ຄົນງານກຳພູຊາໜີອອກ ຈາກໄທ

ສິດນີ
2014.06.12
F-Cambodia ຄົນງານ ກຳພູຊາ ພາກັນຫນີຈາກໄທ ຍ້ອນຄວາມຢ້ານກົວ ທີ່ຈະຖືກປາບ ໂດຍ ກຸ່ມ ທະຫານໄທ
RFA/Cambodia

ຄົນງານ ກຳພູຊາ ທີ່ ຖືກຕ້ອງ ຕາມກົດຫມາຍ ຫລື ຜິດ ກົດຫມາຍ ຫລາຍ ພັນຄົນ ພາກັນ ຫລົບຫນີ ກັບ ປະເທດ ຍ້ອນ ມີຂ່າວ ລືວ່າ ຄະນະ ຮັກສາ ຄວາມສງົບ ແຫ່ງຊາດ ໄທ ຈະທຳການ ປາບປາມ ກຸ່ມ ແຮງງານ ກຳພູຊາ ແລະ ຈະປີດ ດ່ານ ເຂົ້າອອກ.

ຂ່າວລື ດັ່ງກ່າວໄດ້ຂຍາຍ ວົງກວ້າງ ອອກໄປ ໂດຍສະເພາະ ຫລັງຈາກ ທະຫານໄທ ໄດ້ເຂົ້າໄປ ໂຈມຕີ ແລະ ກວດລ້າງ ສຖານທີ່ ສົງສັຍວ່າ ເປັນບ່ອນພັກ ອາສັຍ ຂອງ ກຸ່ມແຮງງານ ທີ່ ຜິດກົດຫມາຍ ຊາວ ກຳພູຊາ ຫລາຍແຫ່ງ ໃນໄທ ໃນບໍ່ດົນ ມານີ້.

ທ່ານ ປຣະສິດ ກຽວຜົລ ເອກອະທິບໍດີ ຫ້ອງການ ແຮງງານໄທ ໄດ້ ປະຕິເສດ ກ່ຽວກັບ ຂ່າວລື ດັ່ງກ່າວ ໂດຍເວົ້າວ່າ ກຸ່ມຄົນ ບໍ່ຫວັງດີ ເປັນຜູ້ ປ່າວຂ່າວ ລື ທີ່ບໍ່ມີມູນ ຄວາມຈິງ. ທ່ານວ່າ ແຮງງານ ກຳພູຊາ ທີ່ຖືກ ຕ້ອງຕາມ ກົດຫມາຍ ປະມານ 4 ແສນ 4 ຫມື່ນ ນື່ງພັນ 5 ຮ້ອຍ ກວ່າຄົນ ນັ້ນ ຍັງເຮັດວຽກ ຢູ່ໄທ ຕາມປົກກະຕິ ຢູ່ໃນ ເວລານີ້.ແລະ ວ່າ ປັດຈຸບັນ ເຈົ້າຫນ້າທີ່ ກ່ຽວຂ້ອງ ກຳລັງ ມີແຜນການ ຈະຕໍ່ອາຍຸ ໃບເຮັດວຽກ ໃຫ້ ແຮງງານ ກຳພູຊາ ຜູ້ທີ່ ມີໃບ ເຮັດວຽກ ໃກ້ຈະຫມົດ ອາຍຸ ແລະ ຜູ້ທີ່ຍັງ ບໍ່ສາມາດ ມາລົງ ທະບຽນໄດ້ ປາສຈາກ ການ ຕໍ່ອາຍຸ ແຮງງານ ດັ່ງກ່າວ ອາດຈະຖືກ ສົ່ງກັບ ບ້ານ ໃນວັນທີ 11 ສິງຫາ ເປັນວັນ ສຸດທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.