ທາງການຫ້າມຢ້ຽມນັກໂທດ 3 ຄົນ ຈາກໄທ

ສິດນີ
2016.06.22
F-workers ທ້າວ ສຸການ ໃຈທັດ ນາງ ຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ຍັງຢູ່ໃນຄຸກຄຸມຂັງ ແລະ ຈະຖືກດໍາເນີນ ຄະດີການເມືອງ
citizen Journalist

ຄົນງານລາວ 3 ຄົນ ຈາກ ປະເທດໄທ ທີ່ ຖືກຈັບ ໃນລາວ ອັນໄດ້ແກ່ ທ້າວ ສຸການ ໃຈທັດ, ທ້າວ ສົມພອນ ພິມມະວົງ ແລະ ນາງຫຼອດ ທັມມະວົງ ໃນຂໍ້ຫາ ປັ່ນປ່ວນ ທາງ ດ້ານການເມືອງ ນັ້ນ ມາຮອດ ປັດຈຸບັນ ຍັງບໍ່ມີ ໂອກາດ ໄດ້ພົບຍາດ ພີ່ນ້ອງ ເທື່ອ ເພາະ ທາງການ ລາວ ຍັງ ບໍ່ອະນຸຍາດ ໃຫ້ຢ້ຽມຢາມ ຜູ້ຕ້ອງຫາ ເນື່ອງຈາກ ກຳລັງ ຢູ່ໃນການ ສືບສວນ ສອບສວນ. ທາງຄອບຄົວ ວ່າຈະ ພຍາຍາມ ເກັບເງິນ ເພື່ອໄປຂໍ ອະນຸຍາດ ຢ້ຽມຢາມ ຍ້ອນຄິດວ່າ ຍັງມີ ຄວາມຫວັງຢູ່. ດັ່ງ ສະມາຊິກ ຄອບຄົວ ຂອງ ທ້າວສຸການ ກ່າວວ່າ:

"ເພິ່ນຍັງບໍ່ທັນ ໃຫ້ຢ້ຽມຢາມ ພົວພັນ ກຳລັງເບິ່ງຢູ່ ແຕ່ວ່າເພິ່ນຍັງ ບໍ່ໃຫ້ຢ້ຽມ ເພິ່ນຍັງສືບສວນ ບໍ່ທັນແລ້ວ ເພິ່ນວ່າ ຮູ້ແຕ່ວ່າ ຢູ່ຄຸກ ຫັ້ນແຫຼະ ບໍ່ຮູ້ວ່າ ເປັນຈັ່ງໃດ ຄັນວ່າ ມີເງິນມີຄຳ ກໍຊິໄປເຮັດ ໃບຮ້ອງທຸກ ຮ້ອງຍາກ ຂໍຢ້ຽມເບິ່ງ ຫັ້ນແຫຼະ".

ນາງກ່າວຕື່ມວ່າ ເຖິງແມ່ນວ່າ ທາງຄອບຄົວ ຈະອຸ່ນໃຈ ແດ່ເລັກນ້ອຍ ຫລັງຈາກ ຮູ້ວ່າ ທ້າວ ສຸການ ຍັງມີຊີວິດ ຢູ່ກໍຕາມ ແຕ່ຜູ້ເປັນ ພໍ່ແມ່ ກໍຢາກພົບລູກ ຂອງຕົນ ເພາະບໍ່ໄດ້ ເຫັນກັນ ດົນແລ້ວ. ໃນທຸກມື້ນີ້ ທາງຄອບຄົວ ກໍໄດ້ຈ້າງ ທະນາຍຄວາມ ປະມານ 1 ລ້ານ 1 ແສນກີບ ໃຫ້ຊ່ອຍຕິດຕາມ ກັບ ເຈົ້າຫນ້າທີ່ ຢູ່ ນະຄອນຫຼວງ ວຽງຈັນ ເພື່ອຢາກຮູ້ ຄວາມຄືບໜ້າ ກ່ຽວກັບ ຄະດີ ລູກຊາຍ. ທາງຄອບຄົວ ເວົ້າວ່າ ພວກຕົນ ເປັນຊາວໄຮ່ຊາວນາ ຜູ້ທຸກຍາກ ຈະຫາເງິນ ມາຈ້າງ ທະນາຍຄວາມ ນັ້ນກໍ ຫຍຸ້ງຍາກຫຼາຍ.

ເຖິງຢ່າງໃດ ກໍຕາມ ກ່ອນຫນ້ານີ້ ເຈົ້າຫນ້າທີ່ ຕຳຣວດ ທີ່ ນະຄອນຫຼວງ ວຽງຈັນ ເວົ້າວ່າ ຄົນງານລາວ ສາມຄົນ ດັ່ງກ່າວ ອາດຈະໄດ້ ຮັບໂທດ ບໍ່ໜັກ ປານໃດ ຖ້າສືບສວນ ພົບວ່າ ທັງສາມ ຖືກກຸ່ມຄົນ ບໍ່ດີ ຊັກຈູງໄປ ໃນທາງຜິດ ແຕ່ກໍຂຶ້ນຢູ່ກັບ ທາງສານ ວ່າຈະຕັດສິນ ຄວາມ ອອກມາ ແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.