ILO ອະທິບາຍກ່ຽວກັບ ແຮງງານເດັກນ້ອຍ

ສຸພັດຕາ
2021.06.20
ILO ອະທິບາຍກ່ຽວກັບ ແຮງງານເດັກນ້ອຍ ການອອກແຮງງານ ຂອງເດັກນ້ອຍ ທີ່ຕ້ອງຊ່ອຍວຽກພໍ່ແມ່ ສ່ວນໃຫຍ່ ຖືວ່າເປັນເຣື່ອງທັມດາ ໃນຂົງເຂດເອເຊັຽ.
ອົງການແຮງງານ ສາກົລ

ອົງການສະຫະປະຊາຊາດ ໄດ້ປະກາດເອົາປີ 2021 ນີ້ ເປັນປີສາກົລ ແຫ່ງການລຶບລ້າງ ການນຳໃຊ້ແຮງງານເດັກນ້ອຍ. ທ່ານ ຊິໂຮໂກະ ອະຊາດ້າ-ມິຢາກາວ້າ, ຜູ້ຊ່ວຍຜູ້ອຳນວຍການ ແລະ ຫົວໜ້າ ອົງການແຮງງານສາກົລ ປະຈຳພາກພື້ນອາຊີ ປາຊີຟິກ ໄດ້ກ່າວໄວ້ວ່າ ຍ້ອນຫຍັງ ເວລານີ້ ຕ້ອງເປັນເວລາ ແຫ່ງການປ່ຽນແປງ.

ເດັກນ້ອຍ 62 ລ້ານຄົນ ຢູ່ໃນຂົງເຂດພາກພື້ນອາຊີ ປາຊີຟິກ ແມ່ນເປັນແຮງງານເດັກ. ປໂຍກນີ້ ເປັນປໂຍກທີ່ຂຽນງ່າຍ ແຕ່ຍາກ ທີ່ຈະເຂົ້າໃຈ. ທ່ານກຳລັງເວົ້າເຖິງ ເດັກນ້ອຍ 62 ລ້ານຄົນ.

ຂໍໃຫ້ທ່ານໃຊ້ເວລາ ຄິດໜ້ອຍນຶ່ງເບິ່ງວ່າ ໂຕເລຂນີ້ ມັນຫຼາຍໜ້ອຍສໍ່າໃດ ເວົ້າໂດຍຫຍໍ້ແລ້ວ ໂຕເລຂນີ້ ແມ່ນຈຳນວນເດັກນ້ອຍ ທີ່ມີ ອາຍຸຕໍ່າກວ່າ 14 ປີ ຂອງ 3 ປະເທດ ຄື: ຟິລິປິນ, ວຽດນາມ ແລະ ປະເທດຍີ່ປຸ່ນ ໂຮມເຂົ້າກັນ. ໃນນັ້ນ ເດັກນ້ອຍ 28 ລ້ານຄົນ ແມ່ນເຮັດວຽກ ທີ່ມີຄວາມສ່ຽງອັນຕລາຍ, ເຮັດວຽກສ່ຽງພັຍຕໍ່ຊີວິດ ແລະສຸຂພາບທຸກໆວັນ, ເຂົາເຈົ້າເຮັດວຽກຢູ່ໃນອຸດສາຫະກັມບໍ່ແຮ່, ເຮັດວຽກກະສິກັມ ແລະ ເຮັດວຽກຮັບເໝົາກໍ່ສ້າງ.

ເນື່ອງໃນໂອກາດ ວັນຕ້ານການນໍາໃຊ້ແຮງງານເດັກນ້ອຍສາກົລ ເມື່ອວັນທີ 12 ມິຖຸນານີ້ ອົງການສາກົລຕ່າງໆໃນລາວ ກໍມີກິຈກັມ ລົນນະລົງ ເພື່ອຕ້ານວັນດັ່ງກ່າວ ຊຶ່ງໃນມື້ນີ້ ຂ້າພະເຈົ້າ ສຸພັດຕາ ກໍໄດ້ມີໂອກາດສັມພາດ ເຈົ້າໜ້າທີ່ຂອງອົງການ ILO ຫຼືຶອົງການ ແຮງງານສາກົລ, ຊຶ່ງທ່ານໄດ້ອະທິບາຍ ຄໍາວ່າ ການໃຊ້ແຮງງານເດັກນ້ອຍ ນັ້ນແມ່ນໝາຍຄວາມແນວໃດ ໃຫ້ວິທຍຸເອເຊັຽເສຣີ ຟັງວ່າ:

“ໂຕນີ້ ພວກເຮົາໄດ້ຮ່ວມກັບ ອົງການໄຈກ້າ ສນັບສນຸນຣັຖບານ ຜລິດສື່ໂຄສະນາ ໃຫ້ເຂົ້າໃຈກ່ຽວກັບ Destination ນິຍາມ ຂອງ ຄໍາວ່າ ແຮງງານເດັກແມ່ນຫຍັງ ອີງຕາມນິຕິກັມຂອງລາວ ແລ້ວກະການນໍາໃຊ້ແຮງງານເດັກ ແບບໂຫດຮ້າຍທາຣຸນ ມັນໝາຍຄວາມ ວ່າຈັ່ງໃດເນາະ, ເດັກນ້ອຍອາຍຸສໍ່າໃດ ບໍ່ສາມາດເຮັດວຽກໄດ້ເນາະ, ທີ່ຈິງພວກເຮົາ ໄດ້ສນັບສນຸນທາງຣັຖບານ ກຽມເຮັດງານ ຮ່ວມ ກັບເດັກນ້ອຍມັທຍົມ, ແຕ່ວ່າ ຍ້ອນວ່າໂຄວິດ ແລ້ວແມ່ນເຮັດຫຍັງບໍ່ໄດ້ຫັ່ນນະ ແລ້ວກະໃນປີນີ້ ເນື່ອງຈາກວ່າ ເປັນປີສາກົລເນາະ ທາງອົງການໄຈກ້າ ກັບໄອໂຣ ນີ້ໄດ້ຮ່ວມມືກັນ ໃຫ້ທຶນສນັບສນຸນລາວ ໃນການດໍາເນີນການສໍາຣວດ ການນໍາໃຊ້ແຮງງານເດັກ ແຫ່ງຊາດ ຊຶ່ງເປັນ ການສໍາຣວດຄັ້ງທີ່ 2.”

ເອເຊັຽເສຣີຖາມ: ການທີ່ວ່າ ຫ້າມບໍ່ໃຫ້ໃຊ້ແຮງງານເດັກນ້ອຍນິ່ ສົມມຸດວ່າ ຢູ່ປະເທດລາວເຮົາ ມີປະເພນີຢູ່ແລ້ວເນາະ ລູກເກີດມາ ຄັນວ່າ ພໍຮູ້ຄວາມ ສາມາດໃຊ້ວຽກ ໃຊ້ງານໄດ້ແລ້ວ, ເຮັດວຽກໄປໄຮ່ໄປສວນ ຫຼືວ່າ ລ້າງຖວ້ຍລ້າງບ່ວງ ຊ່ອຍພໍ່ແມ່ ແບບນີ້ ໂຕນີ້ ບໍ່ໄດ້ຢູ່ໃນຄໍາວ່າ ເດັກນ້ອຍທີ່ໃຊ້ແຮງງານຕິ ຫຼືຈັ່ງໃດໂຕນີ້?

ເຈົ້າໜ້າທີ່ອົງການໄອໂຣ ຕອບ:

“ບໍ່ເນາະ ໃນສົນທິສັນຍາ ຂອງອົງການແຮງງານສາກົລ ຫຼືວ່າ ເນື່ອງໃນກົດໝາຍຂອງລາວ ບໍ່ໄດ້ຫ້າມເດັກນ້ອຍ ຊ່ວຍວຽກເນາະ, ຖ້າວ່າເດັກນ້ອຍ ເຮັດວຽກຊ່ວຍວຽກເຮືອນການຊານ ບໍ່ໄດ້ຖືວ່າເປັນແຮງງານເດັກເນາະ ແລ້ວຖ້າວ່າ ຂະເຈົ້າ ບໍ່ໄດ້ຖືກນໍາໃຊ້ ໄປ ເຮັດວຽກເສຖກິຈ ໂດຍທີ່ໄປລົບກວນການຮຽນ, ໂດຍທີ່ບໍ່ໄດ້ເຮັດວຽກ ເກີນທີ່ກໍານົດໃນກົດໝາຍ ຈະບໍ່ຖືວ່າ ເປັນແຮງງານເດັກເນາະ ແລ້ວທາງກົດໝາຍ ທາງສົນທິສັນຍາ ບໍ່ໄດ້ຫ້າມໃຫ້ເດັກນ້ອຍ ຊ່ວຍວຽກພໍ່ແມ່ເນາະ ການທີ່ເດັກເຮັດວຽກຊ່ວຍພໍ່ແມ່, ເປັນການເຮັດ ວຽກທີ່ຈະຊ່ວຍໃຫ້ຂະເຈົ້າ ພັທນາຂະເຈົ້າເພື່ອເປັນຜູ້ໃຫຍ່ ໃນອະນາຄົດ ໂຕນັ້ນຈະບໍ່ໄດ້ຖືວ່າເປັນແຮງງານເດັກ. ກໍຣະນີທີ່ຖືວ່າເປັນ ແຮງງານເດັກ ແມ່ນເດັກນ້ອຍທີ່ວ່າລຸ່ມອາຍຸ 18 ປີເນາະ ລຸ່ມອາຍຸ 18 ປີ ເຮັດວຽກທີ່ຢູ່ໃນ ເປັນວຽກຂົງເຂດອັນຕລາຍ ບໍ່ວ່າຈະເປັນ ການຄ້າປະເວນີເນາະ, ການຖືກຄ້າປະເວນີ ຫຼືວ່າການເຮັດວຽກ ຢູ່ໃນບັນຊີຣາຍຊື່ ວຽກທີ່ວ່າຣັຖບານກໍານົດ ວ່າເປັນວຽກໜັກ ແລະ ເປັນວຽກອັນຕລາຍ ຕົວຢ່າງ: ວຽກຢູ່ໃນອຸໂມງ, ວຽກຢູ່ໃນບໍ່ແຮ່, ບໍ່ຖ່ານຫິນ, ຢູ່ໃນຄວາມມືດ, ຢູ່ໃນຄວາມສູງ ອິຫຍັງຕ່າງໆຫັ້ນເນາະ ລະກະເດັກນ້ອຍທີ່ລຸ່ມ ອາຍຸ 12 ປີ ແມ່ນບໍ່ອະນຸຍາດ ໃຫ້ເຮັດວຽກທີ່ໄປກະທົບ ຕໍ່ກັບການສຶກສາຂະເຈົ້າ ລະກະໄປກະທົບ ຕໍ່ກັບ ການຈະເລີນເຕີບໂຕ ຂອງຂະເຈົ້າຫັ້ນນະ.”

ເອເຊັຽເສຣີຖາມ: ລະບາດນີ້ ສົມມຸດ ວ່າການນໍາໃຊ້ແຮງງານເດັກນ້ອຍ ແຕ່ວ່າ ເດັກນ້ອຍຕໍ່າກວ່າ ອາຍຸ 14 ປີ, ແບບວ່າ ຂະເຈົ້າ ບໍ່ໄປໂຮງຮຽນ ຂະເຈົ້າອອກໂຮງຮຽນ ດ້ວຍຄວາມສມັກໃຈເອງ ລະໄປເຮັດວຽກເອງ ແບບບໍ່ຟັງຄວາມພໍຄວາມແມ່ ໂຕນີ້ເດ ກະເຂົ້າ ຂ່າຍວ່າ ນໍາໃຊ້ແຮງງານເດັກນ້ອຍຢູ່ບໍເຈົ້າ?

ເຈົ້າໜ້າທີ່ ອົງການໄອໂຣຕອບ:

“ ແມ່ນ ເພາະວ່າກົດໝາຍຈະບໍ່ໄດ້ເວົ້າ ໄດ້ອີງໃສ່ຄວາມພໍໃຈເນາະ ກົດໝາຍຈະອີງໃສ່ ເຣື່ອງຄວາມໜັກ ກັບວິທີການໃຊ້ເດັກ, ຖ້າ ວ່າເດັກນ້ອຍລຸ່ມ 14 ປີ ແຕ່ບໍ່ຕໍ່າກວ່າ 12 ປີ ກົດໝາຍອະນຸຍາດໃຫ້ຈ່າຍຂະເຈົ້າໄດ້, ແຕ່ວ່າຈະຕ້ອງໄດ້ ອໍານວຍຄວາມສະດວກ ໃຫ້ຂະເຈົ້າມີເວທີ ໃນການສຶກສາຕໍ່ ເຖິງວ່າບໍໍ່ເຂົ້າໂຮງຮຽນ ເປັນທາງການກະຢ່າເນາະ, ອັນທີ່ 2 ມາ ແມ່ນຈະບໍ່ສາມາດ ໃຊ້ຂະເຈົ້າ ເຕັມເວລາ ຈະຕ້ອງແມ່ນມີການປົກປ້ອງ ແບບຣະອຽດ ກົດໝາຍຈະເວົ້າຣະອຽດກ່ອນນີ້ຫັ້ນນ່າ ເຖິງວ່າຂະເຈົ້າ ຊິສມັກໃຈກະຢ່າ ນາຍຈ້າງ ບໍ່ມີສິດອໍານາດ ທີ່ຈະຈ້າງຂະເຈົ້າເຮັດວຽກ.”

ເອເຊັຽເສຣີຖາມ: ທ່ານເຫັນວ່າ ບັນຫານີ້, ບັນຫາການໃຊ້ແຮງງານເດັກນ້ອຍ ໃນລາວນິ່ ເປັນຈັ່ງໃດເຈົ້າ, ເປັນບັນຫາຮ້າຍແຮງ ແນວໃດ ໃນໄລຍະຜ່ານມາ?

ເຈົ້າໜ້າທີ່ ອົງການໄອໂຣ ຕອບ:

“ຢູ່ລາວ ຖ້າທຽບໃສ່ ມັນຈະຕ່າງ ໝ້ອງວ່າ ພວກເຮົາ ຈະບໍ່ເຫັນຊັດເຈນ ຄືກັນກັບປະເທດອື່ນເນາະ ຕົວຢ່າງ: ຢູ່ອິນເດັຽ ຫຼື ປາກິດ ສະຖານ ເຮົາຈະເຫັນໄດ້ຊັດເຈນວ່າ ເດັກນ້ອຍຖືກໃຊ້ແຮງງານເດັກຫັ່ນນະ, ແຕ່ວ່າຢູ່ລາວນີ້ມັນຢາກຍາກ ທີ່ຈະເຫັນໂຕນັ້ນປະຈັກຕາ ຫັ່ນນ່າ ເບິ່ງຄືວ່າ ເບິ່ງແບບນຶ່ງ ຄືເຮົາບໍ່ມີການນໍາໃຊ້ແຮງງານເດັກຫັ່ນນ່າ ໂຕມັນທີ່ຈະໄດ້ໆ ມັນຈະໄດ້ອອກມາຈາກຜົລສໍາຣວດ ມັນ ຕ້ອງໄດ້ອີງໃສ່ວ່າ ເວລາທີ່ຂະເຈົ້ານໍາໃຊ້ ໃນການເຮັດວຽກຫັ່ນນະເນາະ ມັນຍາວເທົ່າໃດ ຖ້າວ່າມັນຍາວເກີນກົດໝາຍກໍານົດ ຂະເຈົ້າ ຈະຕົກຢູ່ໃນກຸ່ມ ຂອງແຮງງານ ທີ່ຖືກໃຊ້ເປັນແຮງງານເດັກຊິນ່າ ເວລາວິເຄາະແຮງງານເດັກ ມັນຈະມີຫຼາຍປັດຈັຍ ເບິ່ງວ່າຂະເຈົ້າ ເປັນແຮງງານເດັກບໍ່ເນາະ. 1-/ ແມ່ນເບິ່ງອາຍຸ ຕາມກົດໝາຍເນາະ, ສອງມາແມ່ນເບິ່ງເວລາ ທີ່ຂະເຈົ້າໃຊ້ໃນການເຮັດວຽກ, ສາມ ມາແລ້ວ ເບິ່ງຄວາມໜັກເບົາ ອັນຕລາຍຂອງວຽກ.”

ເອເຊັຽເສຣີຖາມ: ລະໂຕນີ້ນິ່ ທາງອົງການຂອງທ່ານ ກະໄດ້ມີການໂຄສະນາ ໃຫ້ທາງຄອບຄົວ ຜູ້ປົກຄອງ ຂະເຈົ້າຮັບຮູ້ບໍ່ວ່າ ຄວນ ສົ່ງເສີມໃຫ້ລູກ ໄປໂຮງຮໍ່າໂຮງຮຽນ ຫຼືວ່າ ບໍ່ໃຫ້ລູກໄປອອກແຮງງານແບບນີ້ ກະມີບໍໂຕນີ້?

ເຈົ້າໜ້າທີ່ ອົງການໄອໂຣ ຕອບ: 

“ແມ່ນໆ ທີ່ຈິງ ໄອໂຣ ເຮັດກັບທາງຣັຖບານລາວເນາະ ຕາງໜ້າຜູ້ໃຊ້ແຮງງານ ກັບຕາງໜ້າຜູ້ອອກແຮງງານ ເຮັດມາໄດ້ຫຼາຍປີແລ້ວ, ແຕ່ວ່າ ກິຈກັມ ທີ່ວ່າມີຕລອດມານິ່ ຕັ້ງແຕ່ປີ 2002 ມາ ແມ່ນຈະມີ ກິຈກັມໂຕນີ້ ຕລອດເນາະ ລະກະຈະມີຄະນະກັມມະການ ທີ່ວ່າ ໂຄສະນາໂຕນີ້ ເຮັດຮ່ວມກັນ ທັງສຶກສາ ທັງກະສິກັມ ທັງແຮງງານເນາະ ໃນການເຮັດໂຄສະນາ ໃນຊຸມຊົນ ລະກະ ໂຄສະນາ ໃນ ນາຍຈ້າງ ລະກະໂຄສະນາ ທາງຕາງໜ້າ ຜູ້ອອກແຮງງານພ້ອມຫັ່ນນະ, ລະກະປີນີ້ ມີກິຈກັມຫຼາຍ ອັນທີ່ວ່າຈະໄປໂຄສະນາ ຢູ່ໃນ ຂົງເຂດ ກະສິກັມເນາະ ຕົວຢ່າງວ່າ: ຂົງເຂດກະສິກັມ ໃນສວນກ້ວຍ ຫຼືວ່າ ສວນຢາງພາຣາ ບ່ອນທີ່ມີແຮງງານຄອບຄົວ ຂະເຈົ້າ ຮ້ອງວ່າ ເປັນ Contract farming ເນາະ ສັນຍາກະສິກັມ ທີ່ວ່າຈ້າງເປັນຄອບຄົວ ແລ້ວບາງຄັ້ງ ຄອບຄົວເອົາລູກ ເອົາເດັກນ້ອຍ ມາເຮັດນໍາອິຫຍັງຫັ່ນ, ການໂຄສະນາໂຕນີ້ ຈະລົງໄປຮອດຂັ້ນນັ້ນ ໃນປີນີ້ ຈະບໍ່ທົ່ວທຸກແຂວງ, ແຂວງເປົ້າໝາຍ ທີ່ວ່າທາງເພິ່ນ ຕັ້ງເປົ້າໝາຍວ່າ ມັນເປັນບຸຣິມະສິດເນາະ, ເພາະວ່າ ມັນເຣື້ອງງົບປະມານແດ່ເນາະ, ໂຕບຸຣິມະສິດນີ້ ຈະມີຢູ່ແຂວງ ສວັນນະເຂດ, ຈໍາປາສັກ, ບໍ່ແກ້ວ ທີ່ວ່າເປັນແຂວງຫຼັກເນາະ ພ້ອມທັງໂຄສະນາ ໂຕໃຊ້ແຮງງານເດັກ ຢູ່ໃນຂແນງບໍຣິການເນາະ, ການຄ້າປະເວນີ ການເອົາເດັກ ມາຄ້າປະເວນີ ອິຫຍັງຫັ່ນນ່າ.”

CHILD-WORKING.jpg

ເອເຊັຽເສຣີຖາມ: ລະເທົ່າທີ່ທາງໂຄງການຂອງທ່ານ ໄດ້ປະຕິບັດໜ້າທີ່ ໂຕນີ້ມາ ໄດ້ປະສົບບັນຫາອິຫຍັງບໍ່ ໃນການນໍາໃຊ້ແຮງງານ ເດັກນ້ອຍ ທາງຄອບຄົວ ຜູ້ເປັນພໍ່ເປັນແມ່ ຫຼືວ່າ ທາງພາກສ່ວນຕ່າງໆ ບໍ່ໃຫ້ຄວາມຮ່ວມມື ຈັ່ງຊີ້ມີບໍ່ນໍ້ ຫຼືຈັ່ງໃດ?

ເຈົ້າໜ້າທີ່ ອົງການໄອໂຣ ຕອບ :

“ໂຕຄວາມຮ່ວມມື ແທ້ ຈະບໍ່ໄດ້ມີບັນຫາເນາະ, ແຕ່ວ່າ ແບບທີ່ນ້ອງ ໄດ້ເວົ້າເບື້ອງຕົ້ນ ວ່າເຣື່ອງ ຄວາມເຂົ້າໃຈເນາະ ວ່າການ ໃຊ້ ແຮງງານເດັກ ກັບການເອົາເດັກ ຊ່ວຍຄອບຄົວ ຫັ່ນນ່າເນາະ ໂຕຫັ້ນ ທີ່ວ່າມັນຍັງຄຸມເຄືອ ທີ່ວ່າເຮັດໃຫ້ປະຊາຊົນ ຍັງເຂົ້າໃຈຍາກ ເພາະວ່າ ຕົວຢ່າງວ່າ ສໍາລັບຄອບຄົວຈະຮູ້ສຶກວ່າ ເປັນລູກແລ້ວເອົາມາເຮັດວຽກໄດ້ຕລອດຫັ່ນ, ແຕ່ວ່າທາງຄອບຄົວ ຈະບໍ່ໄດ້ເບິ່ງວ່າ ຕົວຢ່າງ: ຄັນເຮັດຢູ່ກະສິກັມເນາະ, ເດັກນ້ອຍບໍ່ຄວນໄປຢູ່ໃກ້ສານເຄມີເນາະ, ບໍ່ຄວນໄປໃຊ້ເຄື່ອງຈັກ ທີ່ມັນເປັນອັນຕລາຍແບບນີ້ນະ ໂຕຄວາມເຂົ້າໃຈໂຕນັ້ນ ຈະຫຼາຍກວ່າເພາະວ່າ ພໍ່ແມ່ໃຫ້ລູກຊ່ວຍ, ແຕ່ວ່າຄວາມຈິງແລ້ວ ຖ້າວ່າເດັກນ້ອຍໄປຢູ່ໃນສວນ ຫຼືວ່າໂຕທີ່ ໃຊ້ສານເຄມີຈົນໝົດມື້ຊິ ມັນກະກາຍເປັນ ການນໍາໃຊ້ແຮງງານເດັກໄປໃນໂຕ ຖ້າວ່າຂະເຈົ້າ ຖືກອັນຕລາຍຈາກສານເຄມີ ຫຼືວ່າຈາກ ວຽກທີ່ເປັນອັນຕລາຍຕໍ່ຮ່າງກາຍຂະເຈົ້າ, ສ່ວນຫຼາຍສິ່ງທາຍນັ້ນ ແມ່ນເຣື້ອງໂຕນີ້ຫຼາຍກວ່າ ເຣື້ອງໂຕຄວາມເຂົ້າໃຈຫຼາຍກວ່າ, ອັນ ທີ່ສອງ ກະຊິແມ່ນງົບປະມານຂອງຣັຖ ທີ່ວ່າລົງໄປເຜີຍແຜ່ເນາະ.”

ເອເຊັຽເສຣີຖາມ: ແລ້ວບັນຫາ ທີ່ປະສົບພົບພໍ້ສ່ວນຫຼາຍ ໃນວຽກງານໂຕນີ້ ຂອງໃນໂຄງການທ່ານເນາະ ມີຄວາມຫຍຸ້ງຍາກແນວໃດ ເພີ້ມຕື່ມອີກບໍ ແລະຖ້າປະສົບບັນຫາແລ້ວ ເຮົາມີມາຕການແນວໃດ ເພື່ອແກ້ໄຂ ກັບບັນຫາດັ່ງກ່າວນີ້?

ເຈົ້າໜ້າທີ່ ອົງການໄອໂຣ ຕອບ:

“ບັນຫາໂຕນີ້ ກະແກ້ໄຂໃນຂັ້ນ ຮ່ວມກັບຄະນະກັມການ ທີ່ມີຈາກຫຼາຍກະຊວງເນາະ ໂຕທີ່ນຶ່ງ ລະແມ່ນວ່າ ຈະຕ້ອງໄດ້ເພີ້ມເຕີມ ໃນ ການຈັດຕັ້ງປະຕິບັດກົດໝາຍຫັ້ນ ໂດຍສະເພາະ ກົດໝາຍແຮງງານ, ອັນທີ່ ສອງ ກະແມ່ນຕ້ອງໄດ້ສຸມໃສ່ ໂຕເຣື່ອງໂຄສະນານິ່ ປູກ ຈິດສໍານຶກ ສ້າງຄວາມເຂົ້າໃຈເນາະ ທັງພໍ່ແມ່ເອງ, ທັງຜູ້ໃຊ້ແຮງງານ ຫຼືວ່ານາຍຈ້າງຫັ່ນ ລະກະທັງໂຕເດັກເອງ ໂຕນີ້ພວກເຮົາກະ ເອົາສິ່ງທ້າທາຍໂຕນີ້ມາປັບ ວ່າຊິເຮັດກິຈກັມຈັ່ງໃດເນາະ. ດຽວນີ້ ພວກເຮົາກະທາງກະຊວງເນາະ ທັງກະຊວງແຮງງານ ແລະ ກະ ກະຊວງວັທນະທັມ ໃນການເຮັດວິດິໂອສັ້ນ ໃຫ້ເປັນຄໍາເວົ້າ ຈະເວົ້າອອກມາງ່າຍເລີຍ ວ່າຄໍາວ່າ ແຮງງານເດັກແມ່ນຫຍັງ ລະເດັກ ນ້ອຍອາຍຸເທົ່າໃດເຮັດວຽກໄດ້, ອາຍຸທໍ່ໃດເຮັດວຽກບໍ່ໄດ້ ແບບນີ້ນ່າ ແລ້ວຫ້າມເຮັດວຽກ ໃນຂແນງການໃດ ຈະເວົ້າແບບນີ້ອອກມາ ເລີຍຫັ່ນນ່າ ຈະບໍ່ເວົ້າຍາວຫັ່ນນະ.”

ເອເຊັຽເສຣີຖາມ: ເນື່ອງໃນໂອກາດ ວັນຕ້ານການນໍາໃຊ້ແຮງງານເດັກນ້ອຍສາກົລ ທ່ານມີຫຍັງ ຢາກຈະຝາກເຖິງ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍບໍ່ນໍ້ ວ່າເຮັດແນວເພື່ອວ່າ ບໍ່ໃຫ້ມີການນໍາໃຊ້ແຮງງານເດັກນ້ອຍນີ້?

ເຈົ້າໜ້າທີ່ ອົງການໄອໂຣ ຕອບ:

“ເຈົ້າ ສໍາຄັນທີ່ສຸດເນາະ ຖ້າວ່າເປັນພໍ່ແມ່ ຂ້າພະເຈົ້າ ກະເປັນພໍ່ແມ່ຂອງເດັກນ້ອຍ 2 ຄົນ ຄືກັນຫັ່ນນ່າ ຂ້າພະເຈົ້າຄິດວ່າ ເດັກນ້ອຍ ໃນອາຍຸທີ່ຂະເຈົ້າ ເປັນເດັກນ້ອຍເນາະ ຂະເຈົ້າຄວນເຕີບໃຫຍ່ ຕາມພັທນາການຂອງເດັກ ຂະເຈົ້າຄວນມ່ວນ ລະກະມີໂອກາດ ໃນ ການຫຼີ້ນ ໃນການຈະເລີນເຕີບໂຕຕາມວັຍ ຂອງຂະເຈົ້າເນາະ ແລະລະຂະເຈົ້າຄວນມີສິດເສຣີພາບ ໃນການຝັນວ່າອະນາຄົດ ຈະເປັນ ຈັ່ງໃດເນາະ. ແລ້ວຂະເຈົ້າຄວນເຮັດວຽກ ໃນເວລາທີ່ອາຍຸທີ່ຂະເຈົ້າ ພ້ອມທີ່ຈະເຮັດວຽກເນາະ ເພາະສະນັ້ນ ຂະເຈົ້າບໍ່ຄວນເຮັດວຽກ ຫຼືໃຊ້ແຮງງານ ໃນເວລາທີ່ເປັນເວລາ ສໍາລັບຂະເຈົ້າ ໃນການຮຽນຮູ້ ແລະ ກະການເຕີບໃຫຍ່ເນາະ. ຂ້າພະເຈົ້າຄິດວ່າ ພໍ່ແມ່ທຸກຄົນ ກະຄືຊິບໍ່ຢາກທໍາຮ້າຍລູກໂຕເອງເນາະ ລະກະຄິດວ່າ ພໍ່ແມ່ທຸກຄົນ ກະຢາກໃຫ້ລູກມີຄວາມສຸກຫັ່ນນະ ລະກະຈະເລີນເຕີບໂຕ, ແຕ່ວ່າ ສໍາຄັນທີ່ສຸດລະແມ່ນວ່າ ເຮົາຊິເຮັດຈັ່ງໃດ ເພື່ອຊຸກຍູ້ໃຫ້ຂະເຈົ້າໄດ້ມີອະນາຄົດທີ່ດີເນາະ, ເພາະວ່າຖ້າຂະເຈົ້າ ເຕີບໃຫຍ່ໃນປັດຈຸບັນ ນີ້ ຕາມວັຍ ອະນາຄົດຂອງຂະເຈົ້າ ກໍຈະສະບາຍ ແລ້ວພໍ່ແມ່ ກໍຈະສະບາຍຄືກັນຫັ້ນນ່າ, ຂ້າພະເຈົ້າຄິດວ່າ ມັນຮອດເວລາ ເຮົາຢູ່ຍຸກ ໃໝ່ແລ້ວຫັ່ນນະ ມັນເປັນເວລາທີ່ວ່າ ເຮົາຈະໃຫ້ເດັກນ້ອຍ ໄດ້ຈະເລີນເຕີບໂຕຕາມວັຍ ໄດ້ມີຄວາມສຸກຕາມວັຍ ໄດ້ມີໂອກາດເຂົ້າເຖິງ ການສຶກສາຕາມວັຍ ແລະຂະເຈົ້າຄວນຈະເຮັດວຽກ ໃນອະນາຄົດ ແຕ່ບໍ່ແມ່ນໃນປັດຈຸບັນ."

ເຈົ້າໜ້າທີ່ ອົງການ ໄອໂຣ ອີກທ່ານນຶ່ງ ກໍໃຫ້ຄວາມເຫັນ ກ່ຽວກັບຄໍາວ່າ ແຮງງານເດັກນ້ອຍນັ້ນ ບໍ່ໄດ້ໝາຍຄວາມວ່າ ເດັກນ້ອຍ ທີ່ ເຮັດວຽກເຮືອນ ຊ່ອຍຄອບຄົວເປັນການນໍາໃຊ້ແຮງງານເດັກ:

“ໂຕນີ້ບໍ່ເຂົ້າຂ່າຍ ການໃຊ້ແຮງງານເດັກເນາະ ການໃຊ້ແຮງງານເດັກນີ້ ມັນຊິມີຫຼັກເກນຂອງມັນຫັ້ນນ່າ ຄືເດັກນ້ອຍອາຍຸບໍ່ກາຍ 14 ປີ, ເຮັດວຽກເປັນວຽກເສຖກິຈ ເປັນວຽກທີ່ມີຣາຍໄດ້ຫັ້ນນ່າ ຫຼືໄປຮັບຈ້າງເຮັດທາງນອກຫັ່ນນະ ລະກະເຮັດວຽກ ໃນເວລາທີ່ເຂົາຮຽນ ຫັ້ນນ່າ ໄປລົບກວນເວລາຮຽນ ອັນນີ້ຊິເຂົ້າຂ່າຍ, ແຕ່ຖ້າເປັນວຽກໃນຄອບຄົວ ເປັນລ້າງຖວ້າຍລ້າງບ່ວງ, ໄປໄຮ່ໄປສວນ ແຕ່ເດັກ ຍັງໄປໂຮງຮຽນຕາມປົກກະຕິຢູ່ ອັນນີ້ບໍ່ຖືວ່າເປັນແຮງງານເດັກ, ແຕ່ຖືວ່າເປັນການຊ່ອຍວຽກຄອບຄົວ ຊຶ່ງເປັນປົກກະຕິ ຂອງວິຖີ ຊີວິດຂອງຄົນອາຊ້ຽນ ເຮົາຢູ່ແລ້ວ.”

ທ່ານກ່າວຕື່ມວ່າ ການທີ່ເດັກນ້ອຍ ຕົກຢູ່ໃນກໍຣະນີ ເປັນແຮງງານເດັກນັ້ນ ສ່ວນຫຼາຍ ແມ່ນເຣີ່ມຕົ້ນຈາກຜູ້ເປັນພໍ່ແມ່:

“ກໍຣະນີ ຖ້າເຂົ້າຂ່າຍຂອງການ ໃຊ້ແຮງງານເດັກນີ້ ສ່ວນຫຼາຍຊິເປັນພໍ່ແມ່ ແບບພາໄປຫັ້ນນ່າ ຫຼືວ່າຖືກຕົວະໄປຫັ້ນນ່າ ພໍ່ແມ່ຖືກ ຕົວະຈາກຄົນອື່ນ ແບບເອົາເງິນມາໃຫ້ ລະກະຕົວະ ວ່າຊິເຮັດວຽກສະບາຍ ຫຼືວ່າເຮັດຫຍັງແມ່ນຫຍັງ, ແຕ່ທ້າຍສຸດລະ ກະເອົາໄປ ເປັນແຮງງານເດັກຫັ່ນນະ ສ່ວນຫຼາຍຊິກ່ຽວຂ້ອງກັບ ຜູ້ປົກຄອງເປັນຫຼັກຫຼາຍກວ່າ.”
ອົງການສະຫະປະຊາຊາດ ໄດ້ປະກາດເອົາປີ 2021 ເປັນປີສາກົລ ແຫ່ງການລຶບລ້າງການນຳໃຊ້ແຮງງານເດັກນ້ອຍ.

ຈຸດປະສົງຫຼັກຂອງປີນີ້ ແມ່ນເພື່ອສົ່ງເສີມນະໂຍບາຍຮັບມື ແລະ ລິເຣີ່ມດຳເນີນການໃຫ້ບັນລຸເປົ້າໝາຍ 8.7 ການພັທນາແບບຍືນຍົງ ຂອງອົງການສະຫະປະຊາຊາດ. ນັ້ນກໍຄື “ການຈັດຕັ້ງປະຕິບັດມາຕການຮີບດ່ວນ ແລະມີປະສິດທິຜົນຈິງຈັງ ເພື່ອລຶບລ້າງການນຳໃຊ້ ແຮງງານແບບບັງຄັບ, ສິ້ນສຸດການນຳໃຊ້ແຮງງານ ແບບຂ້າທາດສມັຍໃໝ່ ແລະການຄ້າມະນຸດ, ການສະກັດກັ້ນ ແລະການລຶບລ້າງ ທຸກຮູບແບບ ທີ່ໂຫດຮ້າຍ ຂອງການນຳໃຊ້ແຮງງານເດັກ, ຮວມໄປເຖິງການຈັດຫາ ແລະນຳໃຊ້ເດັກນ້ອຍ ເຂົ້າໃນກອງກຳລັງປະກອບ ອາວຸດ ພາຍໃນປີ 2025 ແລະ ການສິ້ນສຸດ ການນຳໃຊ້ແຮງງານເດັກ ໃນທຸກຮູບແບບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.