ແມ່ຍິງ-ເດັກນ້ອຍ 05/08/17

ສຸພັດຕາ
2017.05.09
f-girl ອາການເຈັບທ້ອງ ເປັນປະຈຳເດືອນ ຂອງຜູ້ຍິງ
Screen captured from How To Deal with Menstrual Cramp video

ການເປັນປະຈໍາເດືອນ ທີ່ປົກກະຕິ ທຸກໆເດືອນ ນັ້ນເປັນສັນຍານ ທີ່ດີ ຂອງຜູ້ຍິງ ທຸກຄົນ ເພາະເປັນ ການບົ່ງບອກ ເຖິງການ ເຮັດວຽກ ຂອງລະບົບ ສືບພັນ ວ່າປົກກະຕິ ແລະ ການເຮັດວຽກ ຂອງຮ່າງກາຍ ພາຍໃນ ຂອງຜູ້ຍິງເຮົາ ມີຄວາມສົມດຸນ ລົງໂຕ. ປະຈຳເດືອນ ຫຼື ຄໍາທົ່ວໄປ ທີ່ຮ້ອງກັນ ວ່າເມັນ.

ເມັນເປັນເລືອດ ແລະເນື້ອເຍື່ອ ທີ່ອອກຈາກຊ່ອງຄອດ ໃນທຸກໆ 24 ຫາ 35 ມື້ ຂຶ້ນຢູ່ກັບ ຜູ້ຍິງ ທີ່ມີ ປະຈຳເດືອນ. ຊຶ່ງໄລຍະ ການເປັນ ປະຈຳເດືອນ ຂອງຜູ້ຍິງ ສ່ວນຫຼາຍນັ້ນ ແມ່ນຈະເປັນ 3 ຫາ 5 ມື້ ແລະຈະໝຸນວຽນ ໄປຄົບຮອບ ເດືອນເລື້ອຍໆ ການທີ່ ປະຈຳເດືອນ ມາປົກກະຕິ ໃນທຸກເດືອນ ອັນນັ້ນເປັນ ສັນຍານທີ່ດີ ສຳລັບ ສຸຂພາບ ຂອງຜູ້ຍິງທຸກຄົນ ແລະ ປະຈຳເດືອນ ຍັງສາມາດ ບອກອາການ ຂອງຜູ້ຍິງ ທຸກຄົນໄດ້ ວ່າມີສຸຂພາບ ແຂງແຮງ ຫຼືບໍ່ ຖືວ່າເປັນ ສິ່ງທີ່ດີ ທີ່ ທຳມະຊາດ ໄດ້ສ້າງມາ ເພື່ອຜູ້ຍິງ ໂດຍສະເພາະ. ທ່ານໝໍ ຍັງໄດ້ກ່າວ ກ່ຽວກັບ ການເລີ່ມເປັນ ປະຈໍາເດືອນ ຂອງຜູ້ຍິງ ນັ້ນວ່າ:

"ການເລີ່ມເປັນ ປະຈຳເດືອນ ຂອງຜູ້ຍິງເຮົາ ໂດຍທົ່ວໄປ ກະແມ່ນ ມີອາຍຸ ລະຫວ່າງ ປະມານ 12 ຫາ 13 ປີ ປະຈຳເດືອນ ໃນລະຍະ ທຳອິດ ໂດຍທົ່ວໄປ ນຶ່ງຫຼືສອງ ປີທຳອິດ ແມ່ນມັກຈະມີ ອາການຜິດ ປົກກະຕິ ຄື: ປະຈຳເດືອນ ມາບໍ່ ສະໝ່ຳສະເໝີ ມາຫຼາຍ ມາໜ້ອຍ ແລະບາງເທື່ອ ມາດົນ ເປັນອາທິດ ສອງອາທິດ ແລະ ກໍ່ມີອາການ ເຈັບທ້ອງນຳ".

ທ່ານໝໍຍັງກ່າວຕໍ່ໄປວ່າ ໄລຍະເວລາຂອງການເປັນ ປະຈຳເດືອນ ຖ້າຫາກມາດົນ ຫຼາຍກວ່າ 7 ມື້ ກໍ່ຈະຖືວ່າ ດົນເກີນໄປ ຖ້າວ່າ ມາມື້ນຶ່ງ ຫຼືສອງມື້ ໂດຍທົ່ວໄປ ຈະບໍ່ຄ່ອຍ ມີບັນຫາ ແຕ່ວ່າ ທາງທິສດີແລ້ວ ຖ້າແມ່ນ ປະຈໍາເດືອນມາ ຈະຢູ່ບໍ່ໃຫ້ເກີນ 80 ຊີຊີ ຈະຖືວ່າ ປົກກະຕິ ແຕ່ໃນຄວາມ ເປັນຈິງແລ້ວ ເຮົາບໍ່ສາມາດ ຄາດກະໄດ້ ເຖິງຄວາມ ສະໝໍ່າສະເໝີ ໂດຍທົ່ວໄປ ປະຈຳເດືອນ ຄ່າສະເລັ່ຍແມ່ນ 28 ມື້ ຫຼື 4 ອາທິດ ຈະຜິດ ປົກກະຕິ ຫຼື ຄາດເຄື່ອນໄດ້ ໂດຍທຳມະຊາດ ຂອງມັນເອງ ກະຄືບວກລົບ 7 ມື້ ແລະໂດຍທົ່ວໄປກ່ອນທີ່ ປະຈຳເດືອນ ຈະມາ ກໍ່ຈະມີ ຫຼາຍອາການ ຮວມຢູ່ນຳເຊັ່ນ: ມີອາການງຸດຫງິດ, ອາການ ປວດຕົນປວດໂຕ, ບາງຄົນ ກໍ່ມີສິວ ຂຶ້ນໜ້ານຳ:

"ອາການທີ່ສະແດງອອກ ກ່ອນທີ່ຈະເປັນ ປະຈຳເດືອນ ກະມີ ອາການປວດຄິງໄຂ້ ເປັນໄຂ້ ທຳມະດາ ມີອາການ ເຈັບຫຼັງເຈັບແອວ, ເຈັບນົມ ແລະ ບາງຄົນ ກະຜິວໜ້າ ບໍ່ເສາະບໍ່ໄສ ອັນນີ້ ແມ່ນອາການ ປົກກະຕິ ກ່ອນທີ່ຈະເປັນ ປະຈຳເດືອນ".

ນອກຈາກວ່າ ປະຈຳເດືອນ ຈະມາໜ້ອຍ ຫຼືມາຫຼາຍ ຕາມແຕ່ ສຸຂພາບ ຮ່າງກາຍ ຂອງຜູ້ຍິງ ແຕ່ລະຄົນແລ້ວ ກໍ່ຍັງມີ ອາການ ເຈັບທ້ອງ ໃນຣະຫວ່າງ ທີ່ເປັນ ປະຈຳເດືອນ ນໍາອີກ. ການເຈັບທ້ອງ ປະຈໍາເດືອນ ຟັງເບິ່ງຄືວ່າ ເປັນເຣື່ອງ ທຳມະດາ ສຳລັບ ຜູ້ຍິງຫຼາຍໆຄົນ ເພາະໃຜໆ ກໍ່ເຈັບຄືກັນ ແຕ່ຈະເຈັບໜ້ອຍ ຫຼືເຈັບຫຼາຍ ແຕກຕ່າງກັນໄປ ແລະ ບາງຄົນ ກໍ່ຄິດວ່າ ເປັນເຣື່ອງ ປົກກະຕິ ແລະຈະຜິດ ປົກກະຕິ ກໍ່ຕໍ່ເມ່ືອ ເຈັບຈົນເຖິງ ຂັ້ນຮຸນແຮງ ຕ້ອງໄດ້ ພັກວຽກ ຫຼື ພັກຮຽນກໍ່ມີ ແຕ່ຜູ້ຍິງ ກໍ່ຄວນຮູ້ໄວ້ ວ່າ ອາການ ເຈັບແບບໃດ ຈຶ່ງຜິດ ປົກກະຕິ.

ເມື່ອຮູ້ສຶກເຈັບທ້ອງ ເປັນປະຈຳເດືອນ ແຕກຕ່າງ ຈາກທີ່ເຄີຍເປັນ ແລະມີອາການເຈັບ ຕິດຕໍ່ກັນ ດົນກວ່າ ປົກກະຕິ ເມື່ອເອົາມື ເນັ່ນ ບໍຣິເວນ ທ້ອງນ້ອຍ ແລ້ວຮູ້ສຶກເຈັບ, ມີອາການໄຂ້, ມີເໝືອກສີຂາວ ຫຼືລົງຂາວ ອອກມານຳ ກໍຄວນໄປພົບທ່ານໝໍ ເພື່ອ ກວດຫາພຍາດ ອື່ນໆ ເນື່ອງຈາກອາການ ເຈັບປະຈຳເດືອນ ທີ່ຮຸນແຮງ ເຖິງຂັ້ນບໍ່ ປົກກະຕິນີ້ ອາດສ່ຽງຕໍ່ ການເປັນພຍາດ ຫຼາຍຊນິດເຊັ່ນ: ພະຍາດ ເຍື່ອມົດລູກ ຂຍາຍໂຕ ຜິດບ່ອນ, ເນື້ອງອກ ຫຼືຊີ້ນປົ່ງ ໃນມົດລູກ, ຊ໋ອກກາແລັດຊີທ, ປີກມົດລູກອັກເສບ, ເລືອດອອກ ໃນຜົ້ງທ້ອງ, ໃສ້ຕິ່ງອັກເສບ ແລະ ຍັງສ່ຽງທີ່ຈະເປັນ ມະເຮັງ ນໍາອີກ:

"ຄຳວ່າຜິດປົກກະຕິ ນັ້ນກໍ່ຕ້ອງໄດ້ເບີ່ງ ຈາກຫຼາຍໆຢ່າງເນາະ ເບີ່ງຈາກໄລຍະເວລາ ຂອງປະຈຳເດືອນ ທີ່ມາ ເບິ່ງຈາກລັກສນະ ເບິ່ງຈາກ ປະຣິມານ ຫຼື ອາດຈະມີ ອາການອື່ນ ຮ່ວມນໍາ ຫຼືບໍ່ ບາງເທື່ອ ຜູ້ຍິງຫຼາຍຄົນ ກະຄິດວ່າ ເຈັບທ້ອງ ປະຈຳເດືອນ ທຳມະດາ ແຕ່ອາການ ເຈັບນັ້ນ ອາດພາໃຫ້ເກີດ ພຍາດທີ່ຮ້າຍແຮງໄດ້ ເຊັ່ນ: ເຍື່ອບຸມົດລູກ ຂຍາຍໂຕ ຜິດບ່ອນ, ເນື້ອງອກມົດລູກ, ເລືອດອອກ ໃນຜົ້ງທ້ອງ, ຊ໊ອກກະແລັດຊີດ ແລະ ບາງຄົນ ອາດຮຸນແຮງ ຈົນກາຍເປັນ ມະເຮັງໄດ້".

ສະນັ້ນການປະເມີນຜົນ ຂອງອາການເຈັບທ້ອງ ປະຈຳເດືອນ ທີ່ເຈັບຫຼາຍຂຶ້ນນັ້ນ ແມ່ນຕ້ອງເລີ່ມຕົ້ນ ຈາກ ການກວດເຊັກ ຮ່າງກາຍ ກວດພາຍໃນ ຫຼືຕ້ອງໄດ້ ເອໂກ້ນໍາ ແລະການເບິ່ງແຍງຕົນເອງ ໃນເບື້ອງຕົ້ນ ທີ່ມີອາການ ເຈັບທ້ອງປະຈຳເດືອນ ໂດຍບໍ່ຕ້ອງ ກິນຢາ ແກ້ປວດ ເພື່ອຫຼຸດອາການ ເຈັບ ທໍຣະມານນັ້ນ ທ່ານສາມາດ ໃຊ້ນໍ້າອຸ່ນໃສ່ຖົງ ຫຼືໃຊ້ແພ ຈຸ່ມນໍ້າອຸ່ນ ແລ້ວວາງເທິງໜ້າທ້ອງ ບໍຣິເວນ ທີ່ເຈັບ ເພາະຄວາມຮ້ອນ ຈະຊ່ວຍຜ່ອນຄາຍ ແລະຍັງຊ່ວຍ ບັນເທົາ ອາການ ເຈັບລົງໄດ້ ແຕ່ສຳລັບ ການທີ່ເຈັບແຮງ ທີ່ຜິດປົກກະຕິ ແລະ ເປັນພຍາດທີ່ ກ່າວມານັ້ນ ການປິ່ນປົວ ໃນປັດຈຸບັນ ແມ່ນຕ້ອງໄດ້ ຜ່າຕັດ:

"ຖ້າໃນກໍລະນີທີ່ວ່າ ເຈັບປະຈຳເດືອນ ບາງຄົນກະວ່າລື້ງແລ້ວ ເພາະເຈັບມາຕັ້ງແຕ່ ຍັງນ້ອຍ ຈົນເປັນວັຍລຸ້ນ ແລ້ວ ຕອນນີ້ ກະຄືຊິບໍ່ເປັນ ຫຍັງດອກ ອາຍຸ ກະຫຼາຍແລ້ວ ແຕ່ອາການ ເຈັບກໍ່ຫຼາຍ ຂຶ້ນເລື້ອຍໆ ນັ້ນບໍ່ຢາກ ໃຫ້ຖືເບົາເນາະ ເພາະໃນ ກໍຣະນີ ຄືຈັ່ງ ຍົກຕົວຢ່າງວ່າ ເປັນໂຣກ ເສັ້ນໃຍມົດລູກ ຂະຫຍາຍຕົວ ຜິດບ່ອນ ຫຼື ເປັນໂຣກ ຊ໊ອກກາແລັດຊີດ ຖ້າເຮົາຫາກ ປິ່ນປົວ ຕັ້ງແຕ່ຕອນ ເລີ່ມເປັນ ທີ່ມັນຍັງ ເປັນບໍ່ຫຼາຍ ອາການເຈັບ ທີ່ ຈະມີມາ ຕາມຫຼັງນັ້ນ ມັນກໍ່ຈະດີ ຂຶ້ນໄດ້ ຂ້ອນຂ້າງໄວ ກໍມີຣາຍງານ ມາວ່າ ໃນຄົນທ່່ີເປັນ ຖົງນໍ້າ ໃນຮັ່ງໄຂ່, ເປັນ ຊ໊ອກກະແລັກຊີທ ຫຼື ກະທັ້ງ ເປັນເນື້ອງອກ ດ້ວຍໂຕມົດ ຖ້າດົນເກີນໄປ ກໍ່ຈະມີບາງ ເປີເຊັນ ທີ່ອາດຈະກາຍ ໄປເປັນໂຣກ ມະເຮັງໄດ້ ແລະ ສຳລັບ ການປິ່ນປົວ ພຍາດ ທີ່ກ່າວມານີ້ ໃນປັດຈຸບັນ ກະແມ່ນ ການຜ່າຕັດ ແຕ່ຖ້າຫາກ ເຈັບທ້ອງ ປະຈຳເດືອນ ທຳມະດາ ກະໃຊ້ແພຈຸບ ນໍ້າອຸ່ນ ວາງເທິງໜ້າທ້ອງ ກະສາມາດ ບັນເທົາ ອາການເຈັບ ໄດ້".

ທ່ານໝໍຍັງກ່າວມ້ວນທ້າຍວ່າ ການທີ່ຈະໃຫ້ ປະຈຳເດືອນ ມາປົກກະຕິ ຜູ້ຍິງທຸຸກວັຍອາຍຸ ກໍ່ຕ້ອງໄດ້ເບິ່ງແຍງ ສຸຂພາບ ຮ່າງກາຍ ຂອງ ຕົນເອງ ກິນອາຫານ ທີ່ມີປະໂຫຍດ ໃຫ້ຄົບທຸກໝູ່ ອອກກໍາລັງກາຍ ແລະ ນອນພັກຜ່ອນ ໃຫ້ພຽງພໍ ແລ້ວຖ້າມີ ປັນຫາ ອັນໃດ ທີ່ບໍ່ແນ່ໃຈ ກໍ່ບໍ່ຕ້ອງຖືເບົາ ເພາະອາການ ທີ່ທ່ານຄິດວ່າ ປົກກະຕິ ນັ້ນມັນອາດ ບໍ່ປົກກະຕິ ກໍ່ໄດ້ ແຕ່ໃນທາງ ກົງກັນຂ້າມ ໃນສິ່ງທີ່ເຮົາ ຄິດວ່າ ບໍ່ເປັນຫຍັງນັ້ນ ອາດຈະເປັນ ຈຸດເລີ່ມຕົ້ນ ຂອງພຍາດ ທີ່ເຮົາຕ້ອງ ໄດ້ຮັບການປິ່ນປົວ ເພາະສະນັ້ນ ບໍ່ຄວນວາງໃຈ ໃນສິ່ງທີ່ເຮົາຮູ້ ແລະບໍ່ແນ່ໃຈ ຄວນໄປປຶກສາ ແພດໝໍ ແລະກວດເຊັກຮ່າງກາຍ ກ່ອນທີ່ພຍາດນັ້ນ ຈະເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.