ທ.ຮຸນເຊນ ປະຕິເສດ ຂໍ້ກ່າວຫາ


2013.03.20
f-hun-sen ທ່ານ ຮຸນ ເຊນ ນາຍົກ ຣັຖມົນຕຣີ ກັມພູຊາ
Cambodia.org

ນາຍົກ ຣັຖມົນຕຣີ ກໍາພູຊາ ປະຕິເສດ ຂໍ້ກ່າວຫາ ວ່າ ແຊກແຊງ ເຂົ້າໃນ ການດໍາເນີນ ຄະດີ ຂເມນແດງ.

ທ່ານ ຮຸນ ເຊນ ນາຍົກ ຣັຖມົນຕຣີ ກໍາພູຊາ ປະຕິເສດ ໃນມື້ວານ ນີ້ ກ່ຽວກັບ ຂໍ້ກ່າວຫາ ວ່າ ໄດ້ຂັດຂວາງ ຄວາມຄືບໜ້າ ຂອງ ການດໍາເນີນ ຄະດີ ອາສຍາກັມ ສົງຄາມ ຂອງ ພວກ ຂເມນແດງ. ຕາມຣາຍງານ ຂອງອົງການ ຂ່າວ AFP ໃນ ວັນທີ 19 ມິນາ 2013. ທ່ານກ່າວ ຜ່ານວິທຍຸ ແຫ່ງຊາດວ່າ: “ ອໍານາດ ດໍາເນີນ ຄະດີ ນັ້ນ ຢູ່ໃນມື ຂອງ ສານ ສະຫະປະຊາຊາດ. ຄວາມຄືບໜ້າ ໃນການ ດໍາເນີນ ຄະດີ ຈະຊ້າ ຫລື ໄວນັ້ນ ແມ່ນຂຶ້ນຢູ່ກັບ ສານ, ບໍ່ຂຶ້ນກັບ ທ່ານ “.

ພ້ອມກັນນັ້ນ ກໍຮຽກຮ້ອງ ໃຫ້ ສານ ທີ່ ສະຫະປະຊາຊາດ ສນັບສນູນ ດໍາເນີນ ການຕັດສິນ ຄະດີ ໄວກວ່ານີ້ອີກ. ທ່ານ ຮຸນ ເຊນ ຮຽກຮ້ອງ ໃຫ້ບັນດາ ຜູ້ ບໍຣິຈາກ, ອົງການ ສິດທິມະນຸດ, ສະຫະປະຊາຊາດ ແລະ ສະຫະຣັດ ອະເມຣິກາ ເລັ່ງ ພິຈາຣະນາ ຄະດີ ຈໍາເລີຍ ທີ່ ເຫລືອອີກ 2 ຄົນ ຊຶ່ງຖືກ ກ່າວຫາວ່າ ຂ້າລ້າງ ເຜົ່າພັນ ຫລັງຈາກ ຜູ້ຕ້ອງສົງໄສ ຄົນ ທີ 3 ເສັຍຊີວິດ ເມື່ອອາທິດ ຜ່ານມາ.

ເມື່ອອາທິດ ທີ່ແລ້ວ ອົງການ ຕິດຕາມ ການປະຕິບັດ ສິດທິມະນຸດ Human Rights Wath ທີ່ມີສູນກາງ ຢູ່ ນະຄອນ ນິວຢ໊ອກ ສະຫະຣັດ ອະເມຣິກາ ກ່າວຫາ ທ່ານ ຮຸນ ເຊນ ອະດີດ ນາຍທະຫານ ຂອງ ພວກຂເມນແດງ ທີ່ເສັຍໄຊ ແລະ ໄດ້ກາຍເປັນ ນາຍົກ ຣັຖມົນຕຣີ ໃນປີ 1985 ທີ່ ພຍາຍາມ ເຮັດໃຫ້ ການດໍາເນີນ ຄະດີ ຂອງ ພວກຂເມນ ແດງ ຊັກຊ້າ. ອົງການ ດັ່ງກ່າວ ເວົ້າວ່າ ນາຍົກ ຣັຖມົນຕຣີ ຮຸນ ເຊນ “ ໄດ້ເຮັດ ທຸກຢ່າງ ຕາມອໍານາດ ຂອງທ່ານ ທີ່ຈະກີດກັ້ນ ການ ປະຕິບັດ ງານ ຂອງສານ “. ຣັຖບານ ກໍາພູຊາ ໄດ້ຊັບຊ້ອນ ເຈົ້າໜ້າທີ່ ສານ ຂອງຕົນ ໃຫ້ກີດຂວາງ ການສວບສວນ ແຕ່ ບໍ່ສໍາເຣັດ ທີ່ຈະເອົາ ສະມາຊິກ ຂອງ ຕົນເອງ ເປັນຜູ້ໃຫ້ ປາກຄໍາ ຕໍ່ສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.