ທ່ານ ແອນໂທນີ ບລິງເກັນ ພົບປະກັບຄູ່ຮ່ວມມືອາຊຽນ
ທ່ານ ແອນໂທນີ ບລິງເກັນ (Antony Blinken), ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ຢໍ້າໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານ ໃນພາກພື້ນ ອິນໂດ-ປາຊີຟິກ ທີ່ສະຫະລັດອາເມຣິກາ ປະຕິບັດ ໂດຍສະເພາະການສະໜັບສະໜູນ ວິໄສທັດອາຊຽນ ເປັນຕົ້ນດ້ານເສດຖະກິດ ແລະການລົງທຶນ.
-
ຈຳປາທອງ
2024-07-29 -
-
-
Your browser doesn’t support HTML5 audio
ທ່ານ ແອນໂທນີ ບລິງເກັນ (Antony Blinken) ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ຢໍ້າໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານ ໃນພາກພື້ນ ອິນໂດ-ປາຊີຟິກ ທີ່ສະຫະລັດອາເມຣິກາ ປະຕິບັດ ໂດຍສະເພາະການສະໜັບສະໜູນ ວິໄສທັດອາຊຽນ ເປັນຕົ້ນດ້ານເສດຖະກິດ ແລະການລົງທຶນ ດັ່ງທີ່ທ່ານໄດ້ກ່າວຢູ່ໃນກອງປະຊຸມ ລັດຖະມົນຕີການຕ່າງປະເທດອາຊຽນ-ສະຫະລັດ ປະຈໍາປີ 2024 ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 27 ກໍລະກົດນີ້ ໃນໂອກາດໄປເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ທີ່ ສປປລາວ ເປັນເຈົ້າພາບ.
ທ່ານ ແອນໂທນີ ບລິງເຄນ ກ່າວໃນກອງປະຊຸມນັ້ນ ຕອນນຶ່ງວ່າ:
(ພາສາອັງກິດ) “ແລະພວກເຮົາສະໜັບສະໜູນ ຢ່າງແຂງແຮງ ຕໍ່ວິໄສທັດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ຊຶ່ງເປັນວິໄສທັດ ທີ່ແບ່ງປັນຫຼັກການພື້ນຖານ ຮ່ວມກັບຍຸດທະສາດ ອິນໂດ-ປາຊີຟິກ ຂອງສະຫະລັດອາເມຣິກາ. ສາຍພົວພັນທາງດ້ານການຄ້າ ແລະເສດຖະກິດຂອງພວກເຮົາ ມີຄວາມເຂັ້ມແຂງຢ່າງຍິ່ງ ດ້ວຍການຄ້າ ແລະການລົງທຶນ ທີ່ສະໜັບສະໜູນໃຫ້ເກີດວຽກງານໃນພາກພື້ນ ເອເຊຍຕາເວັນອອກສ່ຽງໃຕ້ ແລະສະຫະລັດອາເມຣິກາ ເສີມຂະຫຍາຍອະນາຄົດ ທາງເສດຖະກິດ ໃຫ້ບໍລິສັດ ແລະກຸ່ມຄົນງານ ໃນສະຫະລັດອາເມຣິກາ ແລະປະເທດສະມາຊິກອາຊຽນ. ສະຫະລັດອາເມຣິກາພູມໃຈຫຼາຍ ທີ່ໄດ້ເປັນແຫຼ່ງທຶນໂດຍກົງ ຈາກຕ່າງປະເທດ ອັນດັບທໍາອິດ ໃນອາຊຽນ.”
ອີງຕາມລາຍງານ ຂອງທາງການສະຫະລັດອາເມຣິກາ ໃນເດືອນກໍລະກົດ 2024 ກ່ຽວກັບສະພາບເສດຖະກິດ ແລະການລົງທຶນຢູ່ປະເທດລາວ, ຄວາມຄືບໜ້າທາງເສດຖະກິດ ແລະການຂະຫຍາຍໂຕ ທາງດ້ານການຄ້າຂອງລາວ ຍັງປະສົບກັບບັນຫາຂາດເຂີນຄົນງານ ທີ່ມີທັກສະ ແລະລະບົບເບິ່ງແຍງສຸຂະພາບ ທີ່ອ່ອນແອ, ການບັງຄັບໄຊ້ກົດໝາຍ, ການຂາດຄວາມໂປ່ງໃສ ໃນການດໍາເນີນການຕ່າງໆ ໂດຍສະເພາະຢ່າງຍິ່ງ ການສໍ້ລາດບັງຫຼວງ ທີ່ຍັງແພ່ລາມ ຢູ່ໃນປັດຈຸບັນ ຊຶ່ງເປັນອຸປະສັກໃຫຍ່ ຂອງການລົງທຶນຕ່າງປະເທດ.
ໃນໄລຍະທີ່ຜ່ານມາ ທາງການສະຫະລັດອາເມຣິກາ ແລະປະເທດສະມາຊິກອາຊຽນ ໄດ້ປະສານງານ ຮ່ວມມື ແລະເຮັດວຽກຮ່ວມກັນ ໃນຫຼາຍດ້ານ ຕາມວິໄສທັດອາຊຽນ ດັ່ງທີ່ທ່ານ ແອນໂທນີ ບລິງເຄນ ກ່າວວ່າ:
(English) “ພວກເຮົາໄດ້ຍົກລະດັບ ການພົວພັນ ໃຫ້ເປັນຫຸ້ນສ່ວນແບບຍຸດທະສາດ ທີ່ຄວບຄຸມ ແລະພວກເຮົາກໍໄດ້ຍົກລະດັບ ການເຮັດວຽກຮ່ວມກັນ ໃນປະເດັນ ດິຈິຕອນ, ຄວາມປອດໄພທາງໄຊເບີ, ສຸຂະພາບ, ສິ່ງແວດລ້ອມ ແລະສະພາບອາກາດ, ພະລັງງານ, ການຂົນສົ່ງ, ການເສີມຄວາມເຂັ້ມແຂງຂອງແມ່ຍິງ ຂະນະທີ່ມີການຟື້ນຟູ ວຽກງານການຕ່າງປະເທດ ໃນດ້ານເສດຖະກິດ ແລະການປ້ອງກັນປະເທດ. ການເພີ່ມທະວີການຮ່ວມມື ຂອງພວກເຮົານີ້ ແມ່ນໄດ້ຮັບການສ້າງຂື້ນ ບັນພື້ນຖານຂອງຄຸນຄ່າຮ່ວມ ແລະວິໄສທັດຮ່ວມກັນຂອງ ອິນໂດ-ປາຊີຟິກ ທີ່ເປີດກວ້າງ ຊຶ່ງມີຄວາມເຊື່ອມຕໍ່ ແລະປັບປ່ຽນໄດ້ ຍ້ອນວ່າ ເພື່ອນມິດປະເທດລາວ ແມ່ນໄດ້ເນັ້ນໜັກປະເດັນນີ້ ໃນກອງປະຊຸມຂອງພວກເຮົາ.”
ໃນການປະສານການຮ່ວມມື ຕາມວິໄສທັດອາຊຽນ ລະຫວ່າງປະເທດຕ່າງໆໃນພາກພື້ນເອເຊຍ-ປາຊີຟິກ ສໍາລັບ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວຢູ່ໃນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກ່ຽວກັບການຮ່ວມມື ທາງດ້ານການເມືອງ ແລະຄວາມໝັ້ນຄົງໃນພາກພື້ນເອເຊຍ-ປາຊີຟິກ ຄັ້ງທີ 31 ໃນມື້ວັນທີ 27 ກໍລະກົດນີ້ວ່າ:
(ພາສາອັງກິດ) “ເອເຊຍ-ປາຊີຟິກ ເປັນພາກພື້ນທີ່ມີການຂະ ຫຍາຍໂຕ ທາງດ້ານເສດຖະກິດ ຫຼາຍທີ່ສຸດແຫ່ງນຶ່ງຂອງໂລກ ທີ່ສາມາດຮັກສາຄວາມສະຫງົບ ແລະຄວາມຮັ່ງມີ. ອີກທັງເປັນພາກພື້ນ ທີ່ມີສ່ວນຮ່ວມ ແລະການຮ່ວມມືລະຫວ່າງກັນ ຂອງປະເທດສະມາຊິກ ARF. ນັບແຕ່ປີ 1993 ເປັນຕົ້ນມາ ARF ໄດ້ເຂົ້າມາມີບົດບາດສໍາຄັນ ໃນການເຈລະຈາທີ່ສ້າງສັນ ກ່ຽວກັບການຮ່ວມມືກັບຫຼາຍປະເທດ ໃນພາກພື້ນເອເຊຍ-ປະຊີຟິກ ໃນປະເດັນ ຄວາມໝັ້ນຄົງທາງການເມືອງ ແລະປະເດັນອື່ນໆທີ່ກ່ຽວຂ້ອງ.”
ໃນໂອກາດການຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະ ເທດອາຊຽນ ຄັ້ງນີ້ ທ່ານ ແອນໂທນີ ບຣິນເຄນ ກໍໄດ້ພົບພໍ້ກັບທ່ານ ສະເຫຼີມໄຊ ກົມມະສິດ ໂດຍມີຈຸດປະສົງ ຂະຫຍາຍສາຍພົວພັນ ແລະການຮ່ວມມືລະ ຫວ່າງ 2 ປະເທດ ໃນຫຼາຍຂົງເຂດວຽກງານ ເປັນຕົ້ນ ຂະແໜງສາທາລະນະສຸກ, ໂພສະນາການເດັກ, ການສຶກສາ, ການຄ້າ-ການລົງທຶນ, ການ ຈັດຕັ້ງປະຕິບັດກົດໝາຍ, ການສະກັດກັ້ນຢາເສບຕິດ, ວຽກງານເກັບກູ້ລະເບີດບໍ່ທັນແຕກ, ການຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມ, ການຊ່ອຍເຫຼືອດ້ານມະນຸດສະທໍາ ໄປເຖິງການຝືກອົບຮົມພາສາອັງກິດ ແລະອື່ນໆ.
ກ່ຽວກັບເລື່ອງນີ້ ທ່ານ ອະດິສອນ ເສມແຍ້ມ ນັກຊ່ຽວຊານ ດ້ານລາວສຶກສາ ສະຖາບັນເອເຊຍສຶກສາ ຈຸລາລົງກອນມະຫາວິທະຍາໄລຂອງໄທ ໃຫ້ຄວາມເຫັນວ່າ:
(ພາສາໄທ) “ປົກກະຕິ ມັນກໍມີການໃຫ້ການຊ່ອຍເຫຼືອ ທາງດ້ານການສຶກສາຢູ່ແລ້ວ ກໍອົບຮົມພາສາ ໃຫ້ລັດຖະກອນ ຫຼືເຈົ້າໜ້າທີ່ທະຫານ ແຕ່ວ່າ ບໍ່ຄືກັບການໄປຮຽນຕໍ່ ທີ່ອາເມຣິກາ ແຕ່ອາດຈະເປັນການໃຫ້ ການຊ່ວຍເຫຼືອ ທາງດ້ານສອນພາສາ ຫຼືອີ່ຫຍັງຈັ່ງຊີ້ ຜ່ານສະຖານທູດ. ການພັດທະນາເຍົາວະຊົນ ຄືຕ້ອງເບິ່ງວ່າ ບົດບາດອາດຈະຜ່ານ U.S. State ອາດຈະເປັນການຊ່ອຍເຫຼືອ ທາງດ້ານສາທາລະນະສຸກ, ທາງດ້ານການສຶກສາ, ທາງດ້ານສິ່ງແວດລ້ອມ ກໍອາດຈະຜ່ານທາງດ້ານ MRC.”
ທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ມີແຜນເດີນທາງໄປລາວ, ຫວຽດນາມ, ຍີ່ປຸ່ນ, ຟີລິບປິນ, ສິງກະໂປ ແລະມົງໂກເລຍ ແຕ່ວັນທີ 25 ກໍລະກົດ ຫາວັນທີ 3 ສິງຫາ 2024 ນິ້, ເປັນການເດີນທາງຄັ້ງທີ 18 ໃນພາກພື້ນ ອິນໂດ-ປາຊີຟິກ ໂດຍມີຈຸດປະສົງໃຫ້ຄວາມສໍາຄັນຂອງວຽກງານ ທີ່ສະຫະລັດອາເມຣິກາ ປະຕິບັດຮ່ວມກັບປະເທດສະມາຊິກ ໃນພາກພື້ນນີ້ ເພື່ອເພີ່ມການພົວພັນ ຮ່ວມມືໃຫ້ຫຼາຍຂື້ນ ເພື່ອຮັບມືກັບສະຖານະການຕ່າງໆ ທີ່ທ້າທາຍໃນປັດຈຸບັນ.