ເຖົ້າແກ່ຊີ້ແຈງຍິງລາວ ເຜົ່າມົ້ງ ຢ່າຮ້າງແລ້ວ
2020.09.17

ຈາກ ກໍຣະນີ ມີການແບ່ງປັນຄລິປວີດິໂອ ແມ່ຍິງລາວຊົນເຜົ່າມົ້ງ ຖືກບັງຄັບໃຫ້ຂຶ້ນຣົດ ເພື່ອກັບຄືນໄປຢູ່ນຳຜົວ ເມື່ອສັປດາ ທີ່ຜ່ານມານັ້ນ, ປະກົດວ່າ ໃນວັນທີ 15 ກັນຍາ ນີ້, ທາງ ເຖົ້າແກ່ລຸງຕາ ຂອງ ຄູ່ກໍຣະນີ ໄດ້ອອກມາຊີ້ແຈງ ຜ່ານຄລິປວີດິໂອ ໃນຢູທູບວ່າ ບັນຫາດັ່ງກ່າວ ໄດ້ມີການໄກ່ເກັ່ຽ ສ້າງຄວາມເຂົ້າໃຈກັນແລ້ວ ພາຍໃນຄອບຄົວທັງ 2 ຝ່າຍ ແລະ ທຸກຢ່າງ ກໍຈົບລົງດ້ວຍດີ ບໍ່ມີການເອົາໂທສເອົາໂພຍໃຜ ພ້ອມທັງໄດ້ປົວແປງຈິດໃຈກັນ ຕາມຮີດຄອງປະເພນີແລ້ວ.
ໃນວີດິໂອບາງຕອນ ໄດ້ຣະບຸວ່າ ເຫດຜົລທີ່ມີການລາກແກ່ ແລະ ເບິ່ງຄືວ່າບີບບັງຄັບ ຍານາງ ໝີ-ຊົ້ງ ໃຫ້ຂຶ້ນຣົດນັ້ນ, ກໍເນື່ອງຈາກວ່າ ຍານາງ ໝີ-ຊົ້ງ ໄດ້ໂຕນໜີຈາກຄອບຄົວ ຂອງຜົວ ຊື່ທ້າວ ກູ່-ວື່ ມາ 2 ເທື່ອແລ້ວ ແລະ ເທື່ອນີ້ເປັນເທື່ອທີ 3, ແຕ່ຍານາງ ກໍຍັງບໍ່ຢາກ ກັບຄືນໄປຫາຜົວ. ດັ່ງນັ້ນ, ຈຶ່ງມີການສຶກສາອົບຮົມ ແນວຄິດໃຫ້ກັບຄືນເມືອໂດຍດີ, ແຕ່ ຍານາງ ໝີ-ຊົ້ງ ກໍຍັງບໍ່ຟັງ ຈຶ່ງປະກົດມີເຫດການ ບີບບັງຄັບກັນເກີດຂຶ້ນເລັກນ້ອຍ. ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກງານຊົນເຜົ່າມົ້ງ ທ່ານນຶ່ງ ທີ່ແຂວງບໍຣິຄຳໄຊ ໄດ້ແປຄວາມເວົ້າ ຂອງເຖົ້າແກ່ ແນວໂຮມ ທີ່ເຜີຍແຜ່ຜ່ານຢູ່ທູບນັ້ນ ຕອນນຶ່ງວ່າ:
ທ່ານວ່າ: “ກ່ອນໜ້ານັ້ນ ເພິ່ນໄດ້ໜີໂຕນຈາກຄອບຄົວ ຂອງ ກູ່-ວື່, ມາຫາທາງລຸງຕາ ຄັ້ງນີ້ເປັນຄັ້ງທີ 3. 2 ຄັ້ງຜ່ານມາ, ຖືວ່າລຸງຕາ ເຮັດວຽກແນວຄິດ ການເມືອງ ໂດຍຖືເອົາ ບໍ່ຢາກໃຫ້ປະ ຢ່າຮ້າງກັນນັ້ນ. ແລ້ວດັ່ງນັ້ນ, ພໍ່ແມ່ລຸງຕາ ຈຶ່ງເຮັດວຽກແນວຄິດໃຫ້ເພິ່ນ ເພິ່ນກະຍອມເຫັນດີ ກັບຄືນເມືອສູ່ຜົວ.”
ທ່ານແປຕື່ມວ່າ ເມື່ອຍານາງ ໝີ-ຊົ້ງ ຢືນຢັນຢ່າງໜັກແໜ້ນວ່າ ຈັ່ງໃດກໍບໍ່ກັບຄືນໄປຢູ່ນຳຜູ້ເປັນຜົວ ຄືທ້າວ ກູ່-ວື່ ຈະດ້ວຍເຫດຜົລອັນໃດ ກໍຕາມ, ເຖົ້າແກ່ທັງ 2 ກ້ຳ 2 ຝ່າຍ, ຈຶ່ງໄດ້ ປຶກສາຫາລື ແລ້ວຕົກລົງ ຊ້ອງໜ້າກັນກັບ ຍານາງ ໝີ-ຊົ້ງ ແລະ ທ້າວ ກູ່-ວື່ ເພື່ອໃຫ້ປະກັນ ຢ່າງສມັກໃຈ ແລະ ເຂົ້າໃຈກັນທັງເຖົ້າແກ່ 2 ກ້ຳ 2 ຝ່າຍ, ເຊິ່ງປັດຈຸບັນ ຍານາງ ໝີ-ຊົ້ງ ແລະ ທ້າວ ກູ່-ວື່ ຖືວ່າປະກັນ ຢ່າງຖືກຕ້ອງ ປອງດອງແລ້ວ ຕາມຮີດຄອງປະເພນີ ໃນຂັ້ນທ້ອງຖິ່ນແລ້ວ.
ທ່ານວ່າ: “ນາງ ໝີ-ຊົ້ງ ກັບທ້າວ ກູ່-ວື່ ນີ້, ໄດ້ແຍກກັນຢູ່ ຢ່າຮ້າງຖືກຕ້ອງປອງດອງ ຕາມຮີດຄອງປະເພນີ. ກະບໍ່ໄດ້ໄປເວົ້າໄປວ່າຢູ່ ໃນສານ ຂັ້ນໃດຂັ້ນນຶ່ງ ທີ່ມີອຳນາດຣັຖ ແລ້ວມີ ກາຣັຖຈ້ຳຢູ່ໃນໃບຢ່າຮ້າງ, ແຕ່ວ່າຄູ່ກໍຣະນີ ມີ 3 ເຖົ້າ 4 ແກ່, ລຸງຕາ 2 ກ້ຳ 2 ຝ່າຍ ເຫັນດີຢ່າຮ້າງ ໃນນາມຄອບຄົວ.”
ຍານາງ ໝີ-ຊົ້ງ ເປັນແມ່ຍິງລາວຊົນເຜົ່າມົ້ງ ອາຍຸ ປະມານ 19 ປີ ອາສັຍຢູ່ບ້ານນາຊວງ, ເມືອງວຽງທອງ ແຂວງບໍຣິຄຳໄຊ ແລະ ທ້າວ ກູ່-ວື່ ເປັນຊາວລາວຊົນເຜົ່າມົ້ງ ອາສັຍຢູ່ເມືອງ ບໍຣິຄັນ ແຂວງບໍຣິຄຳໄຊ ທັງ 2 ໄດ້ແຕ່ງດອງກັນ ຕາມຮີດຄອງປະເພນີ ເມື່ອປີ 2019 ແລະ ໄດ້ຢູ່ກິນນຳກັນມາເປັນ ໄລຍະເວລາ 1 ປີ. ແຕ່ຕົກມາປີ 2020, ທັງ 2 ຄົນ ມີເຣື່ອງທີ່ບໍ່ ເຂົ້າໃຈ ກັນຢ່າງຮຸນແຮງ ຈົນເຖິງຂັ້ນເຮັດ ໃຫ້ ຍານາງ ໝີ-ຊົ້ງ ຕ້ອງໂຕນກັບຄືນມາເຮືອນລຸງຕາ 3 ຄັ້ງ ຈຶ່ງເກີດເຫດການ ຄືດັ່ງຢູ່ໃນຄລິປວີດິໂອ ທີ່ມີການເຜີຍແຜ່ ຜ່ານສື່ສັງຄົມ ອອນລາຍ ຫຼື ເຟສບຸກ ນັ້ນ.
ເຖິງຢ່າງໃດກໍຕາມ, ຕໍ່ກັບເຫດການດັ່ງກ່າວ ຊາວລາວຫຼາຍຄົນ ຕ່າງກໍວິພາກວິຈານວ່າ ເຖິງວ່າການຜິດຂ້ອງຕ້ອງຖຽງກັນ ຈະເກີດຂຶ້ນ ດ້ວຍເຫດຜົລໃດກໍຕາມ, ແຕ່ກໍບໍ່ຄວນມີການ ບັງຄັບຂູ່ເຂັນ ແລະ ໃຊ້ຄວາມຮຸນແຮງ ຕໍ່ກັນເຖິງພຽງນັ້ນ ແລະ ໝົດຍຸກສມັຍແລ້ວທີ່ຈະ ບີບບັງຄັບໃຫ້ຝ່າຍໃດຝ່າຍ 1 ຕ້ອງຂຶ້ນຣົດໄປເຮືອນອີກຝ່າຍ 1 ຖ່າມກາງອາການ ຮ້ອງໄຫ້ ເສັຽໃຈຢ່າງແຮງ ແລະ ນ້ຳຕາໄຫຼຍ້ອຍຕາມ ພວງແກ້ມ.