ທາງການລາວ ສັ່ງຫ້າມ ປະຊາຊົນ ໃນເຂດ ບຶງ ທາດຫລວງ ຊື້ ຂາຍ ທີ່ດິນ.
ນະຄອນຫລວງ ວຽງຈັນ ອອກປະກາດ ເມື່ອບໍ່ດົນ ຜ່ານມາ ຫ້າມ ປະຊາຊົນ 8 ໝູ່ບ້ານ ໃນບໍຣິເວນ ບຶງທາດຫລວງ ເມືອງ ໄຊເສດຖາ ຊື້-ຂາຍ ຫຼື ໂອນ ກັມມະສິດ ນຳໃຊ້ ທີ່ດິນ ເພາະເຂດນັ້ນ ເປັນເຂດ ພັທນາ ພິເສດ ຂອງ ນະຄອນຫລວງ. ດັ່ງເຈົ້າໜ້າທີ່ ຫ້ອງການ ນະຄອນຫລວງ ວຽງຈັນ ທ່ານນຶ່ງ ເວົ້າວ່າ:
“ຕົວນີ້ ເພິ່ນຊີ່ເຮັດ ເປັນໂຄງການ ພັທນາ ເສັ້ນທາງ ພັທນາ ເຂດເສຖກິດ ສະເພາະ ຢູ່ບຶງ ທາດຫລວງ ຜູ້ທີ່ຖືກ ໂຄງການ ຖືວ່າ ບໍ່ໃຫ້ເຈົ້າຂອງ ໃຊ້ດິນ ດິນຂອງ ສູນຮວມ ຂອງຣັດ ຜ່ານມາ ມັນມີດິນ ຂອງຣັດ ຂອງ ເອກກະຊົນ ຜູ້ທີ່ຖືກ ໂຄງການ ຖືວ່າ ໂຈະ ໄວ້ກ່ອນ ບໍ່ໃຫ້ຊື້ ໃຫ້ຂາຍ ປະໄວ້ກ່ອນ ເພາະວ່າຣັຖ ຈະໄປໄກ່ເກັ່ຍ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ການຫ້າມ ດັ່ງກ່າວ ແມ່ນສຳຣັບ ສະເພາະ ທີ່ດິນ ທີ່ຢູ່ໃນ ໂຄງການ ເທົ່ານັ້ນ ຄືທີ່ດິນ ນັບແຕ່ ຫົວຂົວ ທາດຫລວງ ຈົນເຖິງ ຕລາດຈີນ ບ້ານໜອງໜ້ຽງ. ແນ່ນອນ ວ່າ ປະຊາຊົນ ໃນເຂດນັ້ນ ຕ້ອງໄດ້ຮັບ ຜົນກະທົບ ບໍ່ຫລາຍ ກໍໜ້ອຍ; ແຕ່ຈົນເຖິງ ປັດຈຸບັນ ເຈົ້າໜ້າທີ່ ຍັງສຳຣວດ ຢູ່, ຍັງບໍ່ຮູ້ວ່າ ຊາວບ້ານ ຫລາຍປານໃດ ຈະໄດ້ຮັບ ຜົນກະທົບ ຈາກ ໂຄງການ ພັທນາ ດັ່ງກ່າວ.
ນອກຈາກ ໂຄງການນີ້ ແລ້ວ ຈີນ ກຳລັງ ສ້າງເຂດ ບຶງທາດຫລວງ ໃຫ້ກາຍເປັນ ເມືອງໃໝ່ ທີ່ທັນສມັຍ ຈະມີຕຶກ ອາຄານສູງໆ ຮ້ານຄ້າ ຫ້ອງການ ແລະ ບ່ອນ ຢູ່ອາສັຍ ຊຶ່ງຜູ້ເຂົ້າມາ ຢູ່ສ່ວນຫລາຍ ຈະແມ່ນຄົນຈີນ ຫລາຍພັນ ຄົນ.