ເຣື້ອງທີ່ເກັບບັນທຶກໄວ້
2023-07-21
ຄົນງານລາວ ທີ່ເຮັດວຽກຢູ່ບໍ່ແຮ່ ຈຳນວນຫຼາຍ ຖືກລອຍແພ ຫຼັງຈາກທີ່ ຄົນງານຈີນ ຈຳນວນນັບພັນ ຫຼັ່ງເຂົ້າມາບໍ່ເກືອໂປຕາສ ທີ່ແຂວງຄຳມ່ວນ ທາງພາກກາງຂອງລາວ. ຄົນງານລາວ ຈົ່ມວ່າ ຈຳນວນທີ່ຄົນງານລາວ ຕໍ່ຄົນງານຈີນ ບໍ່ສົມສ່ວນ ຄື ຄົນລາວ 100 ຄົນຕໍ່ຄົນງານຈີນ 3,000 ຄົນ ເຊິ່ງເຮັດໃຫ້ຄົນງານລາວ ຍ່ອມລະເມີດຂໍ້ຕົກລົງ ແລະຢາກໃຫ້ເຈົ້າຂອງໂຄງການ ຈ້າງຄົນງານພາຍໃນປະເທດ ເພີ່ມຂຶ້ນໃຫ້ຫຼາຍກວ່າຄົນງານຈີນ. ໂຄງການບໍ່ແຮ່ ທີ່ດຳເນີນການ ພາຍໃຕ້ຣັຖບານຈີນ ໄດ້ຈັດສົ່ງແຮ່ທາດ ທີ່ຂຸດຄົ້ນໄດ້ ກັບຄືນປະເທດຈີນ ເຊິ່ງມີຂນາດເສຖກິຈ ທີ່ໃຫຍ່ກວ່າ ປະເທດເພື່ອນບ້ານ. ເຈົ້າຂອງໂຄງການບໍ່ແຮ່ ກ່າວວ່າ ພວກເຂົາຕ້ອງນຳຄົນງານ ເຂົ້າມາເອງ ເພາະວ່າ ຄົນງານລາວ ບໍ່ມີທັກສະສີມື.
2023-07-11
ເນື່ອງໃນໂອກາດ ຄົບຮອບ 10 ປີ ແນວຄິດຣິເຣີ່ມ ນຶ່ງແລວນຶ່ງເສັ້ນທາງ ຫຼື One Belt One Road Initiative ຂອງຈີນ ປະຊາຊົນລາວ ຍັງບໍ່ໄດ້ຮັບປໂຍດ ຈາກແນວຄິດດັ່ງກ່າວ ເທົ່າທີ່ຄວນ ແລະປໂຍດສ່ວນຫຼາຍ ຕົກເປັນຂອງຝ່າຍຈີນ ຂະນະທີ່ ສປປ ລາວ ແລະປະຊາຊົນ ຕ້ອງແບກຮັບພາຣະໜີ້ມະຫາສານ.