ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ທີ່ ເດີນທາງ ມາຮ່ວມ ກອງປະຊຸມ ອາຊຽນ ທີ່ ນະຄອນຫຼວງ ວຽງຈັນ ຖແລງ ຕໍ່ ນັກຂ່າວ ໃນວັນທີ 26 ກໍຣະກະດາ ນີ້ວ່າ; ທ່ານໄດ້ນໍາເອົາ ຫຼາຍໆບັນຫາ ທີ່ ບັນດາ ປະເທດ ແລະ ພູມີພາກ ກໍາລັງ ປະເຊີນຢູ່ ມາ ສົນທະນາ. ນຶ່ງໃນນັ້ນ ກໍແມ່ນ ແມ່ນໍ້າຂອງ ເພາະວ່າ ແມ່ນໍ້າຂອງ ເປັນແມ່ນໍ້າ ສາກົນ ທີ່ ໄຫລຜ່ານ ຫຼາຍປະເທດ ຕັ້ງແຕ່ ປະເທດຈີນ ລົງໄປຮອດ ພາກໃຕ້ ຂອງ ປະເທດ ວຽດນາມ. ແມ່ນໍ້າ ສາຍນີ້ມີ ຊັພຍາກອນ ອັນລໍ້າຄ່າ ທີ່ ປະຊາຊົນ ຫຼາຍປະເທດ ອາສັຍ ເພື່ອລ້ຽງຊີບ ມັນມີ ຄວາມສໍາຄັນ ທີ່ສຸດ ຕ້ອງປົກປັກ ຮັກສາ ໃຫ້ດີ:
"ນຶ່ງ ແນ່ນອນແລ້ວ ພວກທ່ານ ໄດ້ ສົນທະນາ ກັນ ໃນຫຼາຍໆ ບັນຫາ ທ້າທາຍ ໃນ ພູມີພາກ ແລະ ບັນຫາ ຂ້າມຊາຕ ນັບແຕ່ ບັນຫາ ການກໍ່ການຮ້າຍ ບັນຫາ ການປ່ຽນແປງ ຂອງດິນຟ້າ ອາກາດ ໄປຮອດ ການພັທນາ ທີ່ ຍືນຍົງ ໂດຍສະເພາະ ທ່ານ ມີ ຄວາມພູມໃຈນໍາ ຂໍ້ລິເລີ້ມ ແມ່ນໍ້າຂອງ ຕອນລຸມ ເຣື້ອງນໍາໃຊ້ ຊັພຍາກອນ ທີ່ ລໍ້າຄ່າ ທີ່ ເປັນຂອງ ສາກົນ. ມັນເປັນແຫລ່ງ ທໍາມາ ຫາກິນ ທີ່ສໍາຄັນ ມີຄຸນຄ່າ ທັງ ການຄ້າ ຊຶ່ງ ມັນມີ ຄວາມສໍາຄັນ ທີ່ ຊັພສິນ ເລົ່ານີ້ ຕ້ອງໄດ້ ຮັບການ ປົກປັກ ຮັກສາ".
ເພື່ອ ປົກປ້ອງ ຊັພຍາກອນ ໃນ ແມ່ນໍ້າຂອງ ສະຫະຣັຖ ໄດ້ສະເໜີ ຄວາມຄິດໃໝ່ ເພີ້ມໃສ່ ໂຄງການ ຮ່ວມມື ທີ່ ມີຢູ່ແລ້ວ ຢູ່ ກອງປະຊຸມ ຂໍ້ລິເລີ້ມ ແມ່ນໍ້າຂອງ ຕອນລຸ່ມ ຄັ້ງທີ 9 ໃນວັນທີ 25 ກໍຣະກະດາ. ເອກກະສານ ການຮ່ວມມື ສະບັບໃໝ່ ນີ້ ມີຊື່ວ່າ ຄູ່ຮ່ວມມື ເພື່ອການ ສ້າງພື້ນຖານ ໂຄງລ່າງ ທີ່ ຍືນຍົງ ໃນນັ້ນ ກໍມີການສ້າງ ຄວາມສາມາດ ຂອງ ເຈົ້າໜ້າທີ່ ເພື່ອ ຈະຈັດເອົາ ບັນຫາ ຜົນກະທົບ ຕໍ່ ສິ່ງແວດລ້ອມ ເຂົ້າຢູ່ໃນ ການປະເມີນ ການວາງແຜນ ໂຄງລ່າງ. ທ່ານ ຍົກ ຕົວຢ່າງ ວ່າ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ ບໍ່ມີການ ອອກແບບ ທີ່ດີ ມັນຈະມີ ຜົນກະທົບ ໜັກ ຕໍ່ການ ຫາປາ ແລະ ກະທົບ ຕໍ່ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທີ່ ອາໄສ ແມ່ນໍ້າຂອງ ໃນ ການລ້ຽງຊີບ. ສໍາລັບ ການຮ່ວມມື ຂໍ້ລິເລີ້ມ ແມ່ນໍ້າຂອງ ຕອນລຸ່ມ ສະຫະຣັຖ ອະເມຣິກາ ນີ້ ລາວ ກັບ ສະຫະຣັຖ ໄດ້ຈັດຕັ້ງ ປະຕິບັດ 3 ໂຄງການ ພາຍໃຕ້ ແຜນວຽກ ໂຄງລ່າງ ທີ່ ທັນສະໄໝ ແມ່ນໍ້າຂອງ ແລະ ນຶ່ງ ໂຄງການ ແມ່ນການ ຝຶກອົບຮົມ ພາສາ ອັງກິດ ຢູ່ ສະຖາບັນ ການ ຕ່າງປະເທດ.
ສົມເນ RFA ຣາຍງານ ຈາກ ນະຄອນຫລວງ ວຽງຈັນ