ຣະບົບທະນາຄານ ໃນພະມ້າ ເກືອບ ລົ້ມລະລາຍ
2021.05.16

ຣະບົບທະນາຄານ ຂອງປະເທດ ພະມ້າ ຫຼົ້ມ ນັບແຕ່ມີການ ຣັຖປະຫານ ໃນວັນທີ 1 ກຸມພາ ເຮັດໃຫ້ປະຊາຊົນ ໄປຝາກເງິນ ຢູ່ ທະນາຄານກາງ ແລະ ທະນາຄານເອກະຊົນ ຂອງພະມ້າ ໜ້ອຍລົງ, ແຕ່ມີຄົນພາກັນ ໄປຖອນເງິນຫຼາຍຂຶ້ນ.
ທະນາຄານກາງ ຂອງພະມ້າ ປະສົບກັບບັນຫາ ເງິນທຶນບໍ່ພຽງພໍ ທີ່ຈະອອກໃຫ້ແກ່ ທະນາຄານເອກະຊົນ ເພື່ອເອົາເງິນມາທົດແທນ ຈຳນວນເງິນ ທີ່ປະຊາຊົນ ຖອນອອກໄປໃນແຕ່ລະມື້.
ເປັນເວລາ 3 ເດືອນ ທີ່ມີການຣັຖປະຫານ, ປັດຈຸບັນ ທະນາຄານເອກະຊົນ ກຳລັງຈໍາກັດຈຳນວນເງິນ ທີ່ປະຊາຊົນຈະຖອນອອກ ຢູ່ ຕູ້ເອທີເອັມ ຊຶ່ງລູກຄ້າຄົນນຶ່ງ ຖອນບໍ່ໃຫ້ເກີນ 300,000 Kyat [ສະກຸນເງິນພະມ້າ] ຫຼື ເທົ່າກັບ 128 ໂດລາ ຕໍ່ມື້ ແຕ່ກ່ອນທີ່ຈະ ມີຣັຖປະຫານ ລູກຄ້າທະນາຄານຄົນນຶ່ງ ສາມາດຖອນເງິນໄດ້ເຖິງ 1 ລ້ານ Kyat ຕໍ່ມື້.
ປັດຈຸບັນ ລູກຄ້າບາງຄົນ ບໍ່ສາມາດຖອນເງິນໄດ້ເລີຍ ຍ້ອນວ່າ ຕູ້ເອທີເອັມ ບໍ່ມີເງິນສົດ. ແຕ່ລະມື້ ມີປະຊາຊົນຫຼາຍ 100 ຄົນ ພາກັນໄປ ຢືນຖ້າລຽນແຖວຍາວ ເພື່ອໄປຖອນເງິນຈາກທະນາຄານ.
ເຈົ້າໜ້າທີ່ທະນາຄານເອກະຊົນ ທ່ານນຶ່ງ ໄດ້ກ່າວຕໍ່ວິທະຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ ບໍ່ມີໃຜເອົາເງິນໄປຝາກ ໃນທະ ນາຄານອີກ, ມີແຕ່ຄົນໄປຖອນເງິນອອກ.
ເຈົ້າຂອງທຸຣະກິຈ ຜູ້ທີ່ມີເງິນຫຼາຍ ບໍ່ໄດ້ເອົາເງິນໄປຝາກຢູ່ທະນາຄານອີກ ຍ້ອນວ່າ ເຂົາເຈົ້າເປັນຫ່ວງຄວາມປອດພັຍ ແລະ ຍ້ອນ ເຫດນີ້ ທະນາຄານກໍບໍ່ມີເງິນສົດ.
ເຈົ້າຂອງທຸຣກິຈກ່າວວ່າ:
“ບັນຫາທີ່ພວກເຮົາປະສົບຢູ່ຕອນນີ້ ກໍຄື ພວກເຮົາໄປຖອນເງິນໄດ້ຈຳນວນໜ້ອຍ. ທະນະຄານອະນຸຍາດໃຫ້ ຜູ້ທີ່ມາຖອນເງິນ ໃນ ຈຳນວນແຕ່ 50 ຄົນເທົ່ານັ້ນ.”
ເຈົ້າໜ້າທີ່ທະນາຄານກາງ ຂອງພະມ້າກ່າວວ່າ: ຫຼັງຈາກຣັຖປະຫານ, ທະນາຄານກາງຂອງພະມ້າ ໄດ້ບອກໃຫ້ຜູ້ເອົາເງິນມາຝາກ ບໍ່ໃຫ້ກັງວົນໃຈ ທະນາຄານມີເງິນພຽງພໍໃຫ້ຖອນ.
ແຕ່ໃນຄວາມເປັນຈີງ, ຈຳນວນເງິນຢູ່ທະນາຄານເລີ້ມໜ້ອຍລົງ ໂດຍທີ່ເຈົ້າໜ້າທີ່ທະນະຄານ ມີການເອົາເງິນມາເຕີມໃສ່ຕູ້ເອທີເອັມ 3 ມື້ຕໍ່ຄັ້ງ ຫຼືບາງຄັ້ງ ກໍ 7 ມື້ ຕໍ່ຄັ້ງ.
ສະນັ້ນ ທະນາຄານ ບໍ່ມີເງິນສົດພຽງພໍ ທີ່ຈະເອົາມາໃສ່ຕູ້ເອທີເອັມ ແລະ ໃນເວລາທີ່ທະນາຄານ ເລີ່ມຈຳກັດ ການຖອນເງິນ ປະຊາ ຊົນ ກໍບໍ່ມີຄວາມເຊື່ອຖືທະນາຄານ ແລະ ເລີ່ມພາກັນ ມາຖອນເງິນອອກ ຍ້ອນວ່າ ມີຄວາມຢ້ານກົວ.
ເຖິງຢ່າງໃດກໍຕາມ, ທ່ານ ວິນ ທໍ ຮອງປະທານທະນາຄານກາງພະມ້າ ກໍບໍ່ໄດ້ຕອບຄຳຖາມນັກຂ່າວ ກ່ຽວກັບເຣື່ອງນີ້.
ທີ່ຜ່ານມາ ວັນທີ 7 ພືສພາ, ທ່ານ ວິນ ທໍ ຮອງປະທານທະນາຄານກາງ ຂອງພະມ້າ ທີ່ຖືກແຕ່ງຕັ້ງໂດຍ ຄະນະຣັຖປະຫານ ໄດ້ຈັດ ຖແລງຂ່າວ ຕໍ່ສື່ມວນຊົນວ່າ ປະຊາຊົນພະມ້າ ຍັງຄົງພາກັນ ເອົາເງິນໄປຝາກຢູ່ທະນາຄານ ແລະ ປະຊາຊົນ ຍັງເຊື່ອວ່າ ເງິນເຂົາ ເຈົ້າຍັງຢູ່ທະນາຄານ.
ທ່ານ ວິນ ທໍ ກ່າວຕື່ມອີກວ່າ ປະຊາຊົນ ສາມາດມາຝາກເງິນພ້ອມກັນ ເພື່ອໃຫ້ຣະບົບທະນາຄານ ຟື້ນຄືນ ແລະ ດຳເນີນການໄດ້, ແລະ ພວກເຮົາຈະກວດສອບທະນາຄານ ເພື່ອເຮັດໃຫ້ການຝາກ ແລະ ການໂອນໄປໄດ້ຄ່ອງຕົວ ເທົ່າທີ່ຈະເປັນໄປໄດ້. ທະນາຄານ ໄດ້ປິດຕົວລົງ.
ປະຊາຊົນຢູ່ພະມ້າໃຫ້ສຳພາດວ່າ: ຢູ່ ເມືອງ ຢາງກຸ້ງ ແລະ ເມືອງ ມັນດາເລ ແລະ ເມືອງອື່ນໆ ທົ່ວປະເທດ, ລູກຄ້າທະນາຄານ ຈະມີບັນຫາ ໃນເວລາທີ່ເຂົາເຈົ້າພະຍາຍາມ ຖອນເງິນ.
ປະຊາຊົນຢູ່ຢາງກຸ້ງ ກ່າວວ່າ: ໃນເວລາ ລາວໄປຖອນເງິນຢູ່ທະນາຄານ, ປະຕູທະນາຄານປິດ.
ເຈົ້າໜ້າທີ່ ຮັກສາຄວາມປອດພັຍ ກ່າວຕໍ່ຜູ້ທີ່ໄປຖອນເງິນວ່າ ຈະຕ້ອງເຮັດໃບນັດໝາຍ ທາງອອນລາຍ ເພື່ອມາທະນາຄານ ຖ້າວ່າ ລູກຄ້າຄົນໃດ ຕ້ອງການຈະຖອນເງິນ. ມັນເປັນເຣື່ອງຍາກ ທີ່ຈະຖອນເງິນ ໃຫ້ໄດ້ຈຳນວນ 200,000 Kyat.
ປະຊາຊົນຢູ່ເມືອງຊິດເວ, ຣັດຣະໄຂ່ ເຈົ້າໜ້າທີ່ອະນຸຍາດໃຫ້ລູກຄ້າ ທະນາຄານພຽງແຕ່ 50 ຄົນ ສາມາດຖອນເງິນໄດ້ ຕໍ່ມື້ ແຕ່ການ ຖອນເງິນກໍໄດ້ພຽງໜ້ອຍດຽວ.
ປະຊາຊົນທ່ານນີ້ ກ່າວອີກວ່າ ເຈົ້າໜ້າທີ່ໃຫ້ຖອນເງິນບໍ່ເກີນ 50 ຄົນ ແລະ ເຈົ້າໜ້າທີ່ເອົາບັດຄິວໃຫ້ຢືນລໍຖ້າ.
ທະນາຄານປິດໃນພະມ້າ ຫຼັງຈາກຈາກວັນທີ 1 ກຸມພາ, ລູກຈ້າງທະນາຄານເອກະຊົນ ພາກັນໄປຮ່ວມທ້ວງ ເພື່ອຕ້ານຣັຖບານ ທະຫານ ແລະ ມີລູກຈ້າງທະນາຄານ ບໍ່ພໍເທົ່າໃດຄົນ ກັບມາເຮັດວຽກ.
ມັນໄດ້ກາຍເປັນ ຄວາມປົກກະຕິໄປແລ້ວ ສຳລັບລູກຄ້າທະນາຄານ ທີ່ພະຍາຍາມ ຈະຖອນເງິນ ຕາມຈຳນວນ ອັດຕາສ່ວນ ຢູ່ບັນຊີ ທະນາຄານພວກເຂົາ.
ເຈົ້າຂອງທຸຣະກິຈ ທີ່ຕ້ອງໃຊ້ເງິນຈຳນວນຫຼາຍ ຍັງປະສົບກັບບັນຫາການຖອນເງິນ.
ນັກທຸຣະກິຈທ່ານນີ້ ກ່າວວ່າ: ລາວບໍ່ມີເວລາ ຊິມາຢືນລຽນແຖວທັງເວັນ ທັງຄືນ ຄືກັບຄົນອື່ນ ແລະບາງຄັ້ງ ລາວຈະຕ້ອງຈ່າຍເງິນ ໃຫ້ເຈົ້າໜ້າທີ່ທະນາຄານ ເພື່ອໃຫ້ສາມາດ ຖອນເງິນໄດ້ ໃນຂນະທີ່ ເຈົ້າຂອງທຸຣະກິຈຢູ່ເມືອງອື່ນໆ ກໍບໍ່ສາມາດຖອນເງິນໄດ້.
ສະນັ້ນ ພວກເຮົາຈຳເປັນຕ້ອງໂອນເງິນ ໄປຢາງກຸ້ງ ຜ່ານທະນາຄານ ທີ່ຮັບຮອງ ການຈ່າຍທາງອອນລາຍໄດ້.
ຣະບົບທະນາຄານ ຂອງພະມ້າ ກັບຄືນມາຢຸດສະງັກອີກຄັ້ງ ແລະ ເຖິງວ່າ ຈະຍັງບໍ່ຫຼົ້ມສະຫຼາຍກໍຕາມ.
ເຈົ້າໜ້າທີ່ທະນະຄານກ່າວວ່າ: ໃນຈຳນວນທະນາຄານ ມີ 20 ແຫ່ງ ເປັນທະນາຄານຕ່າງປະເທດ ແລະ ທະນາຄານສາກົລ ກໍບໍ່ມີ ທ່າທີວ່າຈະຫຼົ້ມ ມີທະນາຄານຂອງຣັຖບານ 4 ແຫ່ງ ແລະ ທະນາຄານດັ່ງກ່າວຈະບໍ່ຫຼົ້ມງ່າຍ.
ເຈົ້າໜ້າທີ່ທະນະຄານ ກ່າວອີກວ່າ: ມີປະຊາຊົນຢືນຕໍ່ຄິວກັນຍາວຢຽດ ຢູ່ 3 ທະນາຄານ ກັນໂບຊາ, ອີຣາວະດີ ແລະ ທະນາຄານ ຊີບີ. ທະນາຄານຈະບໍ່ຫຼົ້ມ ຍ້ອນທະນາຄານໃຫ້ໃຫ້ລູກຄ້າຖອນພຽງແຕ່ 200,000 ຢຽດ ຕໍ່ຄົນ ຕໍ່ມື້.
ໃນວັນທີ 28 ເມສາ ທີ່ຜ່ານມາ, ຄະນະຣັຖປະຫານຂອງພະມ້າ ພະຍາຍາມພື້ນຟູ ຣະບົບການເງິນທາງອອນລາຍ ໂດຍໃຊ້ໂທຣະສັບ ມືຖື ຊຶ່ງຣະບົບດັ່ງກ່າວ ຖືກຕັດອອກ ໃນວັນທີ 15 ມີນາ ຍ້ອນວ່າມັນຂັດຕໍ່ຄຳສັ່ງ ຂອງຄະນະຣັຖປະຫານ, ແຕ່ກໍຍັງປະກົດວ່າ ບໍ່ໄດ້ ລົດຄວາມກັງວົນ ຂອງປະຊາຊົນ.
ທ່ານ ຖິນ ຕັນ ເນງ ຣັຖມົນຕຼີກະຊວງການເງິນ ແລະ ການລົງທຶນ ທີ່ສັງກັດຣັຖບານເງົາຂອງພະມ້າ ທີ່ເປັນຝ່າຍຕ້ານຣັຖປະຫານ ໄດ້ກ່າວວ່າ:
“ຄະນະຣັຖປະຫານ ໄດ້ເຮັດໃຫ້ເກີດ ວິກິດການທາງການເງິນ ແລະ ການທະນາຄານ.”
ທ່ານກ່າວຕື່ມອີກວ່າ ປະຊາຊນບໍ່ເຊື່ອຖື ທະນາຄານ, ແລະ ການທຳລາຍຄວາມໜ້າເຊື່ອຖື ແມ່ນຕົ້ນເຫດມາຈາກ ຄະນະຣັຖປະຫານ ຂອງພະມ້າ.
ທ່ານ ຖິນ ຕັນ ເນງ ຣັຖມົນຕຼີ ກະຊວງການເງິນ ແລະ ການລົງທຶນ: ປັດຈຸບັນ, ທະນາຄານພະມ້າ ພະຍາຍາມຕົວະປະຊາຊົນ ໃຫ້ ເຮັດບັນຊີທະນາຄານ ພິເສດ ແລະ ບັນຊີທະນາຄານ ທີ່ຢືນຢຸນ ໂດຍເວົ້າວ່າ ທະນາຄານ ຈະຈ່າຍດອກເບັ້ຽເງິນຝາກ ໃຫ້ 6 ເປີເຊັນ ໃນຂນະທີ່ ບາງຄົນກໍກ່າວວ່າ ທະນາຄານ ຈະຈ່າຍໃຫ້ເຖິງ 8 ເປີເຊັນ.
ປັດຈຸບັນ ເຈົ້າຂອງບັນຊີທະນາຄານ ຍັງບໍ່ສາມາດຖອນເງິນ ທີ່ເຂົາເຈົ້າຝາກຢູ່ທະນາຄານ ໄດ້.
ທ່ານ ຖິນ ຕັນ ເນງ ກ່າວວ່າ: ເຂົາເຈົ້າຈະສາມາດ ເຊື່ອທະນາຄານໄດ້ແນວໃດ ຫຼືແມ້ແຕ່ທະນາຄານກາງ. ແລ້ວໃຜຊິຮັບຜິດຊອບ ຖ້າວ່າທະນາຄານ ບໍ່ປະຕິບັດຕາມສັນຍາ.
ອັດຕາເງິນເຟີ້ຂອງພະມ້າ ເພີ່ມຂຶ້ນ ນຳໄປສູ່ຣາຄາສິນຄ້າແພງຂຶ້ນ ຈາກ 1,300 Kyat ຕໍ່ໂດລາ ໃນວັນທີ 1 ກຸມພາ ມາເປັນ 1,618 ຢຽດ ຕໍ່ໂດລາ ອີງຕາມຂໍ້ມູລຈາກທະນາຄານກາງ.
ນັບແຕ່ມີການຣັຖປະຫານ ຢູ່ປະເທດພະມ້າ ໃນວັນທີ 1 ກຸມພາ ເປັນຕົ້ນມາ, ໄດ້ປະຊາຊົນພະມ້າ ໄດ້ພາກັນລຸກຂຶ້ນປະທ້ວງ ຕໍ່ ຕ້ານການຣັຖປະຫານ ແລະ ມີປະຊາຊົນ ຖືກທະຫານພະມ້າ ຍິງເສັຽຊີວິດໄປແລ້ວ ເກືອບ 1,000 ຄົນ.
ນອກຈາກນີ້ ກຸ່ມຊົນຊາດຊົນເຜົ່າ ຢູ່ພະມ້າຫຼາຍກຸ່ມ ກໍພະກັນລຸກຂຶ້ນຕໍ່ສູ້ ຕ້ານທະຫານພະມ້າ ດ້ວຍກຳລັງປະກອບອາວຸດ.
ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ຍັງຣາຍງານອີກວ່າ: ຊາວບ້ານ ໄດ້ພາກັນຜລິດອາວຸດຂຶ້ນເອງ ເພື່ອປ້ອງກັນຕົວເອງ ຈາກ ການຄຸກຄາມ ຂອງທະຫານພະມ້າ ແລະ ມີຣາຍງານ ຊາວບ້ານໄດ້ຍິງປະທະກັບທະຫານພະມ້າ ຈົນເຮັດໃຫ້ທະຫານພະມ້າເສັຽຊີວິດ.
ນອກຈາກນີ້ ກຸ່ມນັກສຶກສາ ແລະ ໄວໜຸ່ມຈຳນວນນຶ່ງ ໄດ້ຕັດສິນໃຈໜີເຂົ້າປ່າ ໄປຝຶກການໃຊ້ອາວຸດ ກັບທະຫານກຸ່ມຊາດຕິພັນ ຫຼືກຸ່ມຊົນຊາດຊົນເຜົ່າ.
ໃນວັນທີ 11 ພຶສພາ ທີ່ຜ່ານມາ, ປະຊາຊົນພະມ້າຫຼາຍ 100 ຄົນ ໄດ້ພາກັນປະທ້ວງຢູ່ຕາມຕົວເມືອໃຫຍ່ ໃນພະມ້າ ເພື່ອປະທ້ວງ ຕ້ານການຣັຖປະທານ ເນື່ອງໃນວັນທີ ຄົບຮອບ 100 ວັນ ແຫ່ງການຣັຖປະຫານ ແລະ ຜູ້ປະທ້ວງ ພາກັນຍົກມື 3 ນິ້ວ ເພື່ອເປັນ ສັນຍາລັກ ບໍ່ເອົາຣັຖປະທານ.
ການປະທ້ວງຂອງປະຊາຊົນ ຢູ່ເມືອງຢາງກຸ້ງ ແລະ ເມືອງອື່ນໆ ນັບແຕ່ມີການຣັຖປະຫານແຕ່ວັນທີ 1 ກຸມພາ ເປັນຕົ້ນມາ ເຮັດໃຫ້ ຜູ້ນຳທະຫານພະມ້າ ບໍ່ພໍໃຈ ແລະ ສັ່ງສະຫຼາຍການປະທ້ວງ ດ້ວຍການ ຍິງປະຊາຊົນເສັຽຊີວິດ.
ແຕ່ວ່າ ຄະນະຣັຖປະຫານ ພະມ້າ ປະເຊີນການກຸ່ມປະທ້ວງແບບອະຣິຍະຂັດຂືນ ໝາຍເຖິງ ຜູ້ປະທ້ວງປະຕິເສດ ທີ່ຈະເຮັດຕາມ ຄຳສັ່ງຂອງຣັຖບານທະຫານພະມ້າ ໂດຍການ ນັດຍຸດງານ.
ຜູ້ເຂົ້າຮ່ວມມາຈາກຫຼາກຫຼາຍອາຊີບ ເປັນຕົ້ນ ອາຈານ, ພົລເຮືອນ ທີ່ໄດ້ພາການເຮັດໃຫ້ຣະບົບທະນາຄານ, ທຸຣກິຈ ແລະ ກິຈກັມ ຕ່າງໆຂອງທະຫານ ຫຼົ້ມ-ຢຸດສະງັກ ໃຊ້ການບໍ່ໄດ້.
ທະຫານຂອງກຸ່ມ ຄະນະຣັຖປະຫານ ຂອງພະມ້າ ຕ້ອງປະເຊີນກັບ ການຕໍ່ຕ້ານຫຼາກຫຼາຍກຸ່ມ ເປັນຕົ້ນແມ່ນ ກຸ່ມຊາວບ້ານ ທີ່ຈັບ ອາວຸດຂຶ້ນສູ້, ກຸ່ມນັກວີຊາການ ແລະ ບຸກຄົນຫົວກ້າວໜ້າ ທີ່ຕໍ່ສູ້ແບບ ອະຣິຍະຂັດຂືນ ແລະ ກຸ່ມກຳລັງປະກອບອາວຸດ ຂອງ ຊົນຊາດຊົນເຜົ່າ.
ກຸ່ມເຈົ້າໜ້າທີ່ ຜູ້ເຮັດວຽກເພື່ອມະນຸດສະທຳ ຕ້ອງໄດ້ພາກກັນລັກເຂົ້າໄປເຮັດວຽກ ໂດຍບໍ່ໃຫ້ທະຫານພະມ້າຮັບຮູ້ ຍ້ອນວ່າທະຫານ ພະມ້າໄດ້ຈຳກັດ ກຸ່ມອົງການ ທີ່ເຮັດວຽກດ້ານມະນຸດສະທຳ ເພື່ອຊ່ອຍເຫຼືອປະຊາຊົນທີ່ຮັບຜົລກະທົບ.