ໃນວັນ ອັງຄານ ທາງການ ສະຫະຣັຖ ໄດ້ຈັດ ສຳມະນາ ກ່ຽວກັບ ການ ສືບສວນ ຊັບສິນ ທາງ ປັນຍາ ແກ່ ເຈົ້າຫນ້າທີ່ ຕຳຣວດ ລາວ ແລະ ກຳພູຊາ 50 ຄົນ. ຕົວແທນ ຈາກ ກະຊວງ ຕ່າງ ປະເທດ ສະຫະຣັຖ ກະຊວງ ຮັກສາ ຄວາມສງົບ ພາຍໃນ ແລະ ຫ້ອງການ ສິດທິບັດ ແລະ ເຄື່ອງຫມາຍ ການຄ້າ ສະຫະຣັຖ ຈະໃຫ້ ຄວາມຮູ້ ແລະ ເທັກນິກ ໃນການ ສືບສວນ ໃນ ສະພາບການ ຕົວຈິງ ໃນການ ສຳມະນາ ເປັນເວລາ ສາມວັນ. ອີງຕາມ ຖແລງການ ຈາກ ສະຖານທູດ ສະຫະຣັຖ ປະຈຳ ກຸງ ພະນົມເປັນ.
ຖແລງການ ຣະບຸວ່າ ການປົກປ້ອງ ສິດທິ ທາງປັນຍາ ເປັນບັນຫາ ທ້າທາຍ ລາຍໃຫຍ່ ໃນ ສັດຕະວັດ ທີ 21 ນີ້ ທ່ານ JEFF DAIGLE ອຸປທູດ ສະຫະຣັຖ ທີ່ກຸງ ພະນົມເປັນ ກ່າວໃນ ພິທີ ເປີດ ສຳມະນາ ວ່າ ປະເທດ ທີ່ມີການ ປົກປ້ອງ ຊັບສີນ ທາງ ປັນຍາ ຈະມີຄວາມ ເຂັ້ມແຂງ ທາງດ້ານ ເສຖກິດ ດ້ວຍ ວັທນະທັມ ປະເພນີ ອັນງົດງາມ ແລະ ຄວາມຄິດ ປະດິດ ສ້າງທີ່ ທັນສມັຍ ແລະ ວ່ອງໄວ.
ທ່ານ ເວົ້າວ່າ ເປັນທີ່ຄາດ ກັນວ່າ ໃນແຕ່ລະ ປີ ຢາປອມ ເຮັດໃຫ້ຄົນ ເສັຽຊີວີດ ໃນທົ່ວໂລກ ປະມານ 7 ແສນຄົນ ດັ່ງນັ້ນ ຈື່ງເປັນສີ່ງ ສຳຄັນ ໃນການ ປົກປ້ອງ ຊັບສີນ ທາງ ປັນຍາ. ສປປລາວ ແລະ ກຳພູຊາ ມີ ສິນຄ້າ ລອກແບບ ວາງຂາຍ ໃນທ້ອງ ຕລາດ ຢ່າງ ຫລວງຫລາຍ ແລະ ກໍເປັນ ອັນຕຣາຍ ແກ່ຜູ້ ບໍຣິໂພຄ.