ໃນເວລາ ຜູ້ຕາງໜ້າ ຊາວຫນຸ່ມ ອາຊຽນ ພົບປະ ສົນທະນາ ກັບ ປະທານາທິບໍດີ ບາຣັກ ໂອບາມາ ແຕ່ລະຄົນ ກໍມີຄໍາຖາມ ແຕກຕ່າງກັນ. ສໍາລັບ ຜູ້ຕາງໜ້າ ຊາວຫນຸ່ມ ອາຊຽນ ຈາກລາວ ແລ້ວ ຂະເຈົ້າ ກໍມີຄໍາຖາມ ທີ່ກ່ຽວກັບ ອະນາຄົດ ຂອງ ສປປ ລາວ. ຊາວຫນຸ່ມ ຄົນທີ່ຖາມ ທ່ານ ໂອບາມາ ນັ້ນຖາມວ່າ ຖ້າຫາກ ວ່າມີສິ່ງນຶ່ງ ແລະ ສິ່ງດຽວ ເທົ່ານັ້ນ ທີ່ສາມາດ ປ່ຽນແປງໄດ້ ໃນເອເຊັຽ ໂດຍສະເພາະ ຢູ່ລາວ ແມ່ນສິ່ງໃດ ທີ່ທ່ານ ຕ້ອງການ ຢາກເຫັນ? ແລະ ທ່ານ ຈະປະກອບສ່ວນ ໃນການ ປ່ຽນແປງນັ້ນ ແບບໃດ?
ທ່ານ ໂອບາມາ ຕອບວ່າ: ນີ້ເປັນ ຄໍາຖາມທີ່ດີ ແລະ ທ່ານຄິດວ່າ ຖ້າຫາກວ່າ ມີສິ່ງນຶ່ງ ທີ່ເຮົາໄດ້ ຮຽນຮູ້ ສິ່ງສໍາຄັນ ທີ່ສຸດສໍາລັບ ທຸກປະເທດ ທີ່ ເຮົາຮຽນຮູ້ ນັ້ນ ແມ່ນ ປະຊາຊົນ ຂອງ ປະເທດນັ້ນໆ. ດັ່ງນັ້ນ ຖ້າຫາກວ່າ ມີສິ່ງນຶ່ງ ທີ່ທ່ານສາມາດ ຊ່ວຍໄດ້ ຄົງແມ່ນ ການປັບປຸງ ມາຕຖານ ການສຶກສາ ສໍາລັບ ຫນຸ່ມນ້ອຍລາວ ທົ່ວປະເທດ ແລະ ທົ່ວອາຊຽນ. ແລະ ດັ່ງທີ່ທ່ານເຄີຍເວົ້າ ເມື່ອກ່ອນ ເຮົາຕ້ອງ ແນ່ນອນວ່າ ຕ້ອງຮ່ວມທັງ ແມ່ຍິງດ້ວຍ ບໍ່ແມ່ນແຕ່ ຜູ້ຊາຍ.
ເນື່ອງຈາກວ່າ ເມື່ອເຮົາເບິ່ງ ປະເທດນຶ່ງ ທີ່ມີຄວາມ ສໍາເຣັດ ຍົກຕົວຢ່າງ ໃນອາຊຽນ ວ່າຊັ້ນຊະ. ປະເທດ ທີ່ ມີມາຕຖານ ການຄອງຊີບສູງ ແມ່ນ ສິງຄະໂປ. ດຽວນີ້ ສິງຄະໂປ ຄວາມຈິງແລ້ວ ເປັນປະເທດ ນ້ອຍໆ ບໍ່ມີຊັພຍາກອນ ທັມຊາດຫລາຍ, ສິງຄະໂປ ມີທ່າກໍາປັ່ນ ປະເທດ ກໍທັງນ້ອຍ ແຕ່ວ່າ ທາງດ້ານ ເສຖກິດນັ້ນ ສິງຄະໂປ ມີຄວາມສໍາເຣັດ ຫລາຍ. ເປັນຫຍັງຈຶ່ງ ເປັນຈັ່ງຊັ້ນ ສ່ວນນຶ່ງ ກໍຍ້ອນຣະດັບ ການສຶກສາ ສູງອິຫລີ ອັນເຮັດໃຫ້ ບໍຣິສັດ ໃນທົ່ວໂລກ ສົນໃຈ ມາຕັ້ງຢູ່ ສິງຄະໂປ ບ່ອນທີ່ ເຂົາເຈົ້າ ສາມາດ ຫາແຮງງານ ທີ່ມີຫົວຄິດ ປະດິດສ້າງ ສລາດຫຼັກແຫຼມ ແລະ ສາມາດ ທໍາງານໄດ້.
ມັນເປັນສິ່ງວິເສດ ຖ້າເຮົາມີ ຊັພຍາກອນ ທັມມະຊາດ, ມັນເປັນ ຄວາມວິເສດ ຖ້າຫາກເປັນ ປະເທດ ກວ້າງໃຫ່ຽ ທີ່ມີ ປະຊາກອນ ຫລາຍ, ແຕ່ສຸດທ້າຍ ແລ້ວ ປະເທດ ທີ່ຈະມີ ຄວາມສໍາເຣັດ ນັ້ນຂຶ້ນຢູ່ກັບ ປະຊາຊົນ ໃນ ປະເທດນັ້ນໆ ມີສີມື ແຮງງານ ແລະ ການສຶກສາ ແລະ ວິສັຍທັສ ເພື່ອສາມາດ ນໍາໃຊ້ ແຫລ່ງ ຊັພຍາກອນ ນັ້ນແບບມີ ປະສິທິພາບ. ແລະ ພວກທ່ານ ສະຫະຣັຖ ຈະສືບຕໍ່ ເຮັດງວຽກ ກັບ ທຸກປະເທດ ໃນອາຊຽນ ເພື່ອສົ່ງເສີມ ຄວາມເຕີບໃຫ່ຽ ດ້ານ ການສືກສາ ແລະ ການຝຶກແອບ.
ທ່ານວ່າ ທ່ານບໍ່ໄດ້ ໝາຍເຖິງ ການສຶກສາ ຣະດັບປຣິນຍາ ທຸກໆຄົນດອກ. ການສືກສາ ຣະດັບການຊ່າງ ການຄ້າ ແລະ ຣະດັບສີມື ອື່ນໆ ທີ່ການ ພັທນາ ຕ້ອງການ.