ທາງການ ກັມພູຊາ ຈັບນັກເຄື່ອນໄຫວ ທີ່ສນັບສນູນ ພັກຝ່າຍຄ້າຍ
ທາງການກັມພູຊາ ຈັບຄົນສັນຊາດນໍເວ ຊຶ່ງເປັນອະດິດນັກເຄື່ອນໄຫວ ເພື່ອປະຊາທິປະໄຕໜຸ່ມກັມພູຊາ ທີ່ກັບຄືນບ້ານເກີດ ແລະ ສນັບສນູນພັກແສງທຽນ-ພັກການເມືອງຝ່າຍຄ້ານສໍາຄັນ ຂອງພັກປະຊາຊົນກັມພູຊາ ທີ່ກໍາອໍານາດ ໃນການເລືອກຕັ້ງ ຄັ້ງວັນທີ 5 ມິຖຸນານີ້.
-
ຈຳປາທອງ
2022-06-04 -
-
-
Your browser doesn’t support HTML5 audio
ທ່ານ ເອັຍ ຊັນນາ (Ear Channa) ອະດີດນັກເຄື່ອນໄຫວ ເພື່ອປະຊາທິປະໄຕໜຸ່ມກັມພູຊາ ທີ່ໄດ້ໄປຂໍລີ້ພັຍການເມືອງຢູ່ປະເທດນໍເວ ເມື່ອປີ 2005 ແລະໄດ້ສັນຊາດ ນໍເວ ກັບຄືນມາກັມພູຊາ ທີ່ເປັນປະເທດບ່ອນເກີດຂອງຕົນຄັ້ງທໍາອິດ ແລະສນັບສນູນພັກແສງທຽນ ຫລືພັກ Candlelight ຊຶ່ງເປັນພັກການເມືອງຝ່າຍຄ້ານສໍາຄັນຂອງພັກປະຊາຊົນກັມພູຊາ-ພັກກໍາອໍານາດໃນການເລືອກຕັ້ງສະພາທ້ອງຖິ່ນ ຫລື ການເລືອກຕັ້ງສະພາຊຸມຊົນທ້ອງຖິ່ນ ທີ່ຈະຈັດຂຶ້ນໃນມື້ວັນທີ 5 ມິຖຸນານີ້ ອີງຕາມການຣາຍງານຂອງວິທຍຸເອເຊັຽເສຣີ ຜແນກພາສາຂເມນ ໃນມື້ວັນທີ 31 ພຶສພາ 2022 ນີ້.
ທ່ານ Ear Channa ທີ່ເດີນທາງມາຈາກປະເທດນໍເວ ກັບຄືນບ້ານເກີດ ເພື່ອສນັບສນູນພັກແສງທຽນໃນການເລືອກຕັ້ງສະພາທ້ອງຖິ່ນ ເປັນຕົ້ນແມ່ນແຂ່ງຂັນ ກັບພັກປະຊາຊົນກັມພູຊາ ທີ່ກໍາອໍານາດນັ້ນ ຖືກທາງການກັມພູຊາຈັບໃນມື້ວັນຈັນ ທີ 30 ພຶສພາ 2022 ນີ້.
ທ່ານໄດ້ຢູ່ປະເທດນໍເວ ພາຍຫລັງທີ່ໄດ້ໄປລີ້ພັຍການເມືອງ ຢູ່ປະເທດນັ້ນ ຍ້ອນໄດ້ວິພາກວິຈານຣັຖບານກັມພູຊາ ທີ່ມີທ່ານ ຮຸນ ເຊນ ເປັນນາຍົກຣັຖມົນຕຣີ ກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງທາງດ້ານຊາຍແດນກັບວຽດນາມ ໂດຍທີ່ວຽດນາມໄດ້ຜົລປໂຍດ.
ເວລາຢູ່ຕ່າງປະເທດ ທ່ານໄດ້ໃຫ້ການສນັບສນູນພັກຝ່າຍຄ້ານ ພັກກອບກູ້ຊາດກັມພູຊາ ທີ່ສານສູງສຸດຂອງກັມພູຊາ ຕັດສິນໃຫ້ຍຸບໄປເມື່ອປີ 2017 ຊຶ່ງເຮັດໃຫ້ພັກກໍາອໍານາດຂອງນາຍົກຣັຖມົນຕຣີ ຮຸນ ແຊັນ ກວດໄດ້ທີ່ນັ່ງທີ່ມີທັງໝົດ 125 ທີ່ນັ່ງໃນສະພາແຫ່ງຊາດ ໃນລະຫວ່າງການເລືອກຕັ້ງທົ່ວໄປໃນປີຕໍ່ມາ ແລະກໍໄດ້ເຣີ່ມປາບປາມພັກຝ່າຍຄ້ານໃນໄລຍະ 5 ປີຕິດຕໍ່ກັນ.
ພັກແສງທຽນ ທີ່ທ່ານ Ear Channa ສນັບສນູນ ມີຊື່ເດີມທີ່ຮູ້ຈັກກັນດີຄື ພັກແຊັມ ຣັງສີ ແລະພັກແຫ່ງຊາດຂເມນ ທີ່ຖືກສ້າງຕັ້ງຂຶ້ນເມື່ອປີ 1995 ແລະໄດ້ ຮວມຕົວເຂົ້າກັບກໍາລັງຝ່າຍຄ້ານອື່ນໆ ເພື່ອສ້າງຕັ້ງເປັນພັກກອບກູ້ຊາດກັມພູຊາ ຫລື CNRP ໃນປີ 2012. ແຕ່ມາເຖິງເດືອນພຶສຈິກາ 2017 ສານສູງສຸດຂອງກັມພູຊາ ກໍໄດ້ຍຸບພັກກອບກູ້ຊາດກັມພູຊາ ເພື່ອອໍານວຍຄວາມສະດວກໃຫ້້ພັກ ກໍາອໍານາດຂອງທ່ານ ຮຸນ ເຊນ ຊະນະການເລືອກຕັ້ງເມື່ອເດືອນ ກໍຣະກະດາ 2018.
ກ່ອນໜ້າທີ່ທ່ານ Ear Channa ຖືກທາງການກັມພູຊາຈັບ ຄະນະກັມມະການເລືອກຕັ້ງ ລະດັບຊາດຂອງກັມພູຊາ ກໍໄດ້ເອົາຜູ້ສມັກຮັບເລືອກຕັ້ງ ຈາກພັກແສງທຽນ 100 ປາຍຄົນ ອອກຈາກບັນຊີລາຍຊື່ຜູ້ສມັກຮັບເລືອກຕັ້ງສະພາທ້ອງຖິ່ນ ຊຶ່ງຈະຈັດຂຶ້ນໃນມື້ວັນທີ 5 ມິຖຸນາ 2022 ນີ້, ອີງຕາມ ຄໍາເວົ້າຂອງທ່ານ ທັກ ເສດຖາ (Thach Setha) ຮອງປະທານພັກແສງທຽນ ເມື່ອວັນທີ່ 1 ເມສານີ້ ທີ່ວິທຍຸເອເຊັຽເສຣີຣາຍງານ.
ທ່ານ ທັກ ເສດຖາ ເວົ້າວ່າ ເມື່ອວັນທີ 31 ມິນາຜ່ານມາ ທ່ານ ປຣັກ ຈັນ (Prach Chan) ປະທານຄະນະກັມມະການເລືອກຕັ້ງລະດັບຊາດ ໄດ້ເອົາຜູ້ສມັກຮັບເລືອກຕັ້ງທຸກຄົນຂອງພັກຕົນ ໃນເຂດເລືອກຕັ້ງກຸງພະນົມເປັນ ອອກຈາກບັນຊີລາຍຊື່ຜູ້ສມັກຮັບເລືອກຕັ້ງ ເພື່ອເຮັດໃຫ້ຜູ້ສມັກຮັບເລືອກຕັ້ງຈາກພັກກໍາອໍານາດ ຄືພັກປະຊາຊົນກັມພູຊາຂອງ ທ່ານ ຮຸນ ເຊນ ປາສຈາກຄູ່ແຂ່ງຄົນສໍາຄັນຢູ່ກຸງພະນົມເປັນ; ໄດ້ຖອນຊື່ລູກຊາຍຂອງທ່ານ ເອງ ໃຈ ອຽງ (Eng Chai Eang) ທີ່ເປັນຮອງປະທານພັກກອບກູ້ຊາດກັມພູຊາ ທີ່ເປັນອະດີດພັກຝ່າຍຄ້ານ ອອກຈາກບັນຊີລາຍຊື່ຜູ້ສມັກຮັບເລືອກຕັ້ງ ຢູ່ຫລາຍແຂວງ ເຊັ່ນແຂວງ ປູສາດ (Pursat) ແລະແຂວງ ກໍາປົງ ຈາມ (Kampong Cham) ຄະນະກັມມະການເລືອກຕັ້ງລະດັບຊາດ ກໍໄດ້ເອົາຜູ້ສມັກຮັບເລືອກຕັ້ງ ຂອງພັກຕົນອອກຈາກບັນຊີລາຍຊື່ ຜູ້ສມັກຮັບເລືອກຕັ້ງເຊັ່ນກັນ.
ພັກແສງທຽນ ທີ່ໄດ້ເວົ້າວ່າ ຈະຄັດຄ້ານການລົງຄະແນນສຽງເລືອກຕັ້ງ ສະພາທ້ອງຖິ່ນຍ້ອນ ພັກກໍາອໍານາດຂອງນາຍົກຣັຖມົນຕຣີ ຮຸນ ເຊນ ຄືພັກປະຊາຊົນກັມພູຊາ ຄຸກຄາມສະມາຊິກພັກຂອງຕົນ ແລະບັນດານັກເຄື່ອນໄຫວຕົວຕັ້ງຕົວຕີ ທາງການເມືອງນັ້ນໄດ້ກ່າວຫາ ພັກກໍາອໍານາດວ່າ ການກະທໍາຂອງຄະນະກັມມະການເລືອກຕັ້ງ ຄືດັ່ງກ່າວ ເປັນການລະເມີດກົດໝາຍວ່າດ້ວຍ ການເລືອກຕັ້ງຢູ່ກັມພູຊາ.
ແລະເຈົ້າໜ້າທີ່ພັກຕ່າງກໍເວົ້າວ່າ ພວກຕົນຖືກຄະນະກັມມະການເລືອກຕັ້ງ ກ່າວຫາແບບບໍ່ຖືກຕ້ອງວ່າ ຜູ້ສມັກຮັບເລືອກຕັ້ງໃຊ້ຊື່ປອມ ແລະສເນີຊື່ຜູ້ສມັກຮັບເລືອກຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດ ແລະຖືກພັກປະຊາຊົນກັມພູຊາ ໄດ້ກ່າວຫາພັກແສງທຽນວ່າ ບໍ່ຮູ້ໜັງສື ແລະສົ່ງເອກກະສານ ທີ່ບໍ່ມີແປະໂປ້ ຫລືລາຍເຊັນ ໄປໃຫ້ຄະນະກັມມະການເລືອກຕັ້ງ.
ໃນການກໍາຈັດຜູ້ສມັກຮັບເລືອກຕັ້ງ ຈາກພັກຝ່າຍຄ້ານ ທາງການກັມພູຊາ ພະຍາຍາມຊອກຫາຈຸດອ່ອນ ເພື່ອສະກັດກັ້ນ ບໍ່ໃຫ້ພັກແສງທຽນ ທີ່ພັກກໍາອໍານາດຖືວ່າ ເປັນພັກທີ່ໄດ້ຮັບຄວາມນິຍົມ ແລະດຶງດູດຄວາມສົນໃຈ ຂອງມວນຊົນກັມພູຊາໄດ້ຫລາຍ ຊຶ່ງເປັນພັຍຄຸກຄາມ ທີ່ສໍາຄັນສໍາລັບພັກຕົນ ຖ້າຫາກພັກນີ້ໄດ້ເຂົ້າຮ່ວມການເລືອກຕັ້ງ. ໃນນັ້ນ ທາງການກັມພູຊາ ໄດ້ຈັບນັກເຄື່ອນໄຫວຕົວຕັ້ງຕົວຕີ ທີ່ສັງກັດພັກແສງທຽນ 4 ຄົນ, ແຕ່ຕໍ່ມາໄດ້ປ່ອຍຕົວ 3 ຄົນ ແລະຈັບເຂົ້າຄຸກ ເປຣ ຊາ (Prey Sar) ຄົນນຶ່ງ ຄືນາງ ຢົກ ນຽງ (Yok Neang) ອະດິດຫົວໜ້າຂະບວນການແມ່ຍິງ ຂອງພັກກອບກູ້ຊາດກັມພູຊາ ທີ່ຫາກໍ່ເຂົ້າຮ່ວມພັກແສງທຽນ ຊຶ່ງຖືກຈັບເມື່ອວັນທີ 1 ເມສາຜ່ານມາ, ອີງຕາມຄໍາເວົ້າຂອງ ທ້າວ ອຸກ ວັນນະຣິດ (Ouch Vannarith) ຜູ້ເປັນລູກຊາຍຂອງນາງ ຕໍ່ວິທຍຸເອເຊັຽເສຣີ ຜແນກພາສາຂເມນ.
ເຈົ້າໜ້າທີ່ຕໍາຣວດເຂົ້າຈັບນັກເຄື່ອນໄຫວ ຕົວຕັ້ງຕົວຕີທີ່ສັງກັດພັກແສງທຽນ 4 ຄົນ ໃນຂະນະທີ່ນາງ ຢົກ ນຽງ ກໍາລັງລົມກັບນັກເຄື່ອນໄຫວ ຕົວຕັ້ງຕົວຕີຂອງຝ່າຍຄ້ານທາງການເມືອງຄົນອື່ນໆຢູ່ ແລະນາງຖືກຕັ້ງຂໍ້ຫາເປັນກະບົດ ຍ້ອນໄດ້ເຄື່ອນໄຫວ ຮ່ວມກັບຜູ້ນໍາພັກກອບກູ້ຊາດກັມພູ ຊຶ່ງໄປລີ້ພັຍຢູ່ຕ່າງປະເທດ ເມື່ອເດືອນພຶສຈິກາ 2019.
ເວົ້າເຖິງສິທ ເສຣີພາບ ແລະປະຊາທິປະໄຕ ຂອງປະຊາຊົນຢູ່ກັມພູຊາ ຮວມທັງສິທ ເສຣີພາບໃນການສມັກຮັບເລືອກຕັ້ງ, ສິທເສຣີພາບໃນການປາກເວົ້າ, ຂີດຂຽນ ທ່ານ ວິທິດ ມຸນຕາກອນ (Vitit Muntarbhorn) ຜູ້ຣາຍງານພິເສດຂອງສະຫະປະຊາຊາດ ດ້ານສິດທິມະນຸສ ທີ່ປະເທດກັມພູຊາ ຮຽກຮ້ອງເມື່ອບໍ່ນານຜ່ານມານີ້ ໃຫ້ເຈົ້າໜ້າທີ່ພັກປະຊາຊົນກັມພູຊາ ທີ່ກໍາອໍານາດເຄົາຣົບສິທເສຣີພາບໃນການປາກເວົ້າ, ຂີດຂຽນ ແລະໂຮມຊຸມນຸມ. ທ່ານເວົ້າວ່າ ທັສນະຄະຕິເພື່ອສິດທິມະນຸສ ແລະປະຊາທິປະໄຕ ຢູ່ກັມພູຊາກໍາລັງເປັນບັນຫາຫລາຍດ້ານ ໃນຂະນະທີ່ການເລືອກຕັ້ງສະພາທ້ອງຖິ່ນ ໃກ້ຈະມາເຖິງແລ້ວ.
ໃນການເລືອກຕັ້ງສະພາທ້ອງຖິ່ນ ຢູ່ກັມພູຊາຄັ້ງນີ້ ມີພັກການເມືອງ 17 ພັກໄດ້ລົງທະບຽນສເນີຊື່ ຜູ້ສມັກຮັບເລືອກຕັ້ງແລ້ວ.
ພັກແສງທຽນ ໄດ້ເຕີບໂຕຂຶ້ນໃນໄລຍະ 1 ປີ ຜ່ານມາຈົນກາຍເປັນພັກຝ່າຍຄ້ານ ທີ່ໃຫຍ່ທີ່ສຸດຂອງກັມພູຊາ ແລະຫລາຍອາທິດມານີ້ ເຈົ້າໜ້າທີ່ພັກແສງທຽນຕ່າງກໍຈົ່ມວ່າ ຜູ້ສມັກຮັບເລືອກຕັ້ງຂອງພັກຕົນ ຖືກກໍ່ກວນ ຈາກເຈົ້າໜ້າທີ່ທາງການ ທີ່ສນັບສນູນພັກກໍາອໍານາດ.
ທ່ານ Ear Channa ຜູ້ກັບຄືນມາກັມພູຊາເມື່ອອາທິດທີ່ແລ້ວ ໃນຖານະເປັນຮອງປະທານພັກແສງທຽນຢູ່ແຂວງສະແກ້ວ ຖືກຈັບໃນຂະນະທີ່ທ່ານພະຍາຍາມ ຍື່ນເອກກະສານຂໍ ພາສປອຣ໌ດ (Passport) ທີ່ກຸງພະນົມເປັນ ແລະຖືກນໍາຕົວໄປກັກຂັງຢູ່ຄຸກ ເປຣ ຊາ ໃນຂໍ້ຫາສົມຮູ້ຮ່ວມຄິດກະບົດ ຍ້ອນການເຄື່ອນໄຫວຂອງທ່ານ ເມື່ອ 2 ປີກ່ອນ ຕອນທີ່ທ່ານຖືກກ່າວຫາວ່າ ກໍ່ກວນຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ເຖິງຂັ້ນສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງຂອງປະເທດ.
ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ Son Chhay ຮອງປະທານພັກແສງທຽນ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາຂເມນ ວ່າ ທ່ານ Ear Channa ເປັນບຸກຄົນທີ 2 ທີ່ກ່ຽວຂ້ອງກັບພັກແສງທຽນ ຊຶ່ງຖືກຈັບ ພາຍຫລັງສມັກໃຈກັບຄືນປະເທດ. ທ່ານ Son Chhay ກັງວົນວ່າ ການທີ່ທ່ານ Ear Channa ຖືກຈັບນີ້ ເປັນອີກຕົວຢ່າງນຶ່ງ ທີ່ທາງການກັມພູຊາ ຈໍາກັດພັກຂອງທ່ານ. ທ່ານເວົ້າວ່າ ເປັນຫຍັງຈຶ່ງມີການຈັບແບບນີ້ເກີດຂຶ້ນ ໃນລະຫວ່າງການຫາສຽງເລືອກຕັ້ງຢູ່ນີ້. ການຫາສຽງເລືອກຕັ້ງເຣີ່ມຂຶ້ນແຕ່ມື້ວັນທີ 21 ພຶສພາ ແລະຊີ້ນສຸດລົງໃນມື້ວັນທີ 3 ມິຖຸນາ. ການຈັບຄົນທັງໝົດນັ້ນ ເປັນການຂົ່ມຂູ່ເພື່ອລົບກວນການເລືອກຕັ້ງ, ທ່ານກ່າວ.
ແຕ່ທ່ານ Sok Ey San ໂຄສົກພັກກໍາອໍານາດເວົ້າວ່າ “ການຈັບຄົນ ແລະການເລືອກຕັ້ງ ບໍ່ກ່ຽວຂ້ອງກັນ. ມັນບໍ່ແມ່ນການກົດດັນຝ່າຍຄ້ານ. ມັນບໍ່ມີຫຍັງກ່ຽວ ຂ້ອງກັບການເລືອກຕັ້ງຈັກດີ້; ບໍ່ຕ້ອງເອົາກໍຣະນີນີ້ ໄປຕໍ່ໃສ່ກັບການເລືອກຕັ້ງ”. ພ້ອມດຽວກັນນັ້ນ ທ່ານກໍເວົ້າວ່າ “ໄລຍະການຫາສຽງເລືອກຕັ້ງ ບໍ່ສາມາດສະກັດກັ້ນ ບໍ່ໃຫ້ສານອອກໃບສັ່ງຈັບ ຜູ້ກະທໍາຄວາມຜິດໄດ້”.
ແລະສິ່ງອື່ນໆອີກ ທີ່ທາງການກັມພູຊາຂັດຂວາງ ຝ່າຍຄ້ານໃນການເລືອກຕັ້ງ ສະແດງອອກຢູ່ໃນຄໍາເວົ້າຂອງ ພຣະອາຈານ ເຮັງ ຄິມ ແລ (Heng Kim Lay) ຢູ່ແຂວງ ສຽມ ຣຽມ (Siem Reap) ທາງພາກເໜືອຂອງປະເທດ ທີ່ວ່າທ່ານຖືກໃຫ້ອອກຈາກວັດ ຍ້ອນສນັບສນູນພັກແສງທຽນ. ພຣະອາຈານ ໄດ້ຫາທຶນສນັບສນູນພັກແສງທຽນ ເຮັດໃຫ້ວັດຫລາຍແຫ່ງບໍ່ໃຫ້ທ່ານເຂົ້າວັດ. ເຖິງແມ່ນພຣະອາຈານ ໄດ້ເຊົາຫາທຶນສນັບສນູນພັກນັ້ນມາແຕ່ມື້ວັນທີ 28 ພຶສພາ ແຕ່ກໍຍັງບໍ່ມີວັດໃດຮັບທ່ານ. ໃນຖານະເປັນພຣະສົງ ທ່ານມີສິດທິທາງການເມືອງ ແລະກໍບໍ່ຄວນຖືເປັນຜູ້ກະທໍາອາຊຍາກັມ. ຜູ້ສນັບສນູນພຣະອາຈານ ພາກັນຮຽກຮ້ອງໃຫ້ທ່ານໜີເຂົ້າໄປຢູ່ປະເທດໄທ, ແຕ່ທ່ານຕັດສິນໃຈບໍ່ໄປ. ເພື່ອຂໍຮູ້ຣາຍລະອຽດກ່ຽວກັບ ເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີພະຍາຍາມຕິດຕໍ່ໄປຫາທ່ານ Seng Somoni ໂຄສົກກະຊວງລັດທິຄວາມເຊື່ອຖື ແລະສາສນາ ແຕ່ບໍ່ສາມາດຕິດຕໍ່ໄດ້.
ທ່ານ Am Sam Ath ຈາກອົງການສັນນິບາດກັມພູຊາ ເພື່ອປົກປ້ອງ ແລະສົ່ງ ເສີມສິດທິມະນຸສ ເວົ້າວ່າ ການຖອດຖອນພຣະສົງ ຍ້ອນທັສນະທາງການເມືອງ ແມ່ນເປັນທີ່ຜິດກົດໝາຍ. ພຣະສົງມີສິດທິສນັບສນູນທຸກພັກການເມືອງ, ພຣະອາຈານ ເຮັງ ຄິມ ແລ (Heng Kim Lay) ບໍ່ໄດ້ກະທໍາຜິດສິ່ງໃດເລີຍ. ສະບາຍດີ