ທະຫານພະມ້າ ຍຸບພັກ ຂອງຍານາງ ອອງ ຊານ ຊູ ຈີ
ທະຫານພະມ້າ ໄດ້ປະກາດ ຍຸບພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຫຼື ພັກ NLD ຂອງ ນາງ ອອງ ຊານ ຊູຈີ ໃນວັນທີ 21 ມີນາ ທີ່ຜ່ານມາ ຂະນະທີ່ ນາງ ອອງ ຊານ ຊູຈີ ແລະ ສະມາຊິກພັກ ຈຳນວນຫຼາຍຄົນ ຖືກຕັ້ງຂໍ້ຫາ ຫຼາຍຂໍ້ຫາ.
-
ອຸ່ນແກ້ວ
2023-04-01 -
-
-
Your browser doesn’t support HTML5 audio
ພັກສັນບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ຫຼື NLD ເປັນພັກຂອງຍານາງ ອອງ ຊານ ຊູຈີ ທີ່ຊະນະການເລືອກຕັ້ງ ທົ່ວໄປ ໃນປະເທດພະມ້າ ຢ່າງຂາດລອຍ ໃນປີ 2020 ທີ່ຜ່ານມາ, ແຕ່ ຕ້ອງຖືກຍຸບໄປໃນທີ່ສຸດ. ພັກ NLD ຂອງພະມ້າ ບໍ່ໄດ້ຄືນມາຈົດທະບຽນ ກັບຄະນະກັມມະການ ເລືອກຕັ້ງທີ່ຖືກແຕ່ງຕັ້ງ ໂດຍທະຫານພະມ້າ ຜູ້ຍຶດອຳນາດ. ຄະນະກັມມະການເລືອກຕັ້ງ ຂອງທະຫານພະມ້າ ໄດ້ກ່າວວ່າ ມີ 40 ພັກການເມືອງຖືກຍຸບ ຍ້ອນວ່າ ເຂົາເຈົ້າບໍ່ກັບມາລົງທະບຽນຄືນໃໝ່ ໃຫ້ເປັນພັກການເມືອງພາຍໃນ 60 ວັນ ອີງຕາມລະບຽບກົດໝາຍ ໃໝ່ຂອງທະຫານພະມ້າ. ຝ່າຍກົງກັນຂ້າມ ແລະ ນັກວິເຄາະ ໄດ້ກ່າວວ່າ ທະຫານພະມ້າ ໄດ້ອອກລະບຽບການເລືອກຕັ້ງໃໝ່ ໃນເດືອນມົກກະຣາ ທີ່ຜ່ານມາ. ມັນເປັນການສນັບສນູນພັກການເມືອງ ຂອງທະຫານ ແລະ ສ້າງຄວາມຊອບທັມ ໃຫ້ແກ່ທະຫານພະມ້າເຂົ້າມາ ໂດຍຜ່ານການເລືອກຕັ້ງ ທີ່ໜ້າອັບອາຍ. ຝ່າຍຕໍ່ຕ້ານທະຫານ ໄດ້ຊັກຊວນໃຫ້ມີການຂວ້ຳບາດການເລືອກຕັ້ງ ທີ່ຍັງບໍ່ທັນໄດ້ກັມນົດວັນເລືອກຕັ້ງ. ຝ່າຍຕໍ່ຕ້ານທະຫານ ໄດ້ເຕືອນວ່າ ພັກການມເມືອງຂນາດນ້ອຍ ທີ່ຈະລົງເລືອກຕັ້ງ ແຂງຂັນກັບພັກທະຫານນັ້ນ ຈະປະລາໄຊ ແລະ ເທົ່າກັບເປັນການສ້າງຄວາມຊອບທັມ ໃຫ້ແກ່ທະຫານພະມ້າ.
ມີ 63 ພັກການເມືອງ ທີ່ລົງທະບຽນກັບຄະນະກັມມະການ ເລືອກຕັ້ງຂອງຝ່າຍທະຫານພະມ້າ ໃນວັນທີ 21 ມີນາ ທີ່ຜ່ານມາ.
ມີສະເພາະທີ່ພັກພັດທະນາ ແລະ ສະຫະພັນສາມັກຄີ ຢູ່ພາຍໃຕ້ ອຳນາດຂອງອະດີດປະທານ ປະເທດພະມ້າ ພົນເອກ ອາວຸໂສ ຕັນຊ່ວຍ ຫຼັງຈາກທີ່ຝ່າຍຄ້ານ ໄດ້ຂວ້ຳບາດ ການເລືອກຕັ້ງໃນປີ 2010 ໃນເວລານັ້ນ ແລະ ມາສ້າງຄວາມຊອບທັມ ໃຫ້ແກ່ການເລືອກຕັ້ງ ຂອງທະຫານໃນປີ 2023 ນີ້. ພັກການເມືອງ ທີ່ເປັນໂຕແທນ ຂອງທະຫານພະມ້າ ໄດ້ທ້າທາຍຕໍ່ພັກ NLD ທີ່ຊະນະການເລືອກຕັ້ງໃນປີ 2010 ຕາມການດຳເນີນການ ທາງກົດໝາຍ ໂດຍ ທະຫານ ກ່າວຫາວ່າ ການເລືອກຕັ້ງໃນປີ 2021 ນັ້ນ ມີຄວາມຜິດພາດ ແລະ ບໍ່ຍຸຕິທັມ, ແຕ່ວ່າ ກຸ່ມອື່ນໆ ລວມທັງ ພັກຊາດຕິພັນແຫ່ງຊາຕ ແລະ ຣັຖສານ ເຊື່ອວ່າ ການເລືອກຕັ້ງ ເປັນຫົນທາງດຽວທີ່ຈະຟື້ນຟູ ກົດລະບຽບຂອງຝ່າຍພົນລະເຮືອນ ຢູ່ພະມ້າ.
ທ່ານ Kyee Myint ນັກວິເຄາະ ທາງກົດໝາຍ ແລະ ການເມືອງ ໄດ້ກ່າວວ່າ: ທະຫານພະມ້າ ໄດ້ຮູ້ແຈ້ງແລ້ວ ໂດຍຖືເອົາການເລືອກຕັ້ງທົ່ວໄປ ເຂົ້າມາພິຈາລະນາ ວ່າ ເຂົາເຈົ້າບໍ່ຊະນະການເລືອກຕັ້ງ ຖ້າວ່າ ພັກ NLD ຂອງຍານາງ ອອງ ຊານ ຊູຈີ ລົງເລືອກຕັ້ງ ໃນຄັ້ງນີ້. ນັ້ນຄືເຫດຜົລ ທີ່ທະຫານພະມ້າ ກັກຂັງ ຍານາງ ອອງ ຊານ ຊູຈີ ຄືດັ່ງທີ່ເຂົາເຈົ້າເຄີຍເຮັດຜ່ານມາ.
ທ່ານ ກ່າວຕື່ມອີກວ່າ: ໃນເວລານີ້ ທະຫານພະມ້າ ໄດ້ພິສູດແລ້ວວ່າ ເຂົາເຈົ້າບໍ່ເຄີຍກັບຄືນໄປສູ່ປະຊາທິປະໄຕ. ພວກເຮົາຮູ້ວ່າ ຄວາມຈິງກໍຄືຄວາມຈິງ. ພວກເຮົາຍັງເຝົ້າເບິ່ງ ແລະ ພິສູດອີກວ່າ ມັນຈະເປັນຄືພວກເຮົາເວົ້າບໍ່.
ທ່ານ Nay Phone Latt ໂຄສົກ ຣັຖບານເງົາ ຂອງພະມ້າ ທີ່ເປັນຝ່າຍຕໍ່ຕ້ານ ທະຫານ ຂອງພະມ້າ ໄດ້ກ່າວວ່າ: ຄະນະກັມມະການເລືອກຕັ້ງ ໂດຍທະຫານພະມ້າ ເປັນຜູ້ຈັດແຕ່ງຕັ້ງ ຖືກຕ້ອງຕາມກົດໝາຍ ເຊິ່ງທະຫານພະມ້າ ໄດ້ດຳເນີນການໃນຖະນະ ເປັນອົງການກໍ່ການຮ້າຍ.
ທ່ານ ກ່າວວ່າ: ມັນຟັງບໍ່ຂຶ້ນ ທີ່ຄະນະກັມມະການເລືອກຕັ້ງ ຖືກແຕ່ງຕັ້ງຂຶ້ນມາ ແບບບໍ່ຖືກກົດໝາຍ ໃຫ້ທະຫານຈະຍຸບພັກການເມືອງ.
ທ່ານ Kyaw Htway ສະມາຊິກຄະນະກັມມະການ ກາງຂອງພັກ NLD ໄດ້ກ່າວວ່າ: ການປະກາດຍຸບພັກການເມືອງ 40 ພັກ ບໍ່ເປັນໄປຕາມກົດໝາຍ ຍ້ອນວ່າ ທະຫານບໍ່ແມ່ນໂຕແທນ ຂອງປະຊາຊົນ ແລະ ບໍ່ມີຜົລຕາມກົດໝາຍ.
ທ່ານ Kyaw Htway ກ່າວຕື່ມອີກວ່າ: ບັນຫານີ້ ເກີດຂຶ້ນແລ້ວຂຶ້ນອີກ, ທະຫານໄດ້ເຂົ້າກວດຄົ້ນ ຫ້ອງການຂອງແຕ່ລະພັກ, ຄົ້ນເຮືອນ ແລະ ຍຶດຊັບສິນ ຂອງສະມາຊິກພັກ.
ທ່ານກ່າວວ່າ: ພັກການເມືອງ ມີປະສົບການຫຼາຍ ທີ່ຕໍ່ຕ້ານ ແລະ ການປາບປາມຂອງ ຜະເດັດການທະຫານພະມ້າ ເປັນເວລາໄດ້ 30 ປີ ນັບແຕ່ ຖືກສ້າງຕັ້ງຂຶ້ນມາ. ໃນສມັຍເທັກໂນໂລຢີ້ຍຸກໃໝ່, ພວກເຮົາຍັງຄົງຕໍ່ສູ້ໄປຫຼາຍກວ່ານີ້ໃຫ້ແກ່ປະຊາຊົນ ເຖິງວ່າ ທະຫານຈະຍຸບພັກ ປະກາດກໍຕາມ.
ທ່ານ ກ່າວຕື່ມວ່າ ອັນນັ້ນແມ່ນເຫດຜົລ ທີ່ຂ້າພະເຈົ້າຢາກເວົ້າ ພັກຂອງພວກເຮົາທີ່ເກີດຂຶ້ນ ມາຈາກປະຊາຊົນທີ່ສັນທາ ແລະ ສນັບສນູນ, ຈະສືບຕໍ່ໃຫ້ຄົງຢູ່ກັບປະຊາຊົນພະມ້າ.
ຍາງ ອອນຊານ ຊູຈີ ເປັນຫົວໜ້າສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ ທີ່ຖືກທະຫານພະມ້າ ຍຶດອຳນາດ ແລະ ກັກໂຕ ໄດ້ຖືກຍ້າຍໄປກັກຂັງດ່ຽວ.
ແຫຼ່ງຂ່າວທີ່ໃກ້ຊິດ ເຈົ້າໜ້າທີ່ສານ ນະຄອນຫລວງ ນໍປີດໍ ຂອງພະມ້າ ໄດ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ຄະດີ ຂອງຍານາງ ອອງ ຊານ ຊູຈີ ແລະ ຄົນໃກ້ຊິດຂອງ ຍານາງ ໄດ້ຖືກນຳມາໄຕ່ສວນ ຢູ່ສານພິເສດ ສະເພາະຢູ່ໃນຄຸກເລີຍ.
ຜູ້ທີ່ເຫັນເຫດການ ຖືກທະຫານພະມ້າ ນຳໂຕມາສືບສວນສອບສວນ ຢູ່ໃນສານ ທີ່ມີສ່ວນພົວພັນໃນຄະດີນີ້. ຂໍ້ມູນການສືບສວນສອບສວນ ຍັງບໍ່ມີການເປີດເຜີຍ ໃນຂະນະທີ່ ທະນາຍຄວາມຂອງ ຍານາງ ອອງຊານ ຊູຈີ ຍັງ ບໍ່ໄດ້ຮັບອະນຸຍາດ ໃຫ້ເຜີຍແຜ່ຂໍ້ມູນຕໍ່ສື່ມວນຊົນ.
ທີ່ຜ່ານມາ, ໄດ້ມີການໄຕ່ສວນຄະດີດັ່ງກ່າວ ທຸກໆວັນພະຫັດ ໃນສານພິເສດ ຢູ່ ນະຄອນຫລວງ ເນປິດໍ ເຊິ່ງດຳເນີນການ ຢູ່ຄ້າຍທະຫານ ນັບແຕ່ວັນທີ 1 ກຸມພາ 2021 ເປັນຕົ້ນມາ.
ທ່ານ ຊານ ເທີເນວ ໄດ້ເປັນທີ່ປຶກສາ ທາງດ້ານທຸຣະກິຈ ຂອງຍານາງ ອອງ ຊານ ຊູ ຈີ ນັບແຕ່ປີ 2017 ຢູພາຍໃຕ້ຣັຖບານ ຂອງພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ ຫຼື NLD. ທ່ານ ເປັນຄົນຕ່າງປະເທດ ຄົນທຳອິດ ທີ່ໃກ້ຊິດກັບຣັຖບານຂອງ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກຈັບ ແລະ ກັກໂຕ ນັບແຕ່ທະຫານເຂົ້າມາຍຶດອຳນາດ.
ຍານາງ ອອງ ຊານ ຊູ ຈີ ອາຍຸ 77 ປີ ໄດ້ຖືກດຳເນີນຄະດີ 19 ຂໍ້ຫາ ນັບແຕ່ ທະຫານພະມ້າເຂົ້າມາຍຶດອຳນາດ. ຍານາງ ຖືກຕັດສິນຈຳຄຸກ 11 ປີ ໃນ 6 ຂໍ້ຫາ ສ່ວນທີ່ເຫຼືອ ອີກ 13 ຂໍ້ຫາ ຍັງກຳລັງພິຈາລະນາ ຢູ່. ຖ້າມີການຕັດສິນ ໝົດທຸກຂໍ້ຫາ ຍາງນາງ ກໍຈະຖືກຕັດສິນ ຈຳຄຸກເປັນເວລາ 100 ປາຍ ປີ.
ທະຫານພະມ້າ ທີ່ຍຶດອຳນາດ ໄດ້ປະກາດ ວ່າ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກສົ່ງໄປຂັງຄຸກ ພາຍໃຕ້ກົດໝາຍອາຍາ ຫຼັງຈາກ ທີ່ສານທະຫານພະມ້າ ໄດ້ມີການໄຕ່ສວນ ກ່ອນໜ້ານີ້ ຍານາງ ອອງ ຊານ ຊູຈີ ຖືກກັກບໍລິເວນ ຢູ່ພາຍໃນບ້ານພັກ.
ທະຫານພະມ້າ ໄດ້ມີການວາງກຳລັງເຈົ້າໜ້າທີ່ ຢູ່ຄຸກຄຸມຂັງ ແລະ ໄດ້ເພີ່ມການຮັກສາຄວາມປອດໄພ ຫຼັງຈາກ ຍານາງ ອອງ ຊານ ຊູຈີ ຖືກນຳໂຕມາຢູ່ຄຸກ ນະຄອນຫລວງ ເນປິດໍ. ມີການຈຳກັດລະບຽບ ການຢູ່ໃນຕຶກຄຸມຂັງ ຜູ້ຍິງ ແລະ ຜູ້ຊາຍ ຢ່າງເຄັ່ງຄັດ ອີງຕາມແຫຼ່ງຂ່າວ ທີ່ໃກ້ຊິດກັບຄຸກຄຸມຂັງ.
ຜູ້ນຳຫຼັກຂອງຣັຖບານ ຍານາງ ອອງ ຊາຍ ຊູຈີ, ສະມາຊິກຣັຖສະພາ ແລະ ຜູ້ຕໍ່ຕ້ານການຍຶດອຳນາດຂອງທະຫານ ໄດ້ຖືກດຳເນີນຄະດີພິເສດ ຢູ່ ຄຸກ ນະຄອນຫລວງເນປິດໍ ຂອງພະມ້າ. ນັບແຕ່ທະຫານພະມ້າ ຍຶດອຳນາດ ຈາກຣັຖບານທີ່ມາຈາກການເລືອກຕັ້ງ, ມີປະຊາຊົນເສັຽຊີວິດແລ້ວ 2,000 ຄົນ ແລະ ຈຳນວນຜູ້ເສັຽຊີວິດ ຍັງເພີ່ມຂຶ້ນ ອີຕງາມຂໍ້ມູນ ຈາກກຸ່ມນັກເຄື່ອນໄຫວ ທີ່ມີຫ້ອງການ ຢູ່ປະເທດໄທຍ ເຊິ່ງກຸ່ມດັ່ງກ່າວ ໄດ້ຕິດຕາມຈຳນວນ ຜູ້ເສັຽຊີວິດຢ່າງໃກ້ຊິດ. ສະມາຄົມທີ່ໃຫ້ການຊ່ອຍເຫຼືອ ນັກໂທດການເມືອງ ຫຼື AAPP ໄດ້ກ່າວວ່າ: ຈຳນວນເສັຽຊີວິດຄົບ 2,000 ຄົນ ນັບແຕ່ ທະຫານຍຶດອຳນາດໃນວັນທີ 1 ກຸມພາ 2021.
ຕໍ່ກັບບັນຫາດັ່ງກ່າວ ນັກສິດທິມະນຸດເຫັນວ່າ ມັນເປັນການກໍ່ອາຊຍາກັມ ຕໍ່ປະຊາຊົນ ຢູ່ພະມ້າ. ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ Human Rights Watch ປະຈໍາອາເຊັຽ ຕາເວັນອອກສຽງໃຕ້ ກ່າວຕໍ່ ສຳນັກຂ່າວຕ່າງປະເທດວ່າ:
“ພວກເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິດທິມະນຸດ ໃນພະມ້າ ນັບແຕ່ມີການ ຣັຖປະຫານ. ດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະການທີ່ບໍ່ດີ ທີ່ທະຫານກໍ່ອາຊຍາກັມ ຕໍ່ປະຊາຊົນຕົວເອງ.”
ອີງຕາມຂໍ້ມູນ ຈາກຖແລງການຂອງຫ້ອງການ ສະຫະປະຊາຊາຕ ເພື່ອການຮ່ວມມືດ້ານມະນຸດສະທັມ ໄດ້ຮູ້ວ່າ ນັບແຕ່ວັນທີ 27 ກຸມພາ - 13 ມີນາ 2023 ມີຜູ້ອົບພະຍົບລີ້ໄພການສູ້ຣົບ ຢູ່ພະມ້າ 100,000 ປາຍຄົນ. ຖແລງການດັ່ງກ່າວ ຍັງລະບຸອີກວ່າ ມີປະຊາຊົນພະມ້າ ຢູ່ຣັຖຕ່າງໆໄດ້ອົບພະຍົມຈາກຖິ່ນຖານ ທັງໝົດ 1.7 ລ້ານຄົນ ຍ້ອນການສູ້ຣົບ ຈາກອະດີດ ຈົນເຖິງປັດຈຸບັນ.
ຫລ້າສຸດມີຣາຍງານ ໃນວັນທີ 30 ມີນາ ວ່າ ຍົກສູ້ຣົບ ຂອງທະຫານພະມ້າ ໄດ້ຖິ້ມລະເບີດໂຈມຕີ ໝູ່ບ້ານ ຢູ່ພາກຕາເວັນຕົກ ຂອງພະມ້າ ເຊິ່ງເປັນບ່ອນທີ່ບໍ່ມີການສູ້ຣົບ ເປັນເຫດເຮັດໃຫ້ມີຊາວບ້ານເສັຽຊີວິດ 10 ຄົນ ແລະ ບາດຈັບ 20 ຄົນ ອີງຕາມຂໍ້ມູນ ຈາກຊາວບ້ານ.