ຄົນງານພະມ້າ ຍັງລັກລອບເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ
ເຖິງແມ່ນວ່າ ຜູ້ປະກອບການໃນແຂວງບໍ່ແກ້ວປະຕິເສດຮັບຄົນງານພະມ້າເຮັດວຽກ ແຕ່ກໍຍັງມີຄົນງານຊາວພະມ້າ ລັກລອບເຂົ້າມາເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ຈະຖືກສົ່ງໂຕ ກັບປະເທດທັງໝົດ ໃນອີກບໍ່ດົນນີ້.
-
ພອນ ພູມມີທອນ
2024-10-23 -
-
-
Your browser doesn’t support HTML5 audio
ຄົນງານພະມ້າ ຍັງລັກລອບເຂົ້າມາເຮັດວຽກ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໂດຍສະເພາະວຽກກໍ່ສ້າງ ຍ້ອນ ບາງບໍລິສັດໃນເຂດດັ່ງກ່າວ ບໍ່ມີການກວດເອກກະສານຢ່າງຖືກຕ້ອງ ແລະໄດ້ຄ່າຈ້າງຫຼາຍ, ແຕ່ສຳລັບບໍລິສັດ ແລະ ຜູ້ປະກອບການທົ່ວໄປ ໃນແຂວງບໍ່ແກ້ວ ຈະບໍ່ຮັບເອົາຄົນງານພະມ້າ ເຂົ້າເຮັດວຽກຢ່າງເດັດຂາດ ຍ້ອນຢ້ານຈະຖືກທາງການກວດພົບ ແລະເຮັດບົດລົງໂທດ, ດັ່ງ ຜູ້ປະກອບການບໍລິສັດຮັບເໝົາກໍ່ສ້າງ ແຫ່ງໜຶ່ງ ໃນແຂວງບໍ່ແກ້ວ ກ່າວຕໍ່ ວິທະຍຸເອເຊຍເສລີ ໃນວັນທີ 23 ຕຸລາ ນີ້ວ່າ:
"ພະມ້າສ່ວນຫຼາຍເຫັນເຂົາເຮັດຢູ່ໃນ ເຂດກາຊິໂນ ພຸ້ນນາ ເວົ້າເລື່ອງການຄຸ້ມຄອງ ເຮົາກໍເລີຍວ່າຫຍຸ້ງຍາກຫຼາຍຢ່າງ ເຮົາກໍເລີຍບໍ່ໄດ້ຈ້າງມານາ ມັນກໍມີຫຼາຍຢ່າງເນາະ ກໍເຫັນເຂົາເຈົ້າລົງກວດຢູ່ເນາະ ຖ້າວ່າມີແຮງງານພະມ້າຢູ່ໃສ ເຂົາເຈົ້າກໍລົງໄປກວດເອກກະສານຖືກຕ້ອງບໍ່ ຖ້າວ່າບໍ່ຖືກຊີ້ ເຂົາເຈົ້າກໍໜ້າຈະມີການປັບໃໝ ແລ້ວກໍໃຫ້ກັບປະເທດ."
ໃນຂະນະທີ່ ເຈົ້າຂອງໂຮງງານຜະລິດ ດິນບ໋ອກ ແຫ່ງໜຶ່ງ ຢູ່ແຂວງບໍ່ແກ້ວ ກໍຢືນຢັນວ່າ ມີແຕ່ບໍລິສັດ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເທົ່ານັ້ນ ທີ່ຍັງຈ້າງຄົນງານພະມ້າເຮັດວຽກ ສ່ວນໂຮງງານ ແລະ ທຸລະກິດຫຼາຍແຫ່ງໃນແຂວງບໍ່ແກ້ວ ກໍລ້ວນແຕ່ບໍ່ກ້າຮັບຄົນງານພະມ້າເຮັດວຽກ ເພາະຢ້ານເກີດບັນຫາຫຼາຍຢ່າງຕາມມາ ໃນພາຍຫຼັງ, ດັ່ງທ່ານກ່າວວ່າ:
"ພວກເຮົາເຮັດຢູ່ນີ້ໆ ບໍ່ເອົາຄົນອື່ນ ເອົາຄົນໄທບ້ານເຮົານີ້ເຮັດ ເຮົາຍັງເອົາຄົນງານໄທບ້ານເຮົາເຮັດຢູ່ເນາະ ເພາະວ່າຄົນຕ່າງແຂວງ ຕ່າງຫຍັງ ບໍ່ອຳນວຍຄວາມສະດວກ."
ທາງດ້ານເຈົ້າໜ້າທີ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍ່ແກ້ວ ກໍຍອມຮັບວ່າ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຍັງມີການນຳໃຊ້ຄົນງານພະມ້າແບບບໍ່ຖືກຕ້ອງແທ້ ຍ້ອນຫຼາຍປັດໃຈ, ໂດຍສະເພາະ ວຽກກ່ຽວກັບການກໍ່ສ້າງ, ແຕ່ທາງເຈົ້າໜ້າທີ່ດ້ານແຮງງານຂັ້ນແຂວງ ກໍກຳລັງສົມທົບ ກັບ ຄະນະເຈົ້າໜ້າທີ່ໃນເຂດນັ້ນ ເພື່ອກວາດລ້າງຄົນງານພະມ້າ ທີ່ບໍ່ຖືກກົດໝາຍ ແລະ ພ້ອມຜັກດັນ ສົ່ງພວກເຂົາເຈົ້າໃຫ້ກັບໄປປະເທດພະມ້າ, ດັ່ງທ່ານກ່າວວ່າ:
"ເພິ່ນຍັງບໍ່ໃຫ້ເຄື່ອນຍ້າຍຊັ້ນດອກ ເພາະວ່າໂຈະກ່ອນເນາະ ເພິ່ນຍັງແກ້ໄຂຢູ່ຊ່ວງນີ້ ສະເພາະກິດຢູ່ເຂດສາມຫຼ່ຽມຄຳ ກວດສອບຢູ່ເນາະ ຄັນຜູ້ໃດມາບໍ່ຖືກເພິ່ນກະຜັກດັນໃຫ້ກັບ ເຂົາເຮັດເປັນວຽກກໍ່ສ້າງ ເພິ່ນກໍກຽມສົ່ງກັບເກືອບໝົດແລ້ວ."
ກ່ຽວກັບເລື່ອງຄົນງານພະມ້າ ທີ່ເຂົ້າມາເຮັດວຽກ ແບບບໍ່ຖືກກົດໝາຍ ຢູ່ລາວນີ້ ທາງສະຖານທູດພະມ້າ ປະຈຳລາວ ກໍບໍ່ຮັບຮູ້ແບບເປັນທາງການ ແລະບໍ່ມີຂໍ້ມູນ ຫຼື ຈຳນວນຢ່າງຄັກແນ່ເທື່ອ ມີແຕ່ໃຫ້ທາງການລາວ ສົມທົບກັບເຈົ້າໜ້າທີ່ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຮ່ວມກັນດຳເນີນການກວາດລ້າງ ແລະ ສົ່ງກັບປະເທດພະມ້າ ຕາມລະບຽບການ, ດັ່ງເຈົ້າໜ້າທີ່ ສະຖານທູດພະມ້າ ປະຈຳລາວ ທ່ານໜຶ່ງ ກ່າວວ່າ:
"ບໍ່ຮູ້ຂ່າວເລີຍໂຕນີ້ນາ ພວກເຮົາບໍ່ຮູ້ຂໍ້ມູນເນາະ ອັນນີ້ກໍຂຶ້ນກັບແຕ່ລະເຄສແຫຼະເນາະ ຂຶ້ນກັບທາງປະເທດລາວເພິ່ນ ວ່າແຈ້ງວ່າຈັ່ງໃດໆ ເອົາກໍບໍ່ມີຫຼັກການໃນຈຸດນັ້ນເນາະ."
ກ່ອນໜ້ານີ້ ຢູ່ໃນກອງປະຊຸມລັດຖະມົນຕີ ແຮງງານ ລາວ-ພະມ້າ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອວັນທີ 21 ຕຸລາ ທີ່ຜ່ານມາ ທັງ 2 ຝ່າຍກໍໄດ້ຍົກບັນຫາດັ່ງກ່າວນີ້ມາໂອ້ລົມ ໃນນັ້ນໄດ້ສະເໜີ ໃຫ້ມີການລົງເລິກຮ່າງ ຂໍ້ຕົກລົງຮ່ວມກັນ ເປັນວຽກຮີບດ່ວນ. ເພື່ອນຳໄປສູ່ການແກ້ໄຂບັນຫາຄົນງານພະມ້າ ທີ່ເຂົ້າມາເຮັດວຽກແບບບໍ່ຖືກຕ້ອງໃນລາວ ໂດຍສະເພາະ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ, ໂດຍໃຫ້ມີການດຳເນີນ ການຂຶ້ນທະບຽນແຮງງານ ທີ່ຜ່ານການຮັບຮູ້ ແລະ ຢັ້ງຢືນ ຈາກລັດຖະບານທັງ 2 ຝ່າຍ.
ເຖິງຢ່າງໃດກໍຕາມ ສຳລັບຄົນງານພະມ້າ ທີ່ເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທັ້ງທີ່ຖືກກົດໝາຍ ແລະ ບໍ່ຖືກກົດໝາຍ ບໍ່ມີຕົວເລກລະບຸຄັກແນ່ວ່າ ມີຈັກຄົນ.
ແຕ່ສຳນັກຂ່າວ CNI ຂອງພະມ້າ ໄດ້ລາຍງານເມື່ອເດືອນເມສາ ທີ່ຜ່ານມາວ່າ ຄົນງານພະມ້າໄດ້ຫຼັ່ງໄຫຼໄປເຮັດວຽກຢູ່ເຂດດັ່ງກ່າວໃນລາວ ຈຳນວນຫຼາຍພັນຄົນ ໂດຍສະເພາະວຽກກໍ່ສ້າງ, ວຽກໃນກາຊິໂນ, ໂຮງແຮມ ແລະ ບໍລິການອື່ນໆ ຍ້ອນນາຍຈ້າງຊາວຈີນໃນເຂດດັ່ງກ່າວ ຈ່າຍເງິນເດືອນໃຫ້ແກ່ຄົນງານພະມ້າ ຢ່າງຫນັກ. ເປັນຕົ້ນ ການເຮັດວຽກກຳມະກອນທົ່ວໄປ ໄດ້ຄ່າຈ້າງ 300 ບາດຕໍ່ມື້, ຄັນເຮັດວຽກໃນກາຊິໂນ ຄິງສ໌ໂຣມັນ ໄດ້ເງິນເດືອນ 10,000 ບາດຕໍ່ເດືອນ ແລະ ຄັນເຮັດວຽກໃນທຸລະກິດ ທີ່ຈ່າຍຄ່າຈ້າງເປັນເງິນຍວນ ກໍໄດ້ເດືອນ ຈໍານວນ 3,500 ຢວນ ຕໍ່ເດືອນ, ແຕ່ ການລັກລອບມາເຮັດວຽກຢູ່ໃນລາວ ກໍເປັນເລື້ອງທີ່ສ່ຽງຫລາຍ ຕໍ່ຄົນງານພະມ້າ, ເນື່ອງຈາກ ທາງການລາວ ມັກກວດກາ ແລະ ກວາດລ້າງແຮງງານເຖື່ອນ ໃນໄລຍະເທດສະການສໍາຄັນ ຕ່າງໆ.