ຣາຍງານການສຶກສາໃນລາວ
2014.09.12
ອົງການ ເສຖກິດ ໂລກ (WEF) ຣາຍງານ ວ່າ ປະຈຸບັນ ການ ສຶກສາ ໃນລາວ ດີຂຶ້ນ ແຕ່ ຄຣູ ລາວ ເຫັນວ່າ ຍັງມີ ຫລາຍຢ່າງ ທີ່ ຈະຕ້ອງ ໄດ້ ປັບປຸງ.
ແຕ່ ນາຍຄຣູ ໂຮງຮຽນ ໃນຊົນເຜົ່າ ຢູ່ ແຂວງ ຫຼວງນ້ຳທາ ເຫັນວ່າ ປັດຈຸບັນ ການຮຽນ ການສອນ ສໍາລັບ ເດັກນ້ອຍ ຊົນເຜົ່າ ໃນເຂດ ຫ່າງໄກ ສອກຫລີກ ນັ້ນ ຍັງມີ ບັນຫາ ແລະ ອຸປສັກ ຫລາຍຢ່າງ ເປັນຕົ້ນ ອຸປກອນ ການສອນ ການຮຽນ ຮວມທັງ ງົບປະມານ ການ ສຶກສາ ຖືວ່າ ຍັງບໍ່ ເໝາະສົມ ແລະ ບໍ່ ສເມີພາບ ກັບ ໂຮງຮຽນ ໃນຕົວເມືອງ ທົ່ວໄປ. ດັ່ງ ທ່ານ ເວົ້າວ່າ:
"ມັນເປັນ ຈັ່ງຊີ້ ເນາະອັນ ສຳລັບ ເບິ່ງ ສະພາບ ຕົວຈີງ ໃນ ປັດຈຸບັນ ນີ້ ນັກຮຽນ ຢູ່ໃນເຂດ ພູດອຍ ນີ້ນ່າ ແມ່ນ ອ່ານໄດ້ ຂຽນໄດ້ ແຕ່ ມັນບໍ່ຮູ້ ຄວາມຫມາຍ ຍ້ອນວ່າ ເຂົາເຈົ້າ ແມ່ນ ເດັກຊົນເຜົ່າ ອັນນື່ງ ອັນສອງມາ ແມ່ນຄືວ່າ ຕຳລາ ຫັ້ນນະ ຄືວ່າ ຢາກແຂງ ນ້ອຍນື່ງ ບໍ ຫຼື ວ່າແນວໃດ ແລ້ວ ນັກຮຽນ ນີ້ຍັງຮັບ ບໍ່ທັນໄດ້ ເທົ່າທີ່ຄວນ ມັນຍາກໄປ ນ້ອຍນື່ງ ນັກຮຽນ ປ 5 ນັ້ນ ແລ້ວ ພາສາ ພໍ່ແມ່ ເຂົາກໍຍັງ ບໍ່ທັນ ຮູ້ຫມົດ ເພາະເຂົາ ອາຍຸ ບໍ່ຮອດ 10 ປີ".
ທາ່ນເວົ້າ ຕໍ່ໄປວ່າ ໂຮງຮຽນ ໃນເຂດ ພູດອຍ ຊົນເຜົ່າ ນັ້ນ ສ່ວນຫລາຍ ການສອນ ຍັງບໍ່ດີ ເທົ່າທີ່ຄວນ ຍ້ອນສ້າງຕັ້ງ ມາດົນແລ້ວ ແຕ່ ບໍ່ມີການ ປັບປຸງ ຫຍັງເລີຍ ອຸປກອນ ກໍບໍ່ພຽງພໍ ກັບ ຄວາມ ຕ້ອງການ ຂອງ ນັກຮຽນ.
ອິງຕາມ ຣາຍງານ ການແຂ່ງຂັນ ຣະດັບໂລກ ປະຈຳປີ 2014-15 ທີ່ ອອກໂດຍ ອົງການ ເສຖກິດໂລກ ໂດຍການ ປຽບທຽບ ດັຊນີ ຄຸນນະພາບ ການສຶກສາ ຂອງ ປະເທດ ສະມາຊິກ ທັງຫມົດ 144 ປະເທດ ໃນໂລກ ຣະບຸວ່າ ການສຶກສາ ໃນ ສປປລາວ ດີຂຶ້ນ ທີ່ຂຶ້ນ ມາຢູ່ ອັນດັບ ທີ 6 ຂອງ ອາຊຽນ ຂຶ້ນຫນ້າ ປະເທດ ເພື່ອນບ້ານ ຄື ປະເທດໄທ ຢູ່ອັນດັບ ທີ 7 ຂອງ ອາຊຽນ.
ຢ່າງໃດ ກໍຕາມ ຄຣູ ຜູ້ດຽວກັນນີ້ ເວົ້າຕື່ມວ່າ ທ່ານບໍ່ເຄີຍ ໄດ້ຮັບຮູ້ ເລີຍວ່າ ຣະດັບ ການສຶກສາ ຢູ່ລາວ ດີຂຶ້ນ ແລະ ປັດຈຸບັນ ສປປລາວ ກຳລັງ ຈະເປັນ ເຈົ້າພາບ ຈັດ ກອງປະຊຸມ ເຈົ້າຫນ້າທີ່ ອາວຸໂສ ສຶກສາ ອາຊຽນ ບວກສາມ ຮູ້ ພຽງແຕ່ວ່າ ການສຶກສາ ໃນເຂດ ພູດອຍ ບ່ອນທີ່ ທ່ານ ຮັບຜິດຊອບ ນັ້ນ ຍັງຕ້ອງການ ຄວາມ ຊ່ອຍເຫລືອ ແລະ ຕ້ອງການ ປັບປຸງ ຫລາຍສິ່ງ ຫລາຍຢ່າງ.