ນັກຮຽນ ປໍ 5 ມໍ 7 ບໍ່ມີເງິນຈ່າຍ ຄ່າສອບເສັງ

ໄຊຍາ
2020.08.04
F-young-Lao-women ເດັກ​ນ້ອຍ​ ແມ່​ຍິງ​ລາວ ໃນ​ແຂວງ​ພາກ​ເໜືອ ທີ່​ພວມ​ຍ່າງ​ ກັບ​ເມືອ​ເຮືອນ​ຊານ ພາຍຫຼັງ​ເລີກ​ໂຮງ​ຮຽນ ໃນຕອນ​ແລງ (ຮູບ​ຖ່າຍ​ເມື່ອ​: ເດືອນ​ກັນ​ຍາ 2019)
RFA/Chareunsouk

ນັກຮຽນຊັ້ນ ປໍ 5 ຢູ່ໂຮງຮຽນ ບ້ານນາກະເຈີນ, ເມືອງຕຸ້ມລານ ແຂວງສາຣະວັນ ທີ່ທຸກຍາກ ບໍ່ມີເງິນຈ່າຍ ຄ່າທຳນຽມ ສອບເສັງຈົບຊັ້ນ ປະຈຳສົກຮຽນປີ 2019-2020. ໂດຍສາເຫດມາຈາກ ຜູ້ປົກຄອງ ບໍ່ມີວຽກເຮັດ ຂາດຣາຍໄດ້ ໃນໄລຍະ ການແຜ່ຣະບາດ ຂອງພະຍາດໂຄວິດ - 19. ດັ່ງຜູ້ປົກຄອງ ນັກຮຽນຊັ້ນ ປໍ 5 ໂຮງຮຽນ ບ້ານນາກະເຈີນ  ໄດ້ກ່າວຕໍ່ RFA ໃນວັນທີ 03 ສິງຫາ ວ່າ ກໍາລັງຊອກເຮັດວຽກ ເພື່ອຫາຣາຍໄດ້ ມາຈ່າຍໃຫ້ລູກເສັງ.

"ຈົບປໍ 5 ນີ້ ກະຈຳເປັນ ເອົາໃບປະກາດ ຈຳເປັນໄດ້ເອົາ ຄຣູອາຈານເຊັນມາ, ແຕ່ວ່າ ກໍຊິແພງແດ່ຫັ້ນແຫຼະ. ກະທຸກ, ຄອບຄົວທຸກຍາກຫັ້ນນ່າ. ແຕ່ວ່າດຽວນີ້ຫັ້ນ ກໍໄປທຳງານ ບ່ອນນັ້ນບ່ອນນີ້, ຫັ້ນນ່າ ເພື່ອໃຫ້ລູກ ແນວນັ້ນ ແກ້ໄຂໂຕນັ້ນ. ພໍຊິໄດ້ໃຊ້ ພໍເລັກນ້ອຍ. ຄິດວ່າ ມັນບໍ່ໄດ້ ກະຊິປະເລີຍ."

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ຫ້ອງການ ບໍຣິຫານ ຂອງໂຮງຮຽນ ບ້ານນາກະເຈີນ, ເມືອງຕຸ້ມລານ ແຂວງສາຣະວັນ ກ່າວວ່າ ມີນັກຮຽນ ປໍ 5 ທີ່ຖານະທຸກຍາກ ຄ້າງຄ່າທຳນຽມ ສອບເສັງຈົບຊັ້ນ ປໍ 5  ຈຳນວນ 03 ຄົນ, ເຊິ່ງທາງໂຮງຮຽນ ມີນະໂຍບາຍ ຊ່ອຍນັກຮຽນລ້າໆ. ມີແຕ່ໃຫ້ນັກຮຽນ ຕິດໜີ້ໂຮງຮຽນກ່ອນ ແລ້ວມາຈ່າຍ ຕາມຫຼັງ.

"ຜູ້ຍັງ ກໍຍັງຢູ່ 2-3 ຄົນ ຜູ້ຍັງ, ບໍ່ທັນໄດ້ແລ້ວ. ສ່ວນຫຼາຍ ທຸກຍາກນີ້ແລ້ວ ເຂົາຫາບໍ່ທັນໄດ້. ມີແຕ່ວ່າ ແຕ່ລະປີ ຄືວ່າເອົາຄ່າປວັດ ຄ່າຫຍັງ. ຄືວ່າບໍ່ເຫັນມາວ່າ ໃຫ້ຊ່ອຍເຫຼືອລ້າ ສຳລັບຄອບຄົວທຸກຍາກ ກະບໍ່ມີແຫຼະ, ບໍ່ມີແຫຼະໂຕນັ້ນ ໂຕເງື່ອນໄຂ ນະໂຍບາຍໂຕນັ້ນ ຄັນວ່າບໍ່ມີ ຊິທາງໂຮງຮຽນ ອອກກ່ອນ. ຄັນວ່າມີ ກໍໃຫ້ຕາມຫຼັງ, ຫັ້ນນ່າ."

ນັກຮຽນຊັ້ນ ມໍ 7 ແຂວງຈຳປາສັກ ກ່າວວ່າ ໂຕເອງ ກໍບໍ່ມີເງິນ ຈ່າຍຄ່າທຳນຽມ ສອບເສັງຈົບຊັ້ນ ຍ້ອນຄອບຄົວທຸກຍາກ. ພ້ອມທັງບໍ່ໄດ້ຮັບ ການຢັ້ງຢືນວ່າ ເປັນຄອບຄົວທີ່ທຸກຍາກ ຈຶ່ງບໍ່ໄດ້ ຮັບການຊ່ອຍເຫຼືອ. ຕົນເອງຕ້ອງຮັບຈ້າງ ເກັບໝາກກາເຟ ເພື່ອເອົາເງິນ ໄປຈ່າຍຄ່າທຳນຽມ.

"ບໍ່ ບໍ່ມີຄ່າຮູບ ໃບປວັດ ລະກະໃບຄຳຮ້ອງ ແລະ ກະຄ່າຊ່ອຍກັມມະການ. ຄອບຄົວທຸກຍາກ ຄືບ້ານນ້ອງ ກະແບບປູກກາເຟ ຈັ່ງຊີ້ນ່າ. ກະເກັບກາເຟ ຍາມເກັບກາເຟ. ກໍໄປຮັບຈ້າງ ເກັບເລັກ ເກັບນ້ອຍໄປ."

ນາຍຄຣູຊັ້ນ ມໍ 7 ໂຮງຮຽນແຫ່ງນຶ່ງ ຢູ່ເມືອງຮຸນ ແຂວງອຸດົມໄຊ ກ່າວວ່າ ສະເພາະໂຮງຮຽນ ຂອງຕົນ ມີນັກຮຽນຊັ້ນ ມໍ 7 ຈຳນວນ 07 ຄົນ ທີ່ບໍ່ຈ່າຍ ຄ່າທຳນຽມ ສອບເສັງຈົບຊັ້ນ ຜູ້ລະ 20 ພັນກີບ  ຍ້ອນວ່າ ຄອບຄົວທຸກຍາກ.

"ບໍ່ມີເງິນເທື່ອ ເຂົາເຈົ້າບອກຈັ່ງຊີ້ ຄ່ອຍເອົາເງິນມາໃຫ້, ໄດ້ ບໍ່ເປັນຫຍັງ. ເສັງແລ້ວ ຄ່ອຍເອົາເງິນ ນໍາເຂົາເຈົ້າ 6-7 ຄົນ ເພາະວ່າ ບາງຄົນຢູ່ບ່ອນໄກ ເຂົາເຈົ້າກະບໍ່ມີເງິນ ກະບໍ່ມີເງື່ອນໄຂ, ຫັ້ນນ່າ. ກະຄອບຄົວທຸກຍາກ."

ຕໍ່ກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ຫ້ອງການ ບໍຣິຫານຂອງໂຮງຮຽນ ມັທຍົມສຶກສາ ສົມບູນ ນະຄອນຫຼວງວຽງຈັນ ໃຫ້ຄຳເຫັນວ່າ ໂຮງຮຽນຈະເກັບ ຄ່າທຳນຽມ ສອບເສັງຈົບຊັ້ນ ຄົນລະ 45 ພັນກີບ ໂດຍນັກຮຽນທີ່ທຸກຍາກ ທີ່ໄດ້ຮັບການຢັ້ງຢືນ ຈາກທາງການວ່າ ເປັນຄອບຄົວທຸກຍາກ ຈະໄດ້ຮັບ ການຊ່ອຍເຫຼືອ.

"ຖ້າບໍ່ມີໃບຢັ້ງຢືນ ມັນກະຍາກຢູ່, ແຕ່ວ່າຖ້າຂໍເພິ່ນ ກະອາຈໄດ້ຢູ່, ຫັ້ນນ່າ. ຫຼືວ່າບາງທີ ເງິນເຂົາເຈົ້າ ບໍ່ທັນແທ້ໆ ເຮົາກໍສາມາດ ຂໍໄດ້ຄືກັນ ຫຼືວ່າຕາມຫຼັງກໍໄດ້ ບໍ່ເປັນຫຍັງ."

ຜູ້ອຳນວຍການ ໂຮງຮຽນມັທຍົມສຶກສາ ສົມບູນ ແຂວງອຸດົມໄຊ ກ່າວວ່າ ໂຮງຮຽນໃນສັງກັດ ຂອງຣັຖບານ ຈະຊ່ອຍເຫຼືອ ຄ່າທຳນຽມ ສອບເສັງຈົບຊັ້ນ, ແຕ່ຕ້ອງໄດ້ຮັບ ການຢັ້ງຢືນວ່າ ເປັນຄອບຄົວ ທີ່ທຸກຍາກແທ້.

"ຖ້າຄອບຄົວທຸກຍາກ ຈຳເປັນ ລະມີໃບການຢັ້ງຢືນເນາະ ຮັບຮອງຈາກ ອົງການປົກຄອງບ້ານຫັ້ນ ກໍຈະມີການຍົກເວັ້ນ ຫຼືວ່າ ຈະມອບໃຫ້ ທາງພາກສ່ວນ ເຊັ່ນວ່າ ທາງໂຮງຮຽນບໍ່ ເປັນຜູ້ຊຳຣະຊ່ອຍ. ຖ້າວ່າຢູ່ໂຮງຮຽນເຮົາ ພວກເຮົາກະບໍ່ແນ່ໄດ໋ເນາະ ບໍ່ແນ່ວ່າມັນຈະເປັນແທ້ ຫຼືບໍ່?"

ສຳລັບ ຄ່າທຳນຽມ ສອບເສັງຈົບຊັ້ນ ຂຶ້ນຢູ່ກັບໂຮງຮຽນ ວ່າຈະກຳນົດ ລາຄາ ການຈ່າຍເທົ່າໃດ. ໂດຍຄ່າທຳນຽມ ມີຄ່າ ຊີວະປວັດ, ໃບຄຳຮ້ອງ, ບັດເຂົ້າຫ້ອວສອບເສັງ, ຄ່າທຳນຽມ, ໃບປະກາດ, ຄ່າຫຍິບຫົວບົດສອບເສັງ, ຊຸກຍູ້ກັມມະການ ແລະ ປື້ມທະບຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.