ຣັຖບານພົລເຮືອນ ສາມັກຄີພະມ້າ
2021.05.08

ຣັຖບານພົລເຮືອນ ສາມັກຄີແຫ່ງຊາດພະມ້າ ຫຼື NUG ໃນວັນພຸດ ອາທິດນີ້ ໄດ້ປະຕິເສດ ຕໍ່ການໂອ້ ລົມກັນ ກັບກຸ່ມຜູ້ນຳທະຫານ ທີ່ຍຶດອໍານາດ ໃນຕົ້ນເດືອນກຸມພາ ຈົນກວ່າ ກຸ່ມຜູ້ນຳທະຫານ ຈະປ່ອຍພວກຜູ້ນໍາພົລເຮືອນ ທີ່ຖືກກັກຂັງ ແລະກຸ່ມອື່ນໆທີ່ຖືກຈັບ ຫຼັງຈາກການຣັຖປະຫານ ແລະ ໃຫ້ມີການວາງແຜນ ຕັ້ງຣັຖບານພົລເຮືອນຊຸດໃໝ່ ແບບເປັນທັມ ໃນພະມ້າ.
ບັນດາຜູ້ນໍາ ຂອງສະມາຄົມອາຊຽນ (ASEAN) 10 ປະເທດໄດ້ພົບປະກັນ ໃນວັນເສົາຜ່ານມາ ແລະໄດ້ລົງນາມໃນ "ຄວາມເຫັນ ພ້ອມກັນ 5 ປະເດັນ" ກ່ຽວກັບການ ແກ້ໄຂເຫດ ວິກິຈການ ທາງດ້ານການເມືອງ ໃນພະມ້າ ໃນນັ້ນຮ່ວມດ້ວຍ ການຍຸຕິ ຄວາມ ວຸ້ນວາຍຂອງກອງທັບ ຕໍ່ປະຊາຊົນຜູ້ປະທ້ວງ ແລະໃຫ້ຫັນມາໂອ້ລົມກັນ ໂດຍສັນຕິ ເພື່ອສ້າງຄວາມປອງດອງຊາດ ໃນພະມ້າ.
ສະມາຊິກຣັຖບານ ສາມັກຄີແຫ່ງຊາດພະມ້າ ຫຼື NUG ທີ່ໄດ້ຕັ້ງຂຶ້ນໃນວັນທີ 16 ເດືອນພຶສພາ ກ່າວວ່າ ພວກຕົນຈະບໍ່ເຂົ້າຮ່ວມ ໃນການໂອ້ລົມກັນ ກັບກຸ່ມຜູ້ນຳທະຫານ ຈົນກວ່າ ພວກຜູ້ນໍາທີ່ຖືກກັກຂັງ ຈາກຣັຖບານພົລເຮືອນ ກ່ອນໜ້ານີ້ ຮວມທັງຍານາງ ອອງຊານ ຊູຈີ ແລະ ປະທານາທິບໍດີ ວິນມາຍ ຖືກປ່ອຍຕົວ.
ນອກຈາກນັ້ນ ກຸ່ມດັ່ງກ່າວຍັງ ຢາກໃຫ້ ສະມາຊິກອາຊຽນ ແລະປະເທດອື່ນໆ ຮັບຮູ້ຣັຖບານພົລເຮືອນ ວ່າເປັນຣັຖບານ ທີ່ຖືກຕ້ອງ ຕາມກົດຫມາຍ ຂອງມຽນມາ.
"ເພື່ອໃຫ້ມີການ ໂອ້ລົມກັນ ຢ່າງມີຄວາມໝາຍ, ມັນກໍເປັນໄປໄດ້, ຖ້າຫາກກຸ່ມຜູ້ນໍາ ຂອງພວກເຮົາ ທີ່ກໍາລັງຖືກກັກຂັງນັ້ນ ຖືກປົດ ປ່ອຍຕົວ."
ໂຄສົກຣັຖບານພົລເຮືອນໃໝ່ພະມ້າ ກ່າວໃນຖແລງການວ່າ:
“ຄວາມມືດມົນ ໃນປວັດສາດຂອງປະເທດ ຈະຈົບລົງ ແຕ່ແສງສວ່າງຂອງວັນໃໝ່ນ ຈະເກີດຂຶ້ນ.”
ກຸ່ມຜູ້ນໍາພົລເຮືອນພະມ້າ ຫຼາຍຄົນ ປະກອບດ້ວຍ ເຈົ້າໜ້າທີ່ຣັດຄົນອື່ນໆ, ແລະສະມາຊິກສະພາແຫ່ງຊາດພະມ້າ ຂອງຣັຖສັນນິີບາດ ເພື່ອປະຊາທິປະຕັຍ ຫຼື (NLD) ຂອງຍານາງ ອອງຊານ ຊູຈີ ຖືກທະຫານຈັບ ໃນຣະຫວ່າງ ແລະ ພາຍຫຼັງການຣັຖປະຫານ ໃນ ວັນທີ 1 ກຸມພາ, ກຸ່ມທີ່ເຫຼືອແລະລັກໜີໄດ້ ໄດ້ພາກັນສ້າງຕັ້ງ ຣັຖບານພົລເຮືອນ ສາມັກຄີແຫ່ງຊາດພະມ້າ ຫຼື NUG ຂຶ້ນ ກຸ່ມ ດັ່ງກ່າວ ຕ້ອງການໃຫ້ ຣັຖບານທະຫານ ຍຸຕິການເຂັນຂ້າປະຊາຊົນ ແລະຢາກໃຫ້ປະຊາຄົມໂລກ ສນັບສນູນຂະເຈົ້າ.
ບັນດາຜູ້ນໍາທາງດ້ານການເມືອງ ແລະ ກຸ່ມນັກວິເຄາະໃນມຽນມາກ່າວວ່າ ແຜນການຍຸຕິເຫດວິກິຈ ໃນພະມ້າ ຂອງສະມາຄົມອາຊຽນ ນັ້ນ ແມ່ນບໍ່ຍຸຕິທັມ ຕໍ່ປະຊາຊົນຊາວພະມ້າ ແລະ ຣັຖບານພົລເຮືອນ ຂອງຍານາງອອງຊານ ຊູຈີ ມັນຈະຍືດເຍື້ອ ໃຫ້ກຸ່ມຜເດັດການ ທະຫານ ເຂັ້ນຂ້າປະຊາຊົນເພີ້ມອີກ ຍ້ອນບໍ່ມີໂຕແທນ ຂອງປະຊາຊົນເຂົ້າຮ່ວມ ແລະ ກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ການປ່ອຍ ໂຕຜູ້ທີ່ຖືກຈັບກວ່າ 3,400 ຄົນ ທີ່ກໍາລັງຖືກກັກຂັງ ໂດຍກໍາລັງທະຫານພະມ້ານັ້ນ ເປັນເງື່ອນໄຂສໍາຄັນ ໃນການແກ້ໄຂບັນຫາ ດັ່ງ ກ່າວ. ນັກວິຊາການຕ່າງຊາດ ທ່ານນຶ່ງ ກ່າວກ່ຽວກັບ ຣັຖບານພົລເຮືອນໃໝ່ໃນພະມ້າວ່າ:
“ສິ່ງທີ່ພວກເຮົາຄວນຄິດ ໃນເວລານີ້ກໍແມ່ນວ່າ ປະຊາຊົນພະມ້າ ສ່ວນໃຫຍ່ໃຫ້ການສນັບສນູນ ຣັຖບານພົລເຮືອນ ວ່າເປັນຣັຖບານ ທີ່ຖືກຕ້ອງ ຕາມກົດໝາຍໃນພະມ້າ.”
ກໍາລັງຮັກສາຄວາມປອດພັຍ ຮວມທັງຕໍາຣວດ ໄດ້ທໍາການປາບປາມ ຕໍ່ກຸ່ມປະທ້ວງ ຕໍ່ຕ້ານການຣັຖປະຫານ ຢູ່ໃນເມືອງຕ່າງໆ ໃນ ທົ່ວປະເທດ ຢ່າງຮຸ່ນແຮງ, ເຮັດໃຫ້ຜູ້ປະທ້ວງ ຫຼາຍກວ່າ 750 ຄົນ ໄດ້ຖືກຂ້າຕາຍ ເລີ້ມແຕ່ການຣັຖປະຫານ ເປັນຕົ້ນມາ, ອີງຕາມ ຂໍ້ມູລຈາກອົງການ ຊ່ອຍເຫຼືອນັກໂທດການເມືອງ ຫຼື (AAPP) ແລະກຸ່ມສິດທິມະນຸດ ທີ່ອາສັຍຢູ່ໃນໄທຍ.
ຜູ້ນໍາຜເດັດການທະຫານພະມ້າ ນາຍພົລ Min Aung Hlaing ໄດ້ຮັບການຕ້ອນຮັບຢ່າງມີກຽດ ໃນຣະຫວ່າງການເດີນທາງ ມາເຖິງ ສນາມບິນສາກົລ ທີ່ກຸງຈາກາຕາ ປະເທດ ອິນໂດເນເຊັຽ ເພື່ອເຂົ້າຮ່ວມ ກອງປະຊຸມພິເສດອາຊຽນ ກ່ຽວກັບວິກິຈການໃນມຽນມາ, ໃນມື້ວັນທີ 24 ເມສາ 2021. ແຕ່ໂຕແທນປະຊາຊົນພະມ້າ ຖືກປະຖິ້ມ ບໍ່ຖືກເຊີນ ໃຫ້ເຂົ້າມາຮ່ວມປະຊຸມ.
ທ່ານ Nandar Hla Myint ໂຄສົກຂອງພັກສັນນິບາດແຫ່ງຊາດ ເພື່ອຄວາມສາມັກຄີ ແລະ ການພັທນາ ກ່າວວ່າ ຂໍ້ສເນີ ຂອງ ອາຊຽນ ແລະ ຂອງຣັຖບານ ພົລເຮືອນໃໝ່ ໃນພະມ້າ ສົມຄວນທີ່ ຈະໄດ້ຮັບການສນັບສນູນ ຈາກປະຊາຄົມໂລກ:
"ຂ້າພະເຈົ້າເຊື່ອວ່າ ອາຊຽນຈິງໃຈ ໃນການແກ້ໄຂບັນຫາ ໃນປະເທດສະມາຊິກ ແລະ ໃນຂນະດຽວກັນ ກໍຍຶດໝັ້ນໃນຫຼັກການ ຂອງ ການບໍ່ແຊກແຊງ ໃນກິຈການພາຍໃນ ຂອງປະເທດສະມາຊິກ, ສະນັ້ນມັນຈຶ່ງມີບາງສິ່ງບາງຢ່າງ ທີ່ຍອມຮັບໄດ້ຈາກທັງສອງຝ່າຍ."
ຂໍ້ຕົກລົງ 5 ຂໍ້ ທີ່ອາຊຽນຮຽກຮ້ອງ ໃນນັ້ນຮ່ວມດ້ວຍ ໃຫ້ທູດອາຊຽນ ແລະຄະນະຜູ້ແທນ ອາຊຽນ ສາມາດເດີນທາງ ໄປຢ້ຽມຢາມ ມຽນມາ ເພື່ອພົບປະກັບທຸກຝ່າຍໄດ້ນັ້ນ, ກຸ່ມທະ ຫານ ເວົ້າວ່າ ການຢ້ຽມຢາມ ຈະຖືກພິຈາຣະນາ ຈົນກວ່າເຫດການປະທ້ວງ ແລະ ຄວາມວຸ້ນວາຍໃນພະມ້າ ຍຸຕິລົງກ່ອນ.
ນັກວິເຄາະທາງດ້ານ ການເມືອງໃນພະມ້າ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ເວົ້າວ່າ ຄໍາເຫັນ ຂອງຜູ້ນໍາທະຫານ ໝາຍຄວາມວ່າ ການ ປາບປາມ ຈະດໍາເນີນຕໍ່ໄປ ແລະ ວ່າການ ຢ້ຽມຢາມນັ້ນ ຈະຖືກປະຖິ້ມ.
ທ່ານຍັງກ່າວອີກວ່າ ກຸ່ມທະຫານ ຈະບໍ່ປ່ອຍເຈົ້າໜ້າທີ່ພົລເຮືອນ ທີ່ຖືກກັກຂັງ ອອກຈາກຄຸກ ຈົນກວ່າສະພາບການ ຄວາມວຸ້ນວາຍ ແລະ ການປະທ້ວງຍຸຕິລົງ. ນັກວິຊາການຕ່າງຊາດ ທ່່ານນັ້ນ ກ່າວຕື່ມວ່າ:
“ໃນປັດຈຸບັນ ພວກເຮົາເຫັນປະຊາຊົນ ຜູ້ປະທ້ວງຕຽມພ້ອມ ໃນການປ້ອງກັນໂຕເອງ ຈາກການປາບປາມ ຂອງກຸ້ມທະຫານຫຼາຍຂຶ້ນ.”
ທ່ານວ່າ :
"ບໍ່ມີຂໍ້ໃດ ໃນຈໍານວນ 5 ຂໍ້ ທີ່ຮຽກຮ້ອງ ໃຫ້ປ່ອຍກຸ່ມຜູ້ນໍາພົລເຮືອນ ທີ່ຖືກກັກຂັງ ດັ່ງນັ້ນ ນາຍພົລ Min Aung Hlaing ຜູ້ນຳ ທະຫານ ກໍບໍ່ຈຳເປັນທີ່ ຈະປ່ອຍພວກເຂົາເຈົ້າ ແລ້ວພວກເຂົາ ຈະເຈຣະຈາກັບໃຜ, ຖ້າກຸ່ມຜູ້ນໍາພົລເຮືອນ ທີ່ຖືກຈັບ ບໍ່ຖືກປ່ອຍຕົວ ບໍ່ຈໍາເປັ ນຕ້ອງມີການສົນທະນາໂອ້ລົມກັນ ຖ້າບໍ່ມີໂຕແທນປະຊາຊົນ ຖືກປ່ອຍ."
ທ່ານ Myint Oo ອະດີດສະມາຊິກ ສະພາແຫ່ງຊາດ ພັກສັນນິບາດເພື່ອປະຊາທິປະຕັຍ ຫຼື NLD ຂອງຍານາງ ອອງຊານ ຊູຈີ ຈາກເຂດ Bago ກ່າວວ່າ ວິກິຈການທາງດ້ານການ ເມືອງ ໃນພະມ້າ ບໍ່ສາມາດແກ້ໄຂໄດ້ ໂດຍຄໍາແນະນໍາຂອງອາຊຽນ ແລະວ່າ ຄໍາແນະນໍາຂອງກຸ່ມດັ່ງກ່າວ ເປັນການດູຖູກ ປະຊາຊົນພະມ້າ ຜູ້ທີ່ປະທ້ວງຢ່າງສັນຕິ ເພື່ອ ປະຊາທິປະຕັຍ:
“ເບິ່ງ, ວິທີທີ່ອາຊຽນກ່າວວ່າ ທັງສອງຝ່າຍຄວນຍຸຕິ ການໃຊ້ຄວາມຮຸນແຮງ ຄືກັບຕູ່ຫາວ່າ ກຸ່ມປະທ້ວງຢ່າງສັນຕິ ໃຊ້ຄວາມຮຸນແຮງ ຫຼາຍກວ່າ ແຕ່ຕົງກັນຂ້າມ ແມ່ນກຸ່ມທະຫານ ໃຊ້ຄວາມຮຸ່ນແຮງ ຕໍ່ກຸ່ມປະທ້ວງ ບໍ່ແມ່ນປະຊາຊົນ ໃຊ້ຄວາມຮຸ່ນແຮງ.”
“ຄຳເວົ້າພຽງເທົ່ານີ້ ກໍຮູ້ວ່າ ອາຊຽນ ບໍ່ສົນໃຈກັບຄວາມຕ້ອງການ ຂອງປະຊາຊົນກຸ່ມປະທ້ວງ ເພື່ອສ້າງຄວາມສັນຕິໃນພະມ້າ"
ທ່ານ Thein Tun Oo ຜູ້ບໍຣິຫານງານ ຈາກິສະຖາບັນຄົ້ນຄວ້າກົນໄກ ທາງດ້ານທະຫານໃນພະມ້າ ກ່າວວ່າ ທ່ານເຊື່ອວ່າ ກຸ່ມຜູ້ນຳ ທະຫານພະມ້າ ອາຈປະຕິບັດຕາມຈຸດ 5 ຂໍ້ ຂອງ ASEAN ຖ້າຫາກວ່າ ຄວາມຮຽກຮ້ອງຕ້ອງການ ແມ່ນສອດຄ່ອງ ກັບກົດໝາຍ ແລະ ປອງດອງຊາດ:
"ຝ່າຍທະຫານ ສາມາດເຮັດທຸກສິ່ງທຸກຢ່າງໄດ້ ຖ້າຂະເຈົ້າຕ້ອງການຢາກເຮັດ ເພື່ອຄວາມ ສງົບ ແລະສັນຕິພາບ ໃນພະມ້າ ແລະວ່າ ມັນຈະກ້າວເທື່ອລະກ້າວ. ມັນຈະບໍ່ເຄື່ອນໄຫວຢ່າງວ່ອງໄວ ຕາມທີ່ຫຼາຍຄົນຄາດຫວັງໄວ້.”
ໃນຂນະດຽວກັນ ປະຊາຊົນຜູ້ປະທ້ວງຕໍ່ຕ້ານ ການຣັຖປະຫານໃນພະມ້າ ຫຼາຍຄົນກໍຖືປ້າຍຮຽກຮ້ອງ ໃຫ້ຈັບກຸມຜູ້ນໍາທະຫານ ເປັນ ຕົ້ນ ນາຍພົນ Min Aung Hlaing ໃນຣະຫວ່າງການປະທ້ວງ ໃນຫຼາຍເມືອງໃນພະມ້າ ໃນອາທິດນີ້. ປະຊາຊົນຜູ້ປະທ້ວງ ນາງນຶ່ງ ເວົ້າວ່າ:
“ພວກເຮົາຕ້ອງຕໍ່ສູ້ ສຳລັບອານາຄົດ ຂອງປະເທດຊາດ ຂ້າພຣະເຈົ້າບໍ່ຍອມ ໃຫ້ທະຫານປົກຄອງປະເທດຢ່າງເດັດຂາດ.”
ຮ້າຍໄປກວ່ານັ້ນ ກຸ່ມທະຫານພະມ້າຍັງໄດ້ສັ່ງປິດ ສຳນັກຂ່າວຕ່າງປະເທດ ໃນພະມ້າຫຼາຍແຫ່ງ ຮ່ວມດ້ວຍອົງການ ຊ່ອຍເຫຼືອ ນັກ ໂທດການເມືອງ ໃນພະມ້າ AAPP ເພື່ອຄວບຄຸມ ການອອກຂ່າວ ກ່ຽວກັບການເຂັນຂ້າປະຊາຊົນ ຈາກກຸ່ມທະຫານ ຜູ້ຣະເມີດ ຈະ ຖືກຈັບ ແລະ ຖືກລົງໂທດຢ່າງໜັກ ເຮັດໃຫ້ໂລກພາຍນອກ ຈະບໍ່ຮູ້ຄວາມຈິງທີ່ເກີດຂຶ້ນໃນພະມ້າ.
ກະຊວງຮັກສາຄວາມສງົບ ພາຍໃນພະມ້າ ທີ່ນຳໂດຍກຸ່ມທະຫານ ໄດ້ປະກາດ ໃນມື້ວັນຈັນອາທິດນີ້ວ່າ ຈະດໍາເນີນມາຕການ ຕໍ່ອົງ ການ AAPP ແລະ ກຸ່ມນັກຂ່າວບາງກຸ່ມ ໃນການປ່ອຍຂ່າວ ທີ່ກຸ່ມທະຫານເວົ້າວ່າ ເປັນຂໍ້ມູລທີ່ບໍ່ຖືກຕ້ອງ ເພື່ອເຮັດໃຫ້ ເກີດຄວາມ ຢ້ານກົວ ແລະ ກໍ່ໃຫ້ເກີດຄວາມ ວິຕົກກັງວົນ ໃນບັນດາພະນັກງານຣັຖກອນ ແລະ ປະຊາຊົນ ຊຶ່ງເປັນການຍຸຍົງ ໃຫ້ເກີດຄວາມ ຮຸ່ນແຮງເພີ້ມຕື່ມ.
ອົງການ AAPP ໄດ້ພິມເຜີຍແຜ່ຄວາມຄືບໜ້າ ປະຈໍາວັນກ່ຽວກັບຈໍານວນຄົນທີ່ຖືກຂ້າ, ຖືກຈັບ, ແລະຖືກປ່ອຍຕົວ ໂດຍທະຫານ ແລະ ຕໍາຣວດ ຜູ້ທີ່ກ່ຽວຂ້ອງ ກັບການຕ້ານ ການສໍ້ຣາຊບັງຫຼວງ ແລະ ການຣັຖປະຫານ.
ຂ່າວຈາກກຸ່ມດັ່ງກ່າວ ຖືກອ້າງນຳໃຊ້ເປັນຂໍ້ມູລ ຈາກຣັຖບານປະເທດຕ່າງໆ ໃນໂລກ ຮ່ວມດ້ວຍສື່ມວນຊົນຕ່າງຊາດ, ແລະ ອົງການ ຈັດຕັ້ງສາກົລອື່ນໆ.
ແຕ່ຝ່າຍທະຫານ ເວົ້າວ່າ ການຣາຍງານ ຂອງອົງການ AAPP ແລະ ອົງການຂ່າວຕ່າງຊາດ ບາງກຸ່ມ "ອ່ອນແອໃນການກວດສອບ ພື້ນຖານຫຼືອ້າງອີງ, ແລະ ຈໍານວນຄົນຖືກຈັບ ແລະຕາຍ ກໍຖືກປັບປຸງເພີ້ມຂຶ້ນ."
ອົງການ AAPP ກໍໄດ້ກ່າວຕອບໂຕ້ວ່າ ຕົນໄດ້ຮຽບຮຽງຣາຍຊື່ ຂອງຜູ້ຖືກກັກຂັງ ເລີ້ມຕັ້ງແຕ່ມື້ທີ່ມີ ການຣັຖປະຫານ ພ້ອມກັບ ຣາຍ ຊື່ ຂອງຄົນຕາຍ, ສະຖານທີ່ ທີ່ມີການໂຈມຕີ ເກີດຂຶ້ນ, ວັນເວລາ ຂອງການເສັຽຊີວິດ, ແລະສາເຫດຂອງການເສັຽຊີວິດ ຈາກຂໍ້ມູລ ໂດຍຣະອຽດ ແລະເຊື່ອຖືໄດ້ ແລະວ່າ ທຸກສິ່ງທຸກຢ່າງ ໄດ້ຖືກບັນທຶກໄວ້ ດ້ວຍຮູບພາບ ແລະວິດີໂອ, ແລະຂໍ້ມູລແມ່ນຖືກພິມ ໃນແຕ່ ລະມື້."
ທ່ານ Phil Robertson ຮອງອໍານວຍການ ອົງການສີ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດເວົ້າວ່າ ກຸ່ມຜູ້ນຳທະການ ໂຈມຕີ ອົງການ AAPP ເພາະຂ່າວແລະຂໍ້ມູລ ຈາກອົງການດັ່ງກ່າວ ເປັນທີ່ຍອມຮັບ ຈາກອົງການສະຫະປະຊາຊາດ, ຣັຖບານຕ່າງປະເທດ, ແລະກຸ່ມປົກປ້ອງສິດທິຕ່າງໆ ວ່າເປັນແຫຼ່ງຂໍ້ມູລ ທີ່ໜ້າເຊື່ອຖືໄດ້:
"ພວກເຂົາເຈົ້າ ພະຍາຍາມ ທີ່ຈະມິດງຽບ ອົງການທີ່ສໍາຄັນ ຜູ້ທີ່ກໍາລັງເຮັດວຽກທີ່ ຫຍຸ້ງຍາກ. ມັນເປັນຄວາມພະຍາຍາມ ທີ່ຈະກີດ ກັນໂລກພາຍນອກ ບໍ່ໃຫ້ໄດ້ຍິນສິ່ງທີ່ກໍາລັງ ເກີດຂຶ້ນ ຢູ່ໃນປະເທດ Burma."
ທ່ານ ຟຽວ ໂຣເບີດຊັນ ກ່າວຕື່ມວ່າ:
“ນີ້ເປັນສິ່ງທີ່ເຮົາເຫັນໃນພະມ້າ ທີເຈົ້າໜ້າທີ່ທ້ອງຖິ່ນບໍ່ເຫັນພ້ອມ ກັບການປົກຄອງຂອງກຸ່ມທະຫານອີກຕໍ່ໄປ.”
ເທົ່າເຖິງປັດຈຸບັນ ຍັງມີການຈັບກຸ່ມປະຊາຊົນ ແລະມີການປະທ້ວງເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື້ ໃນພະມ້າ ຮວມທັງການ ໃຫ້ ການສນັບສນູນ ຣັຖບານພົລເຮືອນ ສາມະຄີພະມ້າ ໃນຫຼາຍຫົວເມືອງ ທົ່ວປະເທດ ເປັນຕົ້ນ ທີ່ນະຄອນຢ້າງກຸ້ງ ມັນດາເລ ຊາແກງ ບາກອງ ແລະ ຫົວເມືອງອື່ນໆ ຮ່ວມດ້ວຍກຸ່ມ ກຳລັງປະກອບອາວຸດ ຊົນກຸ່ມນ້ອຍ ຈາກຣັຖສານ ແລະກາຊີນ ກໍໃຫ້ການສນັບສນູນ ເໝືອນກັນ.
ແຕ່ເຖິງຢ່າງໃດກໍດີ ມາຮອດປັດຈຸບັນ ຣັຖບານສາມັກຄີພົລເຮືອນ ແຫ່ງຊາດພະມ້າ ກໍໄດ້ຮັບການສນັບສນູນ ຈາກຫຼາຍປະເທດ ທາງ ດ້ານມາຕການແກ້ໄຂ ເຫດຄວາມວຸ້ນວາຍໃນພະມ້າ ແຕ່ທາງດ້ານເມືອງ ແລະການປະຕິບັດໃຊ້ນັ້ນ ຍັງບໍ່ໄດ້ຮັບການສນັບສນູນພຽງພໍ ຈາກຫຼາຍປະເທດ ກຸ່ມດັ່ງກ່າວຕ້ອງການໂລກ ໃຫ້ການສນັບສນູນຢ່າງເຕັມປ່ຽມ.
ເຖິງແມ່ນຈະໄດ້ຮັບ ການສນັບສນູນຢ່າງກວ້າງຂວາງ ໃນບັນດາປະຊາຊົນມຽນມາທົ່ວປະເທດ ແຕ່ຣັຖບານພົລເຮືອນ ສາມັກຄີ ແຫ່ງ ຊາດພະມ້າ ຫຼື (NUG) ທີ່ຫາກໍສ້າງຕັ້ງຂຶ້ນໃໝ່ຍັງດີ້ນຮົນ ເພື່ອໃຫ້ໄດ້ການຮັບຮູ້ຈາກນາໆຊາດ ເພື່ອເອົາຊະນະ ຄວາມຫຼົ້ມແຫຼວ ທີ່ ເກີດຂຶ້ນ ຈາກການກະທຳ ຂອງຜູ້ນຳຝ່າຍທະຫານໃນພະມ້າ ໃນປັດຈຸບັນ, ຫົວຫນ້າຣັຖບານ ສາມັກຄີພົລເຮືອນພະມ້າ ກ່າວໃນທີ່ສຸດ.