ທິດສີຖືກຂໍ້ຫາເວົ້າ ສຽດສີ
2020.09.29

ເປັນເວລາ 1 ເດືອນ ແລ້ວທີ່ ທ່ານ ສັງຂານ ພະຈັນທະວົງ ຫລື ທີ່ຮູ້ຈັກກັນດີໃນນາມ ທິດສີ ນັກປັນຍາຊົນ ຖືກເຈົ້າໜ້າທີ່ຕໍາຣວດແຂວງ ຈໍາປາສັກ ຈັບຢູ່ເຮືອນພັກຂອງ ທ່ານ ທີ່ບ້ານຫລັກ 14 ເມືອງບາຈຽງ ຈະເລີນສຸກ ໃນຂໍ້ຫາເວົ້າສຽດສີ ອົງການດໍາເນີນຄະດີ ຂອງ ຣະບົບ ຕຸລາການຂອງລາວ ແລະ ມີເຈຕນາ ສ້າງຄວາມເຂົ້າໃຈທີ່ບໍ່ຖືກຕ້ອງແກ່ສັງຄົມ. ແຕ່ມາຮອດມື້ນີ້ ພາກສ່ວນທີ່ກ່ຽວຂ້ອງ ຂອງ ທາງການກໍ ຍັງບໍ່ເປີດເຜີຍ ຄວາມຄືບໜ້າຂອງຄະດີ ນີ້ໃຫ້ຄົນໃນສັງຄົມຮູ້, ຮູ້ພຽງແຕ່ວ່າ ທ່ານ ທິດສີ ຖືກຂັງຢູ່ຄຸກບັງເຢາະ.
ກ່ຽວກັບເຣື່ອງນີ້ ເຂົ້າໜ້າທີ່ອັຍການປະຊາຊົນ ແຂວງຈໍາປາສັກ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ວັນທີ 28 ກັນຍາ ນີ້ວ່າ ທາງອົງການ ອັຍການ ປະຊາຊົນແຂວງຈໍາປາສັກ ຍັງບໍ່ໄດ້ຮັບ ສໍານວນຄະດີ ທ່ານ ສັງຂານ ເທື່ອ ແລະບໍ່ແນ່ໃຈວ່າການສືບສວນ-ສອບສວນ ຂອງ ເຈົ້າໜ້າທີ່ຕໍາຣວດ ໄປຮອດໃສແລ້ວ ດັ່ງນັ້ນຈຶ່ງບໍ່ສາມາດ ເວົ້າຫຍັງຫລາຍ ໄປກວ່ານີ້ໄດ້:
“ຈັ່ງວ່າເດີ໋ ເຮົາກະບໍ່ຮູ້ ແຕ່ວ່າຄະດີນີ້ ບໍ່ທັນໄດ້ສົ່ງມາ.”
RFA ໄດ້ຕິດຕໍ່ຫາກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ແຂວງຈໍາປາສັກ ເພື່ອຖາມເຖິງຄວາມຄືບໜ້າ ຂອງຄະດີນີ້ ແຕ່ບໍ່ມີ ເຈົ້າໜ້າທີ່ຜູ້ໃດໃຫ້ສັມພາດ, ໃນຂນະດຽວກັນ ກໍໄດ້ຕິດຕໍ່ໄປຫາ ຄອບຄົວ ແລະ ໝູ່ຂອງ ທ່ານ ສັງຂານ ແຕ່ບໍ່ມີຜູ້ໃດໃຫ້ ສັມພາດ ໄດ້.
ກ່ອນໜ້ານີ້ ໃນມື້ວັນທີ 1 ກັນຍາ ນີ້ ພັນໂທ ບຸນສົງ ຫົວໜ້າຜແນກສືບສວນ-ສອບສວນ ແຂວງຈໍາປາສັກ ໄດ້ຢືນຢນຕໍ່ RFA ວ່າທາງ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ສືບສວນ-ສອບສວນ ທ່ານ ທິດສີ ແທ້ແຕ່ບໍ່ສາມາດ ໃຫ້ຣາຍລະອຽດໄດ້ ແລະ ຜູ້ໃກ້ຊິດເຈົ້າໜ້າທີ່ ປກສ ນະຄອນ ປາກເຊ ທ່ານນຶ່ງຜູ້ຂໍສງວນຊື່ກໍເວົ້າວ່າ ທາງເຈົ້າໜ້າທີ່ຕໍາຣວດ ປກສ ນະຄອນປາກເຊ ໄດ້ສວບສວນເພິ່ມຕື່ມວ່າ ທ່ານ ທິດສີ ໄດ້ຕິດຕໍ່ ພົວພັນ ກັບຄົນຢູ່ນອກ ປະເທດ ທີ່ເຄື່ອນໄຫວ ຕໍ່ຕ້ານຣັຖບາລລາວ ຫລືບໍ່.
ກ່ຽວກັບເຣື່ອງນີ້ ທ່ານ ຟຽວ ໂຣເບິດສັນ ຮອງຜູ້ອໍານວຍການອົງການ Human Rights Watch ປະຈໍາຂົງເຂດ ເອເຊັຍ-ປາຊີຟິກ ກ່າວຕໍ່ RFA ໃນມື້ວັນທີ 28 ກັນຍາ ນີ້ວ່າ ໃນໂອກາດຄົບຮອບ ນຶ່ງເດືອນ ທີ່ ທ່ານ ສັງຂານ ຖືກຈັບ ຕົນມີຄວາມເປັນຫ່ວງນໍາ ຫລາຍຂຶ້ນ ແລະ ກໍຣະນີນີ້ ກໍສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເປັນການຣະເມີດສິດທິມະນຸດ ຂັ້ນຮ້າຍແຮງ:
"ທ່ານ ຟຽວ ໂຣເບີດເສິນ ກ່າວວ່າ: “ທາງລາວ ຣະເມີດສິດທິມະນຸດ ຕລອດ ໂພສ ອິຫຍັງໃນເຟສບຸກ ຫລື ສື່ອອນລາຍ ທີ່ຣັຖບານລາວ ບໍ່ມັກ ກໍຈະຖືກຈັບກຸມ ສອບສວນ ແລະ ໃຫ້ຕິດຄຸກເລີຍ. ອັນນີ້ເປັນການ ຣະເມີດສິດທິມະນຸດ ຮ້າຍແຮງ ທາງການ ຄວນປ່ອຍໂຕ ທ່ານ ສັງຂານ ແລະ ຄວນຈະຍົກເລີກຂໍ້ກ່າວຫາ ຕ່າງໆ.”
ທ່ານກ່າວຕື່ມວ່າ ສິ່ງທີ່ ທ່ານ ສັງຂານ ເວົ້າຜ່ານທາງ ສື່ສັງຄົມອອນລາຍ ເປັນພຽງການລະບາຍຄວາມບໍ່ພໍໃຈ ກ່ຽວກັບ ສະພາບເສຖກິດ -ສັງຄົມທີ່ບໍ່ດີ, ບັນຫາການສໍ້ຣາດບັງຫລວງ ເກີດຂຶ້ນຫລາຍ ແລະ ເຈົ້າໜ້າທີ່ ບາງພາກສ່ວນ ຂາດຄວາມຮັບຜິດຊອບ ຊຶ່ງກໍເປັນສິດທິຂອງ ທ່ານ ໃນຖານະເປັນປະຊາຊົນ ຜູ້ນຶ່ງ ທີ່ສາມາດຈົ່ມກ່ຽວກັບ ບັນຫາ ທີ່ເກີດຂຶ້ນໃນສັງຄົມ ແລະ ບໍ່ຄວນຕ້ອງຢູ່ໃນຄຸກແບບນີ້ເລີຍ.
ໃນກອງປະຊຸມ Side event ຂອງພັນທະມິດເພື່ອປະຊາທິປະໄຕ ໃນລາວ ທີ່ປະເທດເຢັຍຣະມັນ ໃນມື້ວັນທີ 25 ກັນຍານີ້ ກໍໄດ້ຣາຍງານ ຕໍ່ສະພາ ສິດທິມະນຸດ ສະຫະປະຊາຊາດ ກ່ຽວກັບບັນຫາ ການຣະເມີດ ສິດທິມະນຸດ ໃນລາວ ຊຶ່ງໃນນັ້ນ ດຣ. ບຸນທອນ ຈັນທະລາວົງ -ວີເຊີ ປະທານອົງການພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ກ່າວຕອນນຶ່ງວ່າ:
“ກອງປະຊຸມ UPR ສປປລາວ ກ່າວຫັ້ນວ່າ ເຣື່ອງສິດທິມະນຸດ ອັນໃດກະດີໝົດເນາະ ແຕ່ວ່າພວກເຮົາ ສັງເກດເຫັນວ່າ ທາງການ ສປປລາວ ບໍ່ໄດ້ແກ້ໄຂບັນຫາ ສິດທິມະນຸດ ອັນໃດດີຂຶ້ນອີກ. ກົງກັນຂ້າມ ຮ້າຍແຮງຂຶ້ນກວ່າເກົ່າ ຄືບັນຫາຈັບກຸມ ທິດສີ ໃນວັນທີ 26 ສິງຫາ 2020 ຜ່ານມາ ພວກເຮົາ ກະໄດ້ກ່າວ ຍ້ອນວ່າຜູ້ກ່ຽວໄດ້ມາ ວິພາກວິຈານ ເຣື່ອງການສໍ້ໂກງ ຢູ່ໃນສປປລາວ ກະຍັງຖືກຈັບ.”
ທ່ານ ສັງຂານ ພະຈັນທະວົງ ຖືກເຈົ້າໜ້າທີ່ຕໍາຣວດ ຈັບຢູ່ເຮືອນຂອງ ທ່ານ ທີ່ບ້ານຫລັກ 14 ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໃນມື້ວັນທີ 26 ສິງຫາ ທີ່ຜ່ານມາ. ປັດຈຸບັນ ທ່ານຖືກຄວບຄຸມໂຕ ຢູ່ໃນຄຸກ ເພື່ອສອບສວນ ແລະຍັງບໍ່ມີການ ຊີ້ແຈງ ຈາກທາງການວ່າ ທ່ານຖືກຈັບ ໃນຂໍ້ຫາຫຍັງແທ້.
ແຕ່ອີງຕາມເອກກະສານ ທີ່ຖືກເຜີຍແພ່ ທາງສື່ສັງຄົມອອນລາຍ ຄືໃບສເນີຂອງອັຍການ ແລະສານປະຊາຊົນ ແຂວງຈໍາປາສັກ ເຖິງຫົວໜ້າ ຄະນະ ໂຄສະນາອົບຮົມ ແຂວງຈໍາປາສັກ ລົງວັນທີ 19 ສິງຫາ 2020 ນັ້ນ ຣະບຸວ່າ ໄດ້ມີບຸກຄົນຊື່ ສັງຂານ ພະຈັນທະວົງ ໄດ້ອ້າງວ່າ ແກ້ຄວາມຝັນ ເຊິ່ງມີເນື້ອໃນເວົ້າສຽດສີ ໃສ່ອົງການດຳເນີນຄະດີ ຂອງ ລະບົບຕຸລາ ການ ສປປ ລາວ ດ້ວຍການລົງເນື້ອຄວາມ ໃສ່ຮ້າຍ ປ້າຍສີ ຕໍ່ອົງການດຳເນີນຄະດີ ຊຶ່ງເຫັນວ່າ ຜູ້ກ່ຽວມີ ເຈດຕະນາເພື່ອໃຫ້ສັງຄົມ ເຂົ້າໃຈຜິດ ອັນເປັນການກະທຳ ທີ່ຈະສ້າງຄວາມເຊື່ອມເສັຽ ໃຫ້ແກ່ອົງການອຳນາດຣັດ ໂດຍສະເພາະ ແມ່ນຕໍ່ອົງການ ຕຸລາການ ອົງການດຳເນີນຄະດີ ເປັນຕົ້ນເຈົ້າໜ້າທີ່ຕຳຣວດ, ອົງການອັຍການ ປະຊາຊົນ, ສານ ປະຊາຊົນແຕ່ລະຂັ້ນ ກ້າວໄປເຖິງການເຮັດໃຫ້ ປະຊາຊົນຂາດຄວາມສັດທາ, ຂາດຄວາມເຊື່ອໝັ້ນ ຕໍ່ການດຳເນີນຄະດີ ຂອງ ລະບົບຕຸລາການ ຂອງສປປລາວ.