ທ່ານ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຂອງພັກ

ອຸ່ນເກ້ວ ສຸກສະຫວັນ
2021.01.15
ທ່ານ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຂອງພັກ ທ່ານ ທອງລຸນ ສີສຸລິດ (ກາງ) ໄດ້ຖືກເລືອກ ໃຫ້ເປັນ ເລຂາທິການໃຫຍ່ ຂອງ ພັກປະຊາຊົນ ປະຕິວັດລາວ
ພາບປະກອບ: ລາວ ມີເດັຽ

ເມື່ອວັນທີ 14 ມົກກະຣາ 2021, ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງ ພັກປະຊາຊົນ ປະຕິວັດລາວ, ໄດ້ເລືອກເອົາ ຄະນະ ບໍຣິຫານງານ ສູນກາງພັກ ສໄມ ທີ 11 ທັງໝົດ 71 ທ່ານ, ທີ່ ເປັນສະມາຊິກສົມບູນ ແລະ 10 ທ່ານ ເປັນສະມາຊິກ ສຳຮອງ.

ໃນຕອນແລງຂອງວັນທີ 15 ມົກກະຣາ 2021, ກອງປະປະຊຸມຄັ້ງປະຖົມມະເລີກ ຂອງຄະນະບໍຣິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສໄມທີ 11 ໄດ້ເລືອກຕັ້ງເອົາ ທ່ານ ທອງລຸນ ສີສຸລິດ ໃຫ້ເລຂາທິການໃຫຍ່ ຂອງຄະນະບໍຣິຫານງານສູນກາງພັກ.

ທ່ານ ບຸນທອງ ຈິດມະນີ ກັມມະການ ກົມການເມືອງສູນກາງພັກ ໄດ້ຣາຍງານຜົນຂອງການເລືອກຕັ້ງ ຕອນນຶ່ງວ່າ:

"ກອງປະຊຸມຄັ້ງຖົມມະເລິກ ຂອງຄະນະບໍຣິຫານງານ ສູນກາງພັກຄັ້ງທີ 11 ກໍໄດ້ເປັນເອກກະສານຢ່າງສົມບູນ ເລືອກຕັ້ງເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍຣິຫານງານສູນກາງພັກສໄມ ທີ 11 ໂດຍເຫັນໄດ້ບົດຮຽນປະສົບການ ແລະ ຜົນສໍາເຣັດ ໃນການນຳພາຊີ້ນຳ ໃນຫຼາຍຂົງເຂດ ຜ່ານມາ ໂດຍ ສະເພາະແມ່ນໃນເຂດ ວຽກງານພັກພະນັກງານ."

ກອງປະຊຸມເລືອກເອົາ ທ່ານ ບຸນທອງ ຈິດມະນີ ເປັນຜູ້ປະຈຳການ ຄະນະບໍຣິຫານງານ ສູນກາງພັກ, ທ່ານ ຄຳພັນ ພົມມະທັດ ເປັນປະທານກວດກາ ສູນກາງພັກ ແລະ ຮອງປະທານ ຄະນະກວດກາສູນກາງພັກ ອີກ 6 ທ່ານ.

ມີກັມມະການກົມການເມືອງສູນກາງພັກ 13 ທ່ານ ມີດັ່ງຕໍ່ໄປນີ້:
1. ທ່ານ ທອງລຸນ ສີສຸລິດ
2. ທ່ານ ພັນຄຳ ວິພາວັນ
3. ຍານາງ ປານີ ຢ່າທໍ່ຕູ້
4. ທ່ານ ບຸນທອງ ຈິດມະນີ
5. ທ່ານ ໄຊສົມພອນ ພົມວິຫານ
6. ພົນເອກ ຈັນສະໝອນ ຈັນຍາລາດ
7. ທ່ານ ຄຳພັນ ພົມມະທັດ
8. ທ່ານ ສິນລະວົງ ຄຸດໄພທູນ
9. ທ່ານ ສອນໄຊ ສີພັນດອນ
10. ທ່ານ ກິແກ້ວ ໄຂຄຳພິທູນ
11. ພົນໂທ ວິໄລ ຫລ້າຄຳຟອງ
12. ຍານາງ ສີໄສ ລືເດດມູນສອນ
13. ທ່ານ ສະເຫລີມໄຊ ກົມມະສິດ

ນອກຈາກນີ້, ກອງປະຊຸມ ຍັງໄດ້ເລືອກຕັ້ງເອົາ ຄະນະເລຂາທິການສູນກາງພັກ 9 ທ່ານ.  ທ່ານ ທອງລຸນ ສີສຸລິດ ທີ່ຖືກຄັດເລືອກ ເປັນເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກຄົນໃໝ່ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ 11 ຕອນນຶ່ງ ວ່າ:

"ພວກເຮົາຈະສືບຕໍ່ຮ່ຳຮຽນ ເສີມຂຍາຍມູນເຊື້ອ ປະຕິວັດ ອັນເດັດດ່ຽວ ແລະ ແບບຢ່າງອັນໃສແຈ້ງ ຂອງສະຫາຍ ພ້ອມກັນ ສາມັກຄີພາຍໃນ ໃຫ້ແໜ້ນ ນຳເອົາພາລະກິດ ປ່ຽນແປ່ງໃໝ່ ກ້າວຂຶ້ນຢ່າງໜັກແໜ້ນ ຕາມຈຸດໝາຍສັງຄົມນິຍົມ."

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງເຊື່ອວ່າ, ຄະນະບໍຣິຫານງານຊຸດໃໝ່, ຈະມີນະໂຍບາຍທີ່ແຕກຕ່າງອອກໄປຈາກ ຄະນະບໍຣິຫານງານຊຸດທີ່ຜ່ານມາ:

"ກະຊິມີການປັບປຸງຄືນໃຫ້ມັນດີຂຶ້ນຫັ້ນແລ້ວ, ນະໂຍາບາກະຊິມີການຜ່ານການຕີລາຄາ, ຈຸດດີ, ຈຸດອ່ອນ, ໄລຍະຜ່ານມາ ແລ້ວ ກະຊິມີການປັງປຸງ ໃຫ້ມັນດີຂຶ້ນ, ຄະນະບໍຣິຫານງານ ຊຸດໃໝ່ນີ້, ກະຊິມີຜູ້ໜຸ່ມແໜ້ນທີ່ຫ້າວຫັນຫັ້ນແຫຼະ."

ອາດີດເຈົ້າໜ້າທີ່ລາວ ທ່ານນຶ່ງ ກໍເຊື່ອໝັ້ນວ່າ, ຄະນະບໍຣິຫານງານຊຸດໃໝ່, ກໍຍັງເປັນລະບົບເກົ່າ ພຽງແຕ່ປ່ຽນຄົນໃໝ່ເທົ່ານັ້ນ:

"ກໍຍັງແມ່ນນະໂຍບາຍເກົ່າຫັ້ນແຫຼະ ຄືເກົ່າ, ຕ່າງແຕ່ວ່າ ປ່ຽນຜູ້ຮັບຜິດຊອບບໍ, ຫຼື ຊິວ່າແນວໃດຫັ້ນນະ, ເນື້ອແທ້ຂອງພັກປະຊາຊົນ ປະຕິວັດລາວ, ມັນກະບໍ່ປ່ຽນແປງ ຫຼາຍເດ້, 7 ຂໍ້ຄ້າງຄາແກ້ໄຂ, ເພິ່ນເປັນປະທານປະເທດ ເພິ່ນກໍຕ້ອງໄດ້ສືບຕໍ່."

ຊາວລາວ ທ່ານນຶ່ງ ກ່າວວ່າ ຄະນະບໍຣິຫານງານຊຸດໃໝ່, ຄວນເອົາປະຊາຊົນເປັນຫຼັກ, ເພື່ອໃຫ້ປະຊາຊົນ ຢູ່ຫຼາຍທ້ອງຖິ່ນມີຊີວິດ ການເປັນຢູ່ດີຂຶ້ນ:

"ຕາມຈິດໃຈກໍຢາກໃຫ້ມີນະໂຍບາຍ, ຢາກໃຫ້ເບິ່ງປະຊາຊົນເປັນພື້ນຖານຫັ້ນແຫຼະ, ຜ່ານມາກໍຖືວ່າພັກຣັຖຂັ້ນເທີງ, ກໍດູແລປະຊາຊົນ ກໍບໍ່ພໍເທົ່າໃດຫັ້ນນະເນາະ ຖ້າເບິ່ງປ່ຽນແປງໃໝ່ ກະຢາກໃຫ້ເພິ່ນເບິ່ງພໍ່ແມ່ປະຊາຊົນ ໃຫ້ຢູ່ດີມີສຸກດີກວ່າເກົ່າ."

ແຕ່ເຈົ້າໜ້າທີ່ບຳນານທ່ານນຶ່ງກ່າວວ່າ; ການປັບປ່ຽນຄະນະບໍຣິຫານງານຊຸດໃໝ່ຄັ້ງນີ້, ມັນກໍຄົງຈະບໍ່ມີຫຍັງປ່ຽນແປງຫຼາຍຂຶ້ນ ກວ່າເກົ່າຍ້ອນວ່າ, ເປັນຄົນເກົ່າຖືກປ່ຽນຕຳແໜ່ງໃໝ່ ຊຶ່ງຄ້າຍຄືກັບ ເຫຼົ້າເກົ່າ ບັນຈຸໃສ່ແກ້ວໃໝ່ ເທົ່ານັ້ນ.

ທ່ານ ທອງລຸນ ສີລຸລິດ ເລຂາທິການໃຫຍ່ ຄົນໃໝ່ ປັດຈຸບັນ ອາຍຸ 76 ປີ ຈາກ ແຂວງ ຫົວພັນ ຜ່ານການສຶກສາ ຢູ່ວິທຍາໄລ ສ້າງຄຣູ ແນວລາວສ້າງຊາດ ຢູ່ແຂວງຫົວພັນ ແລະ ຫລັງຈາກນັ້ນ ໄດ້ໄປສຶກສາຕໍ່ ຢູ່ ອະດີດສະຫະພາບໂຊວຽດ.

ປວັດຄວາມເປັນມາ ຂອງ ທ່ານ ທອງລຸນ ສີສຸລິດ:
• ແຕ່ປີ 2001-2006, ທ່ານ ເປັນກັມມະການ ກົມການເມືອສູນກາງພັກ, ເປັນຮອງນາຍົກຣັຖມົນຕຼີ.
• ແຕ່ 2015-2016, ເປັນຣັຖມົນກະຊວງການຕ່າງປະເທດ ແລະ ຮອງນາຍົກຣັຖມົນຕຼີ
• 2016-2021 ເປັນນາຍົກຣັຖມົນຕຣີ ກ່ອນທີ່ຈະກ້າວເຂົ້າມາເປັນ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນການພັກປະຊາຊົນ ປະຕິວັດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.