ສະຫະຣັຖ ຈະຊ່ອຍເຫຼືອລາວ ຝຶກສອນ ຄຣູພາສາອັງກິດ

ທ່ານ ປີເຕີ້ຣ໌ ເຮມ໋ອນດ໌, ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ຮ່ວມລົງນາມ ເຊັນສັນຍາ ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອນຳເອົາ ຜູ້ຊ່ຽວຊານ ດ້ານພາສາອັງກິດ ຈຳນວນ 3 ທ່ານ ແລະ ຜູ້ຊ່ວຍ ຄຣູສອນພາສາອັງກິດ ຈຳນວນ 11 ທ່ານ ເພື່ອສິດສອນ ໃນ ສປປ ລາວ. ນະຄອນຫຼວງວຽງຈັນ ວັນທີ 28 ທັນວາ 2022.
ທ່ານ ປີເຕີ້ຣ໌ ເຮມ໋ອນດ໌, ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ຮ່ວມລົງນາມ ເຊັນສັນຍາ ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອນຳເອົາ ຜູ້ຊ່ຽວຊານ ດ້ານພາສາອັງກິດ ຈຳນວນ 3 ທ່ານ ແລະ ຜູ້ຊ່ວຍ ຄຣູສອນພາສາອັງກິດ ຈຳນວນ 11 ທ່ານ ເພື່ອສິດສອນ ໃນ ສປປ ລາວ. ນະຄອນຫຼວງວຽງຈັນ ວັນທີ 28 ທັນວາ 2022. (ຮູບພາບ: U.S. Embassy in Vientiane)

0:00 / 0:00

ສະ​ຖານ​ທູຕ​ ສະ​ຫະ​ຣັຖອາ​ເມ​ຣິ​ກາ​ ປະ​ຈຳ​ລາວ ຈະ​ນໍ​າ​ເອົາ​ຄ​ຣູ​ສອນ​ ພາ​ສາ​ອັງ​ກິດ ມາ​ຊ່ອຍ​ຝຶກ​ອົບ​ຮົມ ພາ​ສາ​ອັງ​ກິດ ໃຫ້ຄ​ຣູ ໃນ​ປະ​ເທດ​ລາວ ໃນ​ສົກ​ການ​ສຶກ​ສາ ປີ 2022-2023. ໃນ​ຂະ​ນະ​ທີ່ ນັກ​ສຶກ​ສາ​ບາງ​ຄົນ​ກໍ​ເຫັນ​ວ່າ ພາ​ສາ​ອັງ​ກິດ ​ຍັງ​ມີ​ຄວາມ​ສຳ​ຄັນ​ຫຼາຍ ກວ່າ​ພາ​ສາ​ອື່ນ ໃນ​ປັດ​ຈຸ​ບັນ.

ນັກ​ສຶກ​ສາ ພາກ​ວິ​ຊາພາ​ສາ​ອັງ​ກິດ ຄະ​ນະ​ອັກ​ສອນ​ສາ​ຕ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາຕ​ລາວ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ ເສ​ຣີ ໃນ​ວັນ​ທີ 30 ທັນ​ວາ 2022 ວ່າ:

" ຖ້າ ​ຫາກວ່າ ຮຽນ​ພາ​ສາ​ຈີນ ກໍ​ຈະ​ໃຊ້​ພາ​ສາ​ຈີນ​ຢ່າງ​ດຽວ ໄປ​ປະ​ເທດ​ອື່ນບໍ່​ໄດ້ ແລ້ວ​ເວົ້າ​ພາ​ສາ​ອັງ​ກິດບໍ່​ໄດ້ ກໍ​ເຮັດ​ຫຍັງ​ບໍ່​ໄດ້ ແຕ່​ວ່າ ເວົ້າ​ພາ​ສາ​ອັງ​ກິດ​ໄດ້​ແລ້ວ ກໍ​ຄື ໄປ​ປະ​ເທດ​ໃດ ກໍ​ສາ​ມາດ​ໃຊ້​ພາ​ສາ​ອັງ​ກິດ ສື່​ສານ​ກັບ​ຄົນ​ຕ່າງ​ຊາ​ຕ ໄດ້​ແບບນີ້."

​ໃນ​ຂະ​ນະ​ທີ່ ປັດ​ຈຸ​ບັນ ມີ​ໂຮງ​ຮຽນ​ສອນ​ພາ​ສາ​ຈີນ ຢູ່​ປະ​ເທດ​ລາວ ຫຼາຍ​ຂຶ້ນ ນັບ​ແຕ່ ຈີນ​ເຂົ້າ​ມາ​ມີ​ອິດ​ທິ​ພົນ​ຢູ່​ປະ​ເທດ​ລາວ ໂດຍ​ສະ​ເພາະ ໄດ້ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ແລະ ໂຄງ​ການ​ຕ່າງໆ ທີ່​ຈີນ​ເຂົ້າ​ມາ​ລົງ​ທຶນ ຈົນ​ຄ​ຣູ ​ຢູ່​ບາງ​ໂຮງ​ຮຽນ​ເຂົ້າ​ໃຈ​ວ່າ ພາ​ສາ​ຈີນ ສຳ​ຄັນ​ຄື​ກັນ​ພາ​ສາ​ອັງ​ກິດ.

ຄ​ຣູ ​ຂອງໂຮງ​ຮຽນ​ປະ​ຖົມ​ສຶກ​ສາ ​ແຫ່ງ​ນຶ່ງ ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ກ່າວ​ວ່າ:

" ສະ ເພາະ ​ພາ​ສາ​ຈີນນີ້​ເນາະ ພວກ​ຢູ່​ເຂດນອກ​ຈະ​ຍັງ​ບໍ່​ທັນ​ໄດ້ ແຕ່​ຢູ່​ໃນ​ເມືອງນີ້ ຂະ​ເຈົ້າ​ຈະ​ໄດ້​ໃຊ້​ຫຼາຍ​ຢູ່ເນາະ ແຕ່​ກໍ​ຄື​ວ່າ ມັນ​ກໍ​ມີ​ບົດ​ບາດເທົ່າໆ ກັນ ກໍ​ຄື​ວ່າ ການ​ຮຽນ​ດຽວນີ້ ຫັ້ນ​ເນາະ ຂ​ແນງ​ການ​ໃດ ເຂົາ​ກໍ​ຕ້ອງ​ການ​ວ່າ ຜູ້​ທີ່​ມີ​ຄວາມ​ຮູ້ ຄວາມ​ສາ​ມາດ​ຫຼາຍ​ຢ່າງຫັ້ນ​ນ່າ​ເນາະ ເພາະ​ວ່າ ຄັນ​ເຮົາ​ຮູ້​ພາ​ສາ​ອັງ​ກິດ​ ແຕ່ ບໍ່​ຮູ້​ພາ​ສາ​ຈີນ ຄັນ​ເຮັດ​ວຽກ​ມັນ​ກໍ​ຍາກ​ຄື​ກັນ​ດຽວນີ້ຫັ້ນ. ບາງ​ໂຮງ​ຮຽນ​ຂະ​ເຈົ້າ​ກໍ​ວ່າ ເອີ ເຈົ້າ​ຕ້ອງ​ຮູ້​ພາ​ສາ​ຈີນດ້ວຍ​ເດີ ແນວ​ນັ້ນ ແນວນີ້ ຫັ້ນ​ນ່າ ເພາະ​ວ່າ ເຮົາ​ໄປ​ສ​ມັກ​ງານ​ຫັ້ນ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄ​ຣູ​ສອນ​ພາ​ສາ​ອັງ​ກິດ ​​ໃນ​ໂຮງ​ຮຽນ​ສາ​ມັນ​ທົ່ວ​ໄປ ຢູ່​ປະ​ເທດ​ລາວ ຍັງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ.

ຄ​ຣູ​ໂຮງ​ຮຽນ​ປະ​ຖົມ ຄົນ​ດຽວ​ກັນ​ນີ້ ກ່າວ​ຕື່ມ​ວ່າ:

" ຂະ ​ເຈົ້າ​ຈະ​ເຣີ່ມ​ຮຽນ​ຕັ້ງ​ແຕ່​ປະ​ຖົມ​ປີທີ 3 ເນາະ ຢູ່​ລາວ ສາ​ເຫດ​ມັນ​ກໍ​ຄື​ວ່າ ໂດຍ​ສະ​ເພາະ​ອ້າຍ​ກໍ​ຍັງ​ບໍ່​ໄດ້​ພາ​ສາ​ອັງ​ກິດ​ເທື່ອ ຂ​ນາດ​ເປັນ​ຄ​ຣູ​ສອນ ກໍ​ຢ່າງ​ທີ່​ວ່າ​ຫັ້ນ​ແຫຼະ ມັນ​ບໍ່​ໄດ້​ມີ​ໂອ​ກາດ​ຮຽນ ໂດຍ​ສ​ະ​ເພາະ​ຄົນ​ທີ່​ຢູ່​ເຂດນອກ ຫັ້ນ​ນ່າ​ເນາະ ການ​ໃຊ້​ພາ​ສາ​ອັງ​ກິດ ມັນ​ກໍ​ຄື​ວ່າ ມັນ​ບໍ່​ໄດ້​ໃຊ້​ຫັ້ນ​ນ່າ ຂະ​ເຈົ້າ​ກໍ​ບໍ່​ທັນ​ລົງ​ເລິກ​ເຣື່ອງນີ້​ເທື່ອ."

ຢູ່​ປະ​ເທດ​ລາວ​ສ່ວນ​ຫຼາຍ ຍັງ​ຂາດຄ​ຣູ​ທີ່​ຈົບ​ມາ​ສະ​ເພາະດ້ານ​ພາ​ສາ​ອັງ​ກິດ ສະ​ນັ້ນ ຄ​ຣູ​ຄົນ​ນຶ່ງ ຕ້ອງ​ສອນ​ຄວບ​ຫຼາຍ​ວິ​ຊາ​ໄປ​ພ້ອມ​ກັນ ແລະ ທັງ​ມີ​ການ​ຄວບ​ຫ້ອງ​ຮຽນ​ໄປ​ນຳ​ອີກ. ຜູ້​ປົກ​ຄອງ​ນັກ​ຮຽນ​ມັ​ທ​ຍົມ​ສຶກ​ສາ ​ປີ​ທີ 2 ທ່ານ​ນຶ່ງ ໄດ້​ກ່າວ ວ່າ:

" ໂອ້ ​ອັນ​ນີ້ ມັນ​ຂຶ້ນ​ກັບ​ທ້ອງ​ຖິ່ນເນາະ ມັນ​ຂຶ້ນ​ຢູ່​ກັບ​ບ່ອນ​ທີ່​ຂະ​ເຈົ້າ​ສອນ​ຫັ້ນ ເວົ້າ​ເຣື່ອງ​ນາຍ​ຄ​ຣູສອນ​ຫັ້ນ​ແຫຼະ ຄ​ຣູ​ສອນ​ຫັ້ນ ມັນ​ບໍ່​ໄດ້ນຶ່ງ​ມາ ນາຍ​ຄ​ຣູ​ເຮົາ ມັນ​ກະ​ບໍ່​ແມ່ນ ນາຍ​ຄ​ຣູ​ພາ​ສາ​ອັງ​ກິດແທ້ ໄປ​ສອນ​ເນາະ ແມ່ນ​ນາຍ​ຄ​ຣູ​ຜູ້​ດຽວ​ສອນ 4-5 ວິ​ຊາ ລວມ​ທັງ​ພາ​ສາ​ອັງ​ກິດແດ່ ຄັນເຮົາ​ອີງ​ໃສ່​ເອົາ​ນາຍ​ຄ​ຣູ​ພາ​ສາ​ອັງ​ກິດ ແທ້ມາ​ສອນ​ແທ້ ມັນ​ກໍ​ໄດ້​ຫັ້ນ​ນ່າ."

ສຳ​ລັບ​ໂຄງ​ການ ​ທີ່​ທາງ​ສະ​ຖານ​ທູຕ ສ​ະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຈະນຳ​ເອົາ​ຄ​ຣູ​ສອນ​ ພາ​ສາ​ອັງ​ກິດ ມາ​ຊ່ອຍ​ຝຶກ​ອົບ​ຮົມ ໃຫ້​ຄ​ຣູ​ລາວ​ນັ້ນ ຈະ​ເລີ່​ມ​ຕົ້ນ ຈາກ​ນະ​ຄນ​ຫລວງວຽງ​ຈັນ ແລ້ວ ຫຼັງ​ຈາກ​ນັ້ນ ກໍ​ຈະ​ຂ​ຍາຍ​ໄປ​ແຂວງ​ອື່ນໆ.

ສ່ວນ​ວ່າ ນັກ​ນ​ຮຽນ​ທີ່​ມີ​ໂອ​ກາດ ​ຮຽນ​ຮຽນ​ພາ​ສາ​ອັງ​ກິດ ແລະ ພາ​ສາ​ອື່ນໆ ສ່ວນ​ຫຼາຍ​ມາ​ຈາກ​ຄອບ​ຄົວ​ທີ່ມີ​ຄວາມ​ເປັນ​ຢູ່​ທີ່​ດີ. ເຈົ້າ​ໜ້າ​ທີ່ ​ເຮັດ​ວຽກ​ດ້ານ​ການ​ສຶກ​ສາ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ຢູ່ ໂຮງ ຮຽນ ມັນ ເປັນ ແຜນ ການ ຂອງ ກະ ຊວ ສຶກ ສາທິ ການ ພວກ ເຮົາ ກໍ ຝຶກ ອົບ ຮົມ ຣູສອນ ພາ ສາ ອັງ ກິດປະ ຖົມ ມັ ຍົມ . ປາຍ ແຕ່ ມັນ ກໍ ເວົ້າ ເຣື່ອງ ແບບ ຄັນ ຖ້າ ໃນ ເມືອງ ຖ້າ ຖາ ນະ ທາງ ບ້ານ ທາງ ຄອບ ຄົວ ດີ ເພິ່ນ ກໍ ສົ່ງ ເສີມ ໃຫ້ ຮຽນ ."

ໃນ​ວັນ​ທີ 28 ທັນ​ວາ ທີ່​ຜ່ານ​ມາ ທ່ານ ປີ​ເຕີຣ໌ ເຮ​ມ໋ອນດ໌ (Peter M. Haymond) ເອກ​ອັກ​ຄະ​ຣັ​ຖ​ທູຕ ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ປະ​ຈຳ​ ສປປ ລາວ ໄດ້​ຮ​ວ່ມ​ລົງ​ນາມ ເຊັນ​ສັນ​ຍາ ຮ່ວມ​ມືກັບ​ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ເພື່ອ​ນຳ​ເອົາ​ຜູ້​ຊ່ຽວ​ຊານ ທາງ​ດ້ານ​ພາ​ສາ​ອັງ​ກິດ ຈຳ​ນວນ 3 ທ່ານ ແລະ ຜູ້​ຊ່ວຍ​ຄ​ຣູ​ສອນ​ພາ​ສາ​ອັງ​ກິດ ຈຳ​ນວນ 11 ທ່ານ ເພື່ອ​ມາ​ສອນ​ພາ​ສາ​ອັງ​ກິດ​ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ລວມ​ເຖິງ​ພາກ​ເໜືອ ແລະ ພາ​ກ​ໃຕ້ ພາຍ​ໃນ​ປະ​ເທດ​ລາວ ໃນ​ສົກ​ການ​ສຶກ​ສາ 2022-2023.

ກ່ອນ​ໜ້ານີ້ ເວ​ບ​ໄຊ້ຕ໌ ທີ່​ຊື່​ວ່າ EF English Proficiency Index ໄດ້​ຈັດ​ອັນ​ດັບ ​ທັກ​ສະ​ພາ​ສາ​ອັງ​ກິດຂອງ​ຄົນ​ລາວ ຢູ່​ໃນ​ອັນ​ດັບ​ທີຕ່ຳ​ທີ່​ສຸດ ໃນ​ບັນ​ຫາ​ດາ ​ປະ​ເທດ​ອາ​ຊ້ຽນ 10 ປະ​ເທດ ແລະ ເປັນ​ອັນ​ດັບທີ 111 ຂອງ​ໂລກ ເຊິ່ງ​ເປັນ​ອັນ​ດັບ​ທີ່​ຕ່ຳ.