້ວ.

ໃນຂະນະດຽວກັນ ນາຍຄຣູ ຢູ່ໂຮງຮຽນປະຖົມສຶກສາ ບ້ານສົມສນຸກ ເມືອງມະຫາໄຊ ກໍເວົ້າວ່າ ຫາກມີ ໂຄງການອາຫານທ່ຽງແທ້ ກໍຈະເປັນຜົລດີ ໃຫ້ນັກຮຽນ ແຕ່ຊັ້ນ ປ. 1 ຫາ ປ. 5 ເນື່ອງຈາກວ່າ ນັກຮຽນສ່ວນຫລາຍ ເປັນນັກຮຽນຊົນເຜົ່າ ແລະ ຄອບຄົວທຸກຍາກ, ນັກຮຽນ ຈະໄດ້ກິນອາຫານພຽງພໍ, ຫຼຸດອັດຕຣາ ການຂາດສານອາຫານ ແລະ ການປະລະການຮຽນ ດັ່ງທີ່ ທ່ານກ່າວວ່າ:

”ອັນນຶ່ງ ກໍເຮັດໃຫ້ເດັກນ້ອຍນັ້ນ ມາໂຮງຮຽນ ແລະ ເຂົາກໍຄື ບໍ່ຂາດ ເຂົາໄດ້ກິນອາຫານເດ້ ສອງມາ ມີທາດບໍາລຸງ ໃນຮ່າງກາຍ ຂອງເຂົາ ເຂົາກໍສິມີ ມັນສມອງດີຂຶ້ນ ກວ່າເກົ່າ ບາດນີ້ ອັດຕຣາ ການປະລະ ຂອງນັກຮຽນ ມັນຄືສິບໍ່ປະນະ ມັນມາ ໂຮງຮຽນ ມັນໄດ້ກິນແນວນີ້ ເຫັນໝູ່ເຫັນເພື່ອນ ແນວນີ້ ກິນອາຫານ ພຽງພໍ ເຂົາກໍສິແມ່ນເດັກ ມັນກໍດີໃຈ ສິມາໂຮງຮຽນ ດຸແຫລະ.”

ຢູ່ເມືອງໄຊບົວທອງ ເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາເມືອງນີ້ ເວົ້າຄືກັນວ່າ ໂຄງການ ອາຫານທ່ຽງຂອງ CRS ກໍຍັງບໍ່ທັນໄດ້ ຈັດຕັ້ງປະຕິບັດ ຢູ່ 30 ປາຍ ບ້ານເປົ້າໝາຍນັ້ນເທື່ອ. ຄາດວ່າ ອາຈເຣີ່ມຈັດຕັ້ງ ປະຕິບັດ ໃນປີໜ້າ ເນື່ອງຈາກວ່າ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຫາກໍຊິເຣີ່ມ ຮິບໂຮມຂໍ້ມູນ, ສ່ວນເຣື່ອງ ການປະກອບສ່ວນ ເຂົ້າໃນໂຄງການນີ້ນັ້ນ ກໍຈະຄືກັນ ກັບເມືອງອື່ນໆ ຄື 70% ແມ່ນຂອງທາງໂຄງການ, ທາງໂຄງການ ຈະສນອງເຄື່ອງຄົວກິນ, ເຂົ້າສານ, ໝາກຖົ່ວ, ປ໋ອງປາ, ນໍ້າມັນພືດ, ແນວພັນຜັກສວນຄົວ, ແນວພັນໄກ່ ແລະ ປາ. ສ່ວນອີກ 30% ແມ່ນທາງບ້ານ ປະກອບສ່ວນ ຄື ແຮງງານແຕ່ງກິນ, ປຸກເຮືອນຄົວ, ເຮັດສວນຜັກ, ຂຸດໜອງປາ ແລະ ປຸກຄອກໄກ່ ດັ່ງທີ່ ທ່ານກ່າວວ່າ:

”ປີນີ້ເປັນປີທໍາອິດ ເພິ່ນຫາກໍລົງມາ ເອົາຂໍ້ມູນ ເພິ່ນເປັນເຂົາເຈົ້າ ເປັນປ໋ອງປາ ແລ້ວກໍຖ້ວຍ ບ່ວງ ມິຫຍັງຫັ້ນນະ ເຄື່ອງຄົວກິນ ຫັ້ນແຫລະ ປະເພດພືດພັກ ແມ່ນໂຮງຮຽນ ເປັນຜູ້ປູກ ເຂົາເຈົ້າ ສນອງແນວປູກອີກນໍ ແບບນັ້ນ ບ້ານເປັນແຮງງານ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຢູ່ເມືອງໄຊບົວທອງ ບໍ່ເຄີຍມີ ໂຄງການອາຫານທ່ຽງ ຂອງອົງ ການກາໂຕລິກ ເພື່ອການບັນເທົາທຸກ ຈາກປະເທດ ອາເມຣິການີ້ ເຄີຍມີແຕ່ ໂຄງການອາ ຫານທ່ຽງ ຂອງອົງການສາກົລ ຈາກປະເທດອື່ນ ມາຊ່ອຍເຫຼືອໂຮງຮຽນ 2-3 ແຫ່ງ.

ນາຍຄຣູ ຢູ່ໂຮງຮຽນປະຖົມສຶກສາ ບ້ານນາຫລວງ ເມືອງໄຊບົວທອງ ເວົ້າວ່າ ຫາກໂຮງ ຮຽນນີ້ ມີໂຄງການ ອາຫານທ່ຽງ ກໍຈະມີ ຜົລດີ ຕໍ່ນັກຮຽນ ຄື ຈະເຮັດໃຫ້ເດັກນ້ອຍ ເຂົ້າໂຮງຮຽນ ຫຼາຍຂຶ້ນ ແລະ ຜົລການຮຽນ ກໍຈະດີຂຶ້ນ ຍ້ອນໄດ້ກິນ ອາຫານທ່ຽງ ທີ່ໂຮງຮຽນ, ບໍ່ຕ້ອງໄດ້ ກັບໄປກິນເຂົ້າ ຢູ່ເຮືອນ ແລະ ບໍ່ປະລະ ການຮຽນ ຄື ແຕ່ກ່ອນ.

”ມີແຕ່ໃຫ້ ເດັກນ້ອຍນັ້ນແຫລະ ໄດ້ເຂົ້າໂຮງຮຽນຫຼາຍຂຶ້ນຕື່ມ ຫັ້ນແຫຼະ ຕາມຄາດຫວັງວ່າ ມາໂຮງຮຽນແລ້ວ ກັບມາກິນເຂົ້າ ຢູ່ເຮືອນ ແລ້ວມັນ ກໍເຂົາບໍ່ມາເລີຍ ຕອນແລງແບບນັ້ນນະ ຄາດວ່າ ເຂົາເຈົ້າ ກໍສິໄດ້ຮຽນ ປົກກະຕິນໍ ແບບເຂົາເຈົ້າ ໄດ້ກິນເຂົ້າ ຢູ່ໂຮງຮຽນ ເຂົາເຈົ້າ ກໍສິບໍ່ຂາດຮຽນ ຫັ້ນແຫຼະ ການຮຽນ ຂອງເຂົາເຈົ້າ ກໍສິ ໄດ້ດີຂຶ້ນກວ່າເກົ່າ.”

ແລະຢູ່ເມືອງຊົນນະບູລີ ແຂວງສວັນນະເຂດ ກໍເປັນອີກ ເມືອງນຶ່ງ ທີ່ອົງການ CRS ຈະໃຫ້ ທຶນຊ່ອຍເຫຼືອລ້າ ໃນໂຄງການ ອາຫານທ່ຽງນີ້.

ທັງແຂວງຄໍາມ່ວນ ແລະ ແຂວງສວັນນະເຂດ ມີໂຮງຮຽນ ທີ່ຈະໄດ້ຮັບ ການຊ່ອຍເຫຼືອ ຈາກໂຄງການນີ້ 276 ແຫ່ງ ແລະ ມີນັກຮຽນ 17,000 ປາຍຄົນ. ໂຄງການ ຊ່ອຍເຫຼືອລ້ານີ້ ຈະໃຊ້ງົບປະມານ ທັງໝົດ 7 ລ້ານປາຍ ໂດລາສະຫະຣັຖ.

ພ້ອມກັນນັ້ນ ຣັຖບາລລາວ ແລະ ອົງການກາໂຕລິກ ເພື່ອການບັນເທົາທຸກ ຫຼື CRS ກໍໄດ້ລົງນາມ ໃນສັນຍາ ກ່ຽວກັບ ການທີ່ ຈະຮ່ວມມືກັນ ໃນໂຄງການ ເຮັດບົດສຶກສາ ວິໃຈ ກ່ຽວກັບ ໂພສະນາການ ໂດຍມີເປົ້າໝາຍ ແກ້ໄຂບັນຫາ ການຂາດສານອາຫານ ຢູ່ປະເທດລາວ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.