ໄທເຄັ່ງຄັດຜູ້ອາຍຸຕ່ຳກວ່າ 18 ເຂົ້າ ເມືອງ
2015.02.23
ຫນັງສືພິມ ຜູ້ຈັດການ ອອນລາຍ ຂອງໄທ ຣາຍງານ ໃນ ວັນທີ 23 ກຸມພາ 2015 ວ່າ ດ່ານ ກວດຄົນ ເຂົ້າເມືອງ ທີ່ ຂົວ ມິຕພາບ ລາວ-ໄທ ແຂວງ ມຸກດາຫານ ໄດ້ ແຈ້ງການ ເຖິງ ຝ່າຍລາວ ເມື່ອ ສັປດາ ຜ່ານມາ ກ່ຽວກັບ ການຫ້າມ ເດັກນ້ອຍ ລາວ ອາຍຸ ຕ່ຳ ກວ່າ 18 ປີ ເດີນທາງ ເຂົ້າໄທ ຊື່ງເປັນ ມາຕການ ແກ້ໄຂ ແລະ ປ້ອງກັນ ບັນຫາ ການ ຄ້າມະນຸດ ຫລັງຈາກ ພົບວ່າ ເຍົາວະຊົນ ລາວ ຖືກ ຫລອກລວງ ເຂົ້າສູ່ ວົງການ ທຸຣະກິດ ຄ້າ ປະເວນີ ແລະ ເຮັດວຽກ ແບບ ຂ້າທາດ ໃນໄທ ເປັນ ຈຳນວນ ຫລວງຫລາຍ ຮ່ວມທັງ ໃນ ອຸດສາຫະກັມ ການ ປະໂມງ ນຳອີກ.
ສຳນັກງານ ຕຳຣວດ ກວດຄົນ ເຂົ້າເມືອງ ຂອງໄທ ໄດ້ ສົ່ງ ເອກສານ ລົງ ວັນທີ 14 ກຸມພາ 2015 ເພຶ່ອ ແຈ້ງການ ໄປຍັງ ດ່ານ ຕຳຣວດ ກວດຄົນ ເຂົ້າເມືອງ ຂົວ ມິຕພາບ ຝ່າຍລາວ ແລະ ໃນ ວັນທີ 20 ກຸມພາ ກໍໄດ້ ແຈ້ງການ ໄປຍັງ ຫ້ອງການ ແຂວງ ສວັນນະເຂດ ນຳອີກ.
ເອກສານ ແຈ້ງການ ດັ່ງກ່າວ ໄດ້ລົງ ໃນ ແວັບໄຊ Laopost.com ຊຶ່ງ ມີຂໍ້ຄວາມ ວ່າ ເນື່ອງຈາກ ເຈົ້າຫນ້າທີ່ ຄວາມ ຫມັ້ນຄົງ ຂອງໄທ ໄດ້ ກວດພົບ ແຮງງານ ຈາກ ປະເທດ ເພື່ອນບ້ານ ຕົກເປັນ ເຫຍື່ອ ຂອງ ຂະບວນ ການ ຄ້າມະນຸດ ຂ້າມຊາດ ທີ່ຖືກ ຫລອກລວງ ຊັກຈູງ ໄປ ເຮັດວຽກ ໃນ ປະເທດໄທ ແລະ ບາງ ຈໍາພວກ ຖືກ ບັງຄັບ ໃຫ້ ຂາຍ ບໍຣິການ ທາງເພດ ບັງຄັບ ໃຫ້ໃຊ້ ແຮງງານ ໃນ ເຮືອ ປະມົງ ແບບ ຂ້າທາດ ຢ່າງ ຫລວງຫລາຍ.
ດັ່ງນັ້ນ ເລີ້ມ ແຕ່ນີ້ໄປ ກຸ່ມ ເຍົາວະຊົນ ທີ່ ອາຍຸ ຕ່ຳກວ່າ 18 ປີ ຈາກ ປະເທດລາວ ຈະບໍ່ໄດ້ ຮັບ ອະນຸຍາດ ໃຫ້ ເດີນທາງ ເຂົ້າໄທ ຖ້າຫາກ ບໍ່ມີ ຜູ້ປົກຄອງ ເດີນທາງ ໄປນຳ ແລະ ຖ້າ ພົບວ່າ ຜູ້ທີ່ ມີ ຄວາມສ່ຽງ ທີ່ ຈະຕົກ ເປັນ ເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ຝ່າຍໄທ ກໍຈະ ປະຕິເສດ ແລະ ສົ່ງກັບ ປະເທດ ລາວ.