ຈີນບໍ່ພໍໃຈຄໍາຕັດສິນຂອງ ພະມ້າ

ສິດນີ
2015.07.24
F-M-logging ຈີນ ປະນາມ ພະມ້າ ໃນການລົງໂທດ ຄົນຈີນ ທີ່ ລັກຕັດໄມ້ ໃນພະມ້າ
AFP Photo/Soe Than Win

ໃນ ວັນພະຫັດ ທາງການ ຈີນ ໄດ້ ປະນາມ ຣັຖບານ ພະມ້າ ຢ່າງ ຫນັກ ໃນການ ລົງໂທດ ຄົນຈີນ ທີ່ ລັກ ເຂົ້າໄປ ຕັດໄມ້ ໃນ ພະມ້າ ຈຳນວນ 153 ຄົນ, ໃນນັ້ນ ຫຼາຍຄົນ ຖືກໂທດ ຕຣອດ ຊີວິດ, ຊຶ່ງ ເປັນຄວາມ ຂັດແຍ່ງ ຄັ້ງ ຫລ້າສຸດ ຣະຫວ່າງ ສອງ ປະເທດ ເພື່ອນບ້ານ.

ການລົງໂທດ ຄົນຈີນ ເປັນ ຈຳນວນ ຫຼວງຫຼາຍ ດັ່ງກ່າວ, ສ້າງຄວາມ ໂກດແຄ້ນ ໃຫ້ ຣັຖບານ ຈີນ ແລະ ສື່ມວນຊົນ ພາກຣັດ ຂອງ ຈີນ ຢ່າງໃຫຽ່ ຫລັງຈາກ ກຸ່ມ ດັ່ງກ່າວ ຖືກຈັບ ໃນເດືອນ ມົກກະຣາ ຜ່ານມາ. ໃນຊ່ວງ ທີ່ ຣັຖບານ ພະມ້າ ທຳການ ປາບປາມ ກຸ່ມ ຕັດໄມ້ທ່ອນ ທີ່ ຜິດ ກົດຫມາຍ ໃນ ແຂວງ ກາຈີນ ຊື່ງ ເປັນ ແຂວງ ຊາຍແດນ ຕິດກັບ ຈີນ.

ເຈົ້າຫນ້າທີ່ ສານ ທີ່ ແຂວງ ກາຈີນ ຜູ້ ທີ່ຂໍສງວນ ຊື່ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ຜແນກ ພາສາ ພະມ້າ ໃນ ວັນພຸດ ວ່າ, ຜູ້ຕ້ອງຫາ ລັກ ຕັດໄມ້ ທ່ອນ ຄົນ ຈີນ 153 ຄົນ ຖືກສານ ຕັດສີນໃຫ້ ຈຳຄຸກ ຕຣອດ ຊີວີດ, ແຕ່ ຕາມ ກົດຫມາຍ ພະມ້າ ແລ້ວ ແມ່ນ 20 ປີ ທ່ານ ເວົ້າ ຕື່ມວ່າ ໃນນັ້ນ ຜູ້ຊາຍ ສອງຄົນ ອາຍຸ ຕ່ຳ ກວ່າ 18 ປີ ຖືກ ຄຸກ 10 ປີ ແລະ ແມ່ຍິງ ຜູ້ນຶ່ງ 15 ປີ ຍ້ອນ ຄ້າ ຢາເສບຕິດ ແຕ່ ທ່ານ ບໍ່ໄດ້ ໃຫ້ ຣາຍລະອຽດ ເພີ້ມຕື່ມ.

ໂຄສົກ ກະຊວງ ຕ່າງ ປະເທດ ຈີນ ເວົ້າວ່າ ຣັຖບານ ຈີນ ຢາກ ຮຽກຮ້ອງ ໃຫ້ ພະມ້າ ໃຫ້ ຄວາມ ເປັນທັມ ແກ່ ຄົນຈີນ ກຸ່ມ ດັ່ງກ່າວ, ໃຫ້ໃຊ້ ເຫດຜົລ ໃນການ ຕັດສີນ ຄະດີ ແລະໃຫ້ ສົ່ງກຸ່ມ ດັ່ງກ່າວ ກັບ ຈີນ ໄວທີ່ສຸດ ເທົ່າທີ່ ຈະໄວໄດ້, ແຕ່ ຣັຖບານ ພະມ້າ ບອກວ່າ ເມື່ອ ປະຊາຊົນ ພະມ້າ ຝ່າຝຶນ ກົດຫມາຍ ປະເທດ ອື່ນ, ພວກ ຂະເຈົ້າ ຈະ ຖືກ ລົງໂທດ ຕາມ ກົດຫມາຍ ປະເທດ ນັ້ນໆ ພວກເຮົາ ບໍ່ສາມາດ ໃຊ້ ຄວາມສຳພັນ ທາງການ ທູດ ເຂົ້າມາ ຫຍຸ້ງກ່ຽວ, ພະມ້າ ຄິດວ່າ ຈີນ ຄົງເຂົ້າໃຈ ຣັຖບານ ພະມ້າ ຕ້ອງການ ຍຸຕິ ການລັກ ຕັດໄມ້ ທ່ອນ ໃນ ພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.