ກອງປະຊຸມພິເສດ ບັນດາ ຜູ້ນຳອາຊຽນ

ສິດນີ
2021.05.01
ກອງປະຊຸມພິເສດ ບັນດາ ຜູ້ນຳອາຊຽນ ກອງປະຊຸມພິເສດ ບັນດາ ຜູ້ນຳອາຊຽນ ທີ່ກຸງ ຈາກາຕາ ປະເທດ ອິນໂດເນເຊັຽ ເມື່ອວັນທີ 24 ເດືອນ ເມສາ 2021.
Credit: Laily Rachev, Indonesian Presidential Palace via AP

ກອງປະຊຸມພິເສດ 1 ມື້ ຂອງບັນດາຜູ້ນຳອາຊຽນ ທີ່ກຸງຈາກາຕາ ປະເທດອິນໂດເນເຊັຽ ທີ່ມີຜູ້ນຳທະຫານພະມ້າ ເຂົ້າຮ່ວມເປັນເທື່ອ ທຳອິດ ໃນອາທິດນີ້ ໄດ້ຮຽກຮ້ອງໃຫ້ ທະຫານພະມ້າ ຍຸຕິເຫດຄວາມວຸ້ນວາຍ ແລະ ສັ່ງເຂັນຂ້າ ປະຊາຊົນຊາວພະມ້າ ໃນທັນທີ ທັນໃດ ແລະຫັນມາເຈຣະຈາ ໂອ້ລົມກັນໂດຍສັນຕິ ເພື່ອຄວາມປອງດອງຊາດ ຣະຫວ່າງກຸ່ມຜູ້ນຳ ທະຫານພະມ້າ ແລະ ຣັຖບານ ພົລເຮືອນ ຂອງຍານາງ ອອງຊານຊູຈີ.

ຖແລງການ ຈາກປະທານວຽນ ສະມາຄົມອາຊຽນ ໃນຕອນທ້າຍຂອງການໂອ້ລົມ ສົນທະນາກັນ ເປັນເວລາປະມານ ສາມຊົ່ວໂມງນັ້ນ ຣະບຸວ່າອາຊຽນ ຈະແຕ່ງຕັ້ງທູດພິເສດ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ສອງຝ່າຍ ໃນການໂອ້ລົມກັນ ເພື່ອຄວາມປອງດອງຊາດ ໂດຍສັນຕິ ແລະ ເພື່ອຜົລປະໂຍດ ຂອງປະຊາຊົນພະມ້າ ບັນດາປະເທດອາຊຽນ ຈະໃຫ້ຄວາມຊ່ອຍເຫຼືອ ທາງດ້ານມະນຸສທຳ ແກ່ ພະມ້ານຳອີກ.

ຖແລງການ ຈາກປະທານວຽນອາຊຽນ ຊຶ່ງໃນເວລານີ້ ກໍແມ່ນຜູ້ນຳຈາກປະເທດບຣູນາຍ ກ່າວວ່າ:

ພວກເຮົາໃນຖານະ ເປັນຄອບຄົວອາຊຽນ, ໄດ້ມີການສົນທະນາ ຢ່າງໃກ້ຊິດກ່ຽວກັບ ເຫດການທີ່ເກີດຂຶ້ນໃນມຽນມາ ແລະໄດ້ ສະ ແດງຄວາມເປັນຫ່ວງ ຢ່າງເລິກເຊິ່ງ ກ່ຽວກັບສຖານະການ ໃນປະເທດມຽນມາ, ຮວມທັງການຣາຍງານ ກ່ຽວກັບການເສັຽຊີວິດ ແລະ ການເພີ່ມຂຶ້ນຂອງຄວາມຮຸນແຮງ.

ແລະວ່າ ໃນການສແວງຫາ ຂອງສະພາອາຊຽນ "ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄວາມສາມັກຄີ, ຄວາມອົດທົນໃນຂົງເຂດ ແລະ ຄວາມໝັ້ນຄົງ ທາງດ້ານການເມືອງ ໃນບັນດາ ປະເທດສະມາຊິກ, ເປັນສິ່ງສໍາຄັນຕໍ່ການ ບັນລຸເປົ້າໝາຍ ຂອງປະຊາຄົມອາຊຽນ ເພື່ອຄວາມ ສະຫງົບ, ໝັ້ນຄົນ ແລະຈະເຣີນຮຸ່ງເຮືອງ."

ທ່ານກ່າວຕໍ່ໄປວ່າ ບັນດາປະເທດ ສະມາຊິກອາຊຽນ ໄດ້ໃຫ້ຄໍາໝັ້ນສັນຍາຮ່ວມກັນ ຕໍ່ຫຼັກການທີ່ໄດ້ກໍານົດໄວ້ ໃນກົດບັດ ຂອງກຸ່ມ ປະເທດອາຊຽນ ໃນໄລຍະ 54 ປີ ໃນການສ້າງຕັ້ງອາຊຽນ, ໃນນັ້ນ "ຮວມດ້ວຍ ການຢຶດໝັ້ນໃນການປົກຄອງ ແບບຣະບົບ ກົດ ໝາຍ, ການປົກຄອງ ດ້ວຍຣະບອບຊາທິປະຕັຍ ແລະ ຣັຖສະພາ, ເຄົາຣົບສິດເສຣີພາບ ຂັ້ນພື້ນຖານ, ການສົ່ງເສີມ ແລະ ການປົກ ປ້ອງສິດທິມະນຸດ."

ໃນກອງປະຊຸຸມພິເສດເທື່ອນີ້ ໄດ້ສເນີ ການແກ້ໄຂບັນຫາ ເພື່ອຄວາມປອງດອງຊາດ ໃນພະມ້າ 5 ຂໍ້ ຄື:

1-/ ຮຽກຮ້ອງໃຫ້ ຍຸຕິຄວາມຮຸນແຮງໃນທັນທີ ທັນໃດ ຈາກທຸກຝ່າຍ.
2-/ ໃຫ້ຫັນໜ້າເຂົ້າມາໂອ້ລົມກັນໂດຍສັນຕິ.
3-/ ອາຊຽນຈະເປັນກາງ ໃນການສົນທະນາໂອ້ລັມກັນ ດ້ວຍການຊ່ອຍເຫຼືອຈາກປະທານວຽນອາຊຽນ.
4-/ ອາຊຽນຈະສນອງການຊ່ອຍເຫຼືອ ດ້ານມະນຸດສະທຳແກ່ພະມ້າ. ແລະ 5-/ ພະມ້າ ຕ້ອງອະນຸຍາດໃຫ້ ຄະນະຜູ້ແທນ ອາຊຽນ ທີ່ນໍາໜ້າໂດຍ ທູດພິເສດ ເພື່ອພົບປະກັບ ທຸກພາກສ່ວນ.

ແຕ່ໃນ 5 ເງື່ອນໄຂດັ່ງກ່່າວ ບໍ່ໄດ້ເອີ່ຍເຖິງ ການປ່ອຍໂຕນັກໂທດການເມືອງ ແລະ ນັກໂທດອືື່ນໆ ທີ່ຖືກຈັບຫຼັງຈາກຣັຖປະຫານ ທັ້ງໆທີ່ໂຕແທນ ຈາກປະເທດອິນໂດເນເຊັຽ ເຈົ້າພາບກອງປະຊຸຸຸມ ແລະ ນາຍົກຣັຖມົນຕຣີມາເລເຊັຽ ໄດ້ຮຽກຮ້ອງໃນກອງປະຊຸມ ດັ່ງກ່າວ.

ແຕ່ເຖິງຢ່າງໃດກໍຕາມ, ກອງປະຊຸມພິເສດເທຶ່ອນີ້ ຖືວ່າ ເປັນກອງປະຊຸມສຳຄັນ ຍ້ອນວ່າ ທຸກຝ່າຍ ໄດ້ໃຫ້ຄວາມເຫັນ ແບບກົງໄປ ກົງມາ ແລະ ຈິງຈັງ ໃນການແກ້ໄຂບັນຫາ ເຫດສຸກເສີນໃນພະມ້າ ແລະ ເປັນການສະແດງຄວາມເຫັນ ເປັນເອກກະພາບກັນ ທີ່ບໍ່ ຄ່ອຍມີມາກ່ອນ ໃນບັນຫາປະເທດສະມາຊິກ ຊຶ່ງເປັນການທົດສອບ ກົດບັດອາຊຽນທີ່ວ່າ ບໍ່ແຊກແຊງ ໃນກິຈການພາຍໃນ ຂອງ ປະເທດສະມາຊິກ.

ທ່ານ Muhyiddin Yassin ຣັຖມົນຕຣີຕ່າງປະເທດ ມາເລເຊັຽກ່າວວ່າ:

ມັນເປັນຄວາມຈິງ ທີ່ພວກເຮົາ ໃນຖານະບັນດາ ປະເທດສະມາຊິກອາຊຽນ ໄດ້ຢຶດໝັ້ນໃນຫຼັກການ ບໍ່ແຊກແຊງໃນວຽກງານ ພາຍໃນ ຂອງບັນດາປະເທດ ສະມາຊິກ ອາຊຽນອື່ນໆ ທີ່ໄດ້ຝັງໄວ້ ໃນກົດບັດອາຊຽນຕລອດ ແຕ່ບໍ່ໄດ້ໝາຍຄວາມວ່າ ພວກເຮົາ ບໍ່ຄວນເອົາໃຈ ໃສ່ກັບສະຖານະການທີ່ຮ້າຍແຮງ ທີ່ເປັນອັນຕະຣາຍ ຕໍ່ສັນຕິພາບ, ຄວາມປອດພັຍ, ຄວາມໝັ້ນຄົງ ຂອງອາຊຽນ ແລະຂົງເຂດ ຊຶ່ງຫຼັກການ ແລະເງື່ຶອນໄຂໃນການແກ້ໄຂ ບັນຫາທີ່ວ່ານີ້ ບໍ່ແມ່ນການແຊກແຊງ ກິຈການພາຍໃນ ຂອງປະເທດ ສະມຊິກແຕ່ຢ່າງໃດ ມັນເປັນການ ສ້າງຄວາມສະມາຄີກັນ ໃນບັນດາປະເທດອາຊຽນ ຕ່າງຫາກ.

ເຖິງແມ່ນວ່າ ຄໍາຖແລງຂອງ ປະທານວຽນອາຊຽນ ຣະບຸວ່າ "ຄອບຄົວອາຊຽນ" ໄດ້ "ຕົກລົງກັນ" ໃນການແກ້ໄຂບັນຫາ ໃນ 5 ເງື່ອນໄຂ ແຕ່ບໍ່ທັນຮູ້ວ່າ ນາຍພົນ Min Aung Hlaing ຫົວຫນ້າ junta ຂອງ Burmese ຜູ້ທີ່ມາເຂົ້າຮ່ວມກອງປະຊຸຸມເທື່ອນີ້ ເຫັນດີນຳ ຫຼືບໍ. ທ່ານບໍ່ຖແລງໃດໆ ຫຼັງຈາກກອງປະຊຸມສີ້ນສຸດລົງ.

ທ່ານ Muhyiddin Yassin ນາຍົກຣັຖມົນຕຣີ ມາເລເຊັຽ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງ ຈາກກອງປະຊຸມ ພິເສດເທື່ອນີ້ວ່າ:

"ພວກເຮົາ ໄດ້ພະຍາຍາມ ທີ່ຈະບໍ່ກ່າວຫາ ຝ່າຍທະຫານຫຼາຍເກີນໄປ ເພາະວ່າພວກເຮົາ ບໍ່ ສົນໃຈວ່າ ແມ່ນໃຜເປັນສາເຫດ ພວກເຮົາພຽງແຕ່ ໄດ້ເນັ້ນໜັກວ່າ ຄວາມຮຸນແຮງ ຕ້ອງຢຸຕິ. ສໍາລັບກຸ່ມທະຫານ ແມ່ນອີກຝ່າຍນຶ່ງ ທີ່ກໍ່ໃຫ້ເກີດບັນຫາ. ແຕ່ທີ່ ປະຊຸມເຫັນດີວ່າ ຄວາມຮຸນແຮງຕ້ອງຍຸຕິ."

ປະທານາທິບໍດີ ອິນໂດເນເຊັຽ ທ່ານ Joko "Jokowi" Widodo ເວົ້າຢ່າງກົງໄປກົງມາ ໃນຣະຫວ່າງ ກອງປະຊຸມ ຫຼັງຈາກນັ້ນ ທ່ານໄດ້ກ່າວຕໍ່ກຸ່ມນັກຂ່າວວ່າ ສະຖານະການໃນມຽນມາ ເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ບໍ່ຄວນດໍາເນີນຕໍ່ໄປ." ດັ່ງທ່ານເວົ້າວ່າ:

"ຄວາມຮຸນແຮງ ຕ້ອງຍຸຕິ, ປະຊາທິປະຕັຍ, ຄວາມໝັ້ນຄົງ ແລະສັນຕິພາບ ໃນມຽນມາ ຕ້ອງໄດ້ຮັບການຟື້ນຟູ ຄືນມາໃໝ່ ໃນທັນທີທັນໃດ."

ທ່ານກ່າວ ໃນກອງປະຊຸມວ່າ, ອິນໂດເນເຊັຽ ໄດ້ຮຽກຮ້ອງໃຫ້ຣັຖບານທະຫານ ພະມ້າ ໃຫ້ຄໍາໝັ້ນສັນຍາ ສາມ ຢ່າງຄື: ຍຸຕິການ ໃຊ້ກໍາລັງ, ເລີ່ມການໂອ້ລົມ ສົນທະນາຮ່ວມກັນ ໃນກຸ່ມຂັດແຍງ ໂດຍການປ່ອຍຕົວ ນັກໂທດການເມືອງ ແລະ ເປີດໂອກາດ ການ ເຂົ້າເຖິງ ການຊ່ອຍເຫຼືອ ດ້ານມະນຸດສະທໍາ ຂອງປະຊາຊົນພະມ້າ, ພາຍໃຕ້ການປະສານງານ ຂອງ ເລຂາທິການໃຫຍ່ອາຊຽນ. ຣັຖບານອິໂດເນເຊັຽ ຈະສືບຕໍ່ ຕິດຕາມສະພາບການ ໃນພະມ້າ ຈົນກວ່າ ບັນຫາຈະຖືກແກ້ໄຂ.

ໃນຂນະດຽວກັນ ທ່ານ Muhyiddin ນາຍົກຣັຖມົນຕຣີ ມາເລເຊັຽ ກໍເວົ້າໃນທີ່ປະຊຸມວ່າ "ນອກຈາກ ການຢຸດຕິຄວາມຮຸນແຮງ ໃນ ທັນທີທັນໃດແລ້ວ ຈຸດທີສອງ ຂອງ ທາງການ ມາເລເຊັຽ ກໍຄືການຮຽກຮ້ອງ ໃຫ້ມີການໂອ້ລົມສົນທະນາ ທາງການເມືອງໃນພະມ້າ ທີ່ປະກອບດ້ວຍຫຼາຍກຸ່ມ, ແລະສິ່ງດັ່ງກ່າວ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອ ມີການປ່ອຍໂຕ ກຸ່ມນັກໂທດການເມືອງ ແລະ ຜູ້ທີ່ຖືກກັກຂັງ ຫຼັງຈາກການຣັຖປະຫານ ໃນນັ້ນຮ່ວມດ້ວຍ ຍານາງ ອອງຊານຊູຈີ ເທົ່ານັ້ນ.

ນີ້ຈະເປັນ ຈຸດເລີ່ມຕົ້ນທີ່ດີ ແລະເປັນການຫຼຸດຜ່ອນ ຄວາມກົດດັນ ຂອງນາໆຊາດຕໍ່ມຽນມາ ແລະອາຊຽນ.

ທ່ານວ່າ ເລຂາທິການໃຫຍ່ອາຊຽນ ຕ້ອງໄດ້ຮັບອະນຸຍາດ ໃຫ້ເຂົ້າໄປພະມ້າ ເພື່ອພົບປະກັບທຸກໆຝ່າຍ ຊຶ່ງເປັນຄວາມຈຳເປັນສໍາລັບ ອາຊຽນ ທີ່ຈະໄດ້ສັງເກດການ ໃນການ ແກ້ໄຂບັນຫາຢ່າງສັດຊື່ ແລະບໍ່ລໍາອຽງ ແລະວ່າ ຖ້າອາຊຽນ ໄດ້ຮັບອະນຸຍາດໃຫ້ເຂົ້າໄປ ສັງເກດການໃນພະມ້າ ສະແດງໃຫ້ໂລກເຫັນວ່າ ມັນເປັນເສັ້ນທາງ ໃນການແກ້ໄຂ ບັນຫາພະມ້າ ໃຫ້ກັບມາສູ່ສະພາບປົກກະຕິ ໃນປະເທດໄດ້."

ກ່ຽວກັບກອງປະຊຸມພິເສດ ຂອງບັນດາຜູ້ນຳອາຊຽນ ທີ່ກຸງຈາກາຕາ ປະເທດອິນໂດເນເຊັຽເທື່ອນີ້ ທ່ານ Phil Robertson ຮອງຜູ້ ອໍານວຍການ ອົງການສີ້ງຊອມ ດ້ານສິດທິມະນຸດປະຈຳຂົງເຂດ ໄດ້ປະນາມອາຊຽນ ກ່ຽວກັບຄວາມຫຼົ້ມແຫຼວ ໃນການບໍ່ກ່າວເຖິງ ນັກໂທດການເມືອງ ກວ່າ 3,330 ຄົນ ຮວມທັງ ກຸ່ມການເມືອງອາວຸໂສ ທີ່ຖືກຈັບກຸມ ຫຼັງຈາກການຣັຖປະຫານ ໃນການແກ້ໄຂ ບັນຫາຄວາມວຸ້ນວາຍໃນພະມ້າ:

ກອງປະຊຸຸມເທື່ອນີ້ ບໍ່ພຽງແຕ່ເປັນໂຄແທນ ຂອງປະຊາຊົນມຽນມາ ທີ່ບໍ່ໄດ້ຖືກເຊື້ອເຊີນ ເຂົ້າຮ່ວມກອງປະຊຸມ ທີ່ກຸງ ຈາກາຕາ ເທົ່ານັ້ນ ແຕ່ກຸ່ມອາຊຽນ ເຈົ້າຍັງໄດ້ປະຖິ້ມ ຄວາມເຫັນພ້ອມ ຈາກຫຼາຍພາກສ່ວນ ໃນການແກ້ໄຂບັນຫາ ໃນກອງປະຊຸມ ເທື່ອນີ້ ນໍາອີກ.

ແລະວ່າ "ອາຊຽນຂາດໄລຍະເວລາ ຫຼື TIMELINE ທີ່ຊັດເຈນ ໃນການແກ້ໄຂບັນຫາ ແລະ ຄວາມອ່ອນແອຂອງອາຊຽນ ໃນການ ຕັດສິນໃຈ ຮວມທັງຂາດການວາງແຜນ ກ່ຽວກັບບັນຫາທີ່ສຳຄັນ ທີ່ທຸກຄົນບໍຄວນມອງຂ້າມ.

ນາຍພົລ Min Aung Hlaing ໄດ້ໄປເຖິງສນາມບິນນາໆຊາດ Jakarta ໃນຖ້ຽວບິນ ຂອງສາຍການບິນ ມຽນມາ Airways ຕອນບ່າຍ. ທ່ານໄດ້ມຸ້ງໜ້າ ໄປຍັງຕຶກສະພາອາຊຽນ, ບ່ອນທີ່ກອງປະຊຸມຈັດຂຶ້ນ, ຫຼັງຈາກໄດ້ຮັບການກວດສອບ COVID-19 ອີງຕາມການຣາຍງານ ຈາກຫ້ອງການປະທານ ນາທິບໍດີປະອິນໂດເນເຊັຽ. ຜູ້ນຳພົລເຮືອນ ໃນຣັຖບານ ທີ່ຫາກໍ ຕັ້ງຂຶ້ນໃໝ່ເວົ້າ ກ່ຽວກັບກອງປະຊຸມວ່າ:

"ມັນບໍ່ຊ່ອຍໃນການແຫ້ໄຂບັນຫາ ມັນເປັນການທັບມ້າງ ຣະບອບປະຊາທິປະຕັຍ ແລະເປັນຊັກຊວນ ໃຫ້ມີການເຂັນຂ້າ ປະຊາຊົນ ພະມ້າເພີ້ມຂຶ້ນ."

ນອກເໜືອໄປຈາກ ຫົວໜ້າທະຫານພະມ້າ ໄດ້ມາຮ່ວມປະເທດເທື່ອນີ້ແລ້ວ, ບັນຜູ້ນຳອາຊຽນ ຈາກປະເທດຫຼາຍປະເທດ ກໍເຂົ້າຮ່ວມ ປະຊຸຸມດ້ວຍຕົນເອງ, ຍົກເວັ້ນແຕ່ ຟີລິບປິນ, ໄທຍ ແລະລາວ, ຊຶ່ງທັງ 3 ປະເທດ ໄດ້ສົ່ງຣັຖມົນຕຣີຕ່າງປະເທດ ມາຮ່ວມປະຊຸມ.

ນາຍົກຣັຖມົນຕຣີ ໄທຍ ທ່ານ Prayuth Chan-o-cha ແລະ ປະທານາທິບໍດີ ຟີລິປິນ ທ່ານ Rodrigo Duterte ໄດ້ອ້າງເຖິງ ຄວາມກັງວົນ ກ່ຽວກັບການຣະບາດ ຂອງພຍາດ COVID-19 ທີ່ຮ້າຍແຮງ ໃນປະເທດຂອງຕົນ ເປັນເຫດຜົນທີ່ບໍ່ໄດ້ມາຮ່ວມ ປະຊຸມເທື່ອນີ້.

ນອກຈາກບັນດາ ຜູ້ນຳອາຊຽນ ຈາກຫຼາຍປະເທດມາຮ່ວມປະເທດເທື່ອນີ້ ກໍຍັງມີເຈົ້າໜ້າທີ່ ຈາກອົງການສະຫະປະຊາຊາດ ມາຮ່ວມ ສັງເກດການນຳອີກ.

ຍານາງ Christine Schraner Burgener ທູດພິເສດ ສະຫະປະຊາຊາດ ປະຈໍາ ມຽນມາ ໄດ້ພົບປະກັບ ທ່ານ Bui Thanh Son ຣັຖມົນຕຣີຕ່າງປະເທດ ຜູ້ທີ່ມາຮ່ວມປະຊຸມ ນອກກອງປະຊຸມ ອີງຕາມການຣາຍງານ ຂອງສື່ມວນຊົນວຽດນາມ.

ທູດພິເສດ ສະຫະປະຊາຊາດ ກ່າວວ່າ ຍານາງ ມານະຄອນຫຼວງຂອງ ອິນໂດເນເຊັຽເທື່ອນີ້ ເພື່ອຮ່ວມມື ກັບບັນດາຜູ້ນໍາອາຊຽນ ໃນການສົນທະນາ" ແກ້ໄຂບັນຫາທາງດ້ານ ການເມືອງແລະ ວິກິຈການ ໃນມຽນມາ.

ໃນຂນະດຽວກັນ ກຸ່ມປົກປ້ອງ ສິດທິມະນຸດກໍໄດ້ ຕໍາໜິຕິຕຽນ ASEAN ທີ່ ອະນຸຍາດ ໃຫ້ຫົວຫນ້າທະຫານພະມ້າ ຝ່າຍດຽວ ເປັນ ຕົວແທນຂອງມຽນມາ ໃນກອງປະຊຸມ ພິເສດເທື່ອນີ້ ແລະ ບໍ່ໃຫ້ເຈົ້າຫນ້າທີ່ ຈາກຣັຖບານສາມັກຄີ ແຫ່ງຊາດພະມ້າ ຫຼື (NUG) ທີ່ ຫາກໍຕັ້ງຂຶ້ນໃໝ່ ມາເຂົ້າຮ່ວມ.

ໃນຖແລງການ ຂອງກຸ່ມດັ່ງກ່າວ ທີ່ລົງໃນຕອນແລງ ຂອງວັນເສົາ ທາງເຟສບຸກ, ກ່າວວ່າ ຕົນໄດ້ຍິນດີທີ່ໄດ້ຍິນ "ຂ່າວທີ່ວ່າ ບັນດາ ຜູ້ນໍາອາຊຽນ ໄດ້ບັນລຸຄວາມເຫັນພ້ອມກັນວ່າ ຄວາມຮຸນແຮງ ທາງທະຫານໃນມຽນມາ ຕ້ອງຢຸດຕິແລະນັກໂທດການເມືອງ ຕ້ອງຖືກ ປ່ອຍຕົວ." ຣັຖບານປະສົມ ພົລສາມະຄີ ເຮືອນພະມ້າ ເວົ້າວ່າ:

ພວກເຮົາຮູ້ບຸນຄຸນ ຕໍ່ຄໍາເວົ້າທີ່ເຂັ້ມແຂງ ຈາກປະທານາທິບໍດີ Widodo ແຫ່ງອິນໂດເນ ເຊັຽ ທີ່ໄດ້ໃຫ້ຄວາມສຳຄັນ ຕໍ່ວິຣະຊົນ ຂອງພວກເຮົາ. ພວກເຮົາ ຈະຄອຍຖ້າເບິ່ງການດໍາເນີນການ ຢ່າງໜັກແໜ້ນຂອງອາຊຽນ ເພື່ອຟື້ນຟູຣະບອບປະຊາທິປະຕັຍ, ເສຣີພາບ ໃຫ້ແກ່ ປະຊາຊົນຂອງພວກເຮົາ ແລະ ພາກພື້ນ.

ໃນທີ່ສຸດ ທ່ານຟຽວ ໂຣເບີດສັນ ຈາກອົງການ ສີ້ງຊອມດ້ານສິດທິມະນຸດ ເນັ້ນວ່າ " ມັນມີຄວາມຈໍາເປັນຢ່າງຍິ່ງ ໃນເວລານີ້ ທີ່ຈະ ສືບຕໍ່ກົດດັນ ຣັຖບານທະຫານພະມ້າ, ຂຍາຍ ການລົງໂທດ ທາງດ້ານເສຖກິຈ, ຂວ້າມບາດ ບັນດາຜູ້ນໍາສູງສຸດ ຝ່າຍທະຫານ ແລະ ບໍລິສັດ ທີ່ ຜູ້ນຳທະຫານເປັນເຈົ້າຂອງ, ແລະ ຕິດຕາມຣາຍໄດ້ ຈາກນ້ຳມັນ ແລະ ແກ໊ສທັມມະຊາດ ທີ່ກຸ່ມດັ່ງກ່າວ ຍັງສືບຕໍ່ໃນການ ສໍ້ຣາຊບັງຫຼວງ ແລະ ຍັກຍອກຣາຍຮັບ ຂອງຊາດແລະປະຊາຊົນ.

ກອງປະຊຸມພິເສດ ນຶ່ງວັນເທື່ອນີ້ ໃຊ້ເວລາໂອ້ລົມກັນພຽງແຕ່ 3 ຊົ່ວໂມງ ຊຶ່ງຕ່າງຝ່າຍກໍອອກຄວາມເຫັນ ແບບກົງໄປກົງມາ ສ່ວນ ໃຫຍ່ ເປັນຄວາມເຫັນຈາກຜູ້ນຳ ປະເທດອິນໂດເຊັຽແລະ ມາເລເຊັຽ ທີ່ໄດ້ຮຽກຮ້ອງໃຫ້ມີການ ແກ້ໄຂບັນຫາໃນ 5 ປະເດັນ ດັ່ງທີ່ ກ່າວມາຂ້າງເທິງນັ້ນ ສ່ວນສະມາຊິກ ຈາກປະເທດອື່ນ ທີ່ມາເຂົ້າຮ່ວມປະຊຸມ ກໍບໍ່ໄດ້ ອອກຄວາມເຫັນ ແຕກຕ່າງກັນຫຼາຍ ມີແຕ່ ຮຽກຮ້ອງໃຫ້ ຍຸຕິຄວາມວຸ້ນວາຍ ໃນພະມ້າໂດຍໄວ.

ກອງປະຊຸມໄດ້ສີ້ນສຸດລົງ ແບບບໍ່ມີຖແລງການ ແລະເຊັນສັນຍາໃດໆທັງສີ້ນ ສ່ວນຜູ້ນຳຝ່າຍທະຫານພະມ້າ ບໍ່ໄດ້ອອກຄວາມເຫັນ ໃດໆ ແລະ ກໍບໍ່ໄດ້ໃຫ້ຄຳຖແລງ ຕໍ່ກຸ່ມນັກຂ່າວ ຫຼັງຈາກປະຊຸມ. ນັກວິເຄາະ ທ່ານນຶ່ງເວົ້າວ່າ ກອງປະຊຸມພິເສດເທື່ອນີ້ ບໍ່ຕ່າງຫຍັງ ກັບກອງປະຊຸມ ທຸກຄັ້ງຜ່ານມາ ກ່ຽວກັບບັນຫາພະມ້າ ທ່ານບໍ່ຄິດວ່າ ບັນຫາພະມ້າ ຈະຖືກແກ້ໄຂໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.