ນັກຮຽນສອບຕໍ່ມະຫາວິທຍາໄລ
ເມື່ອວັນທີ 11 ສິງຫາ ຜ່ານມານີ້ ມີນັກຮຽນ ຫຼາຍກວ່າ 15 ພັນຄົນ ທີ່ ໄປສອບເສັງ ເຂົ້າ ມະຫາ ວິທຍາໄລ ແຫ່ງຊາດ ລາວ.
-
ສຸພັດຕຣາ
2016-08-15 -
-
-
Your browser doesn’t support HTML5 audio
ນັກຮຽນລາວ ກວ່າ 15 ພັນຄົນ ສອບເສັງ ເພື່ອເຂົ້າຮຽນ ຕໍ່ ມະຫາ ວິທຍາໄລ ແຫ່ງຊາດ ໃນ ນະຄອນຫຼວງ ວຽງຈັນ ເມື່ອ ວັນທີ 11 ສິງຫາ 2016, ແຕ່ທາງ ມະຫາ ວິທຍາໄລ ແຫ່ງຊາດ ສາມາດ ບັນຈຸ ນັກສຶກສາ ໃຫມ່ໄດ້ພຽງ 5,335 ຄົນ ເທົ່ານັ້ນ.
ມະຫາວິທຍາໄລ ແຫ່ງຊາດ ເປີດຂາຍ ໃບສະໝັກ ເຂົ້າສອບເສັງ ແຕ່ເດືອນ ມິຖຸນາ ເປັນຕົ້ນມາ ໃນຣາຄາ ຊຸດລະ 35 ພັນກີບ ຄ່າສະໝັກ ຄົນລະ 22 ພັນກີບ. ສະຖານທີ່ ສອບເສັງ ມີຫຼາຍບ່ອນ ຮວມທັງ ຢູ່ໂຮງຮຽນ ມັທຍົມສຶກສາ 4 ແຫ່ງ ແລະ ຢູ່ ມະຫາ ວິທຍາໄລ ເຕັກນິກ ປາກປາສັກ ນຳອີກ.
ນັກສຶກສາ ທີ່ຈະໄດ້ເຂົ້າ ມະຫາວິທຍາໄລ ໃນປີນີ້ ຮວມທັງ ນັກຮຽນ ຜູ້ທີ່ໄດ້ ທຶນຈາກ ໂຄງການຕ່່າງໆ ຈຳນວນ 1,859 ຄົນ ທີ່ ມີຣາຍຊື່ ເຂົ້າຮຽນແລ້ວ ເພາະສະນັ້ນ ນັກຮຽນ ຈາກ ການສອບເສັງ ຕົວຈິງ ຈະມີພຽງ 3,476 ຄົນ ເທົ່ານັ້ນ. ຜົນຂອງການ ສອບເສັງ ຈະປະກາດ ໃນວັນທີ 15 ເດືອນ ກັນຍາ 2016.
ຕາມການຣາຍງານ ຂອງ ສື່ ທາງການ ກ່ອນໜ້ານີ້ ໃນສົກຮຽນ 2016-17 ມີນັກຮຽນ ເສັງຈົບຊັ້ນ ມັທຍົມ ຕອນປາຍ ມໍ7 ທັງໝົດ 58 ພັນຄົນ ໃນນັ້ນ ເປັນນັກຮຽນ ທີ່ຈົບຈາກ ໂຮງຮຽນມັທຍົມ ໃນ ນະຄອນຫຼວງ ວຽງຈັນ ປະມານ 10 ພັນຄົນ ຈຳນວນນັກຮຽນ ທີ່ເສັງຈົບຊັ້ນ ມ7 ແມ່ນເພີ້ມຂຶ້ນ ທຸກປີ ຈາກ 48 ພັນຄົນ ເມື່ອ ສົກປີ 2014, 2015 ເພີ່ມເປັນ 50 ພັນຄົນ ປີນີ້ 58 ພັນຄົນ.
ໃນຫຼາຍປີ ຜ່ານມານີ້ ມະຫາວິທຍາໄລ ແຫ່ງຊາດ ຍັງເປັນບ່ອນ ທີ່ ນັກຮຽນ ທົ່ວ ປະເທດລາວ ໄຝ່ຝັນ ຢາກເຂົ້າຮຽນ ຫຼາຍທີ່ສຸດ. ນອກຈາກ ມະຫາ ວິທຍາໄລ ແຫ່ງຊາດ ແລ້ວ ຍັງມີອີກ 3 ມະຫາ ວິທຍາໄລ ຄື: ມະຫາ ວິທຍາໄລ ສຸພານຸວົງ ແຂວງ ຫຼວງພະບາງ ມະຫາ ວິທຍາໄລ ຈຳປາສັກ ແລະ ມະຫາ ວິທຍາໄລ ສະຫວັນນະເຂດ ຈະຮັບ ນັກສຶກສາ ໄດ້ອີກ 8 ພັນຄົນ.