ໄທ ວ່ານໍ້າຂອງແຫ້ງຍ້ອນ ເຂື່ອນຈີນ
2020.02.03
ປະເທດໄທ ຈະນໍາຂໍ້ກັງວົນກ່ຽວກັບ ສະພາບ ແມ່ນໍ້າຂອງບົກແຫ້ງ ຂຶ້ນຫາຣື ໃນກອງປະຊຸມຄະນະກັມມາທິການແມ່ນໍ້າຂອງ ຫລື MRC ຊຶ່ງຄາດວ່າຈະຈັດຂຶ້ນ ໃນເດືອນກຸມພາ 2020 ນີ້ ທີ່ປະເທດລາວ, ອີງຕາມຄໍາເວົ້າຂອງ ທ່ານ ສົມກຽດ ປະຈໍາວົງ ເລຂາທິການ ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາດ ຂອງໄທ ຫລັງຈາກທີ່ປະຊາຊົນ ແຄມຝັ່ງແມ່ນໍ້າຂອງ ໄດ້ຮັບຜົນກະທົບ ຈາກການກັກນໍ້າ ຂອງເຂື່ອນ ໃນປະເທດຈີນ.
ທ່ານ ສົມກຽດ ເປີດເຜີຍຕໍ່ຂ່າວ Benar News ຊຶ່ງເປັນເຄືອຂ່າຍ RFA ວ່າ ສໍານັກງານຊັພຍາກອນນໍ້າແຫ່ງຊາດ ຂອງໄທ ໄດ້ຮວບຮວມ ຂໍ້ມູນຈາກປະຊາຊົນແຄມຝັ່ງແມ່ນໍ້າຂອງ ທີ່ໄດ້ຮັບຜົນກະທົບ ຈາກນໍ້າໃນແມ່ນໍ້າຂອງ ຫລຸດລົງເພື່ອນໍາຂຶ້ນຫາຣື ກັບ ປະເທດເຂດລຸ່ມ ແມ່ນໍ້າຂອງອື່ນໆ ໃນກອງປະຊຸມ ຄະນະກັມມາທິການແມ່ນໍ້າຂອງ ເພື່ອຫາທາງແກ້ໄຂຮ່ວມກັນ. ທ່ານເວົ້າວ່າ; “ປັດຈຸບັນແມ່ນໍ້າຂອງຜັນ ແປໄປ ຍ້ອນຫລາຍສາເຫດ. ເຮົາໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນກົມຊັພຍາກອນນໍ້າ ຕິດຕາມ -ກວດສອບ ຄຸນນະພາບນໍ້າແລະ ຝຸ່ນຕົມ. ເຮົາໄດ້ຕິດຕັ້ງເຄື່ອງມືແທກ ຣະດັບນໍ້າ ໃນຫລາຍຈຸດເພື່ອເປັນຫລັກຖານທາງ ວິທຍາສາດວ່າ ສິ່ງທີ່ກະທົບຕໍ່ ພວກເຮົາເປັນແນວໃດແດ່. ທີ່ຜ່ານມາ ເຮົາກໍຮວບຮວມຂໍ້ກັງວົນຕ່າງໆ ຈາກພາກປະຊາຊົນ ທີ່ອາສັຍ ຢູ່ແຄມຝັ່ງແມ່ນໍ້າຂອງ, ໄດ້ສຶກສາ ແລະສລຸບຂໍ້ກັງວົນນັ້ນ ແຈ້ງໄປຍັງໜ່ວຍງານບໍຣິຫານຈັດການ ຢູ່ຕົ້ນນໍ້າແລ້ວ.
ຄະນະກັມມາທິການແມ່ນໍ້າຂອງ ຊຶ່ງເຮັດວຽກປະສານຣະຫວ່າງ ຣັຖບານຂອງແຕ່ລະປະເທດ ໃນເຂດລຸ່ມແມ່ນໍ້າຂອງ ໄດ້ແຈ້ງເຕືອນເມື່ອ 2 ອາທິດກ່ອນນີ້ ກ່ຽວກັບຣະດັບນໍ້າຂອງ ທີ່ອາດຈະຫລຸດລົງເຄິ່ງນຶ່ງ ນັບຕັ້ງແຕ່ເຂດປະເທດຈີນ ລົງມາຈົນເຖິງ 5 ປະເທດເຂດລຸ່ມແມ່ນໍ້າຂອງ. ຄາດການນັ້ນຣະບຸວ່າ ຣະດັບນໍ້າຈະຫລຸດຕໍ່າລົງເຖິງ 70 ເຊັນໃນເຂດປະເທດໄທ, ປະມານ 25 ເຊັນ ໃນເຂດກັມພູຊາ ຍ້ອນຣັຖບານຈີນ ປະກາດວ່າເຂື່ອນແມ່ນໍ້າຂອງ ຕອນເທິງຈະມີການທົດສອບຣະບົບເຂື່ອນ ຂອງຕົນ.
ໃນເດືອນຕຸລາ ປີ 2019 ເຖິງແມ່ນຈະມີສຽງຄັດຄ້ານ ຈາກຊາວບ້ານໃນປະເທດໄທ ແຕ່ເຂື່ອນແມ່ນໍ້າຂອງ ຕອນລຸ່ມແຫ່ງທໍາອິດ ຂອງ ປະເທດລາວ ກໍໄດ້ເລີ່ມຜລິດໄຟຟ້າ ຢ່າງເປັນທາງການ ຊຶ່ງຊາວບ້ານເຊື່ອວ່າ ເຂື່ອນໄຊຍະບູຣີ ທີ່ສາມາດ ຜລິດໄຟຟ້າ ໄດ້ 1 ພັນ 285 ເມັກກາວັດ ແລະຈະຂາຍ 95 ເປີເຊັນ ໃຫ້ປະທດໄທນັ້ນ ຈະຂວາງທາງນໍ້າ ແລະຍິ່ງເຮັດໃຫ້ແມ່ນໍ້າຂອງ ບົກແຫ້ງລົງໄປອີກໃນຣະດູແລ້ງ. ຊາວປະມົງເຂດລຸ່ມ ແມ່ນໍ້າຂອງ ເວົ້າວ່າ ປາຈໍານວນຫລາຍ ຈະສູນພັນໄປ ຫລັງຈາກການທົດລອງ ຣະບົບ ຂອງເຂື່ອນໃນແມ່ນໍ້າຂອງ ທີ່ ປະເທດຈີນ.
ແມ່ນໍ້າຂອງ ຊຶ່ງມີຄວາມຍາວ 4 ພັນ 350 ກິໂລແມັດ ເລີ່ມຈາກປະເທດຈີນລົງສູ່ວຽດນາມ ຖືເປັນແມ່ນໍ້າທີ່ຍາວ ເປັນອັນດັບທີ 12 ຂອງ ໂລກ ຊຶ່ງເປັນບ່ອນອາສັຍ ຂອງພັນປາຫລາຍຮ້ອຍຊນິດ.
ຂ່າວເບີນາ ຣາຍງານຕໍ່ໄປວ່າ ໃນກອງປະຊຸມຮ່ວມ ຣະຫວ່າງຈີນ ແລະ ປະເທດເຂດ ລຸ່ມແມ່ນໍ້າຂອງ ຈີນ ໄດ້ປະກາດຈຸດຢືນ ຂອງຕົນ ກ່ຽວກັບ ແມ່ນໍ້າຂອງວ່າ ເປັນແມ່ນໍ້າສາຍດຽວກັນ ແລະ ມີອະນາຄົດຮ່ວມກັນ ໂດຍຈີນ ຫວັງຈະເຊື່ອມ ແຂວງຍຸນນ່ານ ຕໍ່ໃສ່ພະມ່າ ລາວ ໄທ ກັມພູຊາ ແລະ ວຽດນາມ ຊຶ່ງຈີນ ເຊື່ອວ່າແຜນການ ດັ່ງກ່າວ ຈະຊ່ວຍກະຕຸ້ນ ເສຖກິດ ແລະ ເຮັດໃຫ້ປະຊາຊົນ ໃນປະເທດເຂດລຸ່ມ ແມ່ນໍ້າຂອງ 240 ປາຍລ້ານຄົນ ໄດ້ຮັບຜົນປະໂຫຍດ.
ທ່ານ ມົນຕຣີ ຈັນທະວົງ ນັກສິ່ງແວດລ້ອມຈາກ ອົງການ The Mekong Butterfly ກ່າວຕໍ່ຂ່າວ BernarNews ວ່າ ຣັຖບານໄທ ຕ້ອງ ປຶກສາຫາຣືກັບ ຣັຖບານຈີນ ເພື່ອຈະໄດ້ຮູ້ວ່າຈີນ ມີແຜນບໍຣິຫານນໍ້າ ແນວໃດໃນໄລຍະເວລາ 3 ຫາ 6 ເດືອນ, ເອົາແຜນອອກມາກາງ ເຮົາຈຶ່ງຈະຮູ້ວ່ານໍ້າຈະປ່ຽນແປງ ແນວໃດ ເພາະການບອກລ່ວງໜ້າພຽງ 3 ຫາ 5 ວັນ ເກືອບວ່າບໍ່ມີປະໂຫຍດ, ເຮົາຢາກເຫັນແຜນໄລຍະຍາວ.
ໃນເດືອນ ທັນວາ ປີກາຍ ເຂື່ອນ ຈິນຮົງ ໃນປະເທດຈີນ ໄດ້ທົດສອບຣະບົບເຂື່ອນ ແລະ ຫລຸດປາຣິມານການປ່ອຍນໍ້າລົງຈາກ 1200 ຫາ 1400 ແມັດກ້ອນຕໍ່ວິນາທີ ມາເຫລືອພຽງ 500 ຫາ 800 ແມັດກ້ອນຕໍ່ວິນາທີ ຕາມການເປີດເຜີຍຂອງ ກົມຊັພຍາກອນນໍ້າ ຂອງໄທ ຊຶ່ງເຮັດໃຫ້ຣະດັບນໍ້າ ໃນແມ່ນໍ້າຂອງ ໃນເຂດປະເທດ ໄທ-ລາວ ເຂົ້າສູ່ສະພາບວິກິດ ກ່ອນທີ່ຈະສິ້ນສຸດ ການທົດສອບ ເຂື່ອນໃນມື້ວັນທີ 4 ມົກຣາຜ່ານມານີ້.
ທ່ານ ສົມກຽດ ກ່າວວ່າ ເຮົາຈະສຶກສາຫາ ສາເຫດ ຮ່ວມກັນກັບປະເທດອື່ນ ເພາະບໍ່ຢາກຟ້າວສລຸບວ່າ ບັນຫານໍ້າປາສຈາກ ຝຸ່ນຕົມ ຫລືນໍ້າແຫ້ງ ເກີດຈາກການກັກນໍ້າ ປັ່ນກະແສໄຟຟ້າ ຫລື ບັນຫາພັຍແຫ້ງແລ້ງ ຊຶ່ງເປັນບັນຫາ ທີ່ຈະຕ້ອງໄດ້ສຶກສາ ຫາສາເຫດ ທີ່ແຫ້ຈິງ ເພື່ອແກ້ໄຂ. ຕອນນີ້ ເຮົາແລກປ່ຽນຂໍ້ມູນກ່ຽວກັບ ການລະບາຍນໍ້າ ຂໍ້ມູນການບໍຣິຫານ ຈັດການນໍ້າ ຂໍ້ມູນຣະດັບນໍ້າ ໃນພື້ນທີ່ ເພື່ອແບ່ງໃຫ້ ກັນແລະກັນ ຊຶ່ງເປັນການແກ້ໄຂບັນຫາ ໄລຍະສັ້ນ. ແລະ ໃນຂັ້ນຕໍ່ໄປ ຈະມີການເຮັດ ບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ເພື່ອ ແລກປ່ຽນຂໍ້ມູນ ຂ່າວສານຊຶ່ງກັນແລະກັນ ຢ່າງເປັນທາງການ.
ຖ້າມກາງຄວາມບໍ່ຈະແຈ້ງວ່າ ການທົດສອບ ຣະບົບຂອງເຂື່ອນໃນປະເທດຈີນ ຄືການທົດສອບອິຫຍັງ ນໍ້າໃນແມ່ນໍ້າຂອງ ທີ່ແຂວງຊຽງຮາຍ ຊຶ່ງເປັນຈຸດເຊື່ອມຕໍ່ ຣະຫວ່າງປະເທດໄທ ພະມ່າ ລາວ ໄດ້ຫລຸດລົງເຖິງ 40 ເປີເຊັນ ຈາກຣະດັບນໍ້າ 3 ແມັຕ ລົງມາເຫລືອ ບໍ່ຮອດ 1 ແມັຕ -ທ່ານ Brian Eyler ຜູ້ອໍານວຍການ ພາກພື້ນເອເຊັຽ ຕາເວັນອອກສ່ຽງໃຕ້ ສູນ Stimson ກ່າວຕໍ່ຂ່າວ Al Jazeera.
ທ່ານ Brian ກ່າວວ່າ ການຂຶ້ນລົງຂອງນໍ້າ ຢ່າງກະທັນຫັນ ສ້າງຄວາມສັບສົນ ໃຫ້ແກ່ຂະບວນການວາງໄຂ່ ຂອງປາ ໃນແມ່ນໍ້າຂອງ ຊຶ່ງສົ່ງຜົນກະທົບ ຕໍ່ຈໍານວນປານັ້ນ. ເພື່ອຣະບົບນິເວດທີ່ດີ ຂອງແມ່ນໍ້າ ຈໍາເປັນທີ່ຣະດັບນໍ້າ ຈະຕ້ອງຂຶ້ນລົງ ຢ່າງປົກກະຕິ ບໍ່ແມ່ນການ ຂຶ້ນລົງ ຢ່າງກະທັນຫັນ. ແລະວ່າ ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທ ຊຶ່ງເປັນຜູ້ຮັບຊື້ໄຟຟ້າຫລັກ ຈາກລາວ ຮວມທັງມີເປົ້າໝາຍ ທີ່ຈະຊື້ຈາກເຂື່ອນ ໄຊຍະບູຣີ ແລະ ດອນສະໂຮງ ນໍາດ້ວຍ.
ຢ່າງໃດກໍຕາມ ນັກສິ່ງແວດລ້ອມ ແລະຊາວບ້ານແຄມຝັ່ງຂອງ ເວົ້າວ່າເຂື່ອນໃນແມ່ນໍ້າຂອງ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງ ຊາວບ້ານຫລາຍ.
ທ່ານ ມົນຕຣີ ຈັນທະວົງ ເວົ້າວ່າ ຄວາມແຫ້ງແລ້ງແມ່ນແລ້ງມາ ແຕ່ປີທີແລ້ວ ຍ້ອນປັດຈັຍຫລັກ ຊຶ່ງນອກຈາກຝົນຕົກໜ້ອຍແລ້ວ ຍັງມີເຣື່ອງເຂື່ອນ ໃນຈີນ ແລະລາວ ເຮັດໃຫ້ເກີດການຂຶ້ນລົງ ຂອງນໍ້າ ທີ່ຜິດທັມຊາດ ການຂຶ້ນລ່ອງຂອງປາ ກໍຈະຜິດ ທັມຊາດ ການບໍ່ມີຝຸ່ນຕົມ ກໍເຮັດໃຫ້ປາ ອົພຍົບ ຜິດຣະດູ ໂດຍເລີ່ມອົພຍົບ ໃນເດືອນພຶສຈິກາ ຊຶ່ງແທ້ຈິງແລ້ວ ແມ່ນອົພຍົບໃນເດືອນມົກຣາ. ສິ່ງທີ່ເກີດຂຶ້ນກັບນໍ້າຂອງ ເຮັດໃຫ້ຈໍານວນປາໜ້ອຍ ຫລຸດໜ້ອຍລົງ.
ທ່ານກ່າວອີກວ່າ ປັດຈຸບັນ ສະພາບນໍ້າຂອງເກີດສິ່ງທີ່ເອີ້ນວ່າ ໄຮ້ຝຸ່ນຕົມ ນໍ້າໃສມາແຕ່ເດືອນພຶສຈິກາ ປີກາຍ. ສິ່ງທີ່ຕາມມາຄື ເກີດໄຄເກີດ ເທົາຂຶ້ນຈໍານວນຫລາຍ ຊຶ່ງເຮັດໃຫ້ການຫາປາ ຂອງຊາວບ້ານ ຍາກຂຶ້ນເພາະມັນ ຈະເກາະແຫ ເກາະມອງ ເກາະອວນ. ນັ້ນກໍເປັນຄໍາເວົ້າ ທີ່ຄ້າຍຄືກັນກັບ ຊາວຫາປາລາວ ຢູ່ເຂດເມືອງຄົງເຊໂດນ ແຂວງສາລະວັນ ຕໍ່ RFA ເມື່ອວັນທີ 24 ມົກຣາຜ່ານມານີ້ທີ່ວ່າ, ການເກີດເທົາ ຫລາຍ ໃນແມ່ນໍ້າຂອງ ເຮັດໃຫ້ການຫາປາຍາກຂຶ້ນ ຕື່ມອີກ
"ສາຍນໍ້າຂອງດຽວນີ້ ຫາກິນບໍ່ໄດ້ເລີຍ ແຕ່ກ່ອນມັນໄດ້ ເພາະວ່າມັນໃສ່ເບັດ ໃສ່ມອງໃສ່ຈັ່ນໃສ່ລັນ ໄດ້ໝົດ ດຽວນີ້ໂຕນີ້ໃສ່ເບັດກໍບໍ່ໄດ້ ໃສ່ມອງກໍບໍ່ໄດ້ ມີແຕ່ເທົານີ້ໝົດ ບາດເທົາບໍ່ໝົດ ປາມັນຈະມາຖືກໄດ້ຈັ່ງໃດ໋."
ຊາວບ້ານແຄມຝັ່ງແມ່ນໍ້າຂອງ ເວົ້າວ່າການປ່ຽນແປງຂອງນໍ້າ ໃນແມ່ນໍ້າຂອງຢ່າງຮຸນແຮງນັ້ນ ເກີດຂຶ້ນຫລັງຈາກການເລີ່ມ ແລ່ນເຄື່ອງຈັກ ຜລິດກະແສໄຟຟ້າ ຂອງເຂື່ອນໄຊຍະບູຣີ. ໄລຍະເດືອນກໍຣະກະດາ ປີກາຍ ມີການເປີດ ເຂື່ອນໄຊຍະບູຣີ ເຮັດໃຫ້ ນໍ້າຂອງແຫ້ງລົງຫລາຍ, ປົກຕິ ມີຖຸນາ-ສິງຫາ ນໍ້າຂອງຈະສູງຂຶ້ນ. ແຕ່ທີ່ຜ່ານມາແມ່ນໍ້າຂອງ ປ່ຽນຈາກໜ້າມືເປັນຫລັງມື ມັນແຫ້ງຂອດ ປາທີ່ໄປວາງໄຂ່ຕາມບຸ່ງ ຕາມເວີນຕາມບຸ່ງ ມັນຕາຍ. ປັດຈຸບັນນໍ້າຂຶ້ນສອງວັນ ບົກລົງສາມວັນ ບໍ່ມີຄວາມແນ່ນອນ.
ພ້ອມດຽວກັນ ທ່ານ ສມານ ແກ້ວພວງ ຊາວບ້ານແຄມແມ່ນໍ້າຂອງ ໃນເຂດເມືອງສັງຄົມ ແຂວງໜອງຄາຍ ກໍກ່າວຕໍ່ Bernar News ວ່າ ຊາວປະມົງ ບໍ່ສາມາດຫາປາໄດ້ ເພາະນໍ້າມັນໃສຫລາຍ ປາບໍ່ມີເໝືອນເດີ.