ສະຫະຣັດສືບຕໍ່ຊ່ອຍ ກູ້ຣະເບີດ

ໄຊຍາ
2018.09.25
F-UXO ພະນັກງານໜາວຍ ເກັບກູ້ຣະເບີດ ທີ່ຕົກຄ້າງ ກໍາລັງຝຶກວິທີ ຄົ້ນຫາຣະເບີດ ທີ່ຝັງດິນ
RFA

ເມື່ອວັນທີ 21 ກັນຍາ ຜ່ານມາ ໄດ້ມີພິທີລົງນາມສນັບສນູນ ວຽກງານຄົ້ນຫາ ແລະເກັບກູ້ຣະເບີດ ບໍ່ທັນແຕກ ຫລື UXO ຂອງໂຄງການ MAG ຈາກ ຣັຖບານສະຫະຣັຖ ອະເມຣິກາ ເພື່ອຈັດຕັ້ງປະຕິບັດໃນ 7 ເມືອງເປົົ້າໝາຍ ຂອງແຂວງຊຽງຂວາງ ມູນຄ່າ 14 ລ້ານປາຍ ໂດລາ ສະຫະຣັຖ ຫລື 123 ຕື້ກີບ. ດັ່ງເຈົ້າໜ້າທີ່ ຜແນກເກັບກູ້ຣະເບີດ ແຂວງຊຽງຂວາງເວົ້າວ່າ ນອກຈາກການຊ່ອຍເຫລືອ ດັ່ງກ່າວແລ້ວ ການສະໜັບສະໜູນ ດ້ານການເພີ່ມຈຳນວນ ເຈົ້າໜ້າທີ່ ກໍ່ມີຄວາມຈຳເປັນ:

"ເພີ່ມທີມງານແລ້ວເພາະທີມງານ ມັນຈຳກັດສຸດນີ້ ພວກເຮົາບໍ່ສາມາດກວດຣະເບີດ ໃຫ້ທັນກັບສະພາບ ຂອງປະຊາຊົນ ທີ່ຕ້ອງການ ໃນ ພື້ນທີ່ປີນຶ່ງກໍ່ໄດ້ 600 ປາຍເຮັກຕ້າ ແຕ່ຄວາມຕ້ອງການ ຂອງປະຊາຊົນມັນເປັນຕັ້ງນຶ່ງ 5-6 ພັນເຮັກຕ້າ ທີ່ມີເອກສານ ສເນີມາຫັ້ນນະ ເຮົາບໍ່ສາມາດກວດໄດ້ ເພາະທີມງານເຮົາ ກໍໝົດຄວາມສາມາດຊໍ່ານັ້ນ ຖ້າມີທືນຮອນສະໜັບສະໜູນ ກໍ່ຕ້ອງໄດ້ເພີ່ມທີມງານຂຶ້ນ ກໍ່ສາມາດ ເກັບກູ້ຣະເບີດໄດ້ຫລາຍກວ່າເກົ່າ."

ທ່ານກ່າວຕື່ມວ່າ ໃນປີ 2018 ນີ້ ການເກັບກູ້ຣະເບີດ ທີ່ແຂວງຊຽງຂວາງ ກໍ່ປະສົບກັບບັນຫາ ແລະ ຂໍ້ຫຍຸ້ງຍາກທາງດ້ານ ສະພາບອາກາດ ເຮັດໃຫ້ການເກັບກູ້ຣະເບີດ ຊັກຊ້າຕື່ມອີກ ດັ່ງທ່ານກ່າວວ່າ:

"ຄວາມຈິງຝົນຕົກໜັກ ກໍ່ມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນບັນຫາ ເສັ້ນທາງໄປຫຍຸ້ງຍາກ ບາງພື້ນທີ່ກໍ່ຖ້ວມ ຫລືບາງພື້ນທີ່ກໍ່ເສັ້ນທາງ ຂາດ ເສັ້ນທາງເປ່ເພກໍ່ໄປຍາກແລ້ວ ບາດນີ້ຝົນຕົກຢູ່ສະໜາມ ກັບສາມາດເຮັດວຽກໄດ້ ຄັນຝົນຕົກລິນ ແຕ່ເຮົາກໍ ພຍາຍາມໃຫ້ມັນໄດ້ ຕາມເປົ້າໝາຍ ສຳລັບຊຽງຂວາງ ຖ້າບໍ່ມີບັນຫາອີ່ຫຍັງບ່ອນໃດ ເສັ້ນທາງຂາດ ພວກເຮົາກໍ່ມີພື້ນທີ່ສຳຮອງ ເຮົາກໍ່ໄດ້ສເນີທາງເກັບກູ້ຣະເບີດ ແຫ່ງຊາດ ເພື່ອອະນຸຍາດປ່ຽນໄປ ເຮັດເນື້ອທີ່ສຳຮອງ."

ອີງຕາມຂໍ້ມູນຂອງຊື່ທາງການລາວ ຣາຍງານວ່າ ອົງການເກັບກູ້ຣະເບີດ MAG ປະຈຳລາວໄດ້ຮັບທຶນຈາກ ຣັຖບານ ສະຫະຣັຖ ອະເມຣິກາ ເພື່ອຈັດຕັ້ງປະຕິບັດ ໂຄງການດັ່ງກ່າວໃນ 7 ເມືອງເປົ້າໝາຍ ຂອງແຂວງຊຽງຂວາງ ເຊີ່ງປະກອບມີ; ເມືອງໜອງແຮດ, ເມືອງຄູນ, ເມືອງຜາໄຊ, ເມືອງແປກ, ເມືອງພູກູດ, ເມືອງຄຳ ແລະເມືອງໝອກ ໂດຍຈະໃຊ້ເວລາຈັດຕັ້ງ 4 ປີ ຄາດໝາຍຈະໃຫ້ສຳເຣັດການສຳຣວດ ໃນ 207 ບ້ານ ຮວມເນື້ອທີ່ທັງໝົດ 482 ລ້ານເຮັກຕ້າ ແລະເກັບກູ້ຣະເບີດ ອອກຈາກເນື້ອທີ່ດິນໃຫ້ໄດ້ 5,600,00 ປາຍ ຕະລາງແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.