ຄົນວຽດນາມຢູ່ລາວ ແບບຜິດກົດໝາຍ

ມະນີຈັນ
2017.07.06
f-viet ທົ່ງນາປູກເຂົ້າ ຂອງຊາວວຽດນາມ ໃນລາວ
Public Domain

ຊາວວຽດນາມ ເຂົ້າມາຕັ້ງຖິ່ນຖານ ແບບບໍ່ຖືກຕ້ອງ ຕາມກົດໝາຍ ເປັນຈໍານວນຫຼາຍ ຢູ່ບໍຣິເວນ ຊາຍແດນ ລາວ-ວຽດນາມ ໃນແຂວງ ຜົ້ງສາລີ ໃນຣະດູເຮັດນາ ແລະ ຮັບຈ້າງ ຕັດໄມ້ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກທາງການ. ພວກເຂົາເຈົ້າ ເຂົ້າມາຢູ່ໃນເຂດ ຫ່າງໄກ ຈາກ ການກວດກາ ຂອງເຈົ້າໜ້າທີ່ ບ່ອນທີ່ເຈົ້າໜ້າທີ່ ເຂົ້າໄປບໍ່ເຖິງ, ດັ່ງຊາວບ້ານຫ້ວຍຈິກ, ເມືອງໃໝ່ ແຂວງຜົ້ງສາລີ ກ່າວເມື່ອວັນທີ 5 ກໍຣະກະດານີ້ ວ່າ:

"ມີໆ ແຕ່ວ່າບ່ອນຫ່າງໄກ ສອກຫລີກ. ໄກຄົນໄປບໍ່ຮອດ ຢູ່ຫ່າງໄກສອກຫລີກ ມັນມີຈຸນັ້ນ ເຂົ້າມາຈ້າງປາດໄມ້ບໍ່ ມາຂຸດດິນ ມາດໍານາ ມີອັນນັ້ນ ມາເປັນຣະດູ ເຂົາກໍກັບຄືນ ເມືອດອກ ຍາດພີ່ນ້ອງເຂົາ ເອົາເຂົ້າມາ ບໍ່ມີບັດ ບໍ່ມີໃບດອກຫັ້ນນະ."

ປັດຈຸບັນ ຊາວວຽດນາມ ທີ່ເຂົ້າມາອາສັຍ ຢູ່ເຂດເທສບານ ເມືອງຕ່າງໆ ທົ່ວແຂວງຜົ້ງສາລີ ຖືກທາງການລາວ ໃຫ້ຂຶ້ນທະບຽນ ແລະ ມີໃບອະນຸຍາດ ໃຫ້ຢູ່ໄດ້ຊົ່ວຄາວ 3 ເດືອນຫາ 6 ເດືອນ. ເຈົ້າໜ້າທີ່ເມືອງໃໝ່ ຊຶ່ງເປັນເມືອງ ຊາຍແດນ ຕິດກັບ ແຂວງດຽນບຽນຟູ ຂອງວຽດນາມ ຢືນຢັນວ່າ ຊາວວຽດນາມ ຈໍານວນຫຼວງຫຼາຍ ເຂົ້າມາອາສັຍ ຢູ່ໃນເມືອງໃໝ່ນີ້ ແລະທາງການລາວ ກໍໃຫ້ພວກເຂົາເຈົ້າ ຂຶ້ນທະບຽນຊົ່ວຄາວໝົດແລ້ວ. ບໍ່ມີຊາວວຽດນາມ ຢູ່ແບບຜິດກົດໝາຍນັ້ນແລ້ວ.

"ຢູ່ເມືອງໃໝ່ນີ້ ກະບໍ່ມີໃດ໊ ບໍ່ເຫັນໆ ຄົນທີ່ມາຕັ້ງພູມລໍາເນົາ ຜິດກົດໝາຍນີ້ລະບໍ່ມີ."

ແຕ່ໜັງສືພິມ ກອງທັບ ປະຊາຊົນລາວ ຣາຍງານວ່າ ພົລຕຣີ ຄໍາລຽງ ອຸທະໄກສອນ, ຮອງຫົວໜ້າ ກົມໃຫຍ່ ເສນາທິການ ກອງທັບ ປະຊາຊົນລາວ, ກ່າວໃນກອງປະຊຸມ ທະຫານ ແຂວງຜົ້ງສາລີ ເມື່ອອາທິດແລ້ວນີ້ວ່າ ແຂວງຜົ້ງສາລີ ມີຄົນວຽດນາມ ເຂົ້າມາຕັ້ງພູມລໍາເນົາ ຢ່າງບໍ່ໄດ້ຮັບ ອະນຸຍາດ ແລະ ແຕ່ງດອງ ກັບຄົນລາວ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຫຼາຍ, ທະຫານ ແລະ ຕໍາຣວດ ຄວນຕິດຕາມ ແລະ ແກ້ໄຂບັນຫາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.