ແມ່ຍິງ-ເດັກນ້ອຍ 08/21/17
2017.08.22
ເດັກນ້ອຍລາວ ທັງຍິງ ແລະ ຊາຍ ຢູ່ຕາມຕົວເມືອງຕ່າງໆ ຂອງລາວ ເວົ້າທົ່ວໄປແລ້ວ ມັກມີໂອກາດ ແລະ ເງື່ອນໄຂ ໄດ້ຮໍ່າຮຽນ ສຶກສາ ຫາ ຄວາມຮູ້ ທັງໃນ ແລະ ນອກໂຮງຮຽນ ເພື່ອ ອະນາຄົດທີ່ດີ ຂອງຕົນ ແລະ ປະກອບສ່ວນ ເຮັດໃຫ້ສັງຄົມ ມີຄວາມກ້າວໜ້າ. ບໍ່ຄືກັນກັບ ເດັກ ນ້ອຍ ທີ່ຢູ່ເຂດ ຊົນນະບົດ-ຫ່າງໄກ ທີ່ທົ່ວໄປແລ້ວ ບໍ່ມີ ທັງໂອກາດ ບໍ່ມີທັງເງື່ອນໄຂ ຍ້ອນພໍ່ແມ່ທຸກຍາກ ຂາດເຂີນ. ແຕ່ເຖິງສະພາບ ຄອບຄົວ ໃນເຂດຊົນນະບົດ ຈະມີຄວາມຫຍູ້ງຍາກ ຂັດສົນ ຄືແນວນັ້ນ ກໍຍັງມີເດັກນ້ອຍ ຈໍານວນບໍ່ໜ້ອຍ ພະຍາຍາມ ດີ້ນຮົນ ໄປຮໍ່າຮຽນ ເພື່ອໃຫ້ຕົນມີຄວາມຮູ້ ອ່ານໄດ້ຂຽນເປັນ ຮູ້ທັນຄົນ ຕາມຍຸກສມັຍ.
ການພັທນາ ຊັພຍາກອນມະນຸດ ເປັນເຣື່ອງຈໍາເປັນ ແລະ ຂາດບໍ່ໄດ້ ເພື່ອເຮັດໃຫ້ສັງຄົມ ມີຄວາມເປັນທັມ ມີຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ. ເວົ້າສະເພາະ ເດັກນ້ອຍ ນັກຮຽນລາວ ເປັນຕົ້ນ ຢູ່ໃນຕົວເມືອງ ຄືດັ່ງທີ່ໄດ້ເວົ້າມານັ້ນ ນອກຈາກ ຈະຮຽນ ຢູ່ໃນໂຮງຮຽນ ຍາມ ເຂົ້າໂຮງຮຽນ ແລ້ວ ກໍໄດ້ຮຽນຢູ່ນອກໂຮງຮຽນ ເພີ່ມຕື່ມ ແມ່ນແຕ່ ໃນຣະຍະພັກສົກຮຽນ 3 ເດືອນ ຄືເລີ່ມແຕ່ ເດືອນມິຖຸນາ ຫາເດືອນ ກັນຍາ ກໍບໍ່ໄດ້ຢູ່ເຮືອນລ້າໆ. ຄືດັ່ງ ຫຼານນ້ອຍຄົນນີ້ ທີ່ມີກິຈກັມ ຍາມພັກຮຽນ ແລະ ກິຈກັັມ ຂອງຫຼານນ້ອຍ ຈະມີແນວໃດແດ່, ເຊີນທ່ານ ຮັບຟັງ ບົດໂອ້ລົມ ຫຼານນ້ອຍ ຄົນນີ້ເລີຍ.
(ສຽງສັມພາດ)
...............
ຄວາມຄິດຄວາມອ່ານ ບໍ່ໄດ້ວັດແທກກັນ ຢູ່ທີ່ ອາຍຸ ຫຼື ຖານະ ທາງຄອບຄົວ ແຕ່ວັດແທກກັນ ຢູ່ຄວາມຮູ້ ຄວາມສາມາດ ແລະ ການກະທັມ, ການສແວງຫາຄວາມຮູ້ ບໍ່ແມ່ນແຕ່ສະເພາະ ແຕ່ຕອນເຂົ້າໂຮງຮຽນ ເທົ່ານັ້ນ ແມ່ນສາມາດຮໍ່າຮຽນ ໄດ້ຕະຫຼອດ ບໍ່ຈຳກັດສະຖານທີ່ ແລະ ບໍ່ຈຳກັດ ເວລາ, ດັ່ງຫຼານນ້ອຍ ຜູ້ນີ້ ທີ່ໄດ້ໂອ້ລົມ ຕາມຄວາມເຂົ້າໃຈ ຂອງຫຼານເອງ ຊື່ງໃນລະຍະພັກຮຽນ ຫຼານນ້ອຍກໍ່ໃຊ້ເວລາ ໃຫ້ເປັນ ປໂຍດ ພ້ອມນັ້ນ ຫຼານນ້ອຍ ຍັງຮູ້ນຳໃຊ້ ສື່ສັງຄົມ ອອນລາຍ ບໍ່ສະເພາະແຕ່ຮູ້ໃຊ້ ຕາມສັງຄົມ ຫຼື ໃຊ້ເພື່ອຄວາມມ່ວນເທົ່ານັ້ນ ຫຼານນ້ອຍ ຜູ້ນີ້ ຍັງຮູ້ໃຈ້ແຍກ ວ່າສິ່ງໃດ ຄວນເຮັດຕາມ ແລະ ບໍ່ຄວນເຮັດຕາມ.