ຕອບແຊັດວຽກເຖື່ອນ ຄົນງານ ຮຽກຮ້ອງຣັຖຊ່ອຍ

ຄົນງານລາວ ຜູ້ເຄາະຮ້າຍ ທີ່ສະມັກ ເຂົ້າໄປເຮັດວຽກ ຕອບແຊັດ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮຽກຮ້ອງໃຫ້ ທາງການລາວ ຣະດັບສູງ ເຂົ້າໄປຊ່ອຍເຫຼືອ ເນື່ອງຈາກ ເປັນເຂດ ນັກລົງທຶນຈີນ.

ກາສິໂນ ຄິງສ໌ໂຣມັນສ໌ ໃນ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ, ເດືອນເມສາ ປີ 2015. RFA

ການໂຄສະນາ ວຽກຕອບແຊັດ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຕາມສື່ສັງຄົມ ອ໋ອນລາຍນ໌ ເຮັດວຽກງ່າຍ ເງິນເດືອນສູງ ຢ່າງໜ້ອຍ 5 ລ້ານກີບ/ເດືອນ ກິນຢູ່ພັກເຊົາຟຣີໂດຍທາງບໍຣິສັດ ທີ່ຮັບເອົາຄົນງານ ຈະເປັນຜູ້ຮັບຜິດຊອບ ທັງໝົດ.

ແຕ່ພໍຄົນງານເຂົ້າມາ ໃນເຂດເສຖກິຈ ເພື່ອເຮັດວຽກ ຕາມໂຄສະນາ ແລະການຊັກຊວນ ຂອງນາຍໜ້ານັ້ນ ກັບພົບວ່າ ບໍ່ເປັນຄືດັ່ງໂຄສະນາ. ທຳອິດຕ້ອງໄດ້ກັກໂຕ ຕາມມາຕການປ້ອງກັນ ໂຄວິດ-19 ບາງຄົນກໍຢູ່ເປັນເດືອນ ຍັງບໍ່ໄດ້ເຮັດວຽກ. ຊໍ້າບໍ່ໜໍາຖືກຂາຍທອດ ຕໍ່ໃຫ້ບໍຣິສັດອື່ນພາຍໃນເຂດ.

ຕໍ່ເຫດການດັ່ງກ່າວ ຫລາຍຄົນຕ້ອງການອອກຈາກວຽກ ແຕ່ນາຍຈ້າງຈີນບໍ່ຍອມ ຖ້າຈະອອກຕ້ອງໄດ້ຈ່າຍເງິນ ຢ່າງໜ້ອຍ 10-50 ລ້ານກີບ ໃຫ້ນາຍຈ້າງຈີນທີ່ອ້າງວ່າ ໄດ້ໃຊ້ຈ່າຍໃຫ້ຄົນງານລາວ ໃນໄລຍະກັກໂຕ ກໍຖືວ່າໄດ້ຕິດໜີ້ບໍຣິສັດ ທັງທີ່ວຽກບໍ່ທັນໄດ້ເຮັດ.

ຟັງການສັມພາດ ຄົນງານຍິງ ທີ່ຂໍການຊ່ອຍເຫລືອ ອອກຈາກວຽກ ຕອບແຊັດ ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ...

ອີງຕາມນັກຂ່າວ RFA ໄດ້ສັມພາດ ຄົນງານລາວເມື່ອວັນທີ 7 ກຸມພາ 2022 ໃນລະຫວ່າງເດືອນມົກກະຣາ 2022 ໄດ້ມີ ຄົນງານຍິງ ທີ່ເຮັດວຽກຕອບແຊັດ ລັກໜີອອກມາເປັນຈຳນວນຫລາຍ ແລະໄດ້ຮັບການຊ່ອຍເຫລືອ ຈາກເຈົ້າໜ້າທີ່ສະເພາະກິຈ. ທັງຄົນງານຍິງ ຈາກນະຄອນຫລວງວຽງຈັນ ແລະຕ່າງແຂວງ.

ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງບໍ່ແກ້ວ ໄດ້ເວົ້າເຖິງການຊ່ອຍເຫລືອວ່າ ປີຜ່ານມາເຈົ້າໜ້າທີ່ຕຳຣວດ ກໍໄດ້ຊ່ອຍເຫລືອຄົນງານ ອອກຈາກເຂດເສຖກິຈພິເສດ ສາມຫລ່ຽມຄຳ ໄດ້ປະມານ 40-50 ຄົນ ສ່ວນຫລາຍເປັນແມ່ຍິງ. 

ຕໍ່ກັບການຊ່ອຍເຫລືອນີ້ ແມ່ນເປັນເຣື່ອງຂອງເຈົ້າໜ້າທີ່ຕຳຣວດໂດຍກົງ. ຜ່ານມາການຊ່ອຍເຫລືອ ເປັນວຽກທີຍາກຫລາຍ ເນື່ອງຈາກເປັນເຂດຂອງນັກລົງທຶນຈີນ ດັ່ງນັ້ນການຊ່ອຍເຫລືອ ແມ່ຍິງທຸກພາກສ່ວນຕ້ອງໃຫ້ການຮ່ວມມື ກັບເຈົ້າໜ້າທີ່ຕຳຣວດໂດຍກົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org