ປະນາມ ການກະທຳຕໍ່ ຊາວໂຣຮິງຢາ ໃນພະມ້າ

ສະຫະຣັຖອາເມຣິກາ ຖແລງການວ່າ ທະຫານພະມ້າຂ້າລ້າງເຜົ່າພັນ ຊາວໂຣຮິງຢາ ຢູ່ຣັຖຣາຂ່າຍ ແລະ ບັນຫາດັ່ງກ່າວ ໄດ້ນຳຂຶ້ນສານອາຍາສາກົນ.

ຊາວໂຣຮິງຢາ ຢູ່ຄ້າຍອົພຍົບ ປະເທດບັງກະລາເດສ ຮູບພາບ: BenarNews

ອົງ​ການ​ສິທ​ທິ​ມະ​ນຸດ ເຫັນ​ດີ​ກັບ ຖ​ແລງ​ການ​ຂອງ​ສະ​ຫະ​ຣັ​ຖ​ອາ​ເມ​ຣິກາ ທີ່​ລະ​ບຸ​ວ່າ ທະ​ຫານ​ພະ​ມ້າ ກະ​ທຳ​ການຂ້າ​ລ້າງ​ເຜົ່າ​ພັນ ແລະ ເປັນ​ອາ​ຊ​ກັມ ຕໍ່​ມະ​ນຸດ​ຊາດ ໂດຍສະ​ເພາະຕໍ່​ຊາວ​ໂຣ​ຮິງ​ຢາ, ໃນ​ຂະ​ນະ​ທີ່ ບາງ​ອົງ​ການ​ສິ​ທິ​ມະ​ນຸດ ກໍ​ກ່າວ​ວ່າ ຜູ້​ກະ​ທຳ​ຜິດ​ ຄື ທະ​ຫານ​ພະ​ມ້າ ຈະ​ຕ້ອງ​ຖືກ​ລົງ​ໂທດ.

ທ່ານ Anthony Blinken ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ວ່າ ການອອກ​ມະ​ຕິ​ຮັບ​ຮອງວ່າ ມີການ​ຂ້າ​ລ້າງ​ເຜົ່າ​ພັນໃນ​ພະ​ມ້າ ເປັນ​ໄປ​ຕາມ​ການ​ປະ​ເມີນ​ຂໍ້​ເທັດ​ຈິງ ແລະ ກຳ​ລັງ​ມີ​ການ​ກະ​ກຽມທາງ​ດ້ານ​ກົດ​ໝາຍ ໂດຍ ແມ່ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ສະ​ຫະ​ຮັ​ຖ​ອາ​ເມ​ຣິ​ກາ ເປັນ​ຜູ້​ດຳ​ເນີນ​ການ ເຊິ່ງ​ລວມ​ມີ ກາ​ນ​ຣວບ​ຣວມ​ເອ​ກ​ສານ ຫຼັກ​ຖານ ຈາກ​ອົງ​ການ​ຈັດຕັ້ງ​ດ້ານ​ສິທ​ທິ​ມະ​ນຸດ ເຊັ່ນ ອົງ​ການ​ຊິ​ຣະ​ໂທ​ສ​ກັມ​ສາ​ກົ​ລ Amnesty International ແລະ ອົງ​ການ​ສິ້ງ​ຊອມ​ດ້ານ​ສິ​ທິ​ມະ​ນຸດ ຫຼື Human Rights Watch. 

ທ່ານ Anthony Blinken ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ຖ​ແລງ​ຕອນ​ນຶ່ງ ໃນ​ວັນ​ທີ 8 ມີ​ນາ ວ່າ:

ມື້ນີ້ ວັນ​ທີ 8 ເດືອນ ມາ​ນີ ຂ້າ​ພະ​ເຈົ້າ​ຂໍ​ຢືນ​ຢັນ​ວ່າ ສະ​ມາ​ຊິກທະ​ຫານ​ພະ​ມ້າ ກະ​ທຳ​ກາ​ນ​ຂ້າ​ລ້າງ​ເຜົ່າ​ພັນຕໍ່​ຊາວ​ໂຣ​ຮິງ​ຢາ.”

ທະ​ຫານ​ພະ​ມ້າ ໄດ້​ເຂົ້າ​ໄປ​ກວາດ​ລ້າງ ກຸ່ມ​ຕິດ​ອາ​ວຸດ​ຊາວ​ໂຣ​ຮິງ​ຢາ ຢູ່ ຣັ​ຖ​ຣະ​ຂ່າຍ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ພະ​ມ້າ ແຕ່ ສົ່ງ​ຜົ​ລ​ກະ​ທົບເຮັດ​ໃຫ້ຊາວ​ໂຣ​ຮິງ​ຢາປະ​ມານ 700,000 ຄົນ ຕ້ອງ​ໜີ​ຈາກ​ບ້ານ​ເຂົາ​ເຈົ້າ ແລ້ວ ໜີ​ເຂົາ​ໄປ​ປະ​ເທດ​ບັງ​ກະ​ລ​າ​ເດ​ສ ທີ່​ເປັນຊາຍ​ແດນ​ຕິດ​ກັບ​ພະ​ມ້າ ໃນ​ປີ 2017 ຍ້ອນ​ວ່າ ທະ​ຫານ​ພະ​ມ້າ ໄດ້​ດຳ​ເນີນ​ການກວາດ​ລ້າງ ໂດຍ ທີ່​ທະ​ຫານ​ພະ​ມ້າມີ​ການ​ໂຈມ​ຕີພົ​ລ​ເຮືອນ​ບໍ່​ກ່ຽວ​ກັບ​ກຸ່ມ​ຕໍ່​ຕ້ານ

ຊາວ​ໂຣ​ຮິງ​ຢາ ຜູ້​ທີ່​​ອົ​ພ​ຍົບ​ໜີ​ການ​ຕໍ່ສູ້​ ແລະ ຄວາມ​ຮຸນ​ແຮງ ຍັງ​ຄົງ​ພັກ​ອາ​ໃສ ຢູ່ ຄ້າຍ​ຜູ້​ອົ​ພ​ຍົບ ຢູ່ ທາງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ບັງ​ກະ​ລາ​  ເດ​ສ.

ປະ​ທານອົງ​ການ​ຊາວ​ໂຣ​ຮິງ​ຢາ ທີ່​ຢູ່​ປະ​ເທດ​ອັງ​ກິດ ໄດ້​ກ່າວ​ຕໍ່​ ວິ​ທະ​ຍຸເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ພວກ​ເຮົາຫວັງ​ວ່າ ຂະ​ບວນ​ການນີ້ ຈະ​ໄດ້​ຮັບ​ການ​ສ​ນັບ​ສ​ນູນ​ຈາກປະ​ຊາ​ຄົມ​ໂລກ ແລະ ຜູ້​ກະ​ທຳ​ຜິດ​ຈະ​ຕ້ອງ​ຖືກ​ລົງ​ໂທດ.

ທ່ານ ກ່າວ​ວ່າ:

ຂ້າ​ພະ​ເຈົ້າ​ວ່າ ສິ່ງ​ດັ່ງ​ກ່າວ​ຈະ​ເປີດ​ເສັ້ນ​ທາງ ເພື່ອ​ໃຫ້​ຊາວ​ໂຣ​ຮິງ​ຢາ ແລະ ຊາວ​ຊາດ​ຕິ​ພັນອື່ນໆ ໄດ້​ຮັບ​ຄວາມ​ຍຸ​ຕິ​ທັມ ໂດຍ​ສະ​ເພາະ ຜູ້​ທີ່​ໄດ້​ຮັບ​ຄວາມ​ທຸກ​ທໍ​ຣະ​ມານ​ຈາກ​ການ​ຂ້າ​ລ້າງ​ເຜົ່າ​ພັນ ແລະ ການ​ຣະ​ເມີດ​ສິ​ດ​ທິ​ມະ​ນຸດ.”

ທ່ານ Murray Hiebert, ເຈົ້າ​ໜ້າ​ທີ່ໂຄງ​ການເອ​ເຊັຽຕາ​ເວັນ​ອອກ​ສ່ຽງ​ໃຕ້ ປະ​ຈຳ​ສູນ​ສຶກ​ສານາ​ໆຊາດ ແລະ ຍຸ​ທ​ສາດ ຢູ່ ນະ​ຄອນ​ຫລວງວໍ​ຊິງ​ຕັນ​ດີ​ຊີ ປະ​ເທດ​ສະ​ຫະຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ວ່າ ມີ​ການ​ຂວ້າມ​ບາດລົງ​ໂທດ ບັນ​ດາ​ນາ​ຍ​ພົ​ນ​ລະ​ດັບ​ສູງ​ຂອງ​ພະ​ມ້າ ເພື່ອ​ໃຫ້​ຢຸດ​ຕິດການ​ກະ​ທຳທີ່​ຮຸ​ນ​ແຮງ.

ທ່ານ Murray Hiebert ຍັງ​ກ່າວ​ວ່າ ທະ​ຫານ​ພະ​ມ້າ ໄດ້​ຢຶດ​ອຳ​ນາດ​ຈາກ​ຣັ​ຖ​ບານຍາ​ນາງ ອອງ​ ຊານ ຊູ​ຈີ ທີ່​ຊະ​ນະ​ການ​ເລືອກ​ຕັ້ງ ໃນ​ເດືອນ​ກຸມ​ພາ 2021 ແລະ ນັບ​ແຕ່​ນັ້ນ ເປັນ​ຕົ້ນ​ມາ ທະ​ຫານ​ພະ​ມ້າ ໄດ້​ບຸກ​ໂຈມ​ຕີ ແລະ ສັງ​ຫານ​ພົລ​ເຮືອນ​ໄປຫຼາຍພັນ​ຄົນ. ຍັງ​ຈະ​ມີ​ການ​ໃຊ້​ມາ​ຕ​ການ​ຂວ້າມ​ບາດ​ອີກຄັ້ງ ຢູ່​ສະ​ຫະ​ປະ​ຊາ​ຊາດ ແຕ່ ປະ​ເທດ​ຈີນ ແລະ ຣັ​ດ​ເຊັຍ ຄັດ​ຄ້ານ ການ​ລົງ​ຄະ​ແນ​ນ​ສຽງ​ຂວ້າມ​ບາດ.

ທ່ານ Murray Hiebert  ກ່າວ​ວ່າ:

ນັກ​ເຄື່ອນ​ໄຫວ​ດ້ານ​ສິ​ດ​ທິ​ມະ​ນຸດຈຳ​ນວນ​ນຶ່ງ ໄດ້​ຮຽກ​ຮ້ອງ ໃຫ້​ຄະ​ນະ​ຣັ​ຖ​ບານຂອງ​ ປະ​ທາ​ນາ​ທິ​ບໍ​ດີ ໂຈ​ບາຍ​ເດີນ ຕັດ​ການ​ສົ່ງ​ອອກ​ແກ​ສ ແລະ ນ້ຳ​ມັນໄປ​ພະ​ມ້າ.”

ທ່ານ Maung Zarni ຜູ້​ທີ່​ເຮັດ​ການ​ວິ​ໃຈກ່ຽວ​ກັບກ​ບັນ​ຫາ​ພະ​ມ້າ ປະ​ຈຳ​ສູນ​ຂໍ້​ມູນຂອງ​ກຳ​ພູ​ຊາ​ ກ່ຽວ​ກັບ​ການ​ຂ້າ​ລ້າງ​ເຜົ່າ​ພັນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ​ວ່າ: ທະ​ຫານ​ພະ​ມ້າ​ຜູ້​ກະ​ທຳ​ຜິດ​ຈະ​ຕ້ອງ​ຖືກ​ລົງ​ໂທ​ດ.

ທ່ານ Maung Zarni ກ່າວ​ຕື່ມ​ອີກວ່າ:

ຖ້າ​ວ່າ ບໍ່​ມີ​ການ​ແກ້​ໄຂ​ຢ່າງ​ເປັນ​ຮູບ​ປະ​ທຳ ຕໍ່​ທະ​ຫານ​ພະ​ມ້າ, ມັນ​ກໍ​ຈະ​ບໍ່​ມີ​ຄວາມ​ໝາຍ ແລະ ບໍ່​ມີ​ຜົ​ລ​ຫຍັງ.” 

ທ່ານ Maung Zarni ຮຽກ​ຮ້ອງ​ໃຫ້ ຄະ​ນະ​ຣັ​ຖ​ບານຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດີນ ໃຫ້​ເປັນ​ເຈົ້າ​ການໃນ​ຄວາມ​ພະ​ຍາ​ຍາມ ພົວ​ພັນ​ກັບ​ສະ​ຫະ​ພາບ​ຢູ​ໂຣບ, ອັງ​ກິດ ແລະ ປະ​ເທດ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ ໃຫ້​ລົງໂທດ​ປະ​ເທດ​ພະ​ມ້າ ຄື​ກັນ​ກັບ​ທີ່​ລົງ​ໂທດ​ຣັ​ດ​ເຊັຽ​ ທີ່​ບຸກ​ລຸກ​ປະ​ເທດ ຢູ​ເຄຼນ.

ສາ​ສ​ດາ​ຈານ Christina Fink ອາ​ຈານ​ສອນ ຢູ່​ມະ​ຫານ​ວິ​ທະ​ຍາ​ໄລ ຈອດ ວໍ​ຊິງ​ຕັນ ທີ່​ຊ່ຽວ​ຊານ​ດ້ານ​ພະ​ມ້າ ໄດ້​ກ່າວ​ວ່າ: ​

ການ​ອອກ​ມະ​ຮັບ​ຮອງ ຂອງ​ທ່ານ Blinken ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ​ສຳ​ລັບ ຊາວ​ໂຣ​ຮິງ​ຢາ ເຖິງວ່າ

ຜົ​ລຂອງ​ການ​ແກ້​ໄຂ​ບັນ​ຫາ​ເຣື່ອງ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ໂຣ​ຮິງ​ຢາ ຈະ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ.”  

ສາ​ສ​ດາ​ຈານ Christina Fink ກ່າວ​ຕື່ມ​ອີກວ່າ:

ຊາວ​ໂຣ​ຮິງ​ຢາ ໄດ້​ປະ​ເຊີນ​ກັບການ​ໃຊ້​ຄ​ວາມ​ຮຸ​ນ​ແຮງ​ທາງ​ຮ່າງ​ກາຍ ແລະ ຈິດ​ໃຈ ຈາກ​ການ​ກະ​ທຳ​ຂອງ​ທະ​ຫານ​ພະ​ມ້າ ແຕ່​ຍິ່ງ​ໄປ​ກວ່າ​ນັ້ນ ນັກ​ສຶກ​ສາ​ແລະ ຣັ​ຖ​ບານ​ປະ​ເທດ​ຕ່າງໆ ບໍ່​ຍອມ​ຮັບ​ທະ​ຫານ​ພະ​ມ້າ. ຣັ​ຖ​ບານ​ສະ​ຫະ​ຣັ​ຖອາ​ເມ​ຣິ​ກາ ໄດ້​ແກ້​ໄຂ​ບັນການ​ຂ້າ​ລ້າງ​ເຜົ່າ​ພັນ ຊ​າວ​ໂຣ​ຮິງ​ຢາ ແລະ ອາ​ຊ​ຍາ​ກຳ​ຕໍ່​ມະ​ນຸດ​ຊາດ ເພື່ອ​ຟື້ນ​ຟູສັກ​ສີ​ຂອງ​ຊາວໂຣ​ຮິງ​ຢາ.”   

ສາ​ສ​ດາ​ຈານ Christina Fink ໄດ້​ກ່າວ​ວ່າ:

ການ​ແກ້​ໄຂ​ບັນ​ຫາ ຈະ​ສົ່ງ​ຜົນຕໍ່​ຄະ​ດີການ​ຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ໂຣ​ຮິງ​ຢາ ທີ່​ຖືກ​ນຳ​ມາ​ຂຶ້​ນ​ສານ​ອາ​ຍາ​ສາ​ກົ​ລ ຫຼື ICJ. ປະ​ເທດ​ແອ​ຟ​ຣິ​ກາ​ຕາ​ເວັນ​ຕົກ ໄດ້ກ່າວ​ຫາ ຜູ້​ນຳ​ທະ​ຫານ​ພະ​ມ້າ ວ່າ​ ໄປ​ພົວ​ພັນ​ການ​ຂ້າ​ລ້າງ​ເຜົ່າ​ພັນ ຢູ່​ເຂດ​ໂຣ​ຮິງ​ຢາ ຕາມ​ສົນ​ທິ​ສັນ​ຍາ​ສາ​ກົ​ລ​ວ່າ​ດ້ວຍ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ທີມີ​ການ​ຮັບ​ຮອງ​ເອົາ​ໃນ​ປີ 1948.”

ສາ​ສ​ດາ​ຈານ Christina Fink ກ່າວ​ວ່າ ຣະ​ບອບ​ທະ​ຫານ​ພະ​ມ້າ ໄດ້​ພະ​ຍາ​ຍາມ ຈະ​ຢັບ​ຢັ້ງ​ຄະ​ດີ​ຄວາມ​ທີ່​ວ່າ​ນັ້ນ ໂດຍ ກ່າວ​ອ້າງວ່າ ບັນ​ດາ​ປະ​ເທດ​ທີ່​ຖື​ສາ​ສ​ນາມຸ​ສ​ລິມ ເປັນ​ຜູ້​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ຂຶ້​ນ​ສານອາ​ຍາ​ສາ​ກົ​ລ ຍ້ອນ​ວ່າ ຊາວ​ໂຣງ​ຮິງ​ຢາ ຖື​ສາ​ສ​ນາມຸ​ສ​ລິມ ແລະ ແນວ​ທາງ​ແກ້​ໄຂ​ບັນ​ຫາ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ການ ໄດ້​ສ​ແດງ ໃຫ້​ເຫັນ​ວ່າ ການ​ຟ້ອງ​ຮ້ອງນີ້ ບໍ່​ກ່ຽວ​ຂ້ອບ​ກັບ​ສາ​ສ​ນາ ແຕ່ ມັນ​ແມ່ນ​ເຣື່ອງ​ສິທ​ທີ​ມະ​ນຸດ ຕໍ່​ການເປັນ​ພົ​ລ​ເມືອງ, ຄວາມ​ໝັ້ນ​ຄົງ ແລະ ໂອ​ກາດ.  

ຍາ​ນາງ Wai Wai Nu ອາ​ດີດ​ນັກ​ໂທດ​ການ​ເມືອງ ແລະ ປັດ​ຈຸ​ບັນ ເປັນ​ຜູ້​ອຳ​ນວຍ​ການ ເຄື່ອ​ຂ່າຍ​ສັນ​ຕິ​ພາບ​ຂອງ​ແມ່​ຍິງໃນ​ພະ​ມ້າ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ: ແນວ​ທາງ​ການ​ແກ້​ໄຂ ມີ​ຄວາ​ມ​ສຳ​ຄັນ ສຳ​ລັບ​ຊາວ​ໂຣ​ຮິງ​ຢາ ຜູ້​ທີ່​ຖືກ​ສັງ​ຫານ ຫຼື ຜູ້​ທີ່​ຖືກ​ຍ້າຍ​ຖິ່ນ​ຖານ ແລະ ສຳ​ຄັນ​ສຳ​ລັບ​ຄອບ​ຄົວ​ຂອງເຂົາ​ເຈົ້າ

ຍາ​ນາງ ກ່າວ​ຕື່ມ​ອີກວ່າ:

ແນວ​ທາງ​ການ​ແກ້​ໄຂບັນ​ຫາການ​ຂ້າ​ລ້າງ​ເຜົ່າ​ພັນ ໂດຍ​ປະ​ເທດ​ມະ​ຫາອຳ​ນາດ ຄື ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຄື​ກັບ ການໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຊ່ວຍ​ເຫຼືອຢຸດ​ຕິ​ການ​ຣະ​ເມີດ​ສິທ​ທິ​ມະ​ນຸດ ລວມ​ທັງ ການ​ຂ້າ​ລ້າງ​ເຜົ່າ​ພັນໃນ​ປະ​ເທດ​ພະ​ມ້າ.”

ກຸ່ມ​ອົງ​ການ​ສິ​ດ​ທິ​ມະ​ນຸດ ທີ່​ໄດ້ບັນ​ທຶກ​ການ​ລະ​ເມີດ​ສິ​ດ​ທິ​ມະ​ນຸດ ຕໍ່​ຊາວ​ໂຣ​ຮິງ​ຢາ ໄດ້​ຮຽກ​ຮ້ອງ​ໃຫ້ ມີ​ການ​ແກ້​ໄຂ​ບັນ​ຫາ ແລະ ໃຫ້​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຮອງ​ເອົາ ບັນ​ຫາ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຊາວ​ໂຣ​ຮິງ​ຢາ ຢູ່​ພະ​ມ້າ ແລະ ອົງ​ການ​ຂ້າ​ຫລວງ​ໃຫຍ່​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ໃຫ້​ຜັກ​ດັນ​ໃຫ້​ອອກ​ມະ​ຕິ ໃຫ້​ດຳ​ເນີນ​ການ​ໄປ​ເຖິງ​ສານ​ອາ​ຍາ​ສາ​ກົ​ລ.

ທ່ານ Zaw Win ເຈົ້າ​ໜ້າ​ທີ່​ອົງ​ການ​ສິ​ທິ​ມ​ນຸດ ກ່າວ​ວ່າ ມັນ​ເປັນ​ສັນ​ຍານ​ທີ່​ດີ ແລະ ເປັນ​ນິ​ມິດ​ໝາຍ​ອັນ​ດີ ສຳ​ລັບ​ຊາວ​ໂຣ​ຮິງ​ຢາ ທີ່​ຕົກ​ເປັນ​ເຫຍືອ ແລະ ຜູ້​ທີ່​ລອດ​ຊີ​ວິດ. ສະ​ຫະ​ຣັ​ຖ​ອາ​ເມຣິ​ກາ ໄດ້​ເຫັນ​ດີ​ວ່າ ການ​ໃຊ້​ຄວາມ​ຮຸນ​ແຮງ ຕໍ່​ຊາວ​ໂຣ​ຮິງ​ຢາ ໂດຍ​ທະ​ຫານ​ພະ​ມ້າ ເປັນ​ການ​ຂ້າ​ລ້າ​ງ​ເຜົ່າ​ພັນ ແລະ ເປັນ​ອາ​ສ​ຍາ​ກຳ​ຕໍ່​ມະ​ນຸດ​ຊາດ ແລະ ​ມັນ​ເປັນ​ການ​ລໍ​ຖ້າ​ຢ່າງ​ຍາວ​ນານ ສຳ​ລັບ​ຊາວ​ໂຣ​ຮິງ​ຢາ.

ທ່ານ Sebastian Strangio ບັນ​ນາ​ທິ​ການ ສຳ​ນັກ​ຂ່າວ The Diplomat ປະ​ຈຳ​ເອ​ເຊັຽ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ກ່າວ​ວ່າ: ທຸກ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ນຳ​ຂຶ້ນ​​ສານ​ອາດ​ຍາ​ສາ​ກົນ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ນັ້ນ ຈະ​ຖືກ ຈີນ ແລະ ຣັດ​ເຊັຽ ຄັດ​ຄ້ານ.

ການ​ຣັ​ຖ​ປະ​ຫານ​ຢູ່​ປະ​ເທດ​ພະ​ມ້າ​ໃນ​ເດືອນກຸມ​ພາ 2021 ທີ່​ຜ່ານ​ມາ ເຮັດ​ໃຫ້ເກີດ​ການ​ຕໍ່​ສູ້​ກັນ ໂດຍ​ສະ​ເພາະ ກຸມ​ຊາດ​ຕິ​ພັນ​ ແລະ ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ​ພະ​ມ້າ ທີ່ບໍ່​ພໍ​ໃຈ​ການ​ຣັ​ຖ​ປະ​ຫານ ແລະ ຕໍ່​ສູ້​ກັບ​ທະ​ຫານ​ພະ​ມ້າ

ປະ​ຊາ​ຊົນຫຼາຍ 100,000 ຄົນ ໜີ​ການ​ສູ້ຣົບ ລະ​ຫວ່າງ ທ​ຫານ​ພະ​ມ້າ ແລະ ກຸ່ມ​ກອງ​ກຳ​ລັງ​ປົກ​ປ້ອງ​ຕົວ​ເອງຂອງ​ປະ​ຊາ​ຊົນ, ກຸ່ມຊາດ​ຕິ​ພັນ.

ສຳ​ນັກ​ຂ່າວ​ເອ​ເຊັຽ​ເສ​ຣີ ຜ​ແນກ ພ​າ​ສາ​ພະມ້າ ໄດ້​ຣາຍ​ງານ​ວ່າ ມີ​ປະ​ຊາ​ຊົນ 230,000 ຄົນ ຢູ່​ໃນ 7 ເຂດ ໃນ​ປະ​ເທດ​ພະ​ມ້າ ໄດ້​ພາ​ກັນ​ໜີ​ການ​ສູ້​ຣົບ ລະ​ຫວ່າງ​ທະ​ຫານ​ພະ​ມ້າ ກັບ​ ກຸ່ມ​ຊາດ​ຕິ​ພັນ.

ການ​ສູ້​ຮົບ​ດັ່ງ​ກ່າວ ໄດ້​ອຸ​ບັດ​ຂຶ້ນ​ມາ ເປັນ​ເວ​ລາ ເດືອນ​ແລ້ວ ນັບ​ແຕ່ ທ​ຫານ​ພະ​ມ້າ ໄດ້​ມີ​ການຢຶດ​ອຳ​ນາດຈາກ​ຣັ​ຖ​ບານ​ຂອງ​ ຍາ​ນາງ ອອງ ຊານ ຊູ ຈີ ໃນ​ວັນ​ທີ 1 ກຸມ​ພາ 2021.

ທ​ຫານ​ພະ​ມ້າ ໄດ້​ຢຶດ​ອຳ​ນາດ​ຈາກ ພັກ​ສັນນິ​ບາດ ແຫ່ງ​ຊາດ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ກັກ​ຕົວ ຍານາງ ອອງ ຊານ ຊູ ຈີ ຜູ້​ເປັນ​ຫົວ​ໜ້າ​ພັກ ທີ່​ສາ​ມາດ​ຊະ​ນະ​ການ​ເລື່ອກ​ຕັ້ງໃນ​ເດືອນ​ພຶ​ສ​ຈິ​ກາ 2020 ​ຢ່າງ​ເດັດ​ຖານ ໃນ​ຂ​ນະ​ທີ່​ທ​ຫານ​ພະ​ມ້າ ຜູ້​ປ​ຣາ​ໄຊ ໃນ​ການ​ເລືອກ​ຕັ້ງ ໄດ້​ກ່າວ​ຫາ​ວ່າ ມີ​ການ​ໂກງ​ເລືອກ​ຕັ້ງ, ແຕ່ ບໍ່​ມີ​ຫຼັກ​ຖານ​ຫຍັງ​ມາ​ພິ​ສູດ​ຄຳ​ກ່າວ​ຫາ​ຂອງ​ຕົນ​ເອງ ສ່ວນ​ວ່າ ປະ​ຊາ​ຊົນ​ພະ​ມ້າ ສ່ວນ​ຫຼາຍ​ທີ່ບໍ່​ເຫັນ​ດີ​ກັບ​ການ​ຢຶດ​ອຳ​ນາດ ກໍ​ອອກ​ມາ​ປ​ະ​ທ້ວງກັນ​ເປັນ​ຈຳ​ນວນ​ຫຼາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org