ອອສເຕຣເລັຽອາຈບໍ່ຮ່ວມ ທະນາຄານ ເອເຊັຽ
2014.11.13
ປາກົດວ່າ ອອສເຕຣເລັຽ ຈະ ບໍ່ເຂົ້າຮ່ວມ ທະນາຄານ ເອເຊັຽ ເພື່ອ ການລົງທຶນ ໂຄງສ້າງ ພື້ນຖານ ຫລື AIIB ຍ້ອນ ຂໍ້ຂັດແຍ່ງ ດ້ານ ຍຸທສາດ. ຕາມ ບົດຄວາມ ຂອງ Helen Clark ທີ່ ລົງໃນ ໜັງສືພິມ The Diplomat.
ທະນາຄານ AIIB ທີ່ ນຳໂດຍ ຈີນ ນັ້ນ ຈະໃຫ້ເງິນ ກູ້ຢືມ ແກ່ ບັນດາ ປະເທດ ເອເຊັຽ ເພື່ອພັທນາ ໂຄງສ້າງ ພື້ນຖານ ຊຶ່ງ ເປັນທີ່ ຕ້ອງການ ຍິ່ງ ສຳລັບ ພາກພື້ນ ນີ້. ເຫດຜົລ ຂອງ ອອສເຕຣເລັຽ ໃນການ ຖອນຕົວ ຢ່າງໄວວາ ປາກົດວ່າ ກ່ຽວຂ້ອງ ກັບ ສະຫະຣັຖ ອະເມຣິກາ ແລະ ຍີ່ປຸ່ນ.
ບົດຄວາມ ວ່າ ມີຄວາມ ກັງວົນ ກ່ຽວກັບ ອິດທິພົລ ຂອງຈີນ ໃນ ທະນາຄານ ນັ້ນ ເຖິງ ນັກວິຈານ ຈະໄດ້ ຊີ້ແຈງວ່າ ຫຸ້ນສ່ວນ ແລະ ອິດທິພົລ ຂອງຈີນ ຈະ ຫລຸດລົງ ຫາກ ອອສເຕຣເລັຽ ເຂົ້າຮ່ວມນຳ.
ໃນບົດຄວາມ ສຳລັບ ຂ່າວ Fairfax ທ່ານ Peter Reith ອາດີດ ຣັຖມົນຕຣີ ອອສເຕຣເລັຽ ເຊື່ອວ່າ ສຸດທ້າຍ ທະນາຄານ AIIB ຈະບໍ່ມີ ປະສິດທິພາບ ຈະຄ້າຍຄື ກັບ ທະນາຄານ ຢູໂຣບ ເພື່ອການ ກໍ່ສ້າງ ຄືນໃໝ່ ແລະ ການພັທນາ ທີ່ ມີ ກອງປະຊຸມ ຄ້າຍຄື ກັບ ອົງການ ສະຫະ ປະຊາຊາດ ຫລາຍກວ່າ ເປັນ ກອງປະຊຸມ ທະນາຄານ ແລະ ກໍເປັນ ທະນາຄານ ທີ່ ຈີນ ພໍໃຈ ຢາກເອົາເປັນ ແມ່ແບບ ຂອງຕົນ.
ນັກວິຈານ ຄົນອື່ນໆ ອີກ ກໍໄດ້ ເວົ້າເຖິງ ຄວາມກັງວົນ ເຣື່ອງ ອິດທິພົລ ທາງ ຍຸທສາດ ຂອງຈີນ ໃນບັນດາ ປະເທດ ທີ່ໃຊ້ໜີ້ ຄືນ ບໍ່ໄດ້. ນັກວິຈານ ຍັງໄດ້ຍົກ ປະເທດ ລາວ ມາເປັນ ຕົວຢ່າງ ວ່າ ມີຄວາມ ກັງວົນ ກ່ຽວກັບ ອິດທິພົລ ຂອງຈີນ ທີ່ ບໍ່ ເໝາະສົມ ໃນ ປະເທດ ລາວ ຊຶ່ງແມ່ນແຕ່ ສື່ມວນຊົນ ລາວ ທີ່ ທາງການ ຄຸ້ມຄອງ ຢ່າງ ເຂັມງວດ ນັ້ນ ກໍຍັງ ສະແດງ ຄວາມ ກັງວົນນຳ, ແລະວ່າ ຈີນ ແລະ ວຽດນາມ ໄດ້ສ້າງ ສນາມກິລາ ໃນ ນະຄອນ ຫລວງ ວຽງຈັນ ສຳລັບ ການແຂ່ງຂັນ ກິລາ ຊີເກມສ ແລະ ແຜນ ທີ່ຈະ ນໍາຄົນງານ ຈີນ 50 ພັນ ຄົນ ເຂົ້າມາ ກໍປະເຊີນ ກັບ ການຄັດຄ້ານ ຂອງ ມວນຊົນ ລາວ ຢ່າງ ແຂງຂັນ.
ຈີນ ໄດ້ໃຫ້ ການ ຊ່ວຍເຫລືອ ແກ່ ລາວ ແລ້ວ ຫລາຍຮ້ອຍ ລ້ານ ໂດລາ ເພື່ອ ການພັທນາ. ເປັນທີ່ ຈະແຈ້ງວ່າ ສິ່ງ ດັ່ງກ່າວ ດຳເນີນ ໄປ ແບບບໍ່ ເປີດເຜີຍ ບໍ່ ໂປ່ງສັຍ ຫລື ມີເງື່ອນໄຂ ເພື່ອເຮັດໃຫ້ ສະພາບ ສິດທິ ມະນຸດ ດີຂຶ້ນ ໃດໆ ເລີຍ.