ກົດໝາຍແຮງງານສໍາລັບອາຊຽນ
2015.05.15
ນັກຊ່ຽວຊານ ກ່ຽວກັບ ບັນຫາ ແຮງງານ ກ່າວວ່າ ຫລາຍ ປະເທດ ໃນ ອາຊຽນ, ຍັງ ບໍ່ໃຫ້ ຄວາມ ສຳຄັນ ຕໍ່ ສິດທິ ຂອງ ຄົນງານ ຫລາຍ ເທົ່າ ທີ່ຄວນ. ທ່ານ ສາວິດ ແກ້ວຫວານ ເລຂາ ທິການ ສະຫະພັນ ແຮງງານ ຣັດ ວິສາຫະກິດ ຂອງໄທ, ໄດ້ກ່າວ ໃນກອງ ປະຊຸມ ພາຍໃຕ້ ຫົວຂໍ້ ປະຊາຄົມ ອາຊຽນ ກັບ ມາຕຖານ ແຮງງານ ວ່າ:
"ທ່ານ ກ່າວວ່າ ໃນ ຣະຍະ ຫລັງໆ ນີ້, ອາຊຽນ ບໍ່ຄ່ອຍເວົ້າ ເຖິງ ມາຕຖານ ການໃຊ້ ແຮງງານ ປານໃດ. ນັ້ນ ກໍສະແດງ ໃຫ້ ເຫັນວ່າ, ອາຊຽນ ເອົາໃຈໃສ່ ໜ້ອຍ ທີ່ສຸດ, ໃນເຣື່ອງ ຂອງ ແຮງງານ. ຂ້າພະເຈົ້າ ຂໍ ຂອບໃຈ ຄນະ ກັມມະການ ປະຕິຮູບ ກົດໝາຍ, ແລະ ພວກເຮົາ ທຸກຄົນ ທີ່ ພຍາຍາມ ຊຸກຍູ້ ການໃຊ້ ແຮງງານ ໃຫ້ ມີ ມາຕຖານ ດີ ຂຶ້ນ".
ທ່ານ ສາວິດ ແກ້ວຫວານ ອະທິບາຍ ວ່າ, ອາຊຽນ ຈັດ ກອງປະຊຸມ ຫລາຍຄັ້ງ ໃນ ຣະຍະ ຜ່ານມາດ, ແຕ່ ສ່ວນຫຼາຍ ຈະເວົ້າ ເຖິງ ແຕ່ ບັນຫາ ອາຊຽນ ຈະເປີດ ເສຣີ ສຳລັບ ຄົນງານ ໃນ 7 ອາຊີບ ເທົ່ານັ້ນ, ເຊັ່ນ: ອາຊີບ ໝໍ, ນາງ ພຍາບານ ແລະ ວິສວະກອນ ແຕ່ ບໍ່ໄດ້ ເວົ້າເຖິງ ຜູ້ໃຊ້ ແຮງງານ ຂັ້ນຕ່ຳ, ຕົວຢ່າງ ກັມມະກອນ ກໍ່ສ້າງ ແລະ ຕັດຫຍິບ ດັ່ງນີ້ ເປັນຕົ້ນ.
ທ່ານ ສາວິດ ແກ້ວຫວານ ໃຫ້ ຄວາມເຫັນ ຕື່ມວ່າ, ການເປີດ ປະຊາຄົມ ເສຖກິດ ອາຊຽນ ໃນ ທ້າຍປີ ນີ້, ຈະເປັນ ປໂຍດ ສຳລັບ ຄົນງານ ທີ່ ມີ ວິຊາຊີບ ທີ່ ກ່າວມາ ນັ້ນ ເທົ່ານັ້ນ; ສຳລັບ ຄົນງານ ເຄື່ອນຍ້າຍ ທົ່ວໆໄປ ແລ້ວ ບໍ່ໄດ້ ກ່າວເຖິງ ເລີຍ.
ປັດຈຸບັນ ຄົນລາວ ຫລາຍ ແສນ ຄົນ ເຂົ້າໄປ ເຮັດວຽກ ຢູ່ ໄທ ແລະ ປະເທດ ອື່ນໆ, ຊຶ່ງ ສ່ວນຫລາຍ ກໍເປັນ ຊາວໜຸ່ມ ວັຍລຸ້ນ ທີ່ ຖືກ ກົດຂີ່ ຖືກ ເອົາປຽບ, ແລະ ຫຼາຍໆຄົນ ກໍຕົກເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ; ຜູ້ຍິງ ກາຍເປັນ ໂສເພນີ; ຜູ້ຊາຍ ກໍຖືກ ບັງຄັບ ໃຫ້ ເຮັດວຽກ ໜັກ.