ສະຫະຣັຖປະກາດໃຫ້ທຶນ ສຶກສາ ຕໍ່


2013.10.14
F-Dan Clune ທ່ານ Dan Clune ກ່າວປາສັຍຕໍ່ນັກສຶກສາລາວ ທີ່ເຂົ້າຮຽນພາສາອັງກິດ ແລະ ອາຈານສອນ ທີ່ IRC
US Embassy in Laos/PDS

 

ສະຖານທູດສະຫະຣັຖອະເມຣິກາປະຈໍາລາວ ປະກາດໂຄງການ ໃຫ້ ທຶນແລະການແລກປ່ຽນໂດຍທົ່ວໄປແກ່ນັກສຶກສາທີ່ບໍ໋ທັນຈົບປຣິນຍາ ຕຣີຫລື UGRAD ເປີດຮັບສມັກເອົານັກສຶກສາຈາກລາວເພື່ອໄປຮຽນ ຂະແໜງວິຊາຕ່າງໆ ຢູ່ມະຫາວິທຍາໄລຂອງສະຫະຣັຖ.ໃນລະຍະສັ້ນ ເຄິ່ງປີການສຶກສາຫລືນຶ່ງປີການສຶກສາເຕັມ.ຈຸດປະສົງລວມ ຂອງໂຄງ ການແມ່ນສໍາລັບໃຫ້ຜູ້ນໍານັກສຶກສາ ກຸ່ມຕ່າງໆໃນທົ່ວເອເຊັຽ ຕະເວັນ ອອກເພື່ອໃຫ້ມີປະສົພການແລກປ່ຽນກັບມະຫາວິທຍາໄລ ຫລືວິທຍາ ໄລລະດັບສູງໃນສະຫະຣັຖໆ.

ສໍາລັບນັກສຶກສາທີ່ຮຽນຢູ່ນອກປະເທດນັ້ນຈະບໍ່ມີສິດສມັກຮັບເອົາທຶນ ດັ່ງກ່າວ. ເງື່ອນໄຂໃນການຮັບສມັກ ມີດັ່ງນີ້: 1-ເປັນຄົນລາວ ອາຍຸ ລະຫ່ວາງ 18 ຫາ 24 ປີ. ເວົ້າລະອຽດ ຕ້ອງມີອາຍຸຢ່າງຕໍ່າ 18 ປີ ໃນເວລາເດີນທາງໄປເຖິງສະຫະຣັຖແລະ 24 ປີ ຫລືນ້ອຍກ່ວາ 24 ປີໃນເວລາຍື່ນຄໍາຮ້ອງສມັກ.

2. ຮຽນຈົບປີ ທີ1 ທີ2 ຫລື ປີທີ3 ຂອງມະຫາວິທຍາໄລຫລືວິທຍາໄລຂັ້ນສູງຂອງການສຶກສາຊັ້ນປຣິນຍາຕຣີທີ່ມະຫາວິທຍາໄລຮັບຮູ້ເຄຣດິຕ.

3. ມີຄວາມຮູ້ດ້ານພາສາອັງກິດໂດຍມີຄະແນນ TOEFL ຕໍ່າສຸດ 500 ຄະແນນໝາຍເຖິງ 61 TOEFL iBTຫລື 173 TOEFL CBT.

4. ມີຄຸນນະສົມບັດການເປັນຜູ້ນໍາ ຕລອດສົກປີການສຶກສາ ເຮັດວຽກອາສາສມັກຊ່ວຍຊຸມຊົນ ຫລືເຮັດວຽກໃນກິຈກັມນອກຫລັກສູດ. ລາຍລະ ອຽດຕ່າງໆໃນການຍື່ນຄໍາຮ້ອງ ກະຣຸນນາຕິດຕໍ່ຢູ່ສະຖານທູດສະຫະຣັຖ ທີ່ນະຄອນຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.