ໄຊຊະນະ ຂອງ ພັກ ປະຊາຊົນ ກຳພູຊາ ໃນການເລືອກຕັ້ງ ທົ່ວໄປ ເມື່ອມື້ວັນ ອາທິດ ຜ່ານມາ ໝາຍຄວາມວ່າ ທ່ານ Hun Sen ຍັງຈະຄອງ ອໍານາດ ຕໍ່ໄປອີກ 5 ປີ ຕາມທີ່ຄາດຄິດ ກັນໄວ້.
ແຕ່ສຽງສ່ວນຫລາຍ ຂອງ ຣັຖບານ ໄດ້ຫລຸດລົງ ຢ່າງຫລວງຫລາຍ ໃນສະພາ ພາໃຫ້ ສົງສັຍວ່າ ຄວາມຊົງຈຳ ກ່ຽວກັບ ປວັດສາຕ ທີ່ ເຈັບປວດ ຂອງຂເມນແດງ ອາດຄ່ອຍເລືອນລາງ ໄປແລ້ວ ເຫລືອໄວ້ແຕ່ ຄວາມບໍ່ພໍໃຈ ກັບການ ສໍ້ຣາສ ບັງຫລວງ ທີ່ນັບມື້ ຫລາຍຂຶ້ນ ມາແທນທີ່.
ພັກກອບກູ້ຊາຕ ແຫ່ງ ກຳພູຊາ ຊຶ່ງເປັນພັກ ຝ່າຍຄ້ານແນວໜ້າ ໄດ້ຮັບ ໄຊຊະນະ ທີ່ສຳຄັນ ເຖິງວ່າຣັຖບານ ຈະຄວບຄຸມ ສື່ມວນຊົນ ທັງໝົດ ແລະ ມີການອ້າງວ່າ ຣັຖບານ ໃຊ້ວິທີ ຂົ່ມຂູ່ ແລະ ລຶບຊື່ ຂອງ ຜູ້ມີສິດ ລົງຄະແນນສຽງ ຈຳນວນນຶ່ງ ອອກຈາກບັນຊີ ກໍ່ຕາມ.
ໃນການເລືອກຕັ້ງ ເທື່ອນີ້ ພັກກອບກູ້ຊາຕ ໄດ້ 55 ບ່ອນນັ່ງ ໃນສະພາ ສ່ວນຝ່າຍຣັຖບານ ໄດ້ 68 ຊຶ່ງໝາຍຄວາມວ່າ ພັກຣັຖບານ ບໍ່ມີສຽງສ່ວນ ຫລາຍ ເຖິງ 2 ສ່ວນ 3 ໃນສະພາ ອີກຕໍ່ໄປ ອັນຈະເຮັດໃຫ້ ຝ່າຍຄ້ານ ມີອຳນາດ ຫລາຍຂຶ້ນ ໃນການອອກ ກົດໝາຍ.
ແຕ່ເກົ່າມາຫລັງ ທ່ານ Hun Sen ເຄີຍໄດ້ສຽງ ຈາກ ປະຊາຊົນ ໃນເຂດ ຊົນນະບົດ ເປັນສ່ວນຫລາຍ ຜູ້ທີ່ພໍໃຈນຳ ຄວາມໝັ້ນຄົງ ແລະ ການປັບປຸງ ໂຄງສ້າງພື້ນຖານ ຫລັງຈາກ ຂເມນແດງ ໝົດອຳນາດໄປ ໃນທ້າຍ ສັຕວັດທີ່ 20. ທ່ານ Sam Ransy ຫົວໜ້າ ພັກ ຝ່າຍຄ້ານ ເວົ້າວ່າ ຊາວໜຸ່ມ ທີ່ມີສິດ ລົງຄະແນນສຽງ ໃນການເລືກຕັ້ງ ເທື່ອນີ້ ບໍ່ໄດ້ ຢູ່ພາຍໃຕ້ ຣະບອບຂເມນແດງ ຊຶ້່ງເຮັດໃຫ້ ຄົນເສັຍຊີວິຕ ໄປເຖິງ 1 ລ້ານ 7 ແສນຄົນ ແຕ່ປີ 1974 ຫາປີ 1979 ເພາະສະນັ້ນ ເຫດຜົນດັ່ງກ່າວ ໃຊ້ບໍ່ໄດ້ອີກ ຕໍ່ໄປແລ້ວ ເພາະ 70% ຂອງ ປະຊາກອນ ກຳພູຊາ ເກີດລຸນຫລັງ ຣະບອບ ຂເມນແດງ ແລະ ພວກຊາວໜຸ່ມ ເຫລົ່ານີ້ ຮູ້ຈັກໃຊ້ ເຄື່ອງ electronic ແລະ ສື່ສັງຄົມ ແລະຢາກໄດ້ ຄວາມອຸດົມ ສົມບູນ ຄືກັນກັບ ປະຊາຊົນ ໃນປະເທດ ເພື່ອນບ້ານ ເຊັ່ນ ປະເທດໄທ ເຂົາເຈົ້າ ເບິ່ງພາພຍົນ ຕ່າງປະເທດ ຫລິ້ນ Facebook ຈຶ່ງເຫັນວ່າ ກຳພູຊາ ຍັງລ້າຫລັງ ແລະ ມີການ ສໍ້ຣາສ ບັງຫລວງ ຢ່າງ ຫລວງຫລາຍ ຢູ່.
ທ່ານ Carlyle Thayer ຜູ້ສ້ຽວຊານ ກ່ຽວກັບ ບັນຫາ ເອເຊັຍຕາເວັນອອກ ສ່ຽງໃຕ້ ຢູ່ທີ່ ສະຖາບັນ ກຳລັງ ປ້ອງກັນປະເທດ ໃນກຸງ Canberra ປະເທດ Australia ເວົ້າວ່າ ໃນການໂຄສະນາ ຫາສຽງເລືອກຕັ້ງ ພັກກອບກູ້ຊາຕ ຕອກຢໍ້າ ເຖິງບັນຫາ ທີ່ສ້າງຄວາມ ວີຕົກກັງວົນ ໃຫ້ ປະຊາຊົນ ເຊັ່ນເຣື້ອງການ ເສັຍທີ່ດິນ ຜົນສະທ້ອນ ຂອງການພັທນາ ໃສ່ ສະພາບແວດລ້ອມ ແລະ ການສໍ໊ຣາສ ບັງຫລວງ ແລະວ່າ ພັກຣັຖບານ ໃຫ້ເຈົ້າໜ້າທີ່ ທີ່ມີໜ້າທີ່ການ ມາດົນນານແລ້ວ ລົງສມັກ ຮັບເລືອກຕັ້ງ ແທນທີ່ຈະແມ່ນ ພວກໜຸ່ມນ້ອຍ ກວ່າ.
ພັກປະຊາຊົນ ກຳພູຊາ ໝັ້ນໃຈ ສເມີວ່າຕົນ ຈະໄດ້ຮັບ ໄຊຊະນະ ເພາະມີ ສື່ມວນຊົນ ພາຍໃນປະເທດ ທີ່ບອກໄດ້ ໃຊ້ຟັງ ແລະ ມີພາຫານະຫລາຍ ກວ່າຝ່າຍ ກົງກັນຂ້າມ. ນັກວີເຄາະ ຄາດຄະເນ ໄວ້ວ່າ ສຽງສ່ວນຫລາຍ ໃນສະພາ ຂອງ ພັກຣັຖບານ ຈະໜ້ອຍ ລົງ ຫລັງຈາກ ທີ່ພັກຝ່າຍຄ້ານ ສຳຄັນ ສອງພັກ ໄດ້ຮວມຕົວກັນ ເຂົ້າເປັນ ພັກດຽວ ແລະ ຍ້ອນການ ກັບຄືນ ປະເທດ ຂອງ ທ່ານ Sam Ransy ແຕ່ບໍ່ຄຶດວ່າ ຈະຫລຸດລົງ ຫລາຍປານນັ້ນ.
ປາຣິມານ ການສົ່ງອອກ ເຄື່ອງໜຸ່ງຫົ່ມ ບວກໃສ່ການ ຊ່ວຍເຫລືອ ຈາກ ຕ່າງປະເທດ ແລະ ການລົງທຶນ ຂອງຈີນ ເຮັດໃຫ້ ເສຖກິດ ກຳພູຊາ ຂຍາຍຕົວຂຶ້ນ ຢ່າງວອ່ງໄວ ແຕ່ກໍຄວບຄູ່ ໄປກັບ ຄວາມເຄັ່ງຕຶງ ທາງສັງຄົມ. ຊາວກຳພູຊາ ປະທ້ວງ ຫລາຍຂຶ້ນ ກ່ຽວກັບ ສະພາບການ ເຮັດວຽກ ໃນ ອຸດສາຫະກັມ ຕັດຫຍິບ ແລະສິດ ເຈົ້າຂອງທີ່ດິນ. ໃນລະຍະ ບໍ່ເທົ່າໃດປີ ຜ່ານມາ ປະຊາກອນ ໃນເມືອງໃຫຍ່ ເພີ້ມຂຶ້ນ ຢ່າງຫລວງຫລາຍ ພາໃຫ້ເກີດ ມີຊາວໜຸ່ມ ທີ່ມີສິດ ລົງຄະແນນ ສາມາດ ໄດ້ຮັບຂໍ້ມູນ ຂ່າວສານ ທາງ internet ແລະ ແມ່ນພວກນີ້ ສ່ວນຫລາຍ ທີ່ສນັບສນູນ ຝ່າຍຄ້ານ ເພາະຢາກເຫັນ ຄວາມປ່ຽນແປງ ເກີດຂຶ້ນ ໃນການ ບໍຣິຫານ ບ້ານເມືອງ.
ໃນມື້ວັນຈັນນີ້ ຫົວໜ້າພັກ ຝ່າຍຄ້ານ ທ່ານ Sam Rainsy ປະກາດ ບໍ່ຍອບຮັບເອົາ ຜົນການເລືອກຕັ້ງ ອາທິດ ຜ່ານມາ ໂດຍອ້າງວ່າ ພັກປະຊາຊົນ ກຳພູຊາ ຍັງໃຊ້ວິທີ ບໍ່ເປັນທັມ ເພື່ອໃຫ້ໄດ້ ໄຊຊະນະ ເຊັ່ນບາງຄົນ ບໍ່ສາມາດ ໄປລົງ ຄະແນນສຽງໄດ້ ຍ້ອນວ່າ ບໍ່ມີຊື່ ໃນບັນຊີ ທາງການ ຂອງຜູ້ມີສິດ ເລືອກຕັ້ງ ຫລື ມີຜູ້ໄປລັກ ບ່ອນບັດແທນ ແລະ ນໍ້າເມິກ ທີ່ໃຊ້ແປະໂປ້ ຜູ້ລົງຄະແນນແລ້ວ ເພື່ອບໍ່ໃຫ້ ສາມາດ ໄປລົງ ຄະແນນ ໄດ້ອີກນັ້ນ Comfrel ຊຶ່ງເປັນອົງການ ສັງເກດການ ການເລືອກຕັ້ງ ເວົ້າວ່າ ລ້າງອອກໄດ້ ບໍ່ຍາກ ຖ້າຢາກໄປ ປ່ອນບັດ ອີກຕື່ມ..
ທ່ານ Sam Ransy ເວົ້າວ່າ ການທ້າທາຍ ເທື່ອນີ້ ບໍ່ແມ່ນການ ຕໍ່ລອງ ໃນການເຂົ້າຮ່ວມ ຣັຖບານ ແຕ່ເປັນສິ່ງ ສໍ່ສະແດງ ໃຫ້ເຫັນວ່າ ພັກຂອງທ່ານ ຢາກໃຫ້ ຄວາມຍຸຕິທັມ ແກ່ຊາວກຳພູຊາ ເພື່ອປະກັນ ວ່າຄວາມຕັ້ງໃຈ ຂອງ ປະຊາຊົນ ຈະບໍ່ຖືກ ບິດເບືອນ ຫລື ໃຊ້ໄປໃນທາງ ກົງກັນຂ້າມ.
ການທີ່ທ່ານ Sam Ransy ບໍ່ຍອມຮັບ ຜົນການເລືອກຕັ້ງ ເທື່ອນີ້ ພາໃຫ້ຫວນ ຄຶດຫາເຫດການ ຮຸນແຮງ ທີ່ເຄີຍເກີດຂຶ້ນ ໃນອະດີດ ຊຶ່ງລະຍະ ຫລັງການເລືອກຕັ້ງ ທີ່ຂາດ ສະເຖັຍຣະພາບ ໄດ້ນຳໄປສູ່ ການຂັດແຍ້ງ ທາງການເມືອງ ຢ່າງຮຸນແຮງ. ຖ້າຝ່າຍຄ້ານ ບໍ່ຍອມ ເຂົ້າຮ່ວມ ປະຊຸມສະພາ ທ່ານ Hun Sen ກໍອາດຈະ ບໍ່ສາມາດ ຕັງຣັຖບານໄດ້ ຕາມກົດໝາຍ.
ກຳພູຊາ ເຄີຍປະສົບ ກັບສະຖານະການ ແບບດຽວກັນນີ້ ມາແລ້ວ ຫລັງຈາກ ການເລືອກຕັ້ງປີ 2003 ເມື່ອພັກຂອງ ທ່ານ Hun Sen ບໍມີສຽງ ພຽງພໍ ເພື່ອຕັ້ງຣັຖບານ ໄດ້ຕາມລຳພັງ. ສະພາບການ ບໍ່ອອກບໍ່ເຂົ້າ ແກ່ຍາວອອກໄປຮອດ 11 ເດືອນ ແລະ ມີເຫດການ ຮຸນແຮງ ເກີດຂຶ້ນ ຕາມ ຖນົນຫົນທາງ. ແຕ່ເວລານັ້ນ ຝ່າຍທີ່ຄັ່ດຄ້ານ ທ່ານ Hun Sen ບໍ່ໄດ້ ປຸ້ມລຸມກັນ ຄືເທື່ອນີ້.
ໂຄສົກຣັຖບານ ທ່ານ Phay Siphan ເວົາວ່າ ພັກກອບກູ້ຊາຕ ມີສິດທີ່ ຈະປະກາດວ່າ ບໍ່ຮັບເອົາ ຜົນການເລືອກຕັ້ງ ແຕ່ພັກທີ່ ຊະນະ ການເລືອກຕັ້ງ ກໍຈະເດີນໜ້າ ເພື່ອຕັ້ງຣັຖບານ. ການທ້າທາຍ ຂອງ ພັກຝ່າຍຄ້ານ ອາດເປັນພຽງ ການເວົ້າຂູ່ ເທົ່ານັ້ນ ເພາະ ພັກ ຂອງທ່ານ Hun Sen ຄວບຄຸມ ເກືອບໝົດ ທຸກຂະແໜງ ຂອງຣັຖບານ ແລະ ຝ່າຍຕຸລາການ ຊຶ່ງແນ່ນອນ ຈະຕ້ອງຢືນຢັນ ວ່າພັກ ປະຊາຊົນ ກຳພູຊາ ເປັນຜູ້ຊະນະ ແລະ ຖ້າເປັນດັ່ງນັ້ນ ກໍບໍຮູ້ວ່າ ຝ່າຍຄ້ານ ຈະເຮັດຢ່າງໃດ ຕໍ່ໄປ.