ຂ.ເຊກອງປ່ອຍຊາວບ້ານຢຶບ ອີກ 2 ຄົນ

(ຊ້າຍ)ຮູປຂອງ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ/Screen captured:Pathedlao / (ກາງ)ທ່ານສຸວັນ (ຂວາ)ທ່ານວີຄໍາ ຊາວບ້ານຢຶບ ແຂວງເຊກອງ ທີ່ຍັງຖືກຂັງຄຸກ ຢູ່ໃນປັຈຈຸບັນນີ້/ ຮູປຖ່າຍ: ວິທຍຸເອເຊັຽເສຣີ
(ຊ້າຍ)ຮູປຂອງ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ/Screen captured:Pathedlao / (ກາງ)ທ່ານສຸວັນ (ຂວາ)ທ່ານວີຄໍາ ຊາວບ້ານຢຶບ ແຂວງເຊກອງ ທີ່ຍັງຖືກຂັງຄຸກ ຢູ່ໃນປັຈຈຸບັນນີ້/ ຮູປຖ່າຍ: ວິທຍຸເອເຊັຽເສຣີ (Screen captured : Pathedlao / RFA)

0:00 / 0:00

ເຈົ້າໜ້າທີ່ທາງການແຂວງເຊກອງ ໄດ້ປ່ອຍຕົວຊາວບ້ານຢຶບອີກ 2 ຄົນ ທີ່ອາຍຸຕ່ຳກວ່າ 18 ປີ ຄືນາງ ນີ ແລະ ທ້າວນາກ ຫຼັງຈາກທີ່ ທາງການແຂວງເຊກອງ ໄດ້ຈັບເຂົາເຈົ້າມາແຕ່ເດືອນກໍຣະກະດາ ປີ 2017.

ນາງນີ ແລະ ທ້າວນາກ ແມ່ນຢູ່ໃນຈຳນວນຊາວບ້ານຢຶບ 14 ຄົນ ທີ່ຖືກເຈົ້າໜ້າທີ່ ທາງການແຂວງເຊກອງ ຈັບຂັງ ຍ້ອນມີຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຢາງພາຣາວຽດນາມ ຊຶ່ງການປ່ອຍຕົວ ຂອງທັງສອງຄົນ ໄດ້ມີຂຶ້ນໃນວັນທີ 1 ມິຖຸນາ ທີ່ຜ່ານມາ. ຊາວບ້ານຢຶບທ່ານນຶ່ງ ຜູ້ທີ່ບໍ່ ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 5 ມິຖຸນາ ທີ່ຜ່ານມາວ່າ:

"ເຂົາເຈົ້າ ປ່ອຍຕົວທັງສອງຄົນແລ້ວ ແຕ່ເຈົ້າໜ້າທີ່ສັ່ງຫ້າມເຂົາເຈົ້າ ບໍ່ໃຫ້ເວົ້າເຣື້ອງການຈັບກຸມໃຫ້ໃຜຟັງ ແລະປັດຈຸບັນ ເຂົາເຈົ້າທັງ ສອງຄົນຢ້ານ ແລະ ບໍ່ກ້າເວົ້າຫຍັງສູ່ໃຜຟັງ."

ການປ່ອຍຕົວເກີດຂຶ້ນພາຍຫລັງທີ່ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ໄດ້ໃຫ້ສັມພາດຕໍ່ເອເຊັຍເສຣີ ໃນວັນທີ 31 ພຶສພາ ທີ່ຜ່ານມາ ວ່າ:

“ໂອ ເຂົາກຳລັງ ເຂົາກຳລັງແກ້ໄຂຢູ່ ແກ້ໄຂຕາມກົດໝາຍຄິດວ່າບໍ່ດົນ, ບໍ່ດົນຊິໄດ້ແກ້ໄຂແລ້ວ ກຳລັງດຳເນີນຄະດີ ຕາມກົດໝາຍ ຈຳນວນນຶ່ງກະຊິປ່ອຍຕົວແລ້ວ ເດີ້ ປ່ອຍຕົວເດັກນ້ອຍເບາະ ແມ່ຍິງ ເຂົາກະເຮັດຕາມຂັ້ນຕອນ ຂອງກົດໝາຍອີກບໍ່ດົນ ເດີໃກ້ສຳເລັດ ແລ້ວເດີ.”

ແຕ່ຕໍ່ມາ ທ່ານ ເຫລັກໄຫລ ຮອງເຈົ້າແຂວງເຊກອງ ພັດອອກມາປະຕິເສດວ່າ ບໍ່ໄດ້ຈັບກຸມຊາວບ້ານ ແລະ ໄດ້ກ່າວປະນາມ ວິທຍຸ ເອເຊັຍເສຣີ ຜ່ານສື່ ຂອງທາງການລາວ.

ໃນວັນທີ 5 ພຶສພາ ທີ່ຜ່ານມາ, ສຳນັກຂ່າວສານປະເທດລາວ ແລະ ໜັງສືພິມວຽງຈັນໃໝ່ ໄດ້ຣາຍງານຂ່າວ ຈາກ ແຂວງເຊກອງ ໂດຍອ້າງຄຳໃຫ້ສັມພາດຂອງ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ວ່າ:

“ການລາຍງານຂ່າວຂອງເອເຊັຍເສຣີ ບໍ່ແມ່ນຄວາມຈິງ ແລະ ກໍຍອມຮັບບໍ່ໄດ້ ຕໍ່ພຶດຕິກັມ ຂີ້ຕົວະຫລອກລວງ ແລະ ໄຮ້ຈັນຍາບັນ ຂອງວິທຍຸເອເຊັຽເສຣີ ທີ່ຫວັງສ້າງຄວາມແຕກແຍກ ແລະມ້າງເພທຳລາຍ ປະເທດຊາດ ບໍ່ໃຫ້ມີຄວາມສງົບ ເຊິ່ງໃນນາມ ອົງການ ປົກຄອງແຂວງ ແລະປະຊາຊົນ ບັນດາເຜົ່າແຂວງເຊກອງ ຂໍປະນາມຕໍ່ ການເຄື່ອນໄຫວ ທີ່ບໍ່ຖືກຕ້ອງໃນການສະເໜີຂ່າວ ຂອງ ພວກນີ້ທີ່ຂາດຫລັກຖານ ແລະມະໂນພາບເອົາເອງ ທັງໝົດ ເຊິ່ງນັບວ່າ ບໍ່ເປັນມືອາຊີບ ແລະ ຂາດຈັນຍາບັນທີ່ສຸດ.”

ນັ້ນຄື: ຄຳປະຕິເສດ ແລະ ຄຳກ່າວປະນາມ ຂອງ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ທັງໆທີ່ ທ່ານ ຫາກໍ່ຍອມຮັບກັບ ວິທຍຸເອເຊັຍເສຣີ ໃນວັນທີ 31 ພຶສພາ ວ່າຈະປ່ອຍຕົວ ຜູ້ທີ່ຖືກຈັບທີ່ເປັນເດັກນ້ອຍ ແລະແມ່ຍິງ ຕາມຂັ້ນຕອນຂອງ ກົດໝາຍ.

ເຖິງຢ່າງໃດກໍຕາມ, ການຈັບກຸມຊາວບ້ານຢຶບ 14 ຄົນ ແມ່ນໄດ້ຮັບການຢືນຢັນ ຈາກສະມາຊິກຄອບຄົວຂອງຊາວບ້ານ ຜູ້ທີ່ຖືກຈັບ, ຍາດພີ່ນ້ອງເຂົາເຈົ້າ, ແລະເຈົ້າໜ້າທີ່ຕຳຣວດແຂວງເຊກອງ.

ທີ່ຜ່ານມາເພື່ອສອບຖາມຂໍ້ມູນເພີ້ມເຕີມ ເອເຊັຍເສຣີ ກໍໄດ້ພຍາມໂທຫາ ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ, ທ່ານ ສົມນິດ ສິລິບຸນລ້ຽງ ຫົວໜ້າອົງການອັຍການແຂວງເຊກອງ, ທ່ານ ສໍລະເສີມສັກ ຜ່ອງສະສຸພາ ຮອງຫົວໜ້າອົງການອັຍການ ແຂວງເຊກອງ, ທ່ານ ຄຳບາງ ພະສະແຫວງ ຫົວໜ້າຜແນກຍຸຕິທັມ ແຂວງເຊກອງຫຼາຍຄັ້ງ, ແຕ່ໝົດທຸກທ່ານ ກໍໄດ້ປະຕິເສດ ທີ່ຈະໃຫ້ຄຳຄິດເຫັນ ກ່ຽວກັບເຣື້ອງນີ້.

ໃນເບື້ອງຕົ້ນ ມີຊາວບ້ານຖືກຈັບທັງໝົດ 14 ຄົນ, ຕໍ່ມາ ທ້າວ ສົມສະຫວັນ ໄດ້ເສັຽຊີວິດໃນຄຸກ ແລະ ທ້າວ ວິຫານ ຖືກປ່ອຍຕົວ, ແລະຫລ້າສຸດ ວັນທີ 1 ມິຖຸນາ ທີ່ຜ່ານມາ ທາງການແຂວງເຊກອງ ກໍປ່ອຍຕົວ ນາງນີ ແລະ ທ້າວນາກ.

ປັດຈຸບັນ ເຫລືອຊາວບ້ານອີກ 10 ຄົນ ທີ່ຍັງຄົງຖືກຂັງຄຸກຢູ່ ລວມມີ: 1. ທ້າວ ສຸວັນ, 2. ທ້າວ ບຸນແທ່ນ, 3. ທ້າວ ໂປະ, 4. ທ້າວ ໄນ, 5. ທ້າວ ສົນ, 6. ທ້າວ ບຸນສົດ, 7. ທ້າວ ວິຄຳ, 8. ທ້າວ ບຸນແລງ, 9. ທ້າວ ບຸນປົກ, 10. ທ້າວ ບຸນເຕັ້ຍ.