ຊຸຈິແລະຊາວພະມ້າໄດ້ ໄຊຊນະ
2015.11.11
ມາດາມ ອອງຊານຊູຈິ ຫົວໜ້າ ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ຊຶ່ງ ເປັນ ພັກ ຝ່າຍຄ້ານ ປາກົດ ຕົວ ໃນ ວັນອັງຄານ ນີ້ ໃນຂນະທີ່ ພັກ ຂອງ ມາດາມ ໄດ້ຮັບ ໄຊຊນະ ຢ່າງ ຖ້ວມທົ້ນ ໃນການ ເລືອກຕັ້ງ ທົ່ວໄປ ຢູ່ ປະເທສ ພະມ້າ, ຊຶ່ງ ໃນທີ່ສຸດ ກໍຈະ ສາມາດ ເຮັດໃຫ້ ປະເທສ ພະມ້າ ມີການ ປ່ຽນແປງ ໄປສູ່ ປະຊາທິປະຕັຍ ພາຍຫລັງ ທີ່ ພະມ້າ ໄດ້ຕົກຢູ່ ພາຍໃຕ້ ການຄວບຄຸມ ຂອງ ທະຫານ ມາເປັນ ເວລາ ຫຼາຍ ທົສວັດ ແລະ ໃນຂນະທີ່ ສະມາຊິກ ຂັ້ນນຳ ຂອງ ພັກ ກຳອຳນາດ ເວົ້າວ່າ ພວກເຂົາ “ເສັຽໄຊ ຢ່າງ ສິ້ນເຊີງ” ແລ້ວ.
ຈາກຜົລ ຂອງການ ນັບ ບັດລົງ ຄະແນນສຽງ ເລືອກຕັ້ງ ໃນ ຕອນແລງ ຂອງ ວັນອັງຄານ ນີ້ ພັກ ຂອງ ມາດາມ ອອງຊານຊູຈິ ໄດ້ ທີ່ນັ່ງ ໃນ ສະພາ 88%, ຢູ່ ສະພາ ຕ່ຳ ໄດ້ 78% ແລະ ຢູ່ ສະພາ ສູງ 29%. ມາດາມ ອອງຊານຊູຈິ ກ່າວ ໃຫ້ ສຳພາດ BBC ວ່າ “ພັກ ຂອງ ມາດາມ ຈະໄດ້ ທີ່ນັ່ງ ໃນ ສະພາ ນິຕິບັນຍັດ ສະຫະພາບ ໃນ ຣະຫວ່າງ ປະມານ 75%”.
ສ່ວນຝ່າຍ ພັກ ສະຫະພາບ ສາມັກຄື ແລະ ການພັທນາ ທີ່ ກຳ ອຳນາດ ກຳລັງ ຜະເຊີນ ກັບ ຄວາມ ຜ່າຍແພ້ ພາຍຫລັງ ທີ່ ພັກ ຂອງຕົນ ຈະມີທີ່ນັ່ງ ພຽງ ໜ້ອຍດຽວ ໃນ ຈຳນວນ 440 ທີ່ນັ່ງ ໃນ ສະພາ ນັ້ນ. ທ່ານ ຊູວິນ ສະມາຊິກ ອາວຸໂສ ຂອງ ພັກ ສະຫະພາບ ສາມັກຄື ແລະ ການ ພັທນາ ກ່າວຕໍ່ ອົງການ ຂ່າວ AFP ຈາກ ສຳນັກງານ ໃຫຍ່ ຂອງ ພັກ ທີ່ ກຸງ ເນປີດໍ ວ່າ: “ພັກ ຂອງ ພວກທ່ານ ເສັຽໄຊ ຢ່າງ ສິ້ນເຊິງ. ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາ ທິປະຕັຍ ໄດ້ຮັບ ໄຊຊນະ”.
ທ່ານ ຊູວິນ ນາຍ ທະຫານ ບຳນານ ທີ່ ປະຈຳຢູ່ ສູນ ປະຕິບັດ ງານ ຂອງ ພັກ ທີ່ ກຸງ ເນປີດໍ ເວົ້າວ່າ ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ກໍພ້ອມ ທີ່ ຈະ ຊນະ ດ້ວຍສຽງ ສ່ວນຫຼາຍ ໃນ ຣັຖສະພາ ພະມ້າ. ແຕ່ ໄຊຊນະ ຢ່າງ ເປັນ ທາງການ ຂອງ ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ນັ້ນ ຍັງເຂົ້າໃຈ ຍາກ ຍ້ອນຈົນ ມາ ເຖິງ ວັນອັງຄານ ນີ້ ເຈົ້າໜ້າທີ່ ຮັບຜິດຊອບ ການເລືອກ ຕັ້ງ ນັ້ນ ຍັງ ປະກາດ ຜົລ ຂອງການ ເລືອກຕັ້ງ ອອກມາ ພຽງໜ້ອຍ ດຽວ.