ຣັຖບານລາວຄວນປ່ອຍໂຕ ຄົນງານລາວ 3 ຄົນ

ຊ້າຍຫາຂວາ) ທ້າວສຸການ ໃຈທັດ ນາງຫຼອດຄໍາ ທໍາມະວົງ ແລະ ທ້າວສົມພອນ ພິມມະສອນ ທີ່ຖືກຈັບຂໍ້ຫາວິຈານ ຣັຖບານລາວ.
ຊ້າຍຫາຂວາ) ທ້າວສຸການ ໃຈທັດ ນາງຫຼອດຄໍາ ທໍາມະວົງ ແລະ ທ້າວສົມພອນ ພິມມະສອນ ທີ່ຖືກຈັບຂໍ້ຫາວິຈານ ຣັຖບານລາວ. (ນັກຂ່າວພົລເມືອງ)

0:00 / 0:00

ນັກຊ່ຽວຊານສະຫະປະຊາຊາດ ຮຽກຮ້ອງ ໃຫ້ຣັຖບານສປປລາວ ປ່ອຍຊາວລາວສາມຄົນ ທີ່ເປັນນັກຕໍ່ສູ້ເພື່ອ ສິດທິມະນຸດ ແລະ ທີ່ຖືກຈຳຄຸກມາ ເປັນເວລາຫ້າປີກວ່າ ແລ້ວ. ນັກຊ່ຽວຊານ ສະຫະປະຊາຊາດ ເຊື່ອວ່າ ການກັກຂັງຄົນລາວທັງສາມ ຈະຂັດຂວາງ ຄວາມກ້າວໜ້າ ຂອງການນັບຖື ສິດທິມະນຸດ ຢູ່ໃນປະເທດລາວ. ນັ້ນແມ່ນເນື້ອຫາສາຣະ ທີ່ສຳຄັນ ຂອງຖແລງການ ຂອງນັກ ຊ່ຽວຊານ ດ້ານສິດທິມະນຸດ ສະຫະປະຊາຊາດ ທີ່ເຜີຍແຜ່ເມື່ອວັນທີ່ 12 ເມສາ 2021 ນີ້.

ຖແລງການນັ້ນຂຽນອີກວ່າ ເມື່ອປີ 2017 ສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສິນຈຳຄຸກຊາວລາວ ທັງສາມຄົນ ຄື ນາງ }ອດຄຳ ທັມມະວົງ, ທ້າວສຸການ ໃຈທັດ, ແລະ ທ້າວ ສົມພອນ ພິມມະສອນ ເປັນເວລາ 12 ປີ, 16 ປີ, ແລະ 20 ປີ ຕາມລຳດັບ ໃນຄະດີ ພວກກ່ຽວໄດ້ເຂົ້າຮ່ວມ ການປະທ້ວງຢູ່ຕໍ່ໜ້າ ສະຖານທູດລາວ ທີ່ ບາງກອກ ປະເທດໄທຍ ເພື່ອ ປະນາມການລ່ວງລະເມີດ ສິດທິມະນຸດຢູ່ລາວ ແລະໄດ້ເວົ້າຕຳນິຕິຕຽນ ຣັຖບານລາວ ທາງສື່ສັງຄົມອອນລາຍ ເຟສບຸກ; ແລ້ວ ຊາວລາວທັງສາມ ກໍຖືກຈັບ ເມື່ອເດືອນ ມິນາ 2016.

ນາງ Mary Lawlor ຜູ້ຣາຍງານພິເສດ ກ່ຽວກັບການນັບຖື ສິດທິມະນຸດ ຂອງສະຫະປະຊາຊາດ ກ່າວໃນບົດຣາຍງານນັ້ນວ່ານັກ ເຄື່ອນໄຫວທັງສາມ ບໍ່ພຽງແຕ່ຖືກຕັດອິສຣະພາບ ເທົ່ານັ້ນ ແຕ່ພວກເຂົາ ຍັງຖືກດຳເນີນຄະດີ ລົງໂທດຢ່າງບໍ່ຖືກຕ້ອງເປັນທັມ. ຈົນເຖິງປັດຈຸບັນ ປະຊາຊົນລາວ ທັງສາມ ກໍຍັງບໍ່ມີທະນາຍຄວາມ ເພື່ອປຶກສາຫາລືເລີຍ.

ນາງ Mary Lawlor ກ່າວອີກວ່າ ຂ້າພະເຈົ້າເປັນຫ່ວງຫລາຍ ທີ່ຊາວລາວທັງສາມ ຖືກຕັດສິນຈຳຄຸກນານເຖິງ 12 ປີ, 16 ປີ, ແລະ 20 ປີ ເພາະວ່າ ພວກເຂົາຕໍ່ສູ້ ເພື່ອ ສິດທິມະນຸດ ແລະ ເພາະພວກເຂົາ ຕຳນິຕິຕຽນຣັຖບານລາວ ທີ່ລ່ວງລະເມີດ ສິດທິມະນຸດ ທີ່ສໍ້ຣາສບັງຫລວງ ທີ່ຕັດຕົ້ນໄມ້ ແລະ ທຳລາຍປ່າ.

ການທີ່ທາງການລາວ ໃຊ້ກົດໝາຍຄວາມໝັ້ນຄົງ ປາບປາມປະຊາຊົນ ທີ່ຕຳນິຕິຕຽນຣັຖບານ ແບບນັ້ນ ຈະເຮັດໃຫ້ປະຊາຊົນລາວ ຢ້ານກົວ ຢ້ານທີ່ຈະໃຊ້ສິດທິພື້ນຖານ ອັນຊອບທັມ ຂອງພວກເຂົາເຈົ້າ. ຣັຖບານລາວ ຕ້ອງຮັບປະກັນຄວາມປອດພັຍ ໃຫ້ແກ່ ປະຊາຊົນລາວທຸກ ຄົນ ທີ່ຢາກໃຊ້ສິດທິພື້ນຖານນັ້ນ.

ນາງ Mary Lawlor ຜູ້ຣາຍງານພິເສດ ສະຫະປະຊາຊາດ ກ່າວໃນຕອນທ້າຍຂອງຖແລງການ ນັ້ນອີກວ່າ ຣັຖບານລາວ ຕ້ອງແຈ້ງ ເຫດຜົນໃຫ້ຊາວໂລກຮູ້ວ່າ ເປັນຫຍັງຈຶ່ງຕັດສິນ ລົງໂທດ ນາງ ຫລອດຄຳ ທັມມະວົງ, ທ້າວສຸການ ໃຈທັດ ແລະ ທ້າວ ສົມພອນ ພິມມະສອນ ດົນນານປານນັ້ນ ແລະ ຕ້ອງອະທິບາຍວ່າ ການລົງໂທດໜັກປານນັ້ນ ແມ່ນຖືກຕ້ອງ ສອດຄ່ອງກັບມາຕຖານ ແລະ ກົດໝາຍສາກົນ ແລ້ວບໍ່.

ກ່ຽວກັບເຣື່ອງນີ້ ນັກຂ່າວ ວິທຍຸເອເຊັຍເສຣີ ໄດ້ຂຽນອີແມລ ຖາມເຈົ້າໜ້າທີ່ ສິດທິມະນຸດ ສະຫະປະຊາຊາດ ວ່າເປັນຫຍັງຜູ້ຣາຍງານ ພິເສດສະຫະປະຊາຊາດ ຈຶ່ງຮຽກຮ້ອງໃຫ້ ຣັຖບານລາວ ປ່ອຍໂຕຄົນງານລາວ ທັງສາມ?

ນາງ Orsolya Toth ເຈົ້າໜ້າທີ່ສິດທິມະນຸດ ຈາກສຳນັກງານກັມມາທິການໃຫຍ່ ສະຫະປະຊາຊາດ ເພື່ອສິດທິມະນຸດ ໄດ້ຂຽນ ອີແມລຕອບຄຳຖາມນັ້ນວ່າ ປະຊາຊົນລາວ ທັງສາມ ຄື; ນາງຫຼອດຄຳ ທັມມະວົງ, ທ້າວ ສຸການ ໃຈທັດ ແລະ ທ້າວ ສົມພອນ ພິມມະສອນ ບໍ່ໄດ້ເຮັດຫຍັງຜິດ ບໍ່ຜິດກົດໝາຍ ສິດທິມະນຸດສາກົນ; ບໍ່ພຽງແຕ່ບໍ່ຜິດ ແຕ່ຍັງເປັນສິດທິ ພື້ນຖານຂອງມະນຸດ ກໍຄື ສິດຂອງພວກເຂົາເຈົ້າເອງ ທີ່ຄວນມີສິດເສຣີພາບ ໃນການປາກເວົ້າ ອອກຂ່າວ ແລະ ໂຮມຊຸມນຸມປະທ້ວງ. ອີກຢ່າງນຶ່ງ ຄົນລາວ ທັງສາມ ບໍ່ໄດ້ຮັບ ການດຳເນີນ ຄະດີຢ່າງຖືກຕ້ອງເປັນທັມ ບໍ່ມີທະນາຍຄວາມ. ເຫດຜົນທັງໝົດ ທີ່ກ່າວມານັ້ນ ກໍເປັນເຫດ ຜົນ ທີ່ພຽງພໍແລ້ວ ທີ່ພວກເຮົາສາມາດ ຮຽກຮ້ອງໃຫ້ ຣັຖບານລາວ ປ່ອຍໂຕ ປະຊາຊົນລາວ ທັງສາມ.

ຕໍ່ຄຳຖາມທີ່ວ່າ ເປັນຫຍັງ ປະຊາຊົນລາວທັງສາມ ຈຶ່ງຕ້ອງການ ທະນາຍຄວາມ ທັງໆທີ່ ຖືກຕັດສິນຈຳຄຸກແລ້ວ?

ນາງ Orsolya Toth ຕອບວ່າ ຕາມມາຕຖານກົດໝາຍສາກົນ, ບຸກຄົນໃດກໍຕາມ ທີ່ຖືກຕັດອິສຣະພາບ ຫລື ຖືກຈຳຄຸກຕ້ອງມີ ທະນາຍຄວາມ ເພື່ອປຶກສາຫາລື ທັງໃນເວລາຖືກ ດຳເນີນຄະດີ ແລະ ໃນເວລາຈຳຄຸກ. ການມີທະນາຍຄວາມ ໃນເວລາຖືກຈຳຄຸກ ແຮ່ງເປັນສິ່ງທີ່ຈຳເປັນ ຈຳເປັນເພື່ອປົກປ້ອງສິດທິ ຂອງຜູ້ຖືກຄຸມຂັງ ເພື່ອຮັບປະກັນໃຫ້ ພວກເຂົາ ມີບ່ອນ ຢູ່ບ່ອນນອນ ແລະ ອາຫານການກິນ ທີ່ເໝາະສົມ ມີຍາດຕິພີ່ນ້ອງ ມາຢ້ຽມຢາມ ແລະມີສິດໄດ້ ຮັບການບໍຣິການທີ່ດີ.

ນັ້ນແມ່ນຫລັກການທົ່ວໄປ ໃນສະເພາະກໍຣະນີຊາວລາວ ທັງສາມຄົນ ທີ່ກ່າວມານັ້ນ, ພວກເຂົາ ບໍ່ເຄີຍມີທະນາຍຄວາມເລີຍ ນັບແຕ່ມື້ຖືກຈັບ ຈົນເຖິງມື້ຖືກດຳເນີນຄະດີ ມື້ຕັດສິນ ແລະ ຈົນເຖິງທຸກວັນນີ້. ພວກເຂົາແຮ່ງຕ້ອງການທະນາຍຄວາມ ເພາະ ພວກເຂົາຖືກກ່າວຫາຄະດີ ອັນຮ້າຍແຮງ ແລະ ຖືກຕັດສິນຈຳຄຸກເປັນເວລາດົນນານ.

ນັກຂ່າວວິທຍຸເອເຊັຍເສຣີ ຖາມອີກວ່າ ສຳຣັບຊາວລາວ ທັງສາມຄົນ ການມີທະນາຍຄວາມ ໃນເວລາຈຳຄຸກຢູ່ ຈະຊ່ວຍພວກເຂົາ ໄດ້ແນວໃດແດ່?

ນາງ Orsolya Toth ອະທິບາຍວ່າ ສິ່ງທີ່ສຳຄັນທີ່ສຸດ ຄື 1. ທະນາຍຄວາມ ທີ່ເປັນເອກກະຣາຊ ສາມາດຊ່ວຍຍື່ນອຸທອນ ຄຳຕັດສິນຂອງສານໄດ້; 2. ຊ່ວຍຮ້ອງທຸກ ຕໍ່ເຈົ້າໜ້າທີ່ ກ່ຽວກັບສະພາບການກິນຢູ່ ທີ່ບໍ່ດີຢູ່ໃນຄຸກ ຫລືການປະຕິບັດ ທີ່ບໍ່ຖືກຕ້ອງເປັນທັມ ຂອງເຈົ້າໜ້າທີ່ຄຸກ; ແລະ 3. ທະນາຍຄວາມ ຈະສາມາດອະທິບາຍ ໃຫ້ນັກໂທດ ຮູ້ເຖິງສິດແລະໜ້າ ທີ່ຂອງພວກເຂົາ.

ສ່ວນ ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການສິ້ງຊອມ ສິດທິມະນຸດ Human Rights Watch ປະຈຳເຂດເອເຊັຍ -ປາຊິຝິກ ໃຫ້ຄຳຄິດຄຳເຫັນ ກ່ຽວກັບການຮຽກຮ້ອງ ປ່ອຍຊາວລາວ ສາມຄົນ ນັ້ນວ່າການຕັດສິນລົງໂທດ ປະຊາຊົນລາວ ທັງສາມ ເປັນການຕັດສິນ ທີ່ຮັບບໍ່ໄດ້ ຄວນຖືກຍົກເລີກ ແລະ ທາງການລາວ ຄວນປ່ອຍໂຕ ຊາວລາວທັງສາມ ຢ່າງບໍ່ມີເງື່ອນໄຂ ແລະ ໃນທັນທີ່ທັນໃດ. ການທີ່ພວກເຂົາ ໄດ້ເວົ້າຕິຕຽນທາງ ເຟສບຸກ ແລະໄດ້ໄປຮ່ວມປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງກອກ ບໍ່ຄວນເປັນການກະທໍາ ທີ່ ຜິດກົດໝາຍອາຍາ; ຄວາມຈິງແລ້ວ ພວກເຂົາພຽງ ແຕ່ໃຊ້ສິດຢ່າງສັນຕິວິທີ ແລະ ຢ່າງຊອບທັມ ຕາມສົນທິສັນຍາສາກົນ ທີ່ ສປປລາວ ໄດ້ເຊັນຮັບຮູ້.

ສະນັ້ນ ການລົງໂທດ ບຸກຄົນເຫລົ່ານີ້ ຈຶ່ງສະແດງໃຫ້ເຫັນວ່າຣັຖບານລາວ ເປັນຣັຖບານຜະເດັດການ. ຄະນະຜູ້ນຳລາວ ຕ້ອງຮັບ ຜິດຊອບການລ່ວງລະເມີດ ສິດທິມະນຸດຂອງ ປະຊາຊົນລາວ ທັງຢູ່ໃນແລະນອກປະເທດ.

ກະຊວງການຕ່າງປະເທດ ສະຫະຣັຖ ອະເມຣິກາ ອອກບົດຣາຍງານ ປະຈຳປີ 2020 ກ່ຽວກັບການລ່ວງ ລະເມີດສິດທິມະນຸດ ຢູ່ໃນລາວວ່າ ຕາມກົດໝາຍອາຍາ ຂອງລາວ ຜູ້ຕ້ອງຫາ ມີສິດມີທະນາຍຄວາມ ເພື່ອຕໍ່ສູ້ຄະດີ; ແຕ່ໃນພາກປະຕິບັດຕົວຈິງ, ສານລາວ ສ່ວນຫລາຍ ຕັດສິນຄະດີ ຕາມຄຳສເນີຂອງອັຍການ; ຜູ້ຕ້ອງຫາສ່ວນຫລາຍ ກໍບໍ່ມີ ຫລື ບໍ່ເອົາທະນາຍຄວາມ ເພາະເອົາໄປ ກໍບໍ່ມີຄວາມໝາຍຫຍັງ ຊ່ວຍຫຍັງບໍ່ໄດ້. ອີກບັນຫານຶ່ງ ທະນາຍຄວາມຢູ່ລາວ ກໍຫາຍາກ; ຖ້າມີທະນາຍຄວາມ ຫລາຍຄົນ ກໍບໍ່ຢາກຮັບຕໍ່ສູ້ຄະດີ ການເມືອງ ຫລື ຄະດີທີ່ຫລໍ່ແຫລມອື່ນໆ ເພາະຢ້ານອຳນາດພັກຣັດ.