ເຍົາວະຊົນໄທຈັດງານລຳລຶກ ທ. ສົມບັດ

ກຸ່ມ ເຍົາວະຊົນ ໄທ ຈັດງານ ລຳລຶກ ການ ລັກພາຕົວ ທ່ານ ສົມບັດ ຄົບຮອບ 2 ປີ.

ກຸ່ມ ເຍົາວະຊົນ ໄທ ຈັດງານ ລຳລຶກ ການລັກພາຕົວ ທ່ານ ສົມບັດ ຄົບຮອດ 2 ປີ RFA

 

ໃນວັນທີ 14 ທັນວາ ທີ່ ຜ່ານມາ ກຸ່ມ ເຍົາວະຊົນ ໄທ ໄດ້ຈັດ ກິຈກັມ ມີຊື່ວ່າ “ຖ້າໂລກນີ້ ບໍ່ມີການ ອູ້ມຫາຍ” ຢູ່ ບໍຣິເວນ ທ່າສະເດັດ ແຂວງ ໜອງຄາຍ ປະເທດໄທ ເພື່ອລຳລຶກ ເຫດການ ທີ່ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ຖືກ ລັກພາຕົວ. ຕົວແທນ ເຍົາວະຊົນ ເປີດເຜີຍ ວ່າ:

"ມັນຄືກັນ ກັບເຂົາ ບໍ່ເຫັນໃນ ຄວາມເປັນຄົນ ຂອງເຮົາ ທີ່ວ່າ ເຂົາ ຢາກເຮັດຫຍັງ ເຂົາກະເຮັດ ເຂົາຢາກເອົາ ຜູ້ໃດໄປ ເຂົາ ກະເອົາໄປ ຊຶ່ງມັນເປັນ ສິ່ງທີ່ ບໍ່ ຖືກຕ້ອງ ເຂົາ ບໍ່ມີສິດ ເຮັດກັບ ເຮົາ ແນວນັ້ນ ເຮົາ ກໍເປັນຄົນ ຄືເຂົາ ເຮົາກໍມີ ສິດ ທີ່ຈະເວົ້າ ເຮົາກໍມີ ສິດ ທີ່ຈະ ສະແດງ ຄວາມຄິດເຫັນ ເຂົາບໍ່ມີ ສິດ ທີ່ຈະເຮັດ ກັບເຮົາ. ທີ່ ມາຈັດ ກິຈກັມ ນີ້ ກໍຄືວ່າ ຖ້າ ເປັນແນວ ນີ້ ມັນ ກໍຢູ່ດ້ວຍ ຄວາມ ຫວາດລະແວງ ຄືເຮົາ ເຮັດຫຍັງ ບໍ່ໄດ້ ກໍເລີຍ ຢາກໃຫ້ ທຸກຄົນຮູ້ ວ່າ ການແບບ ບັງຄັບ ບຸກຄົນ ໃຫ້ ສູນຫາຍ ມັນມີແບບນີ້ ເກີດຂຶ້ນ".

ກິຈກັມ ດັ່ງກ່າວ ດຳເນີນໄປ ເປັນເວລາ 2 ມື້ ວັນທີ 13-14 ທັນວາ ຊຶ່ງ ບັນດາ ເຍົາວະຊົນ ເຫລົ່ານັ້ນ ໄດ້ເຮັດ ກິຈກັມ ຢູ່ ແຂວງ ໜອງຄາຍ ກັບ ຄອບຄົວ ທ່ານ ສົມບັດ ສົມພອນ. ໃນເວລາ ດຽວກັນ ຕ່າງໜ້າ ຄອບຄົວ ຂອງ ທ່ານ ສົມບັດ ກໍ ກ່າວວ່າ: ພວກເຂົາ ຈະຊອກຫາ ທ່ານ ສົມບັດ ຕໍ່ໄປ ເຖີງວ່າ ເຫດການ ຈະຜ່ານໄປ ແຕ່ ພວກເຂົາ ກໍຍັງ ບໍ່ສິ້ນຫວັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org