ໄຊຊນະເປັນຂອງ ຊູຈິ ແລະ ຊາວພະມ້າ

ມະນີຈັນ
2015.11.12
F-Myanmar ການເລືອກຕັ້ງ ຢູ່ ພະມ້າ ທີ່ ມີຫລາຍພັກການເມືອງ ເຂົ້າຮ່ວມ
Myanmar

ມາດາມ ອອງຊານຊູຈິ ຫົວໜ້າ ພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ຊຶ່ງ ເປັນ ພັກ ຝ່າຍຄ້ານ ໃນ ພະມ້າ ນັ້ນ ຊນະ ການເລືອກຕັ້ງ ໃນເຂດ ຂອງ ຕົນເອງ ໂດຍໄດ້ ທີ່ນັ່ງ ໃນ ສະພາ ຜູ້ແທນ. ຕາມຜົລ ການເລືອກຕັ້ງ ໃນ ວັນພຸດ ນີ້ ຊຶ່ງ ພັກ ຂອງ ມາດາມ ກວາດ ທີ່ນັ່ງໄດ້ ເກືອບວ່າ ທັງໝົດ ອັນ ຈະເຮັດໃຫ້ ປະເທດ ພະມ້າ ມີ ຣັຖບານ ຂອງ ພັກ ຝ່າຍຄ້ານ ເປັນ ຄັ້ງ ທໍາອິດ ໃນ ຮອບຫຼາຍ ທົສວັດ ຜ່ານມາ.

ເຖິງ ຈະຊນະ ຢ່າງ ຖ້ວມທົ້ນ ແລະ ຈະເຮັດໃຫ້ ພັກ ຝ່າຍຄ້ານ ເລືອກ ປະທານາທິບໍດີ ຂອງຕົນ ໄດ້ ແຕ່ ມາດາມ ອອງຊານຊູຈິ ກໍຍັງຖືກ ຫ້າມ ບໍ່ໃຫ້ ເປັນ ປະທານາທິບໍດີ ຍ້ອນ ຣັຖທັມນູນ ທີ່ ມີຂຶ້ນ ໃນສມັຍ ຣັຖບານ ທະຫານ ພະມ້າ. ແຕ່ ເຖິງແນວໃດ ມາດາມ ກໍໄດ້ ປະກາດ ແລ້ວ ວ່າ ມາດາມ ຈະນໍາພາ ຣັຖບານ ຢູ່ ນອກ ເວທີ ຫາກ ພັກ ຂອງ ມາດາມ ປະກອບ ຣັຖບານ ພະມ້າ ຊຸດ ຕໍ່ໄປ.

ໃນການ ໃຫ້ ສັມພາດ ຕໍ່ ໂທຣະທັດ News Asia ຂອງ ສິງກະໂປ ເມື່ອ ວັນ ອັງຄານ ມາດາມ ອອງຊານຊູຈິ ກໍຍໍ້າ ເຖິງ ແຜນການ ດັ່ງກ່າວ ວ່າ ມາດາມ ຈະ ຕັດ ສິນໃຈ ທຸກຢ່າງ ໃນ ຖານະ ເປັນຜູ້ນໍາ ພັກ ທີ່ ໄດ້ຊນະ ແລະ ປະທານາທິບໍດີ ກໍຈະເປັນ ບຸກຄົນ ທີ່ ພວກທ່ານ ຈະເລືອກຕັ້ງ ເອົາ ເພື່ອໃຫ້ ເປັນໄປ ຕາມ ຣັຖທັມນູນ. ແລະວ່າ ປະທານາທິບໍດີ ຈະຕ້ອງ ເຂົ້າໃຈ ເປັນ ຢ່າງດີວ່າ ທ່ານ ຈະຕ້ອງ ປະຕິບັດ ໂດຍ ໃຫ້ສອດຄ່ອງ ກັບ ທັສນະ ທ່າທີ ຂອງ ພັກ. ໃນ ອາທິດ ໜ້າ ມາດາມ ອອງຊານຊູຈິ ຈະໄດ້ ພົບພໍ້ ກັບ ຫົວໜ້າ ຝ່າຍການ ທະຫານ, ກັບ ປະທານາທິບໍດີ ຄົນ ປັດຈຸບັນ ແລະ ກັບ ປະທານ ຣັຖສະພາ ຊຶ່ງ ປາກົດ ວ່າ ຈະຫາລື ກັນ ເຣື່ອງ ການ ປະກອບ ຣັຖບານ ຊຸດໃໝ່ ຂອງ ພະມ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.