ຄົນຂັບລົດ ຂອງແອັບ InDrive ລວນລາມຜູ້ໂດຍສານ
ໃນມືຶ້ວັນທີ 12 ມີນາ 2025 ທີ່ຜ່ານມາ ມີໂຊເຟີ້ຂັບລົດແທກຊີ ຂອງແອັບພິເຄຊັ້ນ InDrive ຄົນໜຶ່ງ ໄດ້ກໍ່ເຫດລວນລາມຜູ້ໂດຍສານເພດຍິງ ທີ່ກໍາລັງເດີນທາງ ດ້ວຍລົດແທກຊີຄັນດັ່ງກ່າວ ຈາກສະໜາມບິນສາກົນວັດໄຕ ເພື່ອໄປສົ່ງທີ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ.
-
ສຸພັດຕາ
2025-03-13 -
-
-
Your browser doesn’t support HTML5 audio
ໃນມືຶ້ວັນທີ 12 ມີນາ 2025 ທີ່ຜ່ານມາ ມີໂຊເຟີ້ຂັບລົດແທັກຊີ້ ຂອງແອັບພິເຄຊັ້ນ inDrive ຄົນໜຶ່ງ ໄດ້ກໍ່ເຫດລວນລາມ ຜູ້ໂດຍສານເພດຍິງ ທີ່ກໍາລັງເດີນທາງ ດ້ວຍລົດແທັກຊີ້ ຄັນດັ່ງກ່າວ ຈາກສະໜາມບິນສາກົນວັດໄຕ ເພື່ອໄປສົ່ງ ທີ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ ໂດຍລະຫວ່າງ ທີ່ກໍາລັງໂດຍສານຢູ່ນັ້ນ ໂຊເຟີ້ຄົນດັ່ງກ່າວ ໄດ້ລວນລາມ ຜູ້ໂດຍສານ ແລະເປີດຄລິບວີດີໂອ ໂປ້ເປືອຍ ໃຫ້ຜູ້ໂດຍສານແມ່ຍິງ ເບິ່ງນໍາ ແຕ່ແມ່ຍິງຄົນດັ່ງກ່າວ ບໍ່ຮັບອັນຕະລາຍ ແຕ່ຢ່າງໃດ, ຕາມຄວາມເວົ້າ ຂອງໝູ່ ຂອງຜູ້ໂດຍສານແມ່ຍິງ ຄົນດັ່ງກ່າວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ມີນາ ນີ້ວ່າ:
“ໝູ່ນ້ອງມາຈາກຈີນ ແລ້ວກໍວ່າກໍາລັງຊິຂຶ້ນລົດໄຟ ມາບ້ານນາເຕີຍ. ລາວມາຈາກຈີນ ເອີ້ນລົດແທັກຊີ້ ແລ້ວກໍວ່າຊິໄປຊື້ປີ້ລົດໄຟ ກໍເຫັນເຂົາໄປເປີດອັນນັ້ນ ໃຫ້ເບິ່ງແລ້ວ ເຫັນລາວຖ່າຍຮູບໄວ້ ໂຕຫັ້ນນ່າ.”
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາແມ່ຍິງ ທີ່ຖືກໂຊເຟີ້ແທັກຊີ້ ລວນລາມນັ້ນ ຮວມທັງສອບຖາມໝູ່ຂອງນາງ ເພີ່ມຕື່ມ ວ່າໄດ້ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດ ຫຼືບໍ່ ແຕ່ກໍບໍ່ໄດ້ຮັບຄໍາຕອບວ່າ ໄດ້ມີການໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຕໍາຫຼວດ ຢູ່ເຂດໃດ ຫຼືບໍ່.
ຫຼ້າສຸດ ໃນວັນທີ 13 ມີນາ ນີ້ ໂຊເຟີ້ແທັກຊີ້ ຄົນດັ່ງກ່າວ ໄດ້ອອກມາຂໍໂທດ ຜ່ານເຟສບຸກ ຕໍ່ກັບເຫດການທີ່ເກີດຂຶ້ນ ດ້ວຍການໂພສຄໍາຂໍໂທດ ວ່າ: “ໂທດ ທີ່ໄປລ່ວງເກີນນ້ອງເດີ້ ອ້າຍຂາດສະຕິ ທີ່ເຮັດໃຫ້ນ້ອງເສຍຫາຍ ແລະຕົກໃຈ ຂໍໂທດຫລາຍໆ ຂໍໂທດທາງສັງຄົມ ທີ່ເຂົ້າໃຈຜິດ ໂທລະສັບນ້ອງ ກະສົ່ງຄືນໃຫ້, ອ້າຍບໍ່ໄດ້ຄິດຈະເອົາ. ຕໍ່ໄປເລື່ອງແບບນີ້ ຈະບໍ່ເຮັດອີກ.”
ຂໍໃຫ້ຍຸດຕິ ແອັບພິເຄຊັ້ນ inDrive
ຢ່າງໃດກໍຕາມ ກ່ອນໜ້ານີ້ ເມື່ອວັນທີ 13 ມີນາ 2024 ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສົ່ງໜັງສືສະເໜີ ເລກທີ 2589 ໄປຍັງກົມຂົນສົ່ງ ເພື່ອໃຫ້ສະເໜີ ຕໍ່ກົມເຕັກໂນໂລຊີ ດິຈິຕອລ ໃຫ້ຍຸດຕິ ແອັບພິເຄຊັ້ນ indrive ເນື່ອງຈາກວ່າ ແອັບດັ່ງກ່າວ ບໍ່ມີບໍລິສັດໃນປະເທດລາວ ແລະ ບໍ່ມີໃບອະນຸຍາດ ວິສາຫະກິດ ແລະໃບອະນຸຍາດການສົ່ງຂົນສົ່ງ ອີກທັງ ຜູ້ໂດຍສານບໍ່ສາມາດຕິດຕໍ່ ຫາບໍລິສັດໄດ້ ໃນກໍລະນີ ເກີດບັນຫາຕ່າງໆ ຂຶ້ນ ກັບຜູ້ໂດຍສານ.
ໃນຂະນະທີ່ ເຈົ້າໜ້າທີ່ ກົມຂົນສົ່ງ ທ່ານໜຶ່ງ ກ່າວວ່າ ໄດ້ຮັບໜັງສືສະເໜີ ດັ່ງກ່າວແລ້ວ ແລະ ໄດ້ສົ່ງໜັງສືນີ້ ໄປໃຫ້ພະແນກຂົນສົ່ງ ຂອງກົມຂົນສົ່ງແລ້ວ, ດັ່ງທ່ານ ກ່າວວ່າ:
“ຂ້ອຍຮູ້ຢູ່ ຂ້ອຍເປີດປຶ້ມເບິ່ງໃຫ້ວ່າ ຊອກເບິ່ງໃຫ້ວ່າ ເອີ່ ເອກກະສານວັນທີ່ເທົ່ານີ້ ນາຍມີຄວາມເຫັນອອກມາ ໄປຫາເຂົາ ເບິ່ງຢູ່ໃນປຶ້ມນີ້ ເຂົາເຈົ້າໂນ້ດໄວ້ ວ່າເອກກະສານ ພະແນກໂດຍສານ ເອົາໄປແລ້ວ.”
ຂ່າວ ກ່ຽວກັນ
ພວກຂັບລົດແທັກຊີ້ ຢູ່ເຂດ 3 ຫຼ່ຽມຄໍາ ຂຶ້ນຄ່າໂດຍສານ ເອົາເອງ
ໂຍທາ ນະຄອນຫຼວງວຽງຈັນ ສເນີຢຸດຕິແອັບ SAM ແລະ inDrive
ແທັກຊີ້ໄຟຟ້າຫວຽດ ເລີ່ມບໍລິການ ຢູ່ປາກເຊ
ທາງດ້ານເຈົ້າໜ້າທີ່ ກະຊວງເຕັກໂນໂລຊີ ແລະການສື່ສານ ທ່ານໜຶ່ງ ກ່າວວ່າ ການສັ່ງຍຸດຕິ ແອັບພິເຄຊັ້ນ inDrive ໄດ້ເຄີຍເອົາເຂົ້າໃນກອງປະຊຸມ ສະພາແຫ່ງຊາດ. ຂະນະທີ່ ຫຼ້າສຸດ ໃນວັນທີ 13 ມີນາ ນີ້ ກະຊວງເຕັກໂນໂລຊີ ແລະການສື່ສານ ກໍຢັ້ງຢືນວ່າ ທາງຂັ້ນເທິງ ກໍາລັງພິຈາລະນາ ເຊັນເອກກະສານ ເພື່ອຂໍໃຫ້ປິດກັ້ນ ແອັບພິເຄຊັ້ນ inDrive ໃນລາວ, ພາຍຫຼັງທີມງານກວດສອບ ແລ້ວພົບວ່າ ແອັບດັ່ງກ່າວ ບໍ່ມີຄວາມປອດໄພ ພ້ອມຢືນຢັນວ່າ ເປັນແອັບຂອງຕ່າງປະເທດ, ດັ່ງເຈົ້າໜ້າທີ່ ກະຊວງເຕັກໂນໂລຊີ ແລະການສື່ສານ ອີກທ່ານໜຶ່ງ ກ່າວວ່າ:
“ຢູ່ໃນຂອດ ເພິ່ນກໍາລັງ ເຊັນເອກກະສານ ແຈ້ງການອອກໃຫ້ ປິດກັ້ນຂອງແອັບ inDive ຫັນນ່າເຈົ້າ. ເພິ່ນກໍາລັງພິຈາລະນາ ເພາະວ່າດຽວນີ້ ເຮົາກໍາລັງລາຍງານຂັ້ນເທິງ. ມັນບໍ່ມີຄວາມປອດໄພ ເພາະວ່າ ບໍ່ໄດ້ຂຶ້ນທະບຽນ ນໍາປະເທດເຮົາເລີຍ ບໍ່ໄດ້ກ່ຽວ ເພາະວ່າ ໄປລົມນໍາອັນ ພະແນກອັນນໍາບໍລິສັດກ່ຽວກັບ ຫາປະທານກໍບໍ່ມີ. ເຂົາກໍເລີຍຕ້ອງໄດ້ສັ່ງປິດ ບໍ່ແນ່ໃຈວ່າ ເປັນປະເທດໃດ ໝັ້ນໃຈວ່າ ບໍ່ແມ່ນຈີນ.”
ການເປັນຄົນຂັບລົດ ຂອງແອັບພິເຄຊັ້ນ inDrive
ສ່ວນຄົນຂັບລົດແທັກຊີ້ ແອັບພິເຄຊັ້ນ inDrive ທ່ານໜຶ່ງ ກ່າວວ່າ ຕົນເອງ ໃຊ້ລົດສ່ວນໂຕ ເພື່ອເຮັດອາຊີບເສີມ ເປັນຄົນຂັບລົດ ຂອງແອັບພິເຄຊັ້ນນີ້ ສໍາລັບຂົນສົ່ງລູກຄ້າ ພາຍໃນປະເທດລາວ ມາໄດ້ 2-3 ປີແລ້ວ ແລະຢັ້ງຢືນວ່າ ແອັບດັ່ງກ່າວນີ້ ບໍ່ມີບໍລິສັດ ຕັ້ງຢູ່ລາວ, ດັ່ງທ່ານ ກ່າວວ່າ:
“ຢູ່ລາວ ມັນຈະບໍ່ມີບໍລິສັດໂຕແທນ ມີບໍລິສັດຫຼາຍປະເທດເລີຍນ່າ ຢູ່ລັດເຊຍ ຢູ່ອັນຕະເວັນອອກກາງ ເຂົາໃຊ້ຫຼາຍ ແບບເຮົາໃຊ້ລົດໂຕເອງ ແລ້ວເຮົາໃຊ້ແອັບ ແບບມັນບໍ່ໄດ້ມີເອກກະສານ ອັນອື່ນ ແລ້ວເວລາເຮົາຂັບ ເຮົາກໍບອກກັບລູກຄ້າວ່າ ແອັບນີ້ຫັ້ນນ່າ ມັນບໍ່ໄດ້ແມ່ນ ແອັບທີ່ວ່າຖືກຕ້ອງ ຖ້າວ່າເຫັນຕໍາຫຼວດມິຫຍັງ ກໍຄືວ່າ ແບບເຮົາເປັນໝູ່ມິຫຍັງ ເຮົາຮັບ-ສົ່ງກັນ ລະຫວ່າງຄົນ ບຸກຄົນ ຈ້າງບຸກຄົນ ຈັ່ງຊີ້ ມັນບໍ່ໄດ້ຂຶ້ນກັບບໍລິສັດ.”
ສໍາລັບ ການເປັນຄົນຂັບລົດ ໂດຍໃຊ້ ແອັບພິເຄຊັ້ນ inDrive ແມ່ນໃຊ້ເວລາສະໝັກ ພາຍໃນມື້ດຽວ ແລະ ກໍສາມາດແລ່ນລົດ ຮັບ-ສົ່ງ ລູກຄ້າໄດ້ເລີຍ ໂດຍແອັບນີ້ ບໍ່ມີການກວດ ປະຫວັດອາດຊະຍາກໍາ ຂອງຜູ້ທີ່ສະໝັກເປັນໂຊເຟີ້ ມີພຽງແຕ່ ໃຫ້ໃສ່ລາຍລະອຽດ ກ່ຽວກັບໃບຂັບຂີ່ລົດ, ບັດປະຈໍາໂຕ ແລະທະບຽນລົດເທົ່ານັ້ນ. ແຕ່ຫາກລູກຄ້າ ຢາກຮ້ອງຮຽນ ກໍສາມາດຮ້ອງຮຽນ ໄປຫາພະແນກໄອທີ ທີ່ປະກົດໃນ ແອັບດັ່ງກ່າວໄດ້. ດັ່ງຄົນຂັບລົດ ໃຊ້ແອັບພິເຄຊັ້ນ inDrive ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ເອີ່...ມີ ອັນບັດປະຈໍາໂຕເນາະ, ມີໃບຂັບຂີ່ລົດ ແລ້ວກໍມີທະບຽນລົດ ແລ້ວກໍເປັນລົດຂອງຕົນເອງ ເພິ່ນຈະໃຫ້ຢັ້ງຢືນໃບໜ້າ ມິຫຍັງຫັ້ນນ່າ ໂພສລົງເອງເລີຍ ມື້ດຽວກະໄດ້ນ່າ ຢູ່ໃນອັນນັ້ນເນາະ ກໍມີທັງຄົນດີ ບໍ່ດີ ແຕ່ວ່າ ຖ້າມີເກີດບັນຫາ ເລື່ອງອັນນັ້ນ ແລ້ວເຂົາສາມາດບອກໄດ້ ອັນລູກຄ້າແຈ້ງໄປຫາພວກ IT Support ເນາະ ເຈົ້າບ໋ອກ ID ຜູ້ນີ້.”
ເຖິງຢ່າງໃດກໍຕາມ ປັດຈຸບັນ ແອັບພິເຄຊັ້ນ inDrive ໃນລາວ ຍັງບໍ່ໄດ້ຖືກ ລະງັບຖາວອນເທື່ອ ແລະຍັງໃຫ້ບໍລິການລູກຄ້າ ເປັນປົກກະຕິ.