ກຸ່ມສະພາຮົງກົງຢາກກວດສອບ ເຫຼິງ ຈຸ້ນຢິ້ງ
ກຸ່ມ ສະມາຊິກ ສະພາ ຮົງກົງ ຮຽກຮ້ອງ ໃຫ້ ມີການ ກວດສອບ ຜູ້ນຳ ຮົງກົງ ເຫຼິງ ຈຸ້ນຢິ້ງ.
-
ສິດນີ
2014-11-06 -
-
-
Your browser doesn’t support HTML5 audio
ກຸ່ມ ປະຊາທິປະຕັຍ ສະມາຊິກ ສະພາ ຮົງກົງ ໄດ້ ພາກັນ ຮຽກ ຮ້ອງ ໃຫ້ ມີການ ສືບສວນ ຜູ້ນຳ ຮົງກົງ ຢ່າງ ເປັນ ທາງການ ໃນ ມື້ ວັນພຸດ ໂດຍ ອ້າງວ່າ ທ່ານ ເຫຼິງ ຈຸ້ນຢິ້ງ ຂາດ ຄວາມ ເຊື່ອຖື ດ້ານ ການເມືອງ ຫລັງຈາກ ໄດ້ຮັບເງິນ ຈໍານວນນຶ່ງ ຈາກ ບໍຣິສັດ ອອສເຕຣເລັຽ ໂດຍ ບໍ່ແຈ້ງ ຕໍ່ ທາງການ.
ຣະດັບ ຄວາມເຊື່ອຖື ຂອງ ຜູ້ ບໍຣິຫານ ຮົງກົງ ທ່ານ ເຫຼິງ ຈຸ້ນຢິ້ງ ໃນ ເວລານີ້ ຢູ່ ຣະດັບ ຕ່ຳສຸດ ຖ້າມກາງ ກຸ່ມ ປະທ້ວງ ເພື່ອ ປະຊາທິປະຕັຍ ຍັງສືບຕໍ່ ປະທ້ວງ ຕັ້ງຫຼັກ ຢູ່ ຕາມພື້ນທີ່ ສຳຄັນ ໃນ ຮົງກົງ.
ທ່ານ ເຫຼິງ ຈຸ້ນຢິ້ງ ໄດ້ ປະຕິເສດ ຕໍ່ ຄໍາກ່າວຫາ ຈາກ ຫນັງສືພິມ ອອສເຕຣເລັຽ ທີ່ ອອກບົດ ຣາຍງານ ໃນເດືອນ ທີ່ ຜ່ານມາ ວ່າ ທ່ານບໍ່ໄດ້ ແຈ້ງເງິນ ທີ່ ທ່ານໄດ້ຮັບ ຈຳນວນ 50 ລ້ານ ໂດລາ ຈາກ ບໍຣິສັດ ວິສວະກັມ ອອສເຕຣເລັຽ ໃນ ຊ່ວງທີ່ທ່ານ ເປັນຜູ້ ບໍຣິຫານ ຮົງກົງ.
ເງິນ ຈຳນວນ ດັ່ງກ່າວ ແມ່ນ ກ່ຽວກັບ ຂໍ້ຕົກລົງ ການ ຊື້ຂາຍ ທີ່ດີນ ໃນ ປີ 2011 ຂອງ ບໍຣິສັດ ອອສເຕຣເລັຽ ກັບ ບໍຣິສັດ DTZ ຊື່ງ ທ່ານ ເຫຼິງ ຈຸ້ນຢິ້ງ ເປັນຜູ້ ບໍຣິການ ໃນ ເວລາ ນັ້ນ ກ່ອນທີ່ ທ່ານ ຈະຂຶ້ນເປັນ ຜູ້ ບໍຣິການ ຮົງກົງ ປະມານ 2-3 ເດືອນ.
ຫ້ອງການ ຂອງ ທ່ານ ເຫຼິງ ຈຸ້ນຢິ້ງ ເວົ້າວ່າ ສັນຍາ ຄ້າຂາຍ ເປັນ ຄວາມລັບ ດ້ານການຄ້າ ຣະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ ແລະ ກໍເປັນ ມາຕຖານ ຂອງ ການຄ້າ ສ່ວນບຸກຄົນ ຈຶຶ່ງ ບໍ່ຈຳເປັນ ຕ້ອງແຈ້ງ ຕໍ່ ທາງການ.