ການເຈຣະຈາຢູ່ຮົງກົງ ຕ່າງກໍ ຢືນກາງ ໃນ ທ່າທີ
2014.10.21
ໃນ ວັນຈັນ ກຸ່ມ ນັກສຶກສາ ແລະ ຝ່າຍ ຣັຖບານ ຕ່າງຝ່າຍ ກໍຍັງ ຢືນກາງ ໃນທ່າທີ ຂອງຕົນ ຢູ່ ກ່ອນຈະຮອດ ການ ໂອ້ລົມ ໃນ ວັນ ອັງຄານ ເພື່ອ ຜ່ອນຄາຍ ຄວາມ ເຄັ່ງຕຶງ ທີ່ມີມາ ເປັນ ເວລາ ກວ່າ ສາມ ອາທີດ ທີ່ ກຸ່ມປະທ້ວງ ໄດ້ຕັນຖນົນ ສາຍສຳຄັນ ຫລາຍສາຍ ໃນຮົງກົງ ແຕ່ຄາດວ່າ ການຕົກລົງ ກັນໄດ້ ນັ້ນ ແມ່ນ ມີຫນ້ອຍ.
ຈຸດຢືນ ຂອງ ກຸ່ມ ນັກສຶກສາ ທີ່ ທຳການ ປະທ້ວງ ກໍແມ່ນ ຕ້ອງການ ຢາກໃຫ້ ມີການ ເລືອກຕັ້ງ ຢ່າງເສຣີ ມາແຕ່ຕົ້ນ ໃນຮົງກົງ ແຕ່ຈີນ ແຜ່ນດິນໃຫຍ່ ຍັງຍຶດຫມັ້ນ ໃນການ ຄັດເລືອກ ຜູ້ ແຂ່ງຂັນ ທີ່ເຫັນພ້ອມ ຈາກ ຈີນ ແຜນດິນໃຫຍ່ ກ່ອນ. ຜູ້ ບໍຣິຫານ ຮົງກົງ ນາຍ ເລິງ ຈູນຢີນ ກ່າວວ່າ ຣັຖບານ ຮົງກົງ ຈະບໍ່ ປະນິ ປະນອມ ຕໍ່ ຂໍ້ຈຳກັດ ຂອງ ຈີນ ແຜ່ນດິນ ໃຫຍ່ ແຕ່ຢ່າງໃດ ໃນການ ເຈຣະນາ ກັບກຸ່ມ ນັກ ສຶກສາ.
ການ ໂອ້ລົມ ກັນ ຣະຫວ່າງ ກຸ່ມ ນັກສຶກສາ ແລະ ເຈົ້າຫນ້າທີ່ ຣະດັບສູງ ຂອງ ຣັຖບານ ຮົງກົງ ທີ່ ກຳນົດຂື້ນ ໃນ ວັນອັງຄານ ຕອນ ແລງ ເທື່ອນີ້ ຈະສ້າງ ຄວາມ ເຊື່ອຫມັ້ນ ຣະຫວ່າງ ກັນ ພຽງ ເລັກນ້ອຍ ເທົ່ານັ້ນ ເພື່ອ ປູເສັ້ນທາງ ໄປສູ່ການ ໂອ້ລົມກັນ ໃນ ອະນາຄົດ ແຕ່ ຈະບໍ່ສ້າງ ຄວາມເຂົ້າໃຈ ແລະ ສີ້ນສຸດ ການປະທ້ວງ ໄດ້ ຢ່າງງ່າຍດາຍ ເພາະ ຕ່າງຝ່າຍ ຍັງ ຍຶດຫມັ້ນ ໃນຈຸດຢືນ ຂອງຕົນ ຢູ່.
ການໂອ້ລົມ ກັນ ຣະຫວ່າງ ຝ່າຍ ຣັຖບານ ກັບກຸ່ມ ນັກສືກສາ ຮົງກົງ ໃນ ວັນອັງຄານ ຈະອອກສົດ ຜ່ານທາງ ໂທຣະທັດ ໃຫ້ ປະຊາຊົນ ໄດ້ເຫັນນໍາ ເພື່ອ ຫາ ຊ່ອງທາງ ແກ້ໄຂ ບັນຫາ ແລະ ເພື່ອ ຫລີກລ່ຽງ ການ ປະທະກັນ ອີກໃຫມ່.