ທ. ສີ-ຈິ້ນຜິງ ຢ້ຽມຢາມ ລາວ
2017.11.14
ຊາວລາວມີຄວາມຄຶດເຫັນ ທີ່ແຕກຕ່າງ ຫຼາກຫຼາຍ ໃນໄລຍະທີ່ ທ່ານ ສີ-ຈິ້ນຜິງ, ປະທານ ປະເທສຈີນ ໄດ້ມາຢ້ຽມຢາມ ລາວ ຢ່າງເປັນ ທາງການ ໃນຣະຫວ່າງ ວັນທີ 13 ຫາ 14 ພຶສຈິກາ 2017 ນີ້. ບາງຄົນ ກໍເຫັນວ່າ ການຢ້ຽມຢາມ ໃນຄັ້ງນີ້ ຖືເປັນ ນິມິຕໝາຍ ທີ່ດີ ແລະ ປະຊາຊົນລາວ ກໍຮູ້ສຶກຕື່ນເຕັ້ນ ທີ່ຈະຕ້ອນຮັບ ປະທານ ປະເທສຈີນ. ດັ່ງຊາວລາວທ່ານນຶ່ງ ໃນນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນຕອນນຶ່ງວ່າ:
“ຄົນລາວທຸກຄົນ ກະມີຄວາມປິຕິຍິນດີ ຕ້ອນຮັບເພິ່ນຫັ້ນແຫຼະ, ຖືວ່າໂຮງຮຽນ ຂະເຈົ້າກະພັກ ພັກໝົດທົ່ວ ນະຄອນຫຼວງ ຂະເຈົ້າໄດ້ພັກ ປະມານ 2 ມື້. ກະມີຫຼາຍຄົນ ຢາກເຫັນຢາກເບິ່ງ ຫັ້ນນ່າ, ຜູ້ໃດກະເວົ້າຫາ ຢາກເຫັນໜ້າເພິ່ນ ເພາະວ່າເພິ່ນ ກະເປັນ ຜູ້ນຳ ຣະດັບໂລກເນາະ”.
ໃນຂະນະດຽວກັນ, ຊາວລາວໃນແຂວງພາກໃຕ້ ຂອງລາວທ່ານນຶ່ງ ກໍໃຫ້ທັສນະວ່າ ການມາຢ້ຽມຢາມລາວ ໃນຄັ້ງນີ້ ກໍບໍ່ມີຫຍັງໃໝ່ເພາະ ນອນຢູ່ໃນແຜນ ແຜ່ອິດທິພົລ ແລະອຳນາດ ຂອງຈີນ ພ້ອມທັງເພື່ອ ຜົລປໂຍດ ຂອງຈີນ ຢູ່ແລ້ວ.
“ຄືປະທານປະເທສຈີນ ເຂົ້າມານີ້ເນາະ ເພາະວ່າເພິ່ນ ກະມີວ່າຊິມາສ້າງ ອຳນາດຫັ້ນນ່າ ເພາະວ່ານຶ່ງ ເຂົາກະຊິບໍ່ໄດ້ ອອກໜ້າອອກຕາ ພໍທໍ່ໃດ ພໍຈັ່ງໃດດອກ ເຂົາມາໃນຖານະ ເງິນເຂົາຫຼາຍ. ບາດນີ້ ກະຄືວ່າແຫຼະ ເຂົາກະຢາກໃຊ້ ອຳນາດ ເງິນເນາະ ລາວເຮົາ ເຫັນເງິນຫຼາຍ ກະອັນນີ້ແຫຼະ ມັນບໍ່ມີໃຜເດ ເປັນທີ່ເພິ່ງ. ຄືເກົ່າແຫຼະ ຈີນເຂົ້າມາ ກະບໍ່ມີ ຫຍັງຫຼາຍ ເຂົາກະຫວັງຜົລປໂຍດ ຕໍ່ເຂົາຫັ້ນແຫຼະ”.
ນອກຈາກນີ້, ເຈົ້າໜ້າທີ່ຣະດັບແຂວງ ຂອງລາວ ຜູ້ຂໍສງວນຊື່ ແລະ ສຽງທ່ານນຶ່ງ ກໍໄດ້ໃຫ້ທັສນະ ຕໍ່ການມາຢ້ຽມລາວ ຂອງປະທານ ປະເທສຈີນ ເທື່ອນີ້ວ່າ
“ທາງການລາວ ກໍຕ້ອງໄດ້ຣະມັດ ຣະວັງຕື່ມໃນເຣື້ອງ ພັນທະສັນຍາ ເພາະການເຂົ້າມາ ຂອງຈີນ ພາຍໃຕ້ຮູບແບບ ການຮ່ວມມື ດ້ານເສຖກິຈ ນັ້ນ ອາຈເຮັດໃຫ້ ເກີດຜົລກະທົບ ຕໍ່ປະຊາຊົນ ໃນວົງກວ້າງ ດັ່ງທີ່ເຫັນ ໃນຫຼາຍໂຄງການ ໃນໄລຍະຜ່ານມາ ນັ້ນ ບໍ່ວ່າຈະເປັນບັນຫາ ການໃຊ້ສານເຄມີ ເກີນຂນາດ ໃນຂົງເຂດ ທີ່ດິນສັມປທານ ດ້ານການກະເສດ ແລະ ໃນເຂດເສຖກິຈພິເສດ ທີ່ນັກລົງທຶນຈີນ ໄດ້ຮັບສັມປະທານ ຈາກ ຣັຖບານລາວ”.
ທ່ານ ສີ-ຈິ້ນຜິງ, ປະທານ ປະເທສຈີນ ໄດ້ເດີນທາງມາເຖິງ ສນາມບິນສາກົນວັດໄຕ ທີ່ ນະຄອນຫຼວງວຽງຈັນ ໃນເວລາ ປະມານ 3 ໂມງແລງ ຕາມເວລາທ້ອງຖິ່ນ ໃນລາວ ຂອງວັນທີ 13 ພຶສຈິການີ້, ໂດຍທ່ານມີກຳນົດຢ້ຽມຢາມ ລາວ ຢ່າງເປັນທາງການ 2 ມື້ ຄືວັນທີ 13 ຫາ 14 ພຶສຈິກາ 2017 ແລະ ທ່ານກໍຈະເຂົ້າຮ່ວມພິທີ ວາງສີຣາເລິກ ກໍ່ສ້າງໂຮງໝໍ ມະໂຫສົດ ຫຼັງໃໝ່ ທີ່ເປັນທຶນ ຊ່ວຍເຫຼືອລ້າ ຈາກຣັຖບານ ຂອງ ທ່ານອີກດ້ວຍ.