ການສູ້ຣົບ ຢູ່ພະມ້າ ຍັງດຳເນີນໄປ ຢ່າງດຸເດືອດ
ກອງກຳລັງແຫ່ງຊາຕ ກະຫຼ່ຽງ ຫຼື KNU ທີ່ເປັນກຸ່ມຕິດອາວຸດ ຊົນຊາຕ ຊົນເຜົ່າ ໄດ້ສັງຫານ ທະຫານພະມ້າ ໄປແລ້ວເກືອບ 50 ຄົນ ຫຼັງຈາກທີ່ ໄດ້ຕໍ່ສູ້ກັນ ເປັນເວລາຫຼາຍອາທິດ ສ່ວນປະຊາຊົນ ຕ້ອງໜີພັຍສົງຄາມ ດ້ວຍຄວາມອົດຢາກ.
-
ອຸ່ນແກ້ວ
2022-09-04 -
-
-
Your browser doesn’t support HTML5 audio
ກອງກຳລັງແຫ່ງຊາຕ ກະຫຼ່ຽງ ຫຼື KNU ທີ່ເປັນກຸ່ມຕິດອາວຸດ ຊົນຊາຕຊົນເຜົ່າ ໄດ້ສັງຫານທະຫານພະມ້າໄປແລ້ວເກືອບ 50 ຄົນ ຫຼັງຈາກທີ່ ໄດ້ຕໍ່ສູ້ກັນເປັນເວລາຫຼາຍອາທິດ ຢູ່ໃກ້ກັບເຂດຊາຍແດນໄທຍ ເຖິງວ່າ ຝ່າຍທະຫານພະມ້າ ຈະຕອບໂຕ້ຄືນກໍຕາມ ແຕ່ພື້ນທີ່ສ່ວນໃຫຍ່ ກໍຍັງຖືກຝ່າຍກອງກຳລັງແຫ່ງຊາຕກະຫຼ່ຽງ ຢຶດຄອງຢູ່. ມີການຍິງປະທະກັນທັງໝົດ 33 ຄັ້ງ ລະຫວ່າງ ກອງກຳລັງແຫ່ງຊາຕກະຫຼ່ຽງ ແລະ ທະຫານພະມ້າ ນັບແຕ່ທະຫານພະມ້າ ເຂົ້າມາບຸກໂຈມຕີພື້ນ ເຂດຢຶດຄອງຂອງ ກອງກຳລັງກະຫຼ່ຽງ ໃນຕົ້ນເດືອນສິງຫາ ທີ່ຜ່ານມາ.
ເຖິງວ່າ ຝ່າຍພະມ້າ ຈະມີການຖິ້ມລະເບີດໂຈມຕີ ທາງອາກາດ, ແຕ່ຝ່າຍກອງກຳລັງກະຫຼ່ຽງ ກ່າວວ່າ ສາມາດສະກັດກັ້ນ ການໂຈມຕີຂອງຝ່າຍທະຫານພະມ້າ ໂດຍຝ່າຍກະຫຼ່ຽງເສັຽຊີວິຕ 2 ຄົນ ແລະ ບາດເຈັບ 16 ຄົນ ສ່ວນວ່າ ຝ່າຍທະຫານພະມ້າ ເສັຽຊີວິຕ 48 ຄົນ ແລະ ບາດເຈັບ 80 ຄົນ ອີງຕາມຖແລງການຂອງກອງກຳລັງ ແຫ່ງຊາຕກະຫຼ່ຽງ ໃນວັນພຸດທີ່ຜ່ານມາ.
ເຖິງຢ່າງໃດກໍຕາມ, ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ກໍບໍ່ສາມາດ ຢືນຢັນໂຕເລກຜູ້ເສັຽຊີວິຕໄດ້. ກອງກຳລັງແຫ່ງຊາຕກະຫຼ່ຽງ ຍັງກ່າວວ່າ ການຕໍ່ສູ້ກັນ ໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍ ຢູ່ເຂດ ເມືອງເມວວະດີ ແລະ ເມືອງກໍກະເຣັກ ຕ້ອງພາກັນຫຼົບໜີການສູ້ຣົບ ແລະ ຍັງມີຣາຍງານອີກວ່າ ມີຊາວບ້ານເສັຽຊີວິຕ 1 ຄົນ.
ອີງຕາມຖແລງການ ຂອງກອງກຳລັງແຫ່ງຊາຕກະຫຼ່ຽງ, ເຂດກໍກະເຣັກ ເປັນພື້ນທີ່ ທີ່ມີການຕໍ່ສູ້ກກັນ ລະຫວ່າງກອງກຳລັງ ແຫ່ງຊາຕກະຫຼ່ຽງ ແລະ ທະຫານພະມ້າ ໂດຍສະເພາະກອງກຳລັງ ຮັກສາດິນແດນຂອງພະມ້າ.
ເລຂາທິການ ເມືອງເມວວະດີ ທ່ານ ປາໂດ ຊໍ ໄດ້ກ່າວ ຕໍ່ນັກຂ່າວວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ: “ທະຫານພະມ້າ ໄດ້ລະດົມໂຈມຕີໃສ່ ພາກຕາເວັນອອກຂອງສາຍພູດາວນາ.”
ທ່ານ ປາໂດຊໍ ໄດ້ກ່າວວ່າ ການໂຈມຕີດັ່ງກ່າວ ໃນເບື້ອງຕົ້ນ ຢູ່ເມືອງແມວວາດີ ແລະ ເມືອງກໍກະເຣັກ. ນັບແຕ່ເດືອນທັນວາ 2021 ເປັນຕົ້ນມາ, ມີການຍິງປະທະກັນ ລະຫວ່າງກອງກຳລັງແຫ່ງຊາຕກະຫຼ່ຽງ ແລະ ທະຫານພະມ້າ ຢ່າງຕໍ່ເນືອງ ເຊິ່ງການຕໍ່ສູ້ ຈະຢູ່ເຂດສາຍພູດາວນາ ແລະ ບໍ່ຮູ້ວ່າເປັນຫຍັງ ທັງສອງຝ່າຍ ຈຶ່ງເອົາພື້ນທີ່ດັ່ງກ່າວ ເປັນເປົ້າໝາຍ ແລະ ໃນການຕໍ່ສູ້ທຸກຄັ້ງ ກໍມີຜູ້ເຄາະຮ້າຍຫຼາຍຄົນ.
ການຕໍ່ສູ້ຢູ່ເມືອງພລາດາ ເປັນໄປຢ່າງດຸເດືອດ ຫຼັງຈາກທີ່ມີການປ່ຽນຜູ້ນຳ ກອງພັນຊາການທະຫານ ເຂດພາກຕາເວັນອອກສ່ຽງໃຕ້.
ພົນຕຣີ ມຽດ ເຕັດ ໂອ ຜູ້ບັນຊາການທະຫານ ຢູ່ໃນຣັຖກະສິນ ທີ່ມາປ່ຽນແທນ ພົນຕຣີ ໂກໂກ ເມືອງ ຜູ້ບັນຊາການທະຫານ ຂອງຝ່າຍພະມ້າ ຢູ່ພາກຕາເວັນອອກສ່ຽງໃຕ້ ຂອງຣັຖກະຫຼ່ຽງ. ກອງກຳລັງແຫ່ງຊາຕກະຫຼ່ຽງ ມີທັງໝົດ 6 ກອງພົນ ແລະ ໜ່ວຍກອງກຳລັງປ້ອງກັນໂຕ ທີ່ມີຊື່ວ່າ Cobra Column ທີີ່ຕໍ່ສູ້ຕ້ານກັບຝ່າຍທະຫານພະມ້າ. ໂຄສົກໜ່ວຍກອງກຳລັງປ້ອງກັນໂຕ Cobra Column ຂອງກອງກຳລັງແຫ່ງຊາຕກະຫຼ່ຽງ ໄດ້ກ່າວວ່າ ຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ວ່າ: “ທະຫານພະມ້າ ໄດ້ໃຊ້ຈະຣວດ, ປືນໃຫຍ່ ແລະ ການໂຈມຕີທາງອາກາດ ໃນການຕໍ່ສູ້ ກັບກອງກຳລັງແຫ່ງຊາຕກະຫຼ່ຽງ.”
ທ່ານ ກ່າວຕື່ມອີກວ່າ: “ການຕໍ່ສູ້ ໄດ້ມີຄວາມຮຸນແຮງຂຶ້ນ ໃນຊ້ວງ 7 ມື້ ທີ່ຜ່ານມາ ໂດຍ ທະຫານພະມ້າ ໄດ້ນຳໃຊ້ ກອງກຳລັງຈຳນວນຫຼາຍ ທີ່ບໍ່ເຄີຍມີມາກ່ອນ.”
ທ່ານ ແມວໂທຣາ ໂກໂກ ໄດ້ກ່າວວ່າ: “ນອກຈາກມີເຄື່ອງມີອຸປະກອນ ຫຼາກຫຼາຍແລ້ວ ເຂົາເຈົ້າຍັງ ໄດ້ເປີດສະໜາມຣົບຫຼາຍບ່ອນ, ແລະ ມີການໃຊ້ອາວຸດໜັກ ໃນການຕໍ່ສູ້, ມີການຖິ້ມລະເບີດຂນາດ 500 ປອນ. ພວກທະຫານພະມ້າ ໃຊ້ລະເບີດລູກວ່ານທີ່ຕ້ອງຫ້າມ, ມີການໂຈມຕີທາງອາກາດຫຼາຍຄັ້ງ ຢູ່ບ່ອນເກົ່າ ແລະ ການຕໍ່ສູ້ມີຄວາມດຸເດືອດຂຶ້ນຫຼາຍ.”
ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ພົນຕຣີ ຊໍມິນ ໂຄສົກຂອງຝ່າຍທະຫານພະມ້າ ທາງໂທລະສັບ ແຕ່ ທ່ານ ປະຕິເສດທີ່ຈະຕອບຄຳຖາມ.
ນຶ່ງໃນໜ່ວຍກອງກຳລັງປ້ອງກັນໂຕ Cobra Column ຂອງກອງກຳລັງແຫ່ງຊາຕກະຫຼ່ຽງ ຖືກທຳລາຍ ໂດຍການໂຈມຕີ ທາງອາກາດຂອງທະຫານພະມ້າ ໃນວັນທີ 19 ພຶສພາ 2022.
ທ່ານ ປາໂດ ຊໍ ໄດ້ກ່າວວ່າ ກອງກຳລັງແຫ່ງຊາດກະຫຼ່ຽງ ມີຜູ້ໄດ້ສົບເຄາະຮ້າຍບໍ່ຫຼາຍ ຍ້ອນວ່າ ເຂົາເຈົ້າມີຈຸດຢືນທີ່ໜັກແໜ້ນ, ການຄຸ້ນເຄີຍກັບເຂດແດນ, ແລະ ຄວາມສາມາດໃນການໃຊ້ຍຸທສາຕ ສົງຄາມກອງໂຈນ.
ຜູ້ໜີການສູ້ຣົບຄົນນຶ່ງ ໄດ້ ກ່າວວ່າ: “ພົລເຮືອນ ຕ້ອງພາກັນອົບພະຍົມ ໜີການສູ້ຣົບ ໄປເຂດແຄມແມ່ນ້ຳເມວ ແລະ ຂາດອາຫານການກິນ.”
ຜູ້ອົບພະຍົບ ໄດ້ກ່າວວ່າ “ພວກເຮົາ (ໝາຍເຖິງຜູ້ອົບພະຍົມ) ຕ້ອງໄດ້ພາກັນໜີ້ ຈາກພື້ນທີ່ນຶ່ງໄປຫາ ອີກພື້ນທີ່ນຶ່ງ ພວກເຮົາ ບໍ່ມີອາຫານ, ບໍ່ມີຣົຖ ຫຼື ຣົຖຈັກ ທີ່ຈະໜີໄປບ່ອນປອດພັຍ, ພວກເຮົາໜີເຂົ້າປ່າ ແລະ ທັງຕົກຂີ້ຕົມ.”
ຜູ້ອົບພະຍົມຄົນນີ້ ຍັງກ່າວຕື່ມອີກວ່າ: “ຕ້ອງໄດ້ພາກັນຫາມ ຜູ້ສູງອາຍຸ. ພວກເຮົາພາກັນແລ່ນໜີດ້ວຍຄວາມຢ້ານກົວ ຈົນຈະຮອດຝັ່ງແມ່ນ້ຳ ພາກັນນອນຢູ່ທີ່ນັ້ນ ແລະ ບາງຄົນກໍບໍ່ໄດ້ກິນຮອດເຂົ້າ.”
ອີງຕາມຖແລງການ ຂອງກອງກຳລັງແຫ່ງຊາຕກະຫຼ່ຽງ, ຢ່າງໜ້ອຍມີປະຊາຊົນ 90,000 ຄົນ ຕ້ອງໜີຈາກຖິ່ນຖານ ຍ້ອນການສູ້ຣົບ ໃນເຂດທີ່ມີການຄວບຄຸມໂດຍ ກອງພົນນ້ອຍທີ 6 ຂອງກອງກຳລັງແຫ່ງຊາຕກະຫຼ່ຽງ ນັບແຕ່ເດືອນ ທັນວາ 2021.
ສ່ວນວ່າ ຍາງ ອອງ ຊານ ຊູຈີ ຫົວໜ້າສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ຫຼື NLD ທີ່ຖືກທະຫານພະມ້າ ຢຶດອຳນາດ ແລະ ກັກໂຕ ໄດ້ຖືກຍ້າຍໄປກັກຂັງດ່ຽວ ໄດ້ຫຼາຍເດືອນແລ້ວ.
ແຫຼ່ງຂ່າວທີ່ໃກ້ຊິດເຈົ້າໜ້າທີ່ສານ ນະຄອນຫລວງ ເນປີດໍ ຂອງພະມ້າ ໄດ້ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ “ຄະດີ ຂອງຍານາງ ອອງ ຊານ ຊູຈີ ແລະ ຄົນໃກ້ຊິດຂອງ ຍານາງ ໄດ້ຖືກນຳມາໄຕ່ສວນ ຢູ່ສານພິເສດ ສະເພາະຢູ່ໃນຄຸກເລີຍ.”
ຜູ້ທີ່ເຫັນເຫດການ ຖືກທະຫານພະມ້າ ນຳໂຕມາສືບສວນສອບສວນ ຢູ່ໃນສານ ທີ່ມີສ່ວນພົວພັນໃນຄະດີນີ້. ຂໍ້ມູນການສືບສວນສອບສວນ ຍັງບໍ່ມີການເປີດເຜີຍ ໃນຂະນະທີ່ ທະນາຍຄວາມຂອງ ຍານາງ ອອງຊານ ຊູຈີ ຍັງບໍ່ໄດ້ຮັບອະນຸຍາດ ໃຫ້ເຜີຍແຜ່ຂໍ້ມູນຕໍ່ສື່ມວນຊົນ.
ທີ່ຜ່ານມາ, ໄດ້ມີການໄຕ່ສວນຄະດີດັ່ງກ່າວ ທຸກໆວັນພະຫັດ ໃນສານພິເສດ ຢູ່ນະຄອນຫລວງ ເນປີດໍ ເຊິ່ງດຳເນີນການຢູ່ຄ້າຍທະຫານ ນັບແຕ່ວັນທີ 1 ກຸມພາ 2021 ເປັນຕົ້ນມາ ທີ່ທະຫານພະມ້າ ເຂົ້າມາຍຶດອຳນາດ ຈາກຣັຖບານ ຍານາງ ອອງ ຊານ ຊູຈີ ທີ່ເປັນຝ່າຍຊະນະການເລືອກຕັ້ງ.
ທ່ານ ຊານ ເທີເນວ ໄດ້ເປັນທີ່ປຶກສາທາງດ້ານທຸຣະກິຈ ຂອງຍານາງ ອອງ ຊານ ຊູ ຈີ ນັບແຕ່ປີ 2017 ຢູພາຍໃຕ້ຣັຖບານຂອງ ພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ. ທ່ານ ເປັນຄົນຕ່າງປະເທດ ຄົນທຳອິດ ທີ່ໃກ້ຊິດກັບຣັຖບານຂອງ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກຈັບ ແລະ ກັກໂຕ ນັບແຕ່ທະຫານເຂົ້າມາຍຶດອຳນາດ. ຍານາງ ອອງ ຊານ ຊູ ຈີ ອາຍຸ 77 ປີ ຖືກໄດ້ດຳເນີນຄະດີ 19 ຂໍ້ຫາ ນັບແຕ່ ທະຫານພະມ້າເຂົ້າມາຍຶດອຳນາດ.
ຍານາງ ຖືກຕັດສິນຈຳຄຸກ 11 ປີ ໃນ 6 ຂໍ້ຫາ. ທີ່ເຫຼືອ ອີກ 13 ຂໍ້ຫາ ຍັງຄົງພິຈາລະນາ ຢູ່. ຖ້າມີການຕັດສິນໝົດທຸກຂໍ້ຫາ ຍາງນາງ ກໍຈະຖືກຕັດສິນຈຳຄຸກເປັນເວລາ 100 ປາຍ ປີ.
ທະຫານພະມ້າ ທີ່ຢຶດອຳນາດ ໄດ້ປະກາດ ວ່າ “ຍານາງ ອອງ ຊານ ຊູ ຈີ ໄດ້ຖືກສົ່ງຂັງຄຸກ ພາຍໃຕ້ກົດໝາຍອາສຍາ ຫຼັງຈາກ ທີ່ສານທະຫານພະມ້າ ໄດ້ມີການໄຕ່ສວນ ກ່ອນໜ້ານີ້ ຍານາງ ອອງ ຊານ ຊູຈີ ຖືກກັກບໍລິເວນ ຢູ່ພາຍໃນບ້ານພັກ.”
ທະຫານພະມ້າ ໄດ້ມີການວາງກຳລັງເຈົ້າໜ້າທີ່ ຢູ່ຄຸກຄຸມຂັງ ແລະ ໄດ້ເພີ່ມການຮັກສາຄວາມປອດພັຍ ຫຼັງຈາກ ຍາງ ນາງ ອອງ ຊານ ຊູຈີ ຖືກນຳໂຕມາ ຢູ່ຄຸກນະຄອນຫລວງ ເນປີດໍ.
ມີການຈຳກັດລະບຽບການ ຢູ່ໃນຕຶກຄຸມຂັງ ຜູ້ຍິງ ແລະ ຜູ້ຊາຍ ຢ່າງເຄັ່ງຄັດ ອີງຕາມແຫຼ່ງຂ່າວທີ່ໃກ້ຊິດກັບຄຸກຄຸມຂັງ.
ຜູ້ນຳຫຼັກຂອງຣັຖບານ ຍານາງ ອອງ ຊາຍ ຊູຈີ, ສະມາຊິກຣັຖສະພາ ແລະ ຜູ້ຕໍ່ຕ້ານການຢຶດອຳນາດຂອງທະຫານ ໄດ້ຖືກດຳເນີນຄະດີພິເສດ ຢູ່ ຄຸກ ນະຄອນຫລວງເນປີດໍ ຂອງພະມ້າ.
ຕໍ່ບັນຫາດັ່ງກ່າວ ນັກສິທທິມະນຸສເຫັນວ່າ ມັນເປັນການກໍ່ອາສຍາກັມ ຕໍ່ປະຊາຊົນ ຢູ່ພະມ້າ.
ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ Human Rights Watch ປະຈໍາອາເຊັຽຕາເວັນອອກສຽງໃຕ້ ກ່າວຕໍ່ສຳນັກຂ່າວ ຕ່າງປະເທດວ່າ:
“ພວກເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິທທິມະນຸສ ໃນພະມ້າ ນັບແຕ່ມີການ ຣັຖປະຫານ. ດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະການ ທີ່ບໍ່ດີ, ທີ່ທະຫານກໍ່ອາສຍາກັມ ຕໍ່ປະຊາຊົນໂຕເອງ.”
ມີຣາຍງານວ່າ ຢູ່ບາງເຂດທີ່ມີການສູ້ຣົບ ມີປະຊາຊົນປະມານ 100 ຄົນ ບໍ່ຍອມໜີຈາກບ້ານ ແລະ ເຂົາເຈົ້າຖືກບັງຄັບ ແລະ ພວກທະຫານພາ ກັນມາກວດຂໍ້ຄວາມໂທລະສັບ ຂອງເຂົາເຈົ້າ ວ່າມີການຕິດຕໍ່ກັບກຸ່ມກອງກຳລັງ ປົກປ້ອງປະຊາຊົນຫຼືບໍ່.
ປະຊາຊົນ ກ່າວວ່າ ຍົນເຮລິຄອບເຕີຣ໌ ຂອງທະຫານພະມ້າ ໄດ້ຍິງປືນໃສ່ໝູ່ບ້ານ ໃນວັນທີ 2 ກໍຣະກະດາ ທີ່ຜ່ານມາ.
ມີປະຊົນພະມ້າ ຫຼາຍຄົນ ຕ້ອງຕໍ່ຕ້ານກັບທະຫານພະມ້າ ທີ່ຍຶດອຳນາດມາແຕ່ ວັນທີ 1 ກຸມພາ 2021, ໂດຍ ເຂົ້າເຈົ້າມີການຈັດຕັ້ງກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຫຼື PDF ຫຼັງຈາກທະຫານເຂົ້າມາຍຶດອຳນາດ ຈາກພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ແລະ ມີການຕັດສັນຍາໂທລະສັບ ແລະ ອິນເຕີຣ໌ເນັດ.
ນອກຈາກນີ້ ທີ່ຜ່ານມາ ປະຊາຊົນຊາວເມືອງປາເລ ໄດ້ກ່າວວ່າ ມີປະຊາຊົນ 4 ຄົນເສັຽຊີວິຕ ລວມມີເດັກຍິງ ຍ້ອນການໂຈມຕີ ຂອງທະຫານພະມ້າ ຫຼັງຈາກທີ່ຊາວບ້ານ ໄດ້ພາກັນກັບຄືນມາບ້ານ ໃນຂະນະທີ່ ເຂົາເຈົ້າກຳລັງລ້ຽງງົວ ແລະ ເກືອໝູ ຢູ່.