ບັນຫາຢາເສບຕິດຢູ່ພະມ້າ

ຈໍາປາທອງ
2014.04.14
f-drug-use ບັນຫາ ຢາເສບຕິດ ຢູ່ ພະມ້າ ແລະ ປະເທດ ເພື່ອນບ້ານ ທີ່ກໍາລັງ ແພ່ຂຍາຍ ໃນກຸ່ມວັຍລຸ້ນ
irin news

 

ພາຍຫລັງ ຫລາຍປີ ທີ່ ເປັນບ້ານ ຂອງ ຂຸນເສິກ ຢາເສບຕິດ ສາກົນ ຊຶ່ງເປັນ ສູນກາງ ສໍາຄັນ ທີ່ສຸດ ຂອງ ການຜລິດ ແລະ ການຄ້າ ຢາຝິ່ນ ແລະ ຢາບ້າ Meth  Amphetamine, ປັດຈຸບັນ ຢາເສບຕິດ ຂຍາຍ ຢ່າງໄວວາ ຢູ່ໃນ ບ້ານເຮືອນ. ຕາມຣາຍງານ ຂອງ Online news ໃນວັນທີ 14 ເມສາ 2014 ນີ້.

ແຕ່ ບັນຫາ ມີຢູ່ວ່າ ຢາເສບຕິດ ບໍ່ ພຽງແຕ່ ມີຢ່າງ ຫລວງຫລາຍ ຢູ່ພາຍ ໃນ ປະເທສ ພະມ້າ ເທົ່ານັ້ນ ແຕ່ມັນ ແພ່ຂຍາຍ ໄປເຖິງ ພາກສ່ວນ ອື່ນໆ ຂອງໂລກ ທີ່ກັງວົນ ນໍາແງ່ ຂອງ ການຕິດ ຢາ ເສບຕິດ ທີ່ ເພີ່ມຂຶ້ນ ແລະ ການຄ້າ ຂ້າມ ຊາຍແດນ ທີ່ຜິດ ກົດ ໝາຍ ຫລາຍກວ່າ ທີ່ເປັນ ບັນຫາ ຢູ່ໃນ ປະເທສ ພະມ້າ ນັ້ນ.

ປັດຈຸບັນ ມີການ ປ່ຽນແປງ ຢູ່ຣັຖ Shan ພາກ ຕາເວັນອອກ ສ່ຽງ ເໜືອ ຊຶ່ງ ມີຊາຍແດ ນຕິດກັບ ປະເທສລາວ, ຈີນ ແລະໄທ ຜູ້ ອາວຸໂສ ຂອງບ້ານ ແລະ ເຈົ້າໜ້າທີ່ ຕໍາຣວດ ຣະດັບ ສູງ ເຫັນຄື ກັນວ່າ ມີການ ກະທໍາຜິດ ທາງດ້ານ ອາສຍາກັມ ດ້ານ ຢາເສບຕິດ ທີ່ ໜ້າຢ້ານ ເພີ່ມຂຶ້ນ, ການເສື່ອມໂຊມ ຂອງ ຜູ້ຄົນ ອັນເນື່ອງ ມາຈາກ ການ ທຸຣະກິດ ດ້ານ ຢາເສບຕິດ ໃນຊາວໜຸ່ມ ທ້ອງຖິ່ນ ເພີ່ມຂຶ້ນ

ຢູ່ ນະຄອນ Lashio ເມືອງ ຫລວງ ຂອງຣັຖ Shan ຄຸນພໍ່ Zaw Hpan ຄາດຄະເນ ວ່າ ມີ ຊາຍໜຸ່ມ 60% ເຖິງ 70% ທີ່ ຢູ່ໃນ ເມືອງ ນີ້ ແຫ່ງດຽວ ປັດຈຸບັນ ຕິດຢາ ເຮໂຣອິນ ຫລື ຢາບ້າ ຫລື ຕິດ ຢາເສບຕິດ ທັງສອງຢ່າງ ໄປນໍາກັນ.

ທ່ານ Zaw Hpan ອາຍຸ 54 ປີ ກ່າວທີ່ Khite Chan ຊຶ່ງເປັນ ບ້ານ ຂອງທ່ານ ທີ່ມີ ປະມານ 55 ຄອບຄົວ ຕັ້ງຢູ່ ຫ່າງຈາກ ນະຄອນ Lasho 10 ກິໂລແມັດ ນັ້ນວ່າ “ມັນເປັນເຣື່ຶອງ ທີ່ໜ້າ ເປັນຫ່ວງ ນໍາຫລາຍ ສໍາລັບ ພວກເຮົາ ຢູ່ໃນ ຊຸມຊົນ ທີ່ຈະບໍ່ມີ ແຮງງານ ຊຶ່ງ ເປັນໜ້າ ເຊື່ອຖື ໃນ ອະນາຄົດ ອັນໃກ້ໆ ນີ້ “.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.