ຄວາມປອດພັຍຢູ່ແຂວງ ໄຊສົມບູນ
2017.06.25

ປັດຈຸບັນ ທາງການແຂວງ ໄຊສົມບູນ ກັງວົນ ນຳເຣື່ອງ ຄວາມປອດພັຍ ຂອງຄົນຕ່າງປະເທດ ທີ່ເຂົ້າມາທ່ອງທ່ຽວ ແລະ ມາເຮັດ ທຸຣະກິດ ຍ້ອນວ່າການຮັກສາ ຄວາມປອດພັຍ ໃຫ້ຄົນຕ່າງປະເທດ ຍັງບໍ່ທົ່ວເຖິງ, ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ແຂວງໄຊສົມບູນ ຜູ້ບໍ່ປະສົງ ອອກຊື່ ເມື່ອວັນທີ 23 ມິຖຸນາ 2017:
"ທາງຄນະປະຈຳທາງ ເຈົ້າແຂວງ ກປສ ປກຊ ກໍຄືຕຳຣວດ ທະຫານ ຂະເຈົ້າ ກໍຍັງບໍ່ທັນ ຢາກໃຫ້ເຂົ້າມາ ປານໃດ ເພິ່ນຍັງບໍ່ຢາກໃຫ້ ນັກທ່ອງທ່ຽວ ເຂົ້າມາ ທີ່ເປັນ ນັກທ່ອງທ່ຽວ ຕ່າງປະເທດ ອີງໃສ່ດ້ານ ຄວາມປອດພັຍ ຂອງ ນັກທ່ອງທ່ຽວ ຫັ້ນນະ ເພິ່ນວ່າ ຕ່າງປະເທດ ເຂົ້າມາ ແຂວງໄຊສົມບູນ ແລ້ວແມ່ນເຮົາຈະຕ້ອງ ໄດ້ໄປຜ່ານຫ້ອງວ່າການ ຜ່ານປກສ ປກຊ ແລ້ວຄັນຊັ້ນ ເພິ່ນຍັງບໍ່ຢາກ ໃຫ້ເຂົ້າມາໄດ້ ປານໃດ".
ທ່ານເວົ້າວ່າ ແຂວງໄຊສົມບູນ ເປັນແຂວງຕັ້ງໃໝ່ ໃນປີ 2015. ປັດຈຸບັນ ແມ່ນແຕ່ ຫ້ອງວ່າການແຂວງ ບາງພາກສ່ວນ ກໍຍັງບໍ່ທັນ ສ້າງ ແລ້ວເທື່ອ. ຖນົນຫົນທາງ ສ່ວນໃຫຍ່ ກໍຍັງເປັນດິນແດງ ບໍ່ສະດວກ. ສຸຂສາລາ ກໍຍັງບໍ່ຫລາຍ. ກຳລັງທະຫານ ແລະ ຕຳຣວດ ທີ່ດູແລ ຄວາມປອດພັຍ ກໍຍັງໜ້ອຍ ຂນະທີ່ບາງເຂດ ໃນແຂວງ ກໍຍັງບໍ່ທັນໄດ້ ເຂົ້າໄປກວດກາ. ດັ່ງນັ້ນ ຈຶ່ງກັງວົນວ່າ ຊາວຕ່າງປະເທດ ທີ່ເຂົ້າມາ ອາດເກີດ ອຸບັດຕິເຫດ ໄດ້.
ກ່ຽວກັບເຣື່ອງ ກັມກອນຈີນ ທີ່ເຂົ້າມາສ້າງ ຫ້ອງວ່າການ ແຂວງໄຊສົມບູນ ທີ່ຖືກຍິງ ເສັຽຊີວິດ ເມື່ອວັນທີ 17 ມີຖຸນາ ນັ້ນທາງຕຳຣວດ ກຳລັງສືບສວນ ສອບສວນ ຫາສາເຫດຢູ່ ເພື່ອດຳເນີນ ຄະດີ ຂນະທີ່ ຂ່າວ ຊິນຮົວ ຂອງທາງການ ຈີນ ປະກາດເຕືອນ ຄົນຈີນ ທີ່ອາສັຍ ຢູ່ ສປປລາວ ໃຫ້ລະມັດລະວັງ ເຣຶ່ອງຄວາມປອດພັຍ ຂອງຕົນ.
ກ່ຽວກັບເຣຶ່ອງນີ້ ທາງ ວິທຍຸ ເອເຊັຍເສຣີ ກໍໄດ້ຕິດຕໍ່ ຖາມໄປຍັງ ສະຖານທູດຈີນ ໃນນະຄອນຫລວງ ວຽງຈັນ, ໄດ້ຮັບຄຳຕອບ ຈາກ ເຈົ້າໜ້າທີ່ ຜູ້ບໍ່ປະສົງ ອອກຊື່ແລະສຽງວ່າ ສຳລັບ ກໍຣະນີນີ້ ທາງສະຖານທູດ ກໍໄດ້ປະສານ ໄປຫາ ທາງຕຳຣວດລາວ ໃຫ້ເຂົ້າສືບສວນ ສອບສວນ ເນື່ອງຈາກວ່າ ເຫດເກີດຂຶ້ນ ບໍ່ຢູ່ບ່ອນ ຊຸມຊົນ, ບໍ່ມີໃຜ ເປັນພະຍານ. ຕອນນີ້ ສືບສວນ ສອບສວນ ຍັງບໍ່ມີ ຄວາມຄືບໜ້າ. ທາງ ສະຖານທູດ ກໍໄດ້ແຈ້ງເຕືອນ ໃຫ້ຄົນຈີນ ທີ່ເຮັດວຽກ ຫລື ມາທ່ອງທ່ຽວ ຢູ່ແຂວງນີ້ ຕ້ອງມີສະຕິ ລະວັງຕົວ, ເປັນແຈ້ງການ ເຣຶ່ອງ ຄວາມມປອດພັຍ ໃຫ້ ຄົນຈີນ ທຸກຄົນ. ນອກຈາກນີ້ ທ່ານຍັງບອກອີກວ່າ ທີ່ຜ່ານມາ ເຫດການຄົນຈີນ ຖືກທຳຮ້າຍ ແລະຖືກ ຄາຕກັມ ແບບນີ້ ກໍເກີດມີ ແຕ່ບໍ່ຫລາຍ. ແລະເຫດການ ຄາຕກັມ ກໍມາຈາກ ຫລາຍສາເຫດ ມີທັງ ການລັກຊັບ, ຖືກຄົນ ທ້ອງຖິ່ນຂ້າ.