ທ.ບຸນທັນບໍ່ມີໂອກາດ ສູ້ຄະດີ
2015.10.06
ພາຍຫລັງ ທີ່ ສານ ນະຄອນຫຼວງ ຕັດສິນ ທ້າວ ບຸນທັນ ທໍາມະວົງ ອາຍຸ 52 ປີ ເຊື້ອຊາດລາວ ສັນຊາດ ໂປແລັນ ໃນ ວັນທີ 18 ກັນຍາ ໃນ ຂໍ້ຫາ ໂຄສະນາ ຕ້ານ ສປປລາວ ແລະ ໃສ່ຮ້າຍ ປ້າຍສີ ແນວທາງ ນະໂຍບາຍ ຂອງ ພັກ ແລະ ຣັຖບານ ລາວ ຜ່ານ ສື່ສັງຄົມ ອອນລາຍ, ໂດຍ ການຕັດ ອິສຣະພາບ ຈໍາຄຸກ 4 ປີ 9 ເດືອນ.
ຫລ້າສຸດ ນາງ ບາບາຣາ ປັກລັກ ທໍາມະວົງ Barbara Paklak-Thammavong ອາຍຸ 49, ພັລຍາ ຂອງ ທ້າວ ບຸນທັນ ທໍາມະວົງ ໄດ້ເວົ້າຜ່ານ ສື່ ວ່າ ຕົນເອງ ບໍ່ສະບາຍໃຈ ເນື່ອງຈາກ ວ່າ ສາມີ ຖືກ ຕັດສິນ ໂດຍ ທີ່ບໍ່ມີ ທະນາຍຄວາມ ຊ່ອຍສູ້ ຄະດິີ. ດັ່ງ ນາງໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ມັນເປັນເລື້ອງ ທີ່ ໜ້າເສົ້າ ທີ່ ຈໍາຄຸກ ລາວ [ບຸນທັນ] ໂດຍ ທີ່ ຜົວຂອງຂ້ອຍ ບໍ່ມີ ທະນາຍຄວາມ ມາຊ່ວຍ ສູ້ ຄະດີ ແລະ ບໍ່ ໄດ້ຮັບການ ຊ່ວຍເຫຼືອ ໃດໆ ເລີຍ".
ນາງ ຍັງກ່າວ ອີກວ່າ:
"ກໍຍັງມີ ຄວາມຫວັງ ທີ່ ຈະໄດ້ພົບ ກັບ ສາມີ ຂອງຕົນ ແລະ ຕ້ອງການ ຢາກໃຫ້ ສາມີ ກັບ ປະເທດ ໂປແລັນ".
ນາງ ບາບາຣາ ເລົ່າວ່າ, ລາວ ບໍ່ສາມາດ ຕິດຕໍ່ ກັບ ທ້າວ ບຸນທັນ ຕັ້ງແຕ່ ເດືອນ ມິຖຸນາ ເປັນຕົ້ນມາ ຈົນຮອດ ເດືອນ ກໍຣະກະດາ ຈຶ່ງໄດ້ຂ່າວ ວ່າ ສາມີ ຖືກຈັບ.
ຫລັງຈາກ ນັ້ນ ນາງ ກໍໄດ້ ຕິດຕໍ່ ຫາ ເຈົ້າໜ້າທີ່ ສະຖານທູດ ໂປແລັນ ປະຈໍາ ປະເທດໄທ ຂໍໃຫ້ ປະສານ ກັບ ທາງການ ລາວ ເພື່ອ ຂໍເຂົ້າຢ້ຽມ ທ້າວ ບຸນທັນ ຢູ່ໃນຄຸກ.
ສອງ ສັປດາ ກ່ອນທີ່ ຈະມີການ ຕັດສິນ, ເຈົ້າໜ້າທີ່ ຈາກ ສະຖານທູດ ໂປແລັນ ໄດ້ໄປພົບ ກັບ ທ້າວ ບຸນທັນ ຢູ່ ນະຄອນຫຼວງ ວຽງຈັນ, ທາງການ ລາວ ກໍ ອະນຸຍາດ ໃຫ້ ເຈົ້າໜ້າທີ່ ຈາກ ສະຖານທູດ ໂປແລັນ ພົບກັບ ທ້າວ ບຸນທັນ ພຽງແຕ່ 2 ນາທີ ເທົ່ານັ້ນ.
ໃນປີ 1990 ຢູ່ ປະເທດ ໂປແລັນ, ທ້າວ ບຸນທັນ ທໍາມະວົງ ເຄີຍພາ ນັກສຶກສາ ລາວ ຫົວກ້າວໜ້າ ປະທ້ວງ ທາງການ ລາວ. ທ້າວ ບຸນທັນ ໄດ້ ແຕ່ງງານ ກັບ ນາງ ບາບາຣາ ໃນປີ 1993 ແລະ ມີລູກ ນໍາກັນ 2 ຄົນ.
ເມື່ອ ປະມານ 5 ປີ ກ່ອນ ທ້າວ ບຸນທັນ ໄດ້ ຕັດສິນໃຈ ກັບເມື່ອ ປະເທດ ລາວ ເພື່ອເຮັດ ທຸຣະກິດ ຮ່ວມກັບ ນັກ ທຸຣະກິດ ຊາວໂປແລັນ. ທ້າວ ບຸນທັນ ຖືກຈັບ ໃນເດືອນ ມິຖຸນາ 2015.